ອົງການ ນີຣະໂທດກັມ ສາກົນ Amnesty International ແລະ ບັນດາ ອົງການ ທີ່ບໍ່ສັງກັດ ຣັຖບານ ໄດ້ຈັດ ກອງປະຊຸມ ຊີ້ແຈງບັນຫາ ທີ່ ມະຫາວິທຍາໄລ ທັມມະສາດ ຢູ່ບາງກອກ ປະເທດໄທ ໃນວັນທີ 5 ກຸມພາ 2013 ພາຍໃຕ້ ຫົວຂໍ້ “ເບິ່ງໄປໄກກວ່າ ກໍຣະນີ ທ່ານສົມບັດ ສົມພອນ ຄວາມຮຸນແຮງ ໃນລຸ່ມນໍ້າຂອງ ຜົລກະທົບ ຕໍ່ຄົນໜຸ່ມສາວ“. ໃນທີ່ປະຊຸມ ນາງ ປຣະທັບຈິດ ນີລະໄພຈິດ ຜູ້ຕາງໜ້າ ສະຫະພັນ ຕໍ່ຕ້ານ ການບັງຄັບ ໃຫ້ຫາຍສາບສູນ ຂອງເອເຊັຍ ໃຫ້ສໍາພາດ ຕໍ່ເອເຊັຍເສຣີ ວ່າ ການລັກພາຕົວ ທ່ານ ສົມບັດ ນັ້ນເປັນການ ຄຸກຄາມ ນັກສິດທິມະນຸດ ໃນຮູບແບບນຶ່ງ:
ນາງວ່າ "ໃນດ້ານ ສິດທິມະນຸດ ເອີ້ນໄດ້ວ່າ ທ່ານ ສົມບັດ ເປັນນັກປົກປ້ອງ ສິດທິມະນຸດ, ປົກປ້ອງ ຜູ້ຄົນໃນທ້ອງຖິ່ນ ຂອງທ່ານ. ດັ່ງນັ້ນ ການທີ່ນໍາຕົວ ທ່ານ ສົມບັດ ສົມພອນ ໄປໂດຍທີ່ທ່ານ ບໍ່ເຕັມໃຈ ຄືການເຮັດໃຫ້ ບຸກຄົນ ຫາຍສາບສູນ ເປັນການຄຸກຄາມ ນັກສິດທິມະນຸດ".
ນາງເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ທ່ານສົມບັດ ພຍາຍາມ ທີ່ຈະຊ່ວຍນໍາພາ ການພັທນາ ຂອງລາວ ໄປໃນທາງ ປະນິປະນອມ ແລະວ່າ ການທີ່ທ່ານ ຖືກລັກພາຕົວ ໄປນັ້ນ ຈະສົ່ງຜົນສະທ້ອນ ຕໍ່ບຸຄລາກອນ ແລະ ປະຊາຊົນ ທ້ອງຖິ່ນ ຢ່າງແນ່ນອນ. ນາງວ່າ ຢ່າງໃດກໍຕາມ ຕໍ່ບັນຫານີ້ ຫາກ ຣັຖບານລາວ ບໍ່ສາມາດ ສືບສວນ ແລະ ຊ່ວຍໃຫ້ ທ່ານສົມບັດ ກັບມາ ສູ່ສັງຄົມໄດ້ ນາງຢ້ານວ່າ ໃນອະນາຄົດ ອາດຈະເກີດ ການລັກພາຕົວ ບຸກຄົນສໍາຄັນ ໃນລາວ ຂຶ້ນອີກ ເລື້ອຍໆ. ດັ່ງນັ້ນ ຣັຖບານລາວ ຈຶ່ງຄວນ ມີຄວາມໂປ່ງໃສ ແລະ ເລັ່ງຊອກຫາ ທ່ານສົມບັດ ໃຫ້ໄດ້ກັບຄືນມາ ດ້ວຍຄວາມປອດໄພ.
ນາງ ປຣະທັບຈິດ ນີລະໄພຈິດ ເປັນລູກສາວ ຂອງ ທ່ານ ສົມຊາຍ ນີລະໄພຈິດ ນັກເຄື່ອນໄຫວ ສິດທິມະນຸດ ໄທ ທີ່ຖືກລັກພາຕົວ ຢ່າງລຶກລັບ ໃນປີ 2004. ຈົນມາຮອດ ປັດຈຸບັນ ກໍຍັງ ຫາຍສາບສູນ ຢູ່.
