ນາງ ອາເລັກແຊນດຣາ ບຸນຊ່ວຍ, ນັກຮ້ອງ ຊື່ດັງ ຂອງລາວ, ຖືກແຕ່ງຕັ້ງ ໃຫ້ເປັນ ທູດສັນທະວະໄມຕຣີ ຂອງ ໂຄງການ ພັທນາ ສະຫະປະຊາຊາດ ປະຈຳ ສປປລາວ.
ທ່ານ ມິ໋ງ ຟ໋າມ (Minh Pham), ຜູ້ຕາງໜ້າ ໂຄງການ ພັທນາ ສະຫະປະຊາຊາດ ຫລື UNDP, ກ່າວວ່າ ທູດສັນທະວະໄມຕຣີ ມີບົດບາດ ທີ່ສຳຄັນ ເພື່ອສົ່ງເສີມ ການພັທນາ ແລະ ໃນນາມ ເປັນຄົນລາວ ຜູ້ນຶ່ງ ທີ່ມີ ຊື່ສຽງດົງດັງ ນາງ ອາເລັກແຊນດຣາ ຈະສາມາດ ພົບປະໂອ້ລົມ ກັບຊາວລາວ, ນັກການເມືອງ ແລະ ຜູ້ໃຫ້ການ ຊ່ວຍເຫລືອ ຕ່າງໆ ແກ່ລາວ. ບໍ່ເທົ່ານັ້ນ ນາງ ອາເລັກແຊນດຣາ ຍັງຈະເອົາໃຈໃສ່ ພິເສດ ກ່ຽວກັບ ວຽກງານ ການເກັບກູ້ ຣະເບີດ ທີ່ຍັງບໍ່ແຕກ ຢູ່ລາວ.
ສ່ວນ ນາງ ອາເລັກແຊນດຣາ ກ່າວວ່າ ນາງຮູ້ສຶກ ເປັນກຽດ ທີ່ໄດ້ຖືກ ແຕ່ງຕັ້ງ ໃຫ້ເປັນ ທູດສັນທະວະໄມຕຣີ ຂອງ ໂຄງການພັທນາ ສະຫະປະຊາຊາດ. ນາງຫວັງວ່າ ໜ້າທີ່ຕຳແໜ່ງນີ້ ຈະຊ່ວຍສົ່ງເສີມ ໃຫ້ມີການພັທນາ ຫລາຍຂຶ້ນ ຢູ່ ປະເທດຊາດ ຂອງນາງ. ນາງ ອາເລັກແຊນດຣາ ກ່າວອີກວ່າ:
“ທີ່ຈິງ ໂຕນີ້ ແມ່ນຄວາມຝັນ ເປັນຈິງເລີຍ ເພາະວ່າ ຕັ້ງແຕ່ນ້ອຍ ຈົນໃຫຍ່ ຄວາມຝັນ ຂອງຊັນດຣາ ກໍຄື ໃຫ້ໄດ້ເປັນ ທູດໄມຕຣີຈິດ. ແລ້ວມື້ວານນີ້ ກໍໄດ້ກາຍ ເປັນຈິງແລ້ວ, ຊັນດຣາ ຄຶດວ່າ ມັນເປັນບົດບາດ ທີ່ວ່າ ມີກຽດ ແລະ ຊັນດຣາ ຮູ້ສຶກວ່າ ຊັນດຣາ ຕ້ອງໄດ້ ຮຽນຮູ້ ອີກຫລາຍຢ່າງ ເພື່ອຈະສາມາດ ເຮັດໜ້າທີ່ ໂຕນີ້ ໄດ້ດີ ແລະ ກໍໃຫ້ດີ ທີ່ສຸດ"
ນອກຈາກ ຊ່ວຍເຮັດວຽກການ ເກັບກູ້ຣະເບີດ ແລ້ວ ນາງ ອາເລັກແຊນດຣາ ຍັງຈະຊ່ວຍ ຫລຸດຜ່ອນ ການເສັຍຊີວິດ ຈາກ ອຸບັດຕິເຫດ ຣົດຍົນ ຂອງ ຊາວໜຸ່ມ ໄວລຸ້ນລາວ ແລະ ສນັບສນູນ ມູນນິທິ ຊ່ວຍພີ່ນ້ອງ ຄອບຄົວ ທີ່ມີລູກ ເປັນໂຣກ ສມອງເຊື່ອມ ຫລື Down syndrome.
