ໄທ ຈະຫາລືຄົນລາວໄຮ້ ສັນຊາດ

ມະນີຈັນ
2016.08.11
F-Bahai ຊາວລາວ ທີ່ຍັງຕົກຄ້າງຢູ່ ປະເທດໄທ ແລະ ໄຮ້ສັນຊາດ,
RFA

ເຈົ້າໜ້າທີ່ ທ້ອງຖິ່ນ ແຂວງອຸບົນ ຂອງໄທ ມີແຜນ ຈະພົບພໍ້ ກັບ ເຄື່ອຂ່າຍ NGO ກຸ່ມ ຄົນຮັກ ແມ່ນໍ້າຂອງ ເພື່ອຊີ້ແຈງ ກໍຣະນີ ຊາວລາວ ອົພຍົບ ຈໍານວນນຶ່ງ ທີ່ ອາສັຍຢູ່ ແຂວງອຸບົນ ບໍ່ໄດ້ຮັບ ສັນຊາດໄທ ຊຶ່ງ ກໍຍ້ອນວ່າ ທີ່ຜ່ານມາ ຊາວລາວ ກຸ່ມ ດັ່ງກ່າວ ບໍ່ມີຂໍ້ມູນ ທີ່ຈະແຈ້ງ ມາສະແດງ ຕໍ່ ເຈົ້າໜ້າທີ່. ຕາມການເປີດເຜີຍ ຂອງ ທ່ານ ຊານນະຣົງ ຊາຍແສງ ເຈົ້າເມືອງເມືອງ ບຸນທະຣຶກ ແຂວງອູບົນ ຕໍ່ RFA ເມື່ອ ວັນທີ 10 ສິງຫາ 2016:

"ທ່ານເວົ້າວ່າ ສະເພາະການຍື່ນ ຂໍໜັງສື ຮັບຮອງ ການເກີດ ເຂົາຍັງບໍ່ນໍາ ພຍານມາເລີຍ. ບາງຄົນນໍາ ພະຍານ ມາຄົນດຽວ ຈະເອົາໃບ ຢັ້ງຢືນ ການເກີດເລີຍ ແລ້ວໄປ ບອກທາງ NGO ວ່າທາງນັ້ນ ເຮັດແລ້ວໆ ສອບເສັດແລ້ວ. ສອບເສັດແລ້ວ ຈັ່ງໃດ ແບບນີ້ ທາງນັ້ນ ກໍເຂົ້າໃຈຜິດ ບໍ່ມາຖາມເຮົາ ໃຫ້ທາງນັ້ນ ມາບີບໃຫ້ເຮົາ ອະນຸມັດ. ເຮົາຈະນັດພົບພໍ້ ກັບທາງ NGO".

ທ່ານເຈົ້າເມືອງ ບອກວ່າຜ່ານມາ ທາງເມືອງ ຊຶ່ງເປັນຜູ້ ອະນຸມັດ ການໃຫ້ ສັນຊາດໄທ ນັ້ນ ກໍພຍາຍາມ ກວດສອບ ແລະ ໃຫ້ສັນຊາດ ໄທ ແກ່ກຸ່ມຊາວລາວ ໄຮ້ສັນຊາດ ທີ່ມາຮ້ອງຂໍ ແລ້ວປະມານ 80 ຄົນ. ແຕ່ສາເຫດ ທີ່ຍັງມີ ຊາວລາວ ອີກ 700 ປາຍ ຄົນ ທາງການ ໃຫ້ສັນຊາດ ບໍ່ໄດ້ນັ້ນ ສ່ວນນຶ່ງ ຍ້ອນວ່າ ພວກເຂົາເຈົ້າ ບໍ່ມີ ໃບຊະຕາ ແລະ ບໍ່ມີຄົນ ທີ່ໜ້າເຊື່ອຖື ເປັນຕົ້ນ ນາຍບ້ານ ບ້ານທີ່ເຂົາເຈົ້າ ອາສັຍຢູ່ ມາເປັນ ພິຍານໃຫ້. ແລະ ສ່ວນນຶ່ງ ກໍຍ້ອນວ່າ ຊາວລາວ ກຸ່ມນີ້ ມັກຈະບໍ່ຢູ່ ເປັນບ່ອນ ມາແຈ້ງເຣື່ອງ ຕໍ່ທາງເມືອງ ແລ້ວ ກໍຍ້າຍໄປ ເຮັດວຽກ ຢູ່ຕ່າງແຂວງ ເຮັດໃຫ້ ເຈົ້າໜ້າທີ່ ເຮັດວຽກ ຫລ້າຊ້າ ຍ້ອນບໍ່ສາມາດ ກວດສອບ ຂໍ້ມູນໄດ້. ກ່ອນໜ້ານີ້ ກໍມີຊາວລາວ ຜູ້ບໍ່ມີ ສັນຊາດ ຄົນນຶ່ງ ອອກມາເວົ້າ ເຖິງເຣື່ອງ ການໃຫ້ ສັນຊາດໄທ ຫລ້າຊ້າ ວ່າ ເຈົ້າໜ້າທີ່ ບໍ່ ເຮັດວຽກ ຈິງຈັງ:

"ທ່ານກ່າວວ່າ ບໍ່ມີຄວາມຄືບໜ້າເລີຍ ຖາມແລ້ວ ຖາມອີກ ໄປຖາມເຂົາ ເຂົາກໍແບບວ່າ ໂຍນໃຫ້ສ່ວນກາງ. ສ່ວນກາງ ບໍ່ທັນສົ່ງ ໝາຍເລກ ອອກມາ ແບບວ່າ ໂຍນກັນໄປ ກັນມາ".

ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ເມືອງ ຈະນັດ ຫາລືກັບຝ່າຍ NGO ກຸ່ມຮັກ ແມ່ນໍ້າຂອງ ນາຍບ້ານ ປະທານບ້ານ ທີ່ມີຊາວລາວ ໄຮ້ສັນຊາດ ອາສັຍຢູ່ ເພື່ອຊີ້ແຈງ ເຖິງສາເຫດ ທີ່ທາງການ ບໍ່ສາມາດ ອະນຸມັດ ສັນຊາດໃຫ້  ແລະ ທັງເງື່ອນໄຂ ກ່ຽວກັບ ການຂໍສັນຊາດ ເພື່ອໃຫ້ ທຸກຝ່າຍ ຊ່ວຍກັນ ແກ້ໄຂ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.