ພົບໂຄງການ ສັມປະທານດິນຣັຖ ແບບບໍ່ຖືກຕ້ອງ

ຈຳປາທອງ
2022.06.23
ພົບໂຄງການ ສັມປະທານດິນຣັຖ ແບບບໍ່ຖືກຕ້ອງ ກອງປະຊຸມ ສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9
ຮູບພາບ: ວີດີໂອ ທຊລ

ຣັຖບານລາວກວດພົບໂຄງການເຊົ່າ ແລະສໍາປະທານທີ່ດິນ 438 ໂຄງການ ທີ່ດໍາເນີນໄປແບບບໍ່ມີປະສິດທິພາບ ແລະການອະນຸມັດ ບໍ່ຖືກຕ້ອງຕາມກົດໝາຍ. ໃນຈໍານວນ 438 ໂຄງການນັ້ນ ໄດ້ຍົກເລີກໂຄງການ ທີ່ບໍ່ມີຕົວຕົນ 74 ໂຄງການ ທີ່ສ່ວນຫລາຍໄດ້ຮັບການອະນຸມັດ ຈາກອໍານາດການປົກຄອງແຂວງ ແລະເມືອງ ຊຶ່ງເປັນໂຄງການ ທີ່ເຂົ້າຂ່າຍມີການສໍ້ຣາສບັງຫລວງ. ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ອົງການຈັດຕັ້ງ ທາງສັງຄົມ ທີ່ບໍ່ຂຶ້ນກັບຣັຖບານ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 23 ​ມິຖຸນານີ້ແລ້ວແມ່ນວ່າ:

ອາຈແມ່ນເຈົ້າໜ້າທີ່ທ້ອງຖິ່ນ, ເຈົ້າເມືອງ, ເຈົ້າແຂວງ ເປັນຜູ້ອະນຸມັດ, ອີງຕາມລະບຽບກົດໝາຍ ສິທຂອງ. ເຈົ້າເມືອງອະນຸມັດສໍ່າໃດ ສິທຂອງເຈົ້າແຂວງອະນຸມັດ ສໍ່າໃດ. ສົມມຸດວ່າ ເຈົ້າແຂວງມີສິທອະນຸມັດ 10 ເຮັກຕ້າຣ໌ ແຕ່ວ່າໃນພາກປະຕິບັດແມ່ນ 100 ເຮັກຕ້າຣ໌, ສ່ວນຫລາຍມັນເປັນແບບນັ້ນ. ເວລາແກ້ໄຂຂະເຈົ້າກໍໃຊ້ກົດໝາຍສໍ້ຣາສບັງຫລວງ.

ທ່ານກ່າວຕື່ມວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງກວດກາຄືນວ່າ ໂຄງການທີ່ບໍ່ມີຕົວຕົນນັ້ນ ເປັນໂຄງການໃດແດ່, ແຕ່ກໍມີຣາຍງານໃນເບື້ອງຕົ້ນວ່າ ສ່ວນໃຫຍ່ເປັນໂຄງການເຊົ່າ, ໂຄງການສໍາປະທານທີ່ດິນເພື່ອການກະສິກັໃ, ອຸດສາຫະກັມ ແລະການກໍ່ສ້າງ ໂຄງຮ່າງພື້ນຖານ.

ໂຄງການທີ່ວ່ານີ້ ສ່ວນຫລາຍ ເປັນຂອງນັກທຸຣະກິຈ ພາຍໃນປະເທດ ທີ່ຮ່ວມມືກັບເຈົ້າໜ້າທີ່ ຂອງຣັຖ ທີ່ເຊົ່າ ຫລືສັມປະທານທີ່ດິນ ໄວ້ຂາຍຕໍ່ໃຫ້ນັກລົງທຶນອື່ນ ເພື່ອເອົາກໍາໄລ.

