ຄະນະພັກ-ສມາຊິກພັກ ຢູ່ແຂວງສວັນນະເຂດ 69 ຄົນຖືກລົງໂທດ

ແຂວງສວັນນະເຂດ ປະຕິບັດບົດລົງໂທດ ຕໍ່ຄະນະພັກ ແລະສມາຊິກພັກ ທັງໝົດ 69 ຄົນ ໃນນັ້ນ ໄລ່ອອກ 17 ຄົນ ສ່ວນອີກຈໍານວນນຶ່ງ ຖືກໂຈະວຽກງານ ແລະບາງສ່ວນ ຖືກກ່າວເຕືອນ ເນື່ອງຈາກມີການກວດພົບ ການໃຊ້ໜ້າທີ່ ເພື່ອຜົລປໂຍດສ່ວນໂຕ.
ສຸພັດຕາ
2024.01.18
ຄະນະພັກ-ສມາຊິກພັກ ຢູ່ແຂວງສວັນນະເຂດ 69 ຄົນຖືກລົງໂທດ ຢູ່ຕໍ່ໜ້າ ສະພາແຫ່ງຊາຕ, ນະຄອນຫຼວງວຽງຈັນ, ວັນທີ 5 ພຶສຈິກາ 2022.
Photo: RFA

ໃນວັນທີ 15 ມົກຣາ 2024 ທີ່ຜ່ານມານີ້ ທ່ານລໍາທອງ ຂອບສີລາວົງ ປະທານຄະນະກວດກາພັກ ປະທານອົງການກວດກາຣັຖ ແຂວງສວັນນະເຂດ ຣາຍງານຜົລການກວດກາທົ່ວແຂວງ ໄລຍະກາງສໄມ ໃຫ້ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາ ແຫ່ງຣັຖ, ຫົວໜ້າອົງການ ຕ້ານການສໍ້ຣາສບັງຫຼວງ ຂັ້ນສູນກາງ ທີ່ລົງຢ້ຽມຢາມພະນັກງານວ່າ ແຂວງສວັນນະເຂດ ໄດ້ຈັດຕັ້ງປະຕິບັດ ລົງວິໄນຕໍ່ຄະນະພັກ ແລະສມາຊິກ ທັງໝົດ 69 ຄົນ ໃນນັ້ນ ໄລ່ອອກ 17 ຄົນ ຈໍານວນນຶ່ງ ຖືກໂຈະວຽກງານ ແລະຈໍານວນນຶ່ງ ຖືກພຽງກ່າວເຕືອນ ສ່ວນດ້ານການຕິດຕາມ, ກວດກາ ບໍຣິຫານຣັຖ ພົບເຫັນ 54 ໂຄງການ ທີ່ບໍ່ສອດຄ່ອງ ກັບລະບຽບກົດໝາຍ, ຄວາມເສັຍຫາຍມູນຄ່າ 165 ຕື້ກີບ ແລະຫຼາຍກວ່າ 21,500 ໂດລ້າຣ໌ສະຫະຣັຖ.

ສໍາລັບເຣື່ອງດັ່ງກ່າວນີ້ ແລະ ພຶດຕິກັມຂອງແຕ່ລະຄົນ ເຮັດວຽກບໍ່ມີຄວາມໂປ່ງໃສ ບາງຄົນ ສວຍໃຊ້ອໍານາດໜ້າທີ່, ຕໍາແໜ່ງ ຮຽກຮັບຜົລປໂຍດເຂົ້າໂຕເອງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານນຶ່ງ ໃນແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມົກຣາ ນີ້ວ່າ:

“ລົງໂທດວິໄນຂອງພະນັກງານ ຂັ້ນເທິງອັນນັ້ນບໍ ນິຕິກັມ ກັບພຶດຕິກັມ ບໍ່ຄືກັນຫັ້ນນີ້ເດ້ ມັນບໍ່ໂປ່ງໃສ ມັນບໍ່ຍຸຕິທັມ. ເງິນເດືອນກໍມີແລ້ວນີ້ນ່າ ສວຍໃຊ້ໜ້າທີ່ຕໍາແໜ່ງ ໄດ້ແລ້ວບໍ່ພໍນີ້ເດ້ ຖືວ່າ ມີບໍຣິສັດ ໂຄງການໃດນຶ່ງມັນມານີ້. ກະຂຶ້ນກັບສາຍເທິງພຸ້ນແຫຼະ ຄືຢູ່ຂັ້ນເມືອງ ກັບເມືອງ ຄືຢູ່ຂັ້ນແຂວງ ກໍຂຶ້ນກັບແຂວງ ມັນຢູ່ກັບບຸກຄົນ ທີ່ຈະເຮັດວຽກຫັ້ນ.”

