ມາຟັງນໍາກັນ 06/23/19

ໄຊຍາ ແລະ ພູວົງສ໌
2019.06.23
"ມາ​ຟັງ​ນຳ​ກັນ" ແມ່ນ​ຣາຍ​ການສົນ​ທະ​ນາ ບັນ​ຫາສັງ​ຄົມ ທີ່​ຕ້ອງ​ການ ພາກ​ສ່ວນ​ກ່ຽວ​ຂ້ອງ ເອົາ​ໃຈ​ໃສ່​ແກ້​ໄຂ, ອອກ​ອາ​ກາດ ທຸກໆວັນອາທິດ ເວ​ລາ 6:00 ແລງ ແລະ ເຊົ້າ​ວັນ​ຈັນ ເວ​ລາ 7:00 (ພູວົງສ໌ (ຊ້າຍ) ແລະ ໄຊຍາ).
RFA

ປັດຈຸບັນ ການລົງທຶນໃນລາວຈີນ ຄອງເປັນອັນດັບນຶ່ງ ແລະ ມີໂຄງການໃຫຍ່ ທີ່ຕອບສນອງ ໃຫ້ໂຄງການ ນຶ່ງແລວທາງນຶ່ງເສັ້ນທາງ ທີ່ມີປະເທສລາວ ເປັນທາງຜ່ານ ແລະ ເປັນຈຸດເຣີ່ມຕົ້ນ ຂອງໂຄງການ.

ເຖິງແມ່ນວ່າ ຈີນ ຈະລົງທຶນ ເປັນອັນດັບ 1 ຫຼາຍຕື້ ໂດລາຣ໌ສະຫະຣັຖ ໃນລາວ ກໍຕາມ  ແຕ່ຫຼາຍໂຄງການ ແຮງງານກັມ​ມະກອນລາວ ຍັງຖືກເອົາລັດເອົາປຽບ ໄດ້ເງິນ ຄ່າແຮງງານໜ້ອຍ ຊໍ້າບໍ່ໜໍາ ໂຄງການຕ່າງໆ ຍັງເອົາແຮງງານຈີນ ເຂົ້າມາ ເຊັ່ນ, ໂຄງການກໍ່ສ້າງເຂື່ອນ, ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ, ໂຮງງານຊິມັງ, ໂຮງຜລິດເຫຼັກເສັ້ນ, ໂຮງແຮມ, ຮ້ານອາຫານຕ່າງໆ ແມ່ນແຕ່ ຜູ້ນຳທ່ຽວ ໃນໂອກາດ ປີທ່ອງທ່ຽວລາວຈີນ ກໍຍັງບໍ່ໄດ້ປໂຍດ ຈາກການລົງທຶນເຫຼົ່ານີ້.

ຕໍ່ບັນຫາດັ່ງກ່າວ, ມັນໄດ້ສ້າງ ຜົລກະທົບ ໃຫ້ກັບປະຊາຊົນລາວ ທົ່ວໄປ ເຖິງແມ່ນວ່າ ໃນບົດວິພາກເສຖກິຈ ຂອງການລົງທຶນນັ້ນ ອ້າງວ່າ ຈະສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນລາວ ແຕ່ໄລຍະຜ່ານມາ ກໍຍັງບໍ່ມີຣາຍງານ ອອກຈາກຣັຖບານລາວ ວ່າ ໃນໂຄງການລົງທຶນຂອງຈີນ ສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນ ໄດ້ຫຼາຍຊໍ່າໃດ ໄດ້ຍົກຣາຍໄດ້ ຂອງປະຊາຊົນລາວ ໃຫ້ສູງບໍ່ມີແຕ່ ປະຊາຊົນຈົ່ມວ່າ ເມື່ອເຂົ້າໄປເຮັດວຽກ ໃນໂຄງການກໍ່ສ້າງ ຂອງຈີນ ໄດ້ເງິນ ຄ່າແຮງງານໜ້ອຍ, ຖືກບັງຄັບ ໃຫ້ເຮັດວຽກ, ບາງບ່ອນ ຮອດບໍ່ມີມື້ພັກ, ບໍ່ມີສວັດດີການໃຫ້, ບໍ່ພໍໃຈ ກໍໄລ່ອອກ ເປັນຕົ້ນ.