ດັ່ງເຈົ້າໜ້າທີ່ ທີ່ປະຕິບັດງານກ່ຽວກັບ ການໃຫ້ສັມປະທານທີ່ດິນ ຢູ່ແຂວງພາກເໜືອຂອງລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ບາງເທື່ອ ມັນເປັນໂຄງການນອກແຜນ ບາງເທື່ອກໍຈອງໄວ້ແລ້ວ ແລ້ວບໍ່ເຮັດ ບໍ່ເກີດປໂຢດຫຍັງ ເທື່ອຫັ້ນນ່າ ບໍ່ໄດ້ພັທນາວ່າຊັ້ນສາ ມັນກໍມີຕ່າງປະເທດ ມີພາຍໃນ. ແຕ່ສ່ວນຫລາຍ ກໍຈະເປັນພາຍໃນແດ່  ສັມປະທານ ແລ້ວກໍພາຍຫລັງ ສໍາຣວດແລ້ວໆ ຂະເຈົ້າບໍ່ທັນພັທນາຫັ້ນນ່າ ຈ່ອງດິນເອົາໄວ້ເພື່ອໄປຂາຍໂຄງການຫັ້ນຕໍ່ ໃຫ້ພາຍ... ສ່ວນຕ່າງປະເທດກໍດີ ລາວກໍດີ ບໍ່ເສັຽພັນທະໃຫ້ຣັຖຫັ້ນແຫລະ ຍັງວ່າບໍ່ມີຕົວຕົນ ບາງບ່ອນກໍພໍໄປບຸກເບີກ ພໍເປັນແລວໄວ້ໜ້ອຍນຶ່ງ.

ນອກຈາກນັ້ນ ທາງການລາວຍັງໄດ້ຍົກເລີກສັນຍາ ສັມປະທານທີ່ດິນ ກັບນັກທຸຣະກິດພາຍໃນ ແລະຕ່າງປະເທດ 170 ໂຄງການ ຍ້ອນພວກເຂົາເຈົ້າ ບໍ່ໄດ້ເຮັດກິຈການແນວໃດ ພາຍຫລັງທີ່ໄດ້ສັນຍາໄປດົນແລ້ວ ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ນາງນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ​ມິຖຸນານີ້.

ສໍາລັງໂຄງການນີ້ ຄັນຖ້າວ່າຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ຫລືວ່າຍັງບໍ່ທັນໄດ້ດໍາເນີນເທື່ອ ...ກໍຍັງມີພັນທະອີ່ຫຍັງເທື່ອ ຣັຖເຮົາກໍຍັງບໍ່ທັນໄດ້ເກັບເທື່ອ ອີ່ຫຍັງຫັ້ນນ່າ ເພາະວ່າຂະເຈົ້າຍັງບໍ່ທັນໄດ້ ດໍາເນີນໂຄງການ ຍັງບໍ່ທັນມີລາຍຮັບເດ໋ ມັນກໍຈະຍັງບໍ່ມີຜົລຫຍັງເທື່ອ.

ນາງກ່າວຕື່ມວ່າ ສາເຫດທີ່ເຮັດໃຫ້ພວກນັກລົງທຶນ ທີ່ໄດ້ເຊົ່າ ແລະສັມປະທານທີ່ດິນ ໄປດົນຈົນໝົດກໍານົດສັນຍາແລ້ວ ກໍຍັງບໍ່ໄດ້ເຮັດຫຍັງນັ້ນ ກໍຍ້ອນບໍ່ມີທຶນພຽງພໍ ທີ່ຈະດໍາເນີນກິຈການ ເຮັດໃຫ້ທາງການລາວຈໍາເປັນຕ້ອງໄດ້ພິຈາຣະນາວ່າ ຈະຂຍາຍອາຍຸສັນຍາໃຫ້ຕື່ມອີກ ຫລືບໍ່ ເພື່ອໃຫ້ໂອກາດພວກເຂົາເຈົ້າຊອກຫາແຫລ່ງທຶນຕື່ມ ຫລືຈະຍົກເລີກສັນຍານັ້ນ ເພື່ອໃຫ້ນັກທຸຣະກິຈອື່ນມາເຊົ່າ ຫລືສັມປະທານ ແລະເກັບພັນທະເຂົ້າຣັຖ.

