ໃນຕອນເຊົ້າຂອງມື້ນີິ້ຕາງໜ້າກຸ່ມແຮງງານລາວໃນໄທ ຍື່ນໜັງສື ຕໍ່ສະຖານທູດລາວ ປະຈຳປະເທດໄທ ເນື່ອງຈາກ ມີຫລາຍພື້ນທີ່ ໃນລາວ ຖືກນໍ້າຖ້ວມໜັກ ໂດຍສະເພາະກໍຣະນີ ສັນເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ເປັນເຫດໃຫ້ ປະຣິມານນໍ້າ ອັນມະຫາສານ ໄຫລເຂົ້າ ຖ້ວມບ້ານເຮືອນ ຂອງປະຊາຊົນ 13 ບ້ານ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ເສັຍຫາຍຢ່າງໜັກໜ່ວງ ຈົນບໍ່ມີບ່ອນຢູ່ອາສັຍ. ຄືດັ່ງ ຜູ້ຕາງໜ້າກຸ່ມແຮງງານລາວ ໃນປະເທດໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ສິງຫາ ນີ້ວ່າ:
"ມື້ນີ້ພວກຂ້າພະເຈົ້າໃນນາມຕົວແທນຂອງຄົນລາວເນາະທັງປະເທດ ພວກເຮົາກໍ່ໄດ້ອອກມາຂຽນໜັງສື ຮຽກຮ້ອງເຖິງ ນາຍົກຣັຖມົນຕຣີລາວ ພວກຂ້າພະເຈົ້າກໍ່ໄດ້ ມີຄວາມຄິດເຫັນວ່າ ພວກເຮົາຄວນຍື່ນເຖິງ ນາຍົກຣັຖມົນຕຣີລາວ ໃຫ້ມີການຢຸດການ ສ້າງເຂື່ອນທີ່ກຳລັງສ້າງ ຫຼືວ່າ ສ້າງເກືອບແລ້ວເນາະ ໃຫ້ມີການຍຸຕິທຸກສີ່ງທຸກຢ່າງ ແລ້ວກໍ່ຮຽກຮ້ອງໄປຍັງ ນາຍົກຣັຖມົນຕຣີ ໃຫ້ມີການຮັບຜິດຊອບ ເຣື່ອງເຂື່ອນແຕກ ກັບປະຊາຊົນເນາະ ໂດຍບໍ່ມີເງື່ອນໃຂທັງສິ້ນ."
ສຳລັບຣາຍລະອຽດທີ່ສຳຄັນ ໃນໜັງສືສະບັບດັ່ງກ່າວ ຊຶ່ງກຸ່ມແຮງງານລາວໃນໄທ ຍື່ນສເນີຕໍ່ສະຖານທູດລາວ ປະຈຳ ປະເທດໄທນັ້ນມີຂໍ້ ຮຽກຮ້ອງດັ່ງນີ້:
1. ໃຫ້ ນາຍົກຣັຖມົນຕຣີຂອງລາວ ໂດຍ ທ່ານ ທອງລຸນ ສີສຸລິດ ຮັບຜິດຊອບເຣື່ອງເຂື່ອນແຕກ.
2. ໃຫ້ເຈົ້າແຂວງອັດຕະປື ຮັບຜິດຊອບ ໂດຍການລາອອກຈາກຕຳແໜ່ງທັນທີ.
3. ໃຫ້ສື່ມວນຊົນຕ່າງປະເທດ ຫລື ອົງການສິດທິມະນຸດ ເຂົ້າໄປກວດສອບສວນ ຄວາມເສັຍຫາຍທີ່ເກີດຂື້ນ
4. ໃຫ້ຣັຖບານລາວ ຮັບຜິດຊອບຄວາມເສັຍຫາຍ ທີ່ເກີດຂຶ້ນກັບ ປະຊາຊົນທັງໝົດ
5. ໃຫ້ຣັຖບານລາວ ເປີດເຜີຍຂໍ້ມູນການສ້າງເຂື່ອນ ທັງໝົດໃຫ້ໂປ່ງໃສ
6. ໃຫ້ຣັຖບານລາວຍຸຕິການສ້າງເຂື່ອນຕ່າງໆ ທີ່ກຳລັງຈະເກີດຂຶ້ນ.
ຕາງໜ້າໃຫ້ກຸ່ມແຮງງານລາວ ໃນໄທກ່າວຕື່ມອີກວ່າ ສາເຫດທີ່ຕ້ອງອອກມາຍື່ນໜັງສືໃນຄັ້ງນີ້ ຍ້ອນເຫັນວ່າປະຊາຊົນ ເມືອງສະໜາມໄຊ ຈຳນວນຫລາຍພັນຄອບຄົວ ຖືກຜົລກະທົບ ຢ່າງໜັກໜ່ວງ ບໍ່ມີບໍ່ຢູ່ອາສັຍຖາວອນ ບໍ່ມີພື້ນທີ່ທຳມາຫາກິິນ. ຊຶ່ງຖືວ່າເປັນເຫດການ ທີ່ ຮ້າຍແຮງ ໂດຍທີ່ປະຊາຊົນບໍ່ເຄີຍຄິດມາກ່ອນ ແລະ ມີຄວາມເປັນຫ່ວງປະຊາຊົນ ທີ່ຖືກຜົລກະທົບຢ່າງສຸດໃຈ ຈຶ່ງອອກມາເຮັດໜັງສື ຮຽກຮ້ອງ ຕໍ່ຣັຖບານລາວໃຫ້ຮັບຜິດຊອບ ທຸກສິ່ງຢ່າງ ໂດຍບໍ່ມີເງື່ອນໄຂໃດໆ.