ອຸປສັກຂອງການຮຽນ ຕໍ່ມັທຍົມ

0:00 / 0:00

ໂຮງຮຽນ ມັທຍົມ ຢູ່ໄກບ້ານ ເປັນອຸປສັກ ແກ່ນັກຮຽນ ໃນເຂຕ ຊົນນະບົທ ໃນການ ທີ່ ຈະໄປຮຽນຕໍ່.

ທຸກມື້ນີ້ ນັກຮຽນ ທີ່ຮຽນຈົບ ຊັ້ນປະຖົມ ຢູ່ເຂຕ ຊົນນະບົດ ຫລາຍໆແຫ່ງ ໃນທົ່ວ ປະເທດລາວ ປະສົບກັບ ຄວາມຫຍຸ້ງຍາກ ໃນການ ໄປຮຽນຕໍ່ ຊັ້ນມັທຍົມ, ເນື່ອງຈາກວ່າ ໂຮງຮຽນ ຢູ່ໄກບ້ານ ພໍ່ແມ່ ກໍບໍ່ສາມາດ ທີ່ຈະສົ່ງເສັຽ ໃຫ້ລູກໄປຮຽນ ຍ້ອນ ຄວາມທຸກຍາກ. ເຈົ້າໜ້າທີ່ ກອງທຶນ ການສຶກສາ ເພື່ອ ການພັທນາ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ບັນຫາ ກໍຄືວ່າ ຕົນເອງ ທຸກຍາກ ແລະ ກໍບໍ່ຈະ ສາມາດ ສົ່ງລູກຫລານ ຕົວເອງໄປຮຽນ ຕໍ່ ມັທຍົມໄດ້ ແລະ ອີກຢ່າງໜຶ່ງ ໂອກາດ ທີ່ວ່າເດັກນ້ອຍ ຈົບປະຖົມ ຈະໄປຮຽນຕໍ່ ມັທຍົມນີ້ ມັນກໍາລັງ ຈະເປັນບັນຫາ ເນື່ອງຈາກວ່າ ບ້ານໂຮງຮຽນ ບໍ່ໄດ້ ຢູ່ໃກ້ບ້ານ ທີ່ເຂົາຢູ່".

ທ່ານເວົ້າ ຕໍ່ໄປວ່າ ທາງໜ່ວຍງານ ຂອງທ່ານ ໄດ້ພົບປະ ໂອ້ລົມ ກັບພໍ່ແມ່ ນັກຮຽນ ຢູ່ຫລາຍແຫ່ງ ຈຶ່ງຮູ້ວ່າ ສາເຫດ ສໍາຄັນ ທີ່ພໍ່ແມ່ ບໍ່ຢາກໃຫ້ລູກ ໄປຮຽນຕໍ່ ນັ້ນ ສ່ວນໃຫຍ່ ແມ່ນຍ້ອນ ຄວາມທຸກຍາກ ຂອງ ພວກເຂົາເຈົ້າ ແລະ ບາງຄອບຄົວ ກໍຄິດວ່າ ການສຶກສາ ຂອງລູກ ທີ່ໃຊ້ ເວລາຮຽນ ຍາວນານ ເປັນການ ເສັຍເວລາ ໃນການ ຊ່ວຍເຫລືອ ພໍ່ແມ່ ທໍາມາຫາກິນ. ທ່ານວ່າ ສ່ວນຫລາຍແລ້ວ ເດັກນ້ອຍ ຢາກຮຽນໜັງສື ເພື່ອໃຫ້ມີ ຄວາມຮູ້ ແຕ່ກໍຄິດ ເຫັນໃຈພໍ່ແມ່ ໃນເຣື່ອງ ຄ່າໃຊ້ຈ່າຍ ໃນການຮຽນ:

"ດ້ວຍໃຈແລ້ວ ເຂົາຢາກຮຽນ ແຕ່ວ່າ ພໍໄປ ເຈີບັນຫາ ທີ່ວ່າ ຍັງຕ້ອງໄດ້ ມີຄ່າໃຊ້ຈ່າຍ ຕ້ອງຊື້ເສື້ອຜ້າ ເຈັ້ຽສໍ ອັນນີ້ ກໍເລີຍເຮັດໃຫ້ ເຂົາໝົດ ກໍາລັງໃຈ ມາຫາເງິນ ດີກວ່າ ຈັ່ງຊີ້".

ທ່ານວ່າ ເຖິງຈະມີການ ສນັບສນູນ ການສຶກສາ ຕໍ່ ຂອງເດັກນ້ອຍ ນັກຮຽນ ໃນເຂຕ ຊົນນະບົດ ກໍດີ ແຕ່ກໍຍັງຄາ ບັນຫາ ບໍ່ມີ ໂຮງຮຽນ ມັທຍົມ ຢູ່ໃກ້ບ້ານ ຂອງ ພວກເຂົາເຈົ້າ ເຮັດໃຫ້ ແຜນພັທນາ ການສຶກສາ ໃນເຂຕ ຊົນນະບົດ ຂອງ ຣັຖບາລ ແລະ ວຽກງານ ຂອງ ອົງກາຣ ຊ່ວຍເຫລືອ ນັ້ນ ບໍ່ໄດ້ຮັບຜົລ ເທົ່າທີ່ຄວນ.