ຜູ້ນຳລາວ ຮຽກຮ້ອງ ຜູ້ບໍຣິຫານ ເຂດ 3 ຫຼ່ຽມຄໍາ ແກ້ແນວບໍ່ດີ

ຈຳປາທອງ
2023.12.27
ຜູ້ນຳລາວ ຮຽກຮ້ອງ ຜູ້ບໍຣິຫານ ເຂດ 3 ຫຼ່ຽມຄໍາ ແກ້ແນວບໍ່ດີ ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈ ພິເສດ 3 ຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ວັນທີ 4 ຕຸລາ ປີ 2022
RFA

ທ່ານ ດຣ. ຄໍາພັນ ພົມມະທັດ, ກັມມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ, ປະທານອົງການກວດກາ ແຫ່ງຣັຖ, ຫົວໜ້າອົງການ ຕ້ານການສໍ້ຣາດບັງຫຼວງ ຮຽກຮ້ອງໃຫ້ ເຂດເຖກິຈພິເສດ 3 ຫຼ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເລັ່ງແກ້ໄຂ ບັນຫາອັນບໍ່ດີຕ່າງໆ ເພື່ອຫຼີກເວັ້ນ ຂໍ້ຖົກຖຽງ ແລະ ຫາງສຽງ ຈາກສັງຄົມ, ຄຸ້ມຄອງໃຫ້ຖືກຕ້ອງ ຕາມກົດໝາຍ, ຕ້ອງມີການປະສານງານກັນ ລະຫວ່າງການຈັດຕັ້ງ ຂອງຣັຖ ແລະ ຜູ້ລົງທຶນ ໃນການຫາທາງອອກ ທີ່ຖືກຕ້ອງ ຕາມລະບຽບກົດໝາຍ ໃນໂອກາດ ທີ່ທ່ານໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ໃນມື້ວັນທີ 21 ແລະ 22 ທັນວາ ນີ້.

ເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ທີ່ທ່ານ ຈ້າວເຫວີຍ ເປັນປະທານ ສະພາບໍຣິຫານເຂດ, ຊຶ່ງຣັຖບານຫຼາຍປະເທດ ໄດ້ຂຶ້ນບັນຊີດໍາ ໃນຖານະ ເປັນອົງການອາຊຍາກັມ ຂ້າມຊາຕ ທີ່ມີທັງການຄ້າຢາເສບຕິດ, ການຄ້າມະນຸສ, ຄ້າສັດປ່າ ແລະ ອະວັຍວະ ສັດປ່າສງວນ.

ແລະ ປັດຈຸບັນ ມີຄົນລາວ ຈໍານວນຫຼາຍ ໂດຍສະເພາະແມ່ຍິງ ທີ່ມີອາຍຸ ບໍ່ຮອດ 18 ປີ ສມັກເຂົ້າເຮັດວຽກ ຕອບແຊັດ ຢູ່ໃນເຂດເສຖກິຈພິເສດ 3 ຫຼ່ຽມຄໍານີ້, ແຕ່ເມື່ອສມັກໄດ້ ເຂົ້າໄປແລ້ວ ກໍຖືກຕົວະ ໃຫ້ໄປຂາຍ ບໍຣິການທາງເພດ ຫຼືບັງຄັບໃຊ້ແຮງງານ ຕ່າງໆນາໆ ທີ່ບໍ່ສອດຄ່ອງ ກັບສັນຍາ ທີ່ຂຽນໄວ້ ໃນໃບສມັກ ເຂົ້າເຮັດວຽກ, ຊຶ່ງທີ່ຜ່ານມາ ທາງການລາວ ກໍຊ່ອຍເຫຼືອພວກເຂົາເຈົ້າ ອອກມາໄດ້ຫຼາຍຄົນແລ້ວ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງລາວ ແຂວງບໍ່ແກ້ວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ທັນວາ ນີ້.

ບໍ່ໄດ້ເຂົ້າໄປກວດ ມີແຕ່ຮັບຜູ້ຖືກເຄາະຮ້າຍ ຈາກເຂດເສຖກິຈມາ ອອກມາ ເຈົ້າ. ສ່ວນຫຼາຍ ກະຈາກເຈົ້າໜ້າທີ່ຕໍາຣວດ ຂະເຈົ້າຫັ້ນເດ້, ເອົາມາພັກຢູ່ສູນ ສະຫະພັນແມ່ຍິງເຮົານ່າ, ສ່ວນຫຼາຍ ເປັນແນວນັ້ນ. ຊ່ວງນີ້, ຫຼາຍລະວ່າ. ສ່ວນຫຼາຍ ກະເປັນເດັກນ້ອຍ ອາຍຸບໍ່ຮອດ 18 ປີ.