ເຊິ່ງໃນມື້ນີ້ ຣາຍການ ມາຟັງນຳກັນ ຈະສະທ້ອນສຽງ ຂອງປະຊາຊົນເຫຼົ່ານັ້ນ ອອກມາ ເພື່ອໃຫ້ປະຊາຊົນລາວ ໄດ້ເຫັນບາງບັນຫາ ທີ່ມັນເກີດຂຶ້ນ ກັບກັມມະກອນລາວວ່າ ມັນມີຄວາມຈິງ ເຊິ່ງທິມງານພວກເຮົາ ກໍໄດ້ສອບຖາມ ເພື່ອຊອກຫາທາງສະທ້ອນ ໃຫ້ບັນຫາດັ່ງກ່າວ ຖືກແກ້ໄຂ.

ດັ່ງຄົນຂັບຣົດ ຢູ່ໂຄງການກໍ່ສ້າງເຂື່ອນໄຟຟ້າແຫ່ງນຶ່ງ ທີ່ບໍຣິສັດຈີນ ເປັນຜູ້ຮັບເໝົາກໍ່ສ້າງ ກ່າວຕໍ່ ຜູ້ສື່ຂ່າວ RFA ເມື່ອເດືອນພຶສພາ ຜ່ານມາວ່າ:  ໂຄງການດັ່ງກ່າວ ຈ້າງຄົນລາວ ກໍປະມານ 2 ລ້ານ ຫາ 3 ລ້ານກີບ, ແຕ່ ຈ້າງຄົນຈີນເຖິງ 16 ລ້ານກີບ ຕໍ່ເດືອນ, ນີ້ແມ່ນໂຕຢ່າງ ຂອງຕຳແໜ່ງຂັບຣົດ ກັບກັມມະກອນທົ່ວໄປ ກໍຍັງມີຄວາມແຕກຕ່າງ ເຣື່ອງອັດຕຣາການຈ້າງ ແຕ່ຜູ້ກ່ຽວ ກໍຂໍຮຽກຮ້ອງ ໃຫ້ໜ່ວຍງານ ລົງມາກວດຊ່ອຍແດ່ ເພື່ອບໍ່ໃຫ້ຄົນລາວ ຖືກເອົາປຽບ ແລະ ໄດ້ຄ່າແຮງງານ ທີ່ເໝາະສົມ ພ້ອມກັບບາງວຽກ ກໍຕ້ອງໃຫ້ຄົນລາວ ເຮັດບໍ່ແມ່ນນຳແຮງງານເຂົ້າມາ.

“ດຽວນີ້ ໂຕຢູ່ເຂື່ອນນີ້ ທີ່ນ້ອງຮູ້ມານີ້ເນາະ ຄົນລາວ ມີຢູ່ປະມານ 500 ນີ້ນ່າ 500 ຮວມທັງ ກັມມະກອນ ທັງໂຊເຟີ້ເນາະ, ບັດນີ້ ຄືວ່າລະ ນ້ອງຊິເວົ້າຄືນ ເດີ້ອ້າຍເດີ້ ເຣື້ອງຄົນຈີນ ມາຂັບຣົດຢູ່ລາວ ເງິນເດືອນກໍສູງ 15 ລ້ານ ຕໍ່ຄົນເນາະ ຈ້າງຄົນລາວ ກາໄດ້ປະມານ 4 ຄົນ ພຸ້ນລະເນາະ ຄົນລາວກາ 2 ລ້ານປາຍ 2 ລ້ານເອັດເນາະ,  2 ລ້ານເອັດ ຫາ 3 ລ້ານ ຄົນລາວຫັ້ນນ່າ ເພາະວ່າ ມັນຈ້າງຖືກ ອັນທີນຶ່ງຫັ້ນນ່າ, ຄົນຈີນຄົນວຽດນາມ ເອົາເຂົ້າມາ 800 ຄົນ ເຮົາກາວ່າງງານຢູ່ 800 ເນາະ ເພາະວ່າ ປະເພດ ຂັບຣົດ ຄົນລາວ ກາຂັບໄດ້ໝົດ ກາມີສີມືຢູ່ ນອກຈາກວິຊາກການເນາະ.”

