ກອງປະຊຸມສະພາແຫ່ງຊາຕ ສມັຍ ສາມັນ ເທື່ອທີ 7

ພູວົງສ໌
2019.06.05
F-NAS-2019 ໃນຕອນເຊົ້າຂອງ ວັນທີ 5 ມິຖຸນາ ນີ້ ກອງປະຊຸມ ສະພາແຫ່ງຊາຕ ລາວ ສມັຍສາມັນ ເທື່ອທີ 7 ຂອງ ສະພາແຫ່ງຊາຕ ຊຸດທີ 8 ໄດ້ເປີດຂຶ້ນ ຢ່າງເປັນທາງການ
ຮູບພາບຈາກ: ປະເທດລາວ

ໃນຕອນເຊົ້າຂອງວັນທີ 5 ມິຖຸນາ ນີ້ ກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 7 ຂອງສະພາແຫ່ງຊາຕ ຊຸດທີ 8 ໄດ້ເປີດຂຶ້ນ ຢ່າງເປັນທາງການ ທີ່ຫໍປະຊຸມແຫ່ງຊາຕ ຫຼັກ 6 ພາຍໃຕ້ການເປັນປະທານ ຂອງ ຍານາງ ປານີ ຢ່າທໍ່ຕູ້, ປະທານ ສະພາແຫ່ງຊາຕລາວ, ດັ່ງຍານາງ ໄດ້ກ່າວເປີດກອງປະຊຸມ ຕອນນຶ່ງວ່າ:

“ນະໂອກາດນີ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າ ປະກາດໄຂກອງປະຊຸມ ສມັຍສາມັນເທື່ອທີ 7 ຂອງສະພາແຫ່ງຊາຕຊຸດທີ 8 ຢ່າງ ເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ. ຂໍຂອບໃຈ.”

ຫຼັງຈາກນັ້ນ, ທ່ານ ທອງລຸນ ສີສຸດລິດ, ນາຍົກຣັຖມົນຕຣີລາວ ກໍໄດ້ຂຶ້ນກ່າວບົດຣາຍງານຂອງຣັຖບານ ໃນການຈັດຕັ້ງປະຕິບັດແຜນພັທນາ ເສຖກິຈ-ສັງຄົມ ແລະ ແຜນງົບປະມານ 6 ເດືອນ ຕົ້ນປີ ແລະ ຄາດຄະເນແຜນການ 6 ເດືອນ ທ້າຍປີ 2019, ເຊິ່ງທ່ານໄດ້ຣາຍງານ ຕອນນຶ່ງວ່າ ເສຖກິຈລາວ ຍັງບໍ່ແຈ່ມໃສ ແລະ ສືບຕໍ່ຂຍາຍໂຕຊ້າລົງ.

“ໂດຍລວມແລ້ວ ເຫັນວ່າເສຖກິຈຂອງປະເທສເຮົາ ຍັງສືບຕໍ່ເຕີບໂຕໃນຣະດັບດີ ຖ້າທຽບໃສ່ປະເທສພາກພື້ນ, ແຕ່ກໍຢູ່ໃນຈັງຫວະທີ່ຫຼຸດລົງ. ຖ້າທຽບໃສ່ຫຼາຍປີທີ່ຜ່ານມາຫັ້ນນ່າ ເຫັນວ່າຈັງຫວະຂຍາຍໂຕຊ້າລົງ.”

ກອງປະຊຸມສະພາແຫ່ງຊາຕລາວ ໃນເທື່ອນີ້ ຈະໄດ້ປຶກສາຫາລືກັນ ໃນຫຼາຍບັນຫາທີ່ສຳຄັນຂອງປະເທສຊາຕ ແລະ ສັງຄົມ, ເປັນຕົ້ນແມ່ນ ພິຈາຣະນາ ແລະ ຮັບຮອງເອົາບົດຣາຍງານ ຂອງຣັຖບານ, ອົງການຈັດຕັ້ງທຽບເທົ່າກະຊວງ, ອົງການອັຍການ, ສານປະຊາຊົນສູງສຸດ ແລະ ອົງການຈັດຕັ້ງມະຫາຊົນ.

ນອກຈາກນີ້, ກອງປະຊຸມຈະໄດ້ເປີດໂອກາດ ໃຫ້ບັນດາສະມາຊິກສະພາແຫ່ງຊາຕ ຫຼື ສສຊ ອະພິປາຍ ແລະປະກອບຄວາມຄຶດຄວາມເຫັນ ໃສ່ຮ່າງກົດໝາຍ 10 ສະບັບ ອັນປະກອບດ້ວຍ ກົດໝາຍທີ່ສເນີເຂົ້າມາໃໝ່ 05 ສະບັບ ແລະ ຈະປັບປຸງ ກົດໝາຍ ເກົ່າ 05 ສະບັບ.

ກອງປະຊຸມ ຈະດຳເນີນໄປ ນັບແຕ່ວັນທີ 5 ມິຖຸນາ ຈົນເຖິງວັນທີ 25 ມິຖຸນາ ຈຶ່ງຈະສິ້ນສຸດລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.