ນາງກ່າວຕື່ມອີກວ່າ ໃນເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ມີຫົວໜ່ວຍ ວິສາຫະກິຈ ຂນາດນ້ອຍ 1,846 ຫົວໜ່ວຍ, ມີຜູ້ປະກອບການ ແລະ ຄົນງານ ອາສັຍຢູ່ທັງໝົດ 60,359 ຄົນ. ໃນນັ້ນ, ເປັນພົລເມືອງລາວ 18,514 ຄົນ ແລະ ຄົນຕ່າງປະເທດ 41,845 ຄົນ. ແຕ່ເຣື່ອງທາງການ ທີ່ກ່ຽວຂ້ອງ ຂອງລາວ ຈະເຂົ້າໄປກວດກາສຸຂພາບ ແລະ ສວັດດີການ ຂອງແມ່ຍິງ ແລະ ການເບິ່ງແຍງ ພວກເຂົາເຈົ້າ ຈາກນາຍຈ້າງ ຢູ່ໃນເຂດດັ່ງກ່າວວ່າ ດີ ຫຼືບໍ່ນັ້ນ ແມ່ນບໍ່ເຄີຍມີຈັກເທື່ອ ເພາະບໍ່ມີສິດ ທີ່ຈະເຂົ້າໄປ ກວດກາໄດ້.

ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງບໍ່ແກ້ວ ກໍກ່າວເຖິງ ຄົນລາວ ແລະ ຄົນຕ່າງປະເທດ ທີ່ເຂົ້າໄປເຮັດວຽກ ໃນເຂດດັ່ງກ່າວວ່າ ມີຈໍານວນຫລາຍ, ແຕ່ຄົນເຫຼົ່ານັ້ນ ບໍ່ໄດ້ຢູ່ໃນການຄຸ້ມຄອງ ຂອງທາງການລາວ. ເຖິງແມ່ນວ່າ ກົດໝາຍ ຂອງລາວ ຈະກໍານົດໃຫ້ ຄົນງານທຸກຄົນ ທີ່ເຮັດວຽກ ຢູ່ປະເທດລາວ ຕ້ອງຢູ່ພາຍໃຕ້ກົດໝາຍ ຂອງລາວກໍຕາມ, ແຕ່ໃນຄວາມເປັນຈິງ ການຈັດຕັ້ງປະຕິບັດ ວຽກງານຕ່າງໆ ຢູ່ໃນເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ນັ້ນ, ແມ່ນຢູ່ພາຍໃຕ້ອໍານາດ ຂອງສະພາບໍຣິຫານ ຂອງຄົນຈີນທັງໝົດ. ເພາະສະນັ້ນແລ້ວ, ການເຂົ້າໄປກວດກາ ຂອງທາງການລາວ  ຈຶ່ງເປັນພຽງແຕ່ຮູບການ. ເຣື່ອງການຕັດສິນບັນຫາ, ການຄຸ້ມຄອງຄົນງານ ຢູ່ພາຍໃນເຂດດັ່ງກ່າວ ທາງການລາວ ແທບຈະບໍ່ມີ ສ່ວນກ່ຽວຂ້ອງນໍາ. ຈີນ ເປັນຄົນຄຸ້ມຄອງເລີຍ ດັ່ງທີ່ທ່ານກ່າວວ່າ:

ເຂດຂະເຈົ້າ ເປັນຄົນຮັບ ເປັນຄົນຄຸ້ມຄອງເລີຍ. ການຈັດຕັ້ງປະຕິບັດ ໂຕຈິງຫັ້ນ ແຮງງານນີ້ ໄດ້ປະສານ ກັບບໍຣິສັດເອງ ແລ້ວກະພົວພັນໂຕເອງ, ຫັ້ນນ່າເນາະ. ເຮັດໃຫ້ການຄຸ້ມຄອງນີ້ ບໍ່ໄດ້ຢູ່ໃນບັນຊີໃຫ້ເຮົາ ຫັ້ນແຫຼະ.

ແລະ ອີງຕາມຄໍາເວົ້າ ຂອງປະຊາຊົນລາວ ຢູ່ເມືອງຕົ້ນເຜິ້ງ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ທັນວາ ນີ້ ແລ້ວແມ່ນວ່າ ການເຂົ້າໄປກວດກາ ຂອງທາງການລາວ ແມ່ນເປັນພຽງ ພິທີການເທົ່ານັ້ນ ຍ້ອນການເຄື່ອນໄຫວ ວຽກງານຕ່າງໆ ຢູ່ໃນເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ນີ້, ແມ່ນເປັນຄົນຈີນ ທັງໝົດ ແລະ ການ ດໍາເນີນທຸຣະກິຈຕ່າງໆ ຢູ່ໃນເຂດດັ່ງກ່າວ ສ່ວນນຶ່ງ ກໍເປັນທຸຣະກິຈ ຜິດກົດໝາຍ ທີ່ປະຊາຊົນລາວ ໃນພື້ນທີ່ ຮູ້ຈັກດີ, ແຕ່ທາງການລາວ ກໍເມີນເສີຍ, ບໍ່ເຂົ້າໄປກວດກາ ຢ່າງເຂັ້ມງວດຈັກເທື່ຶອ.

