ເກົາຫລີໃຕ້ບໍ່ພໍໃຈ ສປປລາວ


2013.05.30
F-korea ສະຖານທູຕ ເກົາຫລີເໜືອ ທີ່ນະຄອນຫລວງວຽງຈັນ
AFP/Hoang Dinh Nam

 

ເກົາຫລີໃຕ້ ຈະນຳເຣື້ອງ ທີ່ ສປປລາວ ປະຕິເສດ ຕໍ່ຜູ້ໂຕນຫນີ ລີ້ພັຍ ຈາກ ເກົາຫລີ ເຫນືອ ສູ່ ສະຫະປະຊາຊາດ.

ຣັຖບານ ເກົາຫລີໃຕ້ ຈະຟ້ອງຮ້ອງ ຣັຖບານ ລາວ ຕໍ່ ອົງການ ສະຫະປະຊາຊາດ ໃນ ຊະຕາກັມ ຂອງ ຜູ້ລີ້ພັຍ ຊາວເກົາຫລີ ເຫນືອ 9 ຄົນ ທີ່ ຣັຖບານລາວ ກົດດັນ ໃຫ້ກັບຄືນ ປະເທດ ຊື່ງ ກຸ່ມດ່ັງກ່າວ ອາຈຖືກ ລົງໂທດ ຢ່າງຫນັກ ໃນ ເກົາຫລີ ເຫນືອ.

ແຫລ່ງຂ່າວ ຈາກ ກະຊວງການ ຕ່າງປະເທດ ເກົາຫລີໃຕ້ ຜູ້ທີ່ ຂໍສງວນຊື່ ຍ້ອນເປັນ ບັນຫາ ທີ່ຫລໍ່ແຫລມ ເວົ້າວ່າ ກໍຣະນີ ດ່ັງກ່າວ ຕ້ອງໄດ້ນຳຂື້ນ ຫ້ອງການ ຂ້າຫລວງໃຫຍ່ ດ້ານ ສິດທິມະນຸດ ທີ່ມີສູນກາງ ຢູ່ ນະຄອນ ເຈເນວາ ປະເທດ ສວິສແລັນ.

ອົງການ ດັ່ງກ່າວ ຈະຕຶກຕອງ ກ່ຽວກັບ ການທີ່ ຣັຖບານລາວ ໄດ້ສົ່ງ ຊາວເກົາຫລີ ເຫນືອ ກັບຄືນ ປະເທດ ທັ້ງໆທີ່ຮູ້ວ່າ ພວກຂະເຈົ້າ ຈະມີ ອັນຕຣາຍ ຕໍ່ຊີວິດ ຖ້າຖືຶກ ສົ່ງກັບຄືນ ເກົາຫລີເຫນືອ. ສຳລັບ ຊາວເກົາຫລີ ເຫນືອ ແລ້ວ ການກະທຳ ຕໍ່ຜູ້ ທີ່ໂຕນຫນີ ຈາກປະເທດ ຍັງບໍ່ຮູ້ວ່າ ຈະຖືກໂທດ ຂັ້ນໃດແທ້. ແຕ່ທີ່ຜ່ານມາ ກຸ່ມ ດັ່ງກ່າວ ໄດ້ຮັບໂທດ ຢ່າງສາຫັດ.

ອົງການ ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານ ສິດທິມະນຸດ ເຄີຍປະນາມ ຣັຖບານ ຄອມມຸນິສ ເກົາຫລີເຫນືອ ເລື້ອຍໆວ່າ ມີການຜ່າຜືນ ແລະ ລ່ວງລະເມີດ ສິດທິ ມະນຸດ ຂອງ ປະຊາຊົນ ຂອງຕົນ ຢ່າງໃຫຍ່ຫລວງ. ນອກຈາກ ປະເທດໄທ ແລ້ວ ສປປລາວ ກໍເປັນທາງຜ່ານ ທີ່ ສຳຄັນ ສຳລັບ ຜູ້ລີ້ພັຍ ຊາວເກົາຫລີ ເຫນືອ ໃນການ ຊອກຊ່ອງທາງ ຜ່ານໄປຫາ ເກົາຫລີໃຕ້ ແຕ່ເທ່ົາທີ່ ຜ່ານມາ ສປປລາວ ໄດ້ໃຫ້ຄວາມ ຮ່ວມມືກັບ ເກົາຫລີໃຕ້ ແຕ່ໃນເທື່ອນີ້ ບໍ່ຮູ້ວ່າ ເປັນຫຍັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.