ທະຫານລາວຊັ້ນຜູ້ນ້ອຍ ຈໍານວນນຶ່ງ ລາອອກຈາກການເປັນທະຫານ ຍ້ອນບໍ່ພໍໃຈ ນໍາການໄດ້ເງິນເດືອນຕໍ່າ ຄືໄດ້ເດືອນນຶ່ງປະມານ 1,200,000 ກີບ, ເຊິ່ງບໍ່ພຽງພໍ ກັບການໃຊ້ຈ່າຍ ໃນການດໍາລົງຊີວິດ ປະຈໍາວັນ ຍ້ອນເງິນກີບເຟີ້ແຮງ ແລະເສຖກິຈລາວຕົກຕ່ຳຫຼາຍ ຊຶ່ງຫຼາຍຄົນ ໄດ້ປະກາດກ່ຽວກັບເຣື່ອງດັ່ງກ່າວ ທາງສື່ສັງຄົມອອນລາຍນ໌ ໃນເດືອນກຸມພານີ້.
ກ່ຽວກັບເຣື່ອງທີ່ວ່ານີ້ ທະຫານນາງນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ຢູ່ແຂວງພາກເໜືອ ຂອງລາວ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 14 ກຸມພານີ້ວ່າ ກໍເຫັນກະແສຢູ່.
“ກໍເຫັນກະແສຢູ່ ແຕ່ເຮົາກໍບໍ່ຮູ້ຫັ້ນ ກໍເຫັນກະແສເຂົາຫັ້ນ ດັງຢູ່ ອີກຄົນກໍອອກ ອີກຄົນກໍບໍ່ອອກຫັ້ນນ່າ ບາງຄົນກໍອອກ ແລ້ວກໍໄປຊອກອາຊີບອື່ນ ເຮັດຊີ້ນ່າ ບາງຄົນກໍເຮັດເປັນກະແສຊື່ໆ ບາງຄົນກໍອອກແທ້ ຢູ່ຫັ້ນແຫລະ.”
ສໍາລັບສາເຫດ ທີ່ເຮັດໃຫ້ທະຫານຈໍານວນນຶ່ງ ລາອອກນັ້ນ ທະຫານລາວທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງຄືກັນນັ້ນ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຍ້ອນໄດ້ເງິນເດືອນໜ້ອຍ, ບໍ່ກຸ້ມກິນ ເຖິງແມ່ນຈະມີສວັດດິການ ແລະໄດ້ເຂົ້າກິນເດືອນນຶ່ງ 24 ກິໂລ.
“ສວັດດິການບໍ່ ມັນກໍມີ ມັນກໍມີຄົບຫັ້ນນ່າ ຄົບຫັ້ນແຫລະ ການປິ່ນປົວການອີ່ສັງຫັ້ນ ເພິ່ນກໍຮັບຜິດຊອບເບິດ ເດືອນນຶ່ງ 24 ກິໂລກຣາມ ຄັນຄອບຄົວນ້ອຍ ກໍພຽງພໍ ແຕ່ຄອບຄົວໃຫຍ່ ກໍບໍ່ພຽງພໍ ຊັ້ນຜູ້ນ້ອຍໜ້ອຍສຸດກະຊິ ປະມານ 1,200,000 ກີບ ມັນກໍຂຶ້ນກັບສະຖານະການ ຂອງຄອບຄົວເຂົາ ທີ່ວ່າເຂົາລາອອກ ເພາະບາງເທື່ອເຂົາມີວຽກເຮັດບ່ອນໃໝ່ ເຂົາກໍລາອອກຈາກບ່ອນນຶ່ງ ໄປຫາບ່ອນໃໝ່.”
ເວົ້າເຖິງເຣື່ອງເຂົ້າກິນ ທີ່ວ່າທະຫານແຕ່ລະຄົນໄດ້ 24 ກິໂລຕໍ່ເດືອນນັ້ນ ມາເຖິງມື້ວັນທີ 8 ກຸມພານີ້ ກະຊວງປ້ອງກັນປະເທດ ກໍໄດ້ອອກຂໍ້ຕົກລົງ ວ່າດ້ວຍການກໍານົດເຂົ້າກິນ ໃນກອງທັບປະຊາຊົນລາວ ວ່າ ນັບຕັ້ງແຕ່ເດືອນມີນາ 2023 ນີ້ເປັນຕົ້ນໄປ ໃຫ້ທຸກພາກສ່ວນ ກໍາລັງຫຼວງ ແລະກໍາລັງທ້ອງຖິ່ນ ທົ່ວກອງທັບ ເບີກຈ່າຍເຂົ້າກິນ ປະຈໍາເດືອນຕາມກໍານົດ ອັດຕຣາໃໝ່ ຫລຸດຈາກທີ່ໃຫ້ 24 ກິໂລຕໍ່ເດືອນ ມາເປັນ 21 ກິໂລຕໍ່ເດືອນ.