ມາເຖິງປັດຈຸບັນ ທາງການລາວໄດ້ກວດພົບ 66 ໂຄງການ ທີ່ບໍ່ປະຕິບັດຕາມແຜນ ແລະລະເມີດສັນຍາ, ມີຜົລກະທົບຕໍ່ສິ່ງແວດລ້ອມ ແລະໄດ້ສັ່ງໃຫ້ໂຈະກິຈການຊົ່ວຄາວ ເພື່ອແກ້ໄຂເຣື່ອງຜົລກະທົບຕໍ່ສິ່ງແວດລ້ອມ ແລະຕໍ່ປະຊາຊົນ ດັ່ງເຈົ້າໜ້າທີ່ຜແນກ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງກ່າວ ໃນມື້ດຽວກັນນີ້ວ່າ:

ໂຄງການສັ່ງໂຈະຫັ້ນນ່າ ມັນຈະເປັນໂຄງການ ທີ່ແບບວ່າ ລະເມີດຕໍ່ສັນຍາເນາະ ທໍາລາຍສິ່ງແວດລ້ອມຫັ້ນ ຂຽນແຜນສິ່ງແວດລ້ອມມາແລ້ວ ແຕ່ວ່າບໍ່ປະຕິບັດຕາມແຜນ ຍົກໂຕຢ່າງຄື ປ່ອຍຂອງເສັຽບໍ່ ອີ່ຫຍັງບໍ່ເນາະ ກໍບໍ່ແມ່ນວ່າສັງໂຈະແບບຖາວອນດອກ ສັ່ງໂຈະແບບຊົ່ວຄາວ ກໍແບບວ່າໃຫ້ໂອກາດເຈົ້າ 3 ເດືອນບໍ່, 6 ເດືອນບໍ່. ໃຫ້ປັບປຸງເບື້ອງກິຈການກ່ອນ ແລ້ວຄ່ອຍດໍາເນີນການໂຈະເນາະ.

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ຈັນທະເນດ ບົວລະພາ ຮອງຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ກ່າວຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 16 ມິຖຸນານີ້ວ່າ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ໄດ້ສົມທົບກັບບັນດາ ຂແນງການຂັ້ນສູນກາງ ແລະທ້ອງຖິ່ນ ເກັບກໍາຂໍ້ມູນການເຊົ່າ ແລະສັມປະທານທີ່ດິນ ຂອງຣັຖໃນທົ່ວປະເທດ. ມາເຖິງປັດຈຸບັນ ສາມາດເກັບກໍາໄດ້ 2,045 ໂຄງການ ທີ່ມີເນື້ອ ທີ່ທັງໝົດ 927,457 ປາຍເຮັກຕ້າຣ໌. ໃນນັ້ນເນື້ອທີ່ ທີ່ໄດ້ນໍາໃຊ້ຕົວຈິງມີພຽງແຕ່ 582,320 ປາຍເຮັກຕ້າຣ໌; ໃນຈໍານວນໂຄງການດັ່ງກ່າວ ມີໂຄງການ ທີ່ດໍາເນີນໄປແບບບໍ່ມີປະສິທທິພາບ ແລະການອະນຸມັດບໍ່ຖືກຕ້ອງຕາມກົດໝາຍ 438 ໂຄງການ, ໃນຈໍານວນນັ້ນ ໄດ້ຍົກເລີກໂຄງການທີ່ບໍ່ມີຕົວຕົນ 74 ໂຄງການ, ໄດ້ຍົກເລີກໂຄງການທີ່ບໍ່ແມ່ນການເຊົ່າ ແລະສັມປະທານທີ່ດິນ ຂອງຣັຖຈໍານວນ 13 ໂຄງການ, ໂຄງການທີ່ມີຂໍ້ຂັດແຍ່ງ 3 ໂຄງການ, ໂຄງການທີ່ຢູ່ໃນລະ ຫວ່າງການກວດກາຄືນ ດ້ານນິຕິກັມ ແລະການປະຕິບັດ ພັນທະດ້ານສິ່ງແວດ ລ້ອມ 66 ໂຄງການ ແລະໂຄງການທີ່ກໍາລັງຄົ້ນຄວ້າ ສເນີຍົກເລີກການໂອນທີ່ດິນ ຂອງຣັຖ ເປັນທີ່ດິນຂອງບຸກຄົນ 2 ໂຄງການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.