ນັ້ນແມ່ນ ໃນສ່ວນຂອງການກໍ່ສ້າງເຂື່ອນ ສ່ວນການລົງທຶນ ໂຮງງານຜລິດເຫຼັກ ກໍແມ່ນນຶ່ງ ໃນການສນອງໃຫ້ ໂຄງການກໍ່ສ້າງພື້ນຖານໂຄງຮ່າງ ຂອງບໍຣິສັດຈີນ ໃນລາວ ນອກຈາກ ໂຮງງານຊີມັງ ກໍຍັງມີ ໂຮງງານຜລິດເຫຼັກເສັ້ນ ເຊິ່ງກໍເປັນ ໂຮງງານທີ່ຂຍາຍໄວ ແຕ່ໃນຂະນະດຽວກັນ ກັມມະກອນ ທີ່ເຮັດວຽກ ຢູ່ໃນໂຮງງານດັ່ງກ່າວ ທີ່ຕັ້ງຢູ່ ແຂວງສວັນນະເຂດ ນະຄອນໄກສອນພົມວິຫານ ກໍຮຽກຮ້ອງ ໃຫ້ທາງການລົງມາກວດກາ. ເຖິງການເອົາລັດເອົາປຽບ ກັມມະກອນລາວ ໂຮງງານດັ່ງກ່າວ ບໍ່ມີ ສວັດດີການ ບໍ່ມີຣະບົບ ຄວາມປອດພັຍ ເງິນແຮງງານນ້ອຍ ແລະ ບາງເທື່ອ ຍັງອອກຊັກຊ້າ . ດັ່ງກັມມະກອນ ໂຮງງານດັ່ງກ່າວ ໄດ້ກ່າວຕໍ່ ຜູ້ສື່ຂ່າວ RFA ເມື່ອຕົ້ນເດືອນມິຖຸນາ ວ່າ:

“ໜ້າທີ່ ຂອງນ້ອງເຮັດວຽກ ຕຳໝໍ້ຕົ້ມເຫຼັກເນາະ ເຂົາໃຫ້ ຄ່າແຮງງານຊ່ວງເຂົ້າມາ ທຳອິດ ເຂົາຈະໄລ່ມື້ລະ 70 ພັນກີບ ເຂົາບອກວ່າ ເຂົາຈະໄລ່ ເປັນເດືອນ ພ້ອມເງິນຂຍັນ 250,000 ຖ້າວ່າ ບໍ່ຂາດວຽກ ບາດເວລາຕົ້ມ ເຂົາປ່ຽນມາກິນ ເປັນເປີເຊັນ ຕົ້ມເຫຼັກຢ່າງດຽວເນາະ ຢາກຮຽກຮ້ອງຢູ່ ອ້າຍ ບ້ານເມືອງເຮົາ ກະຄັນເຂົ້າໄປ ກາມີຜົລກະທົບ ຕໍ່ໜ້າວຽກ ກາເລີຍວ່າ ບໍ່ມີໃຜກ້າອອກໄປ ສເລັ່ຽແລ້ວ ເດືອນນຶ່ງລາຍຮັບ ມັນກາບໍ່ປົກກະຕິ ຖ້າວ່າໂຮງລີດ ເຂົາລີດບໍ່ທັນ ເຮົາກາໄດ້ຢຸດວຽກອ້າຍ ຕັ້ງແຕ່ ມາເຮັດວຽກກາວ່າ ພໍກິນກາບໍ່ປານໃດເນາະ ບາງເທື່ອ ກາຢຸດວຽກດົນ ບາງເທື່ອ ໄດ້ເຮັດວຽກ ກາຢຸດ 2-3 ມື້ ຣະບົບເຊັບຕິ້ (ຄວາມປອດພັຍ) ກາບໍ່ມີ ເວລາຂຶ້ນໄປມ້າງເຕົາ ໄດ້ເອົາເຄັນ ແຕ່ກາບໍ່ມີ ເຊືອກເກາະ ໂອຕົນກັນຫຼາຍ ຄືຫົວໜ້າທິມ ຂອງພວກນ້ອງ ຄືເງິນກິນຕົກ 3 ລ້ານ ເງິນເດືອນລາວ ແສນກ່ວາບາດ.”