ການຫລຸດຈໍານວນ ເຂົ້າກິນລົງທີ່ວ່ານີ້ ເຮັດໃຫ້ທະຫານຈໍານວນນຶ່ງ ວິພາກວິຈານ ທາງສື່ສັງຄົມອອນລາຍນ໌ ວ່າ ໃຫ້ເຂົ້າກິນໜ້ອຍລົງຫຼາຍ, ບໍ່ກຸ້ມກິນໃນຄອບຄົວ, ເງິນເດືອນກໍໄດ້ປະມານ 1 ລ້ານປາຍເທົ່ານັ້ນ.
ດັ່ງທະຫານຊັ້ນຜູ້ນ້ອຍ ທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 14 ກຸມພານີ້ວ່າ:
“ປະມານ 1 ລ້ານປາຍຫັ້ນແຫລະ ບໍ່ແນ່ໃຈ ແຕ່ວ່າກໍບໍ່ຫລາຍຫັ້ນນ່າ ເງິນເດືອນລ້ານປາຍທຽບໃສ່ເງິນໄທຍ, ເງິນອິສັງ 2 ໂລຕໍ່ຄົນ ເປັນມາດົນແລ້ວ ປົກຕິເປັນເຄື່ອງນຸ່ງ ຍັງບໍ່ທັນເປັນ 24 ຄືເກົ່າ ຍັງບໍ່ຮູ້ວ່າເຂົາຊິໃຫ້ 21 ມື້ໃດ໋ ຍັງບໍ່ຮູ້ ຖ້າເຮັດ 2 ຄົນ ກໍໄດ້ຄູ່ນຶ່ງກໍໄດ້ຄູນ 2 ຫັ້ນນ່າ ຄອບຄົວ ຖ້າມີຄອບຄົວ ກໍບໍ່ແລ້ວເນາະ ຫລາຍຄົນ ຖ້າຊິເປັນຜູ້ດຽວ ສະເພາະຜູ້ດຽວແມ່ນບໍ່ພໍ.”
ເວົ້າເຖິງການຂຶ້ນເງິນເດືອນ, ເມື່ອວັນທີ 22 ພຶສຈິກາ 2021 ຣັຖມົນຕຣີກະຊວງ ການເງິນໄດ້ອອກຄໍາແນະນໍາ ວ່າດ້ວຍການຈັດຕັ້ງ ປະຕິບັດແຜນງົບປະມານ ແຫ່ງຣັຖ ປະຈໍາປີ 2022 ວ່າ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການຄິດໄລ່ ເງິນເດືອນພື້ນຖານ ຂອງພະນັງງານ-ຣັຖກອນ, ທະຫານ, ຕໍາຣວດ ແລະພະນັກ ງານບໍານານ ໂດຍປັບຂຶ້ນ 150 ກີບຕໍ່ດັດຊະນີ ຫລືຈາກ 7,200 ກີບຕໍ່ດັດຊະນີ ເປັນ 7,350 ກີບຕໍ່ດັດຊະນີ ແລະໄດ້ເຣີ່ມປະຕິບັດ ມາແຕ່ເດືອນມົກກະຣາ 2022 ທີ່ຜ່ານມາ.
ສໍາລັບທະຫານຊັ້ນຜູ້ໃຫຍ່, ກົມໃຫຍ່ເສນາທິການ ກອງທັບ ໄດ້ປະກາດໃນມື້ວັນທີ 9 ກຸມພາ 2023 ນີ້ ໃຫ້ຍົກຂັ້ນເງິນເດືອນ ນາຍທະຫານ ຊຶ່ງ ພັນໂທ ສະໄຫວທອງ ບຸດດາວົງ ຮອງຫົວໜ້າຜແນກ ພະນັກງານ ຫ້ອງການເມືອງກົມໃຫຍ່ ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການ ກອງທັບ ຊຶ່ງໃນນັ້ນໄດ້ຍົກຂັ້ນເງິນເດືອນ ຈາກຊັ້ນພັນໂທ ຂຶ້ນຮັບເງິນເດືອນຊັ້ນພັນເອກ ຈໍານວນ 5 ທ່ານ.