ທ່ານກ່າວຕື່ມວ່າ ສ່ວນຣາຍລະອຽດຕ່າງໆ ທ່ານກໍບໍ່ໄດ້ຮູ້ຂໍ້ມູນຄັກແນ່ ຈຶ່ງບໍ່ສາມາດເວົ້າຫຍັງໄດ້ຫຼາຍ ວ່າມາຈາກຜແນກໃດ ຫ້ອງການໃດ.

ກ່ຽວກັບເຣື່ອງການສໍ້ຣາສບັງຫຼວງນີ້ ຊາວບ້ານ ໃນແຂວງສວັນນະເຂດ ທ່ານນຶ່ງ ກໍກ່າວວ່າ ການສໍ້ຣາສບັງຫຼວງນີ້ ຍັງບໍ່ທັນໝົດໄປເທື່ອ ພາກຣັຖທີ່ກວດສອບ ກໍກວດກາກັນໄປ ເປັນເຣື່ອງທີ່ຍາກຫຼາຍ ເພາະລະບົບໃນລາວ ມັນຈະເອື້ອຜົລປໂຍດ ໃຫ້ພາກພ້ອງໂຕເອງຕລອດ ໂດຍການຫາເງິນເຂົ້າກະເປົາໂຕເອງ ຖ້າເຂົາເຈົ້າ ຄິດຈະພັທນາບ້ານເມືອງໃຫ້ຈະເຣີນຮຸ່ງເຮືອງ ປານນີ້ຈະເຣີນຫຼາຍແລ້ວ ເພາະຕ່າງຊາຕ ກໍເຂົ້າມາລົງທຶນໃນໂຄງການບໍ່ແຮ່ ບໍ່ຄໍາກັນຫຼາຍ ແຕ່ກັບພາກັນໂຄງກິນກັນເອງ ແລະຖ້າປະຊາຊົນເວົ້າຫຍັງ ໃນທາງບໍ່ດີ ໃຫ້ພາກຣັຖ, ຖືກກ່າວຫາວ່າ ປະຊາຊົນຕໍ່ຕ້ານພັກຣັຖ ຈຶ່ງເຮັດໃຫ້ປະເທດຊາຕ ບໍ່ຈະເຣີນເທື່ອ.

“ມັນຍັງໂຕນັ້ນແຫຼະ ມັນຍັງບໍ່ທັນໝົດ ປາກສຽງເວົ້າໜ້ອຍນຶ່ງ ກະບໍ່ໄດ້ເດ້ ເຂົາກໍວ່າເຈົ້າຜິດ ຕໍ່ຕ້ານ. ກວດສອບເພິ່ນກໍກວດໄປ ຍາກຢູ່ດອກ. ລະບົບມັນກໍເປັນທາງເທິງພຸ້ນມາຫັ້ນ ເປັນມານໍາກັນໝົດ. ຄົນເຂົາເອງໝົດ ມັນກໍຍ້ອນຢາກໄດ້ເງິນນີ້ແຫຼະ ມີແຕ່ຫາເງິນເຂົ້າຖົງໂຕເອງໝົດ. ຄັນພັທນາປະເທດລາວ ມັນຈະເຣີນຫຼາຍແລ້ວ ບໍ່ເຫັນເບາະ ເຂົາມາຊື້ແຮ່ຊາຍ, ບໍ່ຄໍາ, ບໍ່ເງິນ.”

ໃນຂະນະດຽວກັນ ຊາວບ້ານ ໃນແຂວງສວັນນະເຂດ ອີກທ່ານນຶ່ງ ກ່າວວ່າ ການສໍ້ຣາສບັງຫຼວງ ໃນລາວນີ້ ຍັງມີຫຼາຍ ຄວາມຍຸຕິທັມບໍ່ມີ. ຫຼັກໆກໍແມ່ນຮຽກເອົາເງິນ ຈາກໂຄງການຕ່າງໆ ເຂົ້າກະເປົາໂຕເອງ ແລະເຈົ້າໜ້າທີ່ ບາງຄົນ ພຽງແຕ່ຍັດເງິນໃຫ້ ກໍພົ້ນຄວາມຜິດໄດ້ ຈຶ່ງເຮັດໃຫ້ປະເທດລາວ ບໍ່ຈະເຣີນເທື່ອ.