ອີກນຶ່ງ ສຽງສະທ້ອນ ຂອງກັມມະກອນລາວ ທີ່ເຮັດວຽກກັບໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ກ່າວຕໍ່ ຜູ້ສື່ຂ່າວ RFA ເມື່ອກາງເດືອນ 14 ມິຖຸນາ ຜ່ານມາວ່າ:  ຣະບົບ ການເຮັດວຽກ ບໍ່ມີມື້ພັກ, ບໍ່ມີສວັດດີການ, ບໍ່ມີຄວາມປອດພັຍ ພ້ອມທັງ ຄ່າແຮງງານ ທີ່ໃຫ້ ຖ້າປຽບທຽບໃສ່ແຮງງານຈີນແລ້ວ ແມ່ນໜ້ອຍຫຼາຍ ສ່ວນວຽກນັ້ນ ກໍໜັກ ຈົນຫຼາຍຄົນ ທົນບໍ່ໄຫວ ລາອອກໄປ.

“ຢູ່ທາງຣົດໄຟເລກ 2 ເຂດແຂວງວຽງຈັນ ຕໍ່ໃສ່ນະຄອນຫຼວງວຽງຈັນ ນີນ່າ ສະພາບການ ເຮັດວຽກ ກາປົກະຕິດີ ຢູ່ແຕ່ ເຣື່ອງເຊັບຕີ້ (ປອດພົຍ) ນີ້ນ່າ ບໍ່ປານໃດ ເຣື່ອງຣົດໜັກ ແລ່ນນໍາ ຖນົນຫົນທາງນີ້ ຄັນກວດກາເຕັກນິກ ຂ້າພະເຈົ້າ ເບິ່ງວ່າ ຄືຊິບໍ່ຜ່ານ ສົມທຽບ ໃນສນາມກໍ່ສ້າງ ຄົນຈີນ ຫຼາຍກ່ວາ ຄົນລາວ. ຄົນລາວ ກາມີຫຼາຍຢູ່ ເດືອນນຶ່ງສອງເດືອນ ເຂົາຈະອອກ ເຂົາຢູ່ບໍ່ໄດ້ ຍ້ອນວ່າ ວັນພັກວັນຫຍັງ ມັນບໍ່ໄດ້ມີເດ ວັນເສົາວັນທິດ ກາໄດ້ເຮັດ ວັນປີໃໝ່ສາກົລ ກາໄດ້ເຮັດ ວັນປີໃໝ່ລາວ ກາໄດ້ເຮັດ ວັນຊາດທີ 2 ທັນວາ ກາໄດ້ເຮັດ ບໍ່ໄດ້ພັກ ເຮັດທັງເວັນທັງຄືນແຫຼະ ສ່ວນຄ່າໂອທີ ບາງຄົນ ກາວ່າໄດ້ ແຕ່ກັມມະກອນສ່ວນຫຼາຍວ່າ ບໍ່ໄດ້ ມີແຕ່ວ່າ ບໍ່ມາເອັງ ຜູ້ເຂົາບໍ່ມັກ ເຂົາກາໄລ່ອອກ. ສ່ວນຄ່າເຈັບເປັນ ເຂົາບໍ່ມີຈ່າຍໃຫ້ ແຕ່ຖ້າທຽບໃສ່ ໂຄງການ ຂອງຕ່າງປະເທສຂອງຫຍັງ ທົ່ງໄປລະ ແມ່ນໂຄງການ ກ່ຽວກັບທາງຣົດໄຟ ຂອງຈີນ ລະແມ່ນບໍ່ມີຫຍັງເລີຍແຫຼະ ບໍ່ມີສວັດດີການ ບໍ່ມີຫຍັງເລີຍ.”