ທາງການມາກວດ ກະແບບຊີ້ນໍາ. ດຽວນີ້, ມັນມາເຮັດວຽກ ຢູ່ໃນກາສິໂນ ພວກຕອບແຊັດ ຕອບຫຍັງນີ້ແຫຼະ ແບບຟອກເງິນນ່າ. ເງິນເຂົາໃຊ້ ແນວຜິດກົດໝາຍເນາະ, ມາຟອກ ໃຫ້ເປັນເງິນສີຂາວ ການພະນັນ, ການຄ້າຢາເສບຕິດ.

ແລະ ຊາວລາວຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າໃນມື້ດຽວກັນນີ້ວ່າ ຣັຖບານລາວ ຕ້ອງເອົາໃຈໃສ່ ບັນຫາຕ່າງໆ ທີ່ເກີດຂຶ້ນ ຢູ່ໃນເຂດເສຖກິຈພິເສດ 3 ຫຼ່ຽມຄໍານີ້. ຫາກບຸກຄົນໃດ ກະທໍາຄວາມຜິດ ກໍຕ້ອງບັງຄັບໃຊ້ ກົດໝາຍລາວ ຢ່າງຈິງຈັງ ແລະ ກໍບໍ່ຄວນໃຫ້ ສິດອໍານາດ ແກ່ນັກລົງທຶນຈີນ ຫຼາຍຈົນເກີນໄປ ຈົນວ່າ ຢາກເຮັດຫຍັງ ກໍເຮັດໄດ້.

ຕ່າງປະເທດນີ້ ມັນມາລົງທຶນ ຢູ່ບ້ານເຮົາ ມັນຕ້ອງຢູ່ພາຍໃຕ້ກົດໝາຍ ຂອງລາວເຮົາ ທຸກສິ່ງທຸກຢ່າງ.  ອັນນີ້ລະ ເຂົາລະມີສິດກວ່າເຮົາ ເຮົາລະບໍ່ມີສິດ ໄປກວດໄປກາອີ່ຫຍັງ. ບ້ານເຮົາ ມັນກະບໍ່ມີຄວາມສງົບ ປອດພັຍແລ້ວ ຄັນເປັນແບບນີ້. ຢາກເຮັດຫຍັງ ກະເຮັດນີ້ ມັນຜິດໄດ໋.

ເມື່ອບໍ່ດົນມານີ້ ຕໍາຣວດໄທຍ ກໍໄດ້ຈັບ ກຸ່ມຄອລເຊັນເຕີຈີນ ພ້ອມເຄືອຂ່າຍ ຄົນໄທຍ ລວມກັນ 11 ຄົນ ຫຼັງຈາກພວກເຂົາ ຫຼອກເອົາເງິນ ຄົນໄທຍ ໄປໄດ້ຫຼາຍກວ່າ 2,000 ຄົນ ມູລຄ່າ 3 ຕື້ບາທ. ຜູ້ຕ້ອງຫາ ກຸ່ມນີ້ ຍອມຮັບສາຣະພາບວ່າ ມີຫ້ອງການເຮັດວຽກ ຢູ່ໃນເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປລາວ.

ແລະ ເມື່ອວັນທີ 28 ພຶສຈິກາ ທີ່ຜ່ານມານີ້ ເຈົ້າໜ້າທີ່ຕໍາຣວດລາວ ໄດ້ສົມທົບກັບ ເຈົ້າໜ້າທີ່ຕໍາຣວດຈີນ  ຈັບພວກຄົນຈີນ ທີ່ເປັນກຸ່ມສໍ້ໂກງຊັບ ທາງອອນລາຍນ໌ ຫຼືແກ້ງ ຄອລເຊັນເຕີ ຈໍານວນ 462 ຄົນ ຢູ່ໃນເຂດເສຖກິຈພິເສດ 3 ຫຼ່ຽມຄໍາ ທີ່ແມ່ນທ່ານ ຈ້າວ ເຫວີຍ ເປັນປະທານ ສະພາບໍຣິຫານ ເຂດນັ້ນ ແລະ ມື້ຕໍ່ມາ ທາງການລາວ ກໍໄດ້ຈັດສົ່ງ ມອບຕົວຜູ້ຕ້ອງຫາ ຊາວຈີນທັງໝົດ 462 ຄົນນັ້ນ ໃຫ້ທາງການຈີນ  ຜ່ານດ່ານສາກົລ ບໍ່ເຕັນ-ບໍ່ຫານ ເພື່ອນໍາໄປດໍາເນີນຄະດີ ຢູ່ປະເທດຈີນ, ອີງຕາມຣາຍງານ ຂອງໜັງສືພິມຄວາມສງົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.