“ບໍ່ສຸຈະຣິດດອກ. ຢູ່ລາວເຮົາຍາກເຕີບ ຄໍຣັບຊັ້ນມັນຫຼາຍໂພດ ຍຸຕິທັມນີ້ມັນຍັງບໍ່ໄດ້. ຊັ້ນມັນກໍຈະເຣີນກວ່ານີ້ແລ້ວ. ເສັ້ນທາງນີ້ ມັນຍັງໄປຍາກຢູ່ ໂຄງການບໍ່ ຂຸດຄົ້ນບໍ່ຄໍາເຊໂປນ ແກ່ນໍ້າໜັກເກີນກໍໄປໄດ້. ໃຫ້ເງິນ ບ່ອນຊັ່ງນໍ້າໜັກນີ້.”

ນອກຈາກນີ້ ຊາວລາວ ອີກທ່ານນຶ່ງ ໃຫ້ຄວາມເຫັນວ່າ ການສໍ້ໂກງເງິນຣັຖ ບໍ່ແມ່ນມີແຕ່ເຈົ້າໜ້າທີ່ພະນັກງານ ເຊື່ອວ່າ ຍັງມີຜູ້ຫຼັກ-ຜູ້ໃຫຍ່ ຫຼາຍຄົນ ໂກງກິນຢູ່ ແລະເຊື່ອວ່າ ຖ້າບຸກຄົນໃດ ທີ່ມີຍົດຕໍາແໜ່ງໃຫຍ່ ຖ້າມີໂອກາດຫາເງິນເຂົ້າຖົງໂຕເອງ ໃນທາງທີ່ງ່າຍ ກໍສວຍໂອກາດທັງນັ້ນ, ແຕ່ກົດໝາຍໃນລາວ ກັບໃຊ້ບໍ່ໄດ້ກັບຄົນໃຫຍ່ໂຕ ເຊິ່ງໃຊ້ກັບພຽງແຕ່ປະຊາຊົນ ຄົນຈົນຢ່າງເຂັ້ມງວດ.

“ມັນບໍ່ຈະເຣີນກໍຍ້ອນແນວນີ້ ເພາະຜູ້ໃຫຍ່ເພິ່ນຫັ້ນ ກະກິນຫັ້ນນ່າ. ຍາດເອົາ ມືໃຜຍາວ ສາວໄດ້ສາວເອົາ. ມັນໝົດທຸກໆຜແນກຫັ້ນແຫຼະ ແມ່ນແຕ່ຄຣູ ຍັງມີໂອກາດກິນເນາະ. ຊື້ຈ້າງກັນເຂົ້າ. ຄັນແມ່ນປະຊາຊົນເຮັດຜິດຫັ້ນ ຜິດໆ ພັດພະນັກງານກິນສໍ້ໂກງຫັ້ນນ່າ. ເງິນເປັນຕື້ ກໍບໍ່ເປັນຫຍັງຊີ້ນ່າ.”

ການສໍ້ຣາສບັງຫຼວງນີ້ ບໍ່ແມ່ນມີ ແຕ່ໃນແຂວງສວັນນະເຂດ ເທົ່ານັ້ນ ຍັງມີອີກຫຼາຍແຂວງ ໃນລາວ ເປັນຕົ້ນ ໃນວັນທີ 7 ພຶສຈິກາ 2023 ທີ່ຜ່ານມາ ຢູ່ແຂວງອັດຕະປື ມີການກວດພົບ ການໃຊ້ຈ່່າຍເງິນບໍຣິຈາກ ແລະເງິນຊົດເຊີຍ ໃຫ້ແກ່ຜູ້ທີ່ໄດ້ຮັບຜົລກະທົບ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ເມືອງສນາມໄຊ ແບບບໍ່ຖືກຕ້ອງ ເປັນຈໍານວນເງິນເຖິງ 84 ຕື້ປາຍກີບ ກັບອີກ 100,000 ໂດລ້າຣ໌ສະຫະຣັຖ ເພາະນັບແຕ່ ເກີດເຫດການເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ໃນປີ 2018 ເປັນຕົ້ນມາ ມີທາງການລາວ ແລະອີກຫຼາຍພາກສ່ວນ ເຂົ້າມາກ່ຽວຂ້ອງ ກັບການຈັດສັນເງິນບໍຣິຈາກ ແລະເງິນຊົດເຊີຍ ໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ເປັນຕົ້ນ ຜແນກໂຍທາທິການ ແລະຂົນສົ່ງ, ຜແນກກະສິກັມ ແລະປ່າໄມ້, ຜແນກຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ, ຜແນກແຮງງານ ແລະສວັດດີການສັງຄົມ ແລະຜແນກການເງິນ ແລະເຖິງແມ່ນວ່າ ຈະດໍາການມາເປັນໄລຍະເວລານຶ່ງແລ້ວ ແຕ່ຍັງບໍ່ທັນສໍາເຣັດ ໂດຍສະເພາະ ການມອບເງິນຊົດເຊີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.