ຕໍ່ບັນຫາດັ່ງກ່າວ ຖາມວ່າ ມີເຈົ້າໜ້າທີ່ ລົງໄປກວດກາເບິ່ງບໍ່ ເມື່ອວັນທີ 18 ມິຖຸນາ, ຜູ້ສື່ຂ່າວ RFA ກໍໄດ້ໂທຣະສັບ ໄປສອບຖາມ ກໍຣະນີ ກັມມະກອນລາວ ຖືກເອົາປຽບ ຢູ່ໂຮງງານເຫຼັກ ແຂວງສວັນນະເຂດນັ້ນ ເຈົ້າໜ້າທີ່ແຮງງານ ແຂວງສວັນນະເຂດ ກໍໄດ້ເຫດຜົລວ່າ ໂຮງງານພະຍາຍາມຫຼີກລ້ຽງ ບໍ່ໃຫ້ຄວາມຮ່ວມມື ຕໍ່ເຈົ້າໜ້າທີ່.

“ເພາະວ່າ ພວກເຮົາ ບໍ່ໄດ້ເຂົ້າເຖິງເພີ່ນຈັກເທື່ອເນາະ ເພາະວ່າ ເຮົາລົງໄປກວດແລ້ວ 1 ມານີ້ ເພີ່ນກໍບໍ່ຄ່ອຍ ໄດ້ໃຫ້ເຂົ້າໄປພົບແຮງງານຫັ້ນນ່າ ແລ້ວບາດນີ້ ເຮົາເຂົ້າພົບ ກໍສ່ວນຫຼາຍ ກໍເຂົ້າພົບ ແຕ່ພະນັກງານວິຊາການເພິ່ນ ແຕ່ວ່າ ເພິ່ນກໍ ຈະກຳຂໍ້ມູນ ໃຫ້ເຮົາ ກໍບໍ່ຣະອຽດ. ມັນກໍຖືວ່າ ຈະຂັດກັບ ຕາມຣະບຽບ ເຮົາແລ້ວ ມັນກໍຈະຜິດຕໍ່ຣະບຽບ ເຮົາຖືວ່າ ຜູ້ໃຊ້ແຮງງານຈະຕ້ອງ ໄດ້ໄລ່ເງິນ ໃຫ້ຜູ້ກ່ຽວ ເພາະວ່າ ຕາມຣະບຽບ ເຮົາມັນໄດ້ພັກ ຢູ່ແລ້ວ ຕາມກົດໝາຍ ຣະບຸໄວ້ ໂຕນີ້ ມັນຕ້ອງໃຫ້ ຜູ້ອອກແຮງານ ໂທຫາ ສະພາ ແລະ ສະພາ ກໍຈະໂທຫາ ຜແນກແຮງງານ ເພື່ອໃຫ້ລົງໄປກວດວ່າ ມັນແມ່ນແທ້ບໍ່.”

ສ່ວນການແກ້ໄຂບັນຫາດັ່ງກ່າວ ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ໃຫ້ຄວາມເຫັນວ່າ ຕ້ອງມີຫຼາຍພາກສ່ວນຮ່ວມມືກັນ ຈຶ່ງຈະເຮັດໃຫ້ ການແກ້ໄຂເຣື່ອງແຮງງານນີ້ ເຂົ້າຣະບົບ ແລະ ນຳເອົາຄວາມເປັນທັມ ໃຫ້ກັມມະກອນລາວ.

“ຄັນຊິເວົ້າແລ້ວ ມັນແມ່ນເຣື່ອງ ຂອງການບັງຄັບ ໃຊ້ກົດໝາຍເຣື່ອງຄວາມເອົາໃຈໃສ່ ຂອງເຈົ້າໜ້າທີ່ ຂອງເຮົາ ຫຼືວ່າ ການຮ່ວມມື ຂອງອຳນາດການປົກຄອງ ຂອງທ້ອງຖິ່ນ ຖ້າວ່າ ພວກປະສານງານ ໄດ້ດີ ປະຕີບັດຕາມນິຕິກັມ ທີ່ມີຢູ່ ຢ່າງເຂັ້ມງວດນີ້ ກາເຊື່ອແນ່ວ່າ ບັນຫານີ້ ມັນຊິບໍ່ມີ ມີກາມີໜ້ອຍ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.