ຄົນວຽດນາມຖືກຈັບຢູ່ ດ່ານ ລາວບາວ
2020.08.28
ຕອນກາງຄືນຂອງວັນທີ 23 ສິງຫາ ປີ 2020 ຜ່ານມາເຈົ້າໜ້າທີ່ປະຈຳດ່ານລາວບາວ ໄດ້ຈັບຊາວວຽດນາມ 13 ຄົນ ທີ່ພຍາຍາມລັກລອບ ຂ້າມດ່ານສາກົລແດນສວັນ-ລາວບາວ ທີ່ທາງການ ລາວ-ວຽດນາມ ໄດ້ປະກາດປິດດ່ານສາກົລ ເພື່ອເຝົ້າຣະວັງການແຜ່ຣະບາດ ຂອງພຍາດ ໂຄວິດ-19 ພ້ອມທັງຈັບກຸມນຳໄປສອບສວນ ແລະດຳເນີນຄະດີ, ດັ່ງເຈົ້າໜ້າທີ່ ຄະນະຮັບຜິດຊອບ ການເຝົ້າຣະວັງການແຜ່ຣະບາດ ຂອງ ພຍາດໂຄວິດ-19 ປະຈຳດ່ານແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 28 ສິງຫາ 20 ວ່າເບື້ອງຕົ້ນໄດ້ຮັບແຈ້ງການຈາກທາງ ການວຽດນາມ ວ່າມີຊາວວຽດນາມລັກລອບ ຂ້າມເຂົ້າມາ ໃນແຂວງແລ້ວຖືກຈັບໄດ້ ພ້ອມກັບສົ່ງກັບຄືນ:
"ຄືບໍ່ທັນເຫັນເຂົາເຈົ້າຣາຍງານ ເທື່ອ ກໍຣະນີລັກເຂົ້າມານີ້ ໝາຍຄວາມວ່າໄດ້ນຳໂຕສົ່ງກັບວຽດນາມ ເລີຍໄດ໊. ຜັກດັນອອກປະເທດແລ້ວ ກວດຫາເຊື້ອໂຄວິດເນາະ, ໃນພວກທີ່ວ່າລັກ ເຂົ້າມາຫັ້ນນ່າ ຖ້າບໍ່ພົບໃຫ້ກັບປະເທດສ່ວນ ພວກທີ່ວ່າເຂົ້າມາຖືກກົດໝາຍ ລະແມ່ນກັກກັນ ລະກາກວດເຊື້ອ."
ຕໍ່ຂ່າວດັ່ງກ່າວ ຊາວແຂວງສວັນນະເຂດ ໄດ້ກ່າວວ່າກໍຮູ້ສຶກຢ້ານຫຼາຍ ຖ້າບໍ່ໄດ້ຜ່ານການກວດຫາເຊື້ອພຍາດ ໂຄວິດ-19 ອາດຈະນໍາເຊື້ອ ເຂົ້າມາ ຣະບາດໃນແຂວງ. ເນື່ອງຈາກ ປັຈຈຸບັນ ປະເທດວຽດນາມ ກຳລັງປະເຊີນກັບການຣະບາດ ຂອງພຍາດໂຄວິດ-19 ຢ່າງໜັກ:
"ໂອກາຢ້ານຢູ່ແຫຼະບໍ່ໃຫ້ເຂົ້າມາໃກ້ແຫຼະຊ່ວງນີ້ ຣະມັດຣະວັງແຫຼະ ແຮງຍາກຊ່ວງນີ້ ເອີທັມມະດາກາຕ້ອງມີການກວດກາແນ່ແຫຼະເພາະວ່າ ຊ່ວງນີ້ມັນກາວຽດນາມກະຖືວ່າຣະບາດ ຫຼາຍແຫຼະ."
ບໍ່ແມ່ນແຕ່ພຽງປະຊາຊົນ ແຂວງສວັນນະເຂດເທົ່ານັ້ນ ທີ່ຢ້ານພຍາດໂຄວິດ-19 ຊາວລາວ ຢູ່ແຂວງໃກ້ຄຽງ ກໍ່ຮູ້ສຶກຢ້ານຄືກັນເ ປັນຕົ້ນຊາວ ແຂວງຄຳມ່ວນໄດ້ກ່າວວ່າ ຮຽກຮ້ອງໃຫ້ທາງ ການເພີ່ມການສະກັດກັ້ນຄົນວຽດນາມ ລັກລອບເຂົ້າມາລາວ ຢ່າງເຂັ້ມງວດ.
"ກາຢ້ານຢູ່ໃດເພາະວ່າພຍາດໂຕນີ້ມັນຣະບາດ ຢູ່ເພາະວ່າການຢ້ານ ມັນຕິດແປດໃສ່ແດ່ບ້ານເມືອງ ມັນຜິດກົດໝາຍແດ່. ຄັນຖ້າວ່າເຮົາເປັນ ຫຍັງມາແລ້ວເຮັດຈັ່ງ ໃດຊັ້ນນ່າບໍ່ໄດ້ໃຊ້ ເງິນເນາະຕ້ອງໄດ້ພາກັນ ຮັບຜິດຊອບປະຕິດບັດ ຊ່ອຍກັນຖ້າເປັນຫຍັງ ມາແລ້ວມັນຈະເສັຽໃຈ ເນາະ."
ຜູ້ປະກອບການໂຮງແຮມ ແຫ່ງນຶ່ງ ຢູ່ແຂວງຈຳປາສັກກ່າວວ່າ ຢາກຮຽກຮ້ອງໃຫ້ພາກສ່ວນ ກ່ຽວຂ້ອງເອົາໃຈໃສ່ ສະກັດກັ້ນການລັກລອບ ເຂົ້າມາຂອງຊາວວຽດນາມໃນຂນະທີ່ ທາງໂຮງແຮມຂອງຕົນ ກໍຣະມັດຣະວັງ ບໍ່ກ້າຮັບແຂກຊາວວຽດນາມ ໃນໄລຍະນີ້.
"ກໍຢາກໃຫ້ກວດຕິດຕາມນໍາແນ່ຫັ້ນແຫຼະ ສ່ວນຫຼາຍມີແຕ່ລັກລອບກັນ ເຂົ້າມາຫັ້ນແຫຼະຫຼາຍກວ່າ. ໂຮງແຮມເຮົາມີຈຳກັດຄືກກາບໍ່ໄດ້ເອົາ ພວກແບບພວກວຽດພວກ ອີ່ຫຍັງເຮົາກາບໍ່ໄດ້ ເອົາເລີຍບໍ່ມີເລີຍກາຢ້ານແຫຼະ."
ໃນຂນະທີ່ຫຼາຍທ້ອງຖີ່ນທີ່ມີຊາຍແດນຕິດຈອດ ກັບປະເທດວຽດນາມ ຍັງສືບຕໍ່ກວດກາການ ລັກລອບເຂົ້າມາຂອງຊາວວຽດນາມ ເປັນຕົ້ນຢູ່ ເມືອງນອງ ແຂວງສວັນນະເຂດ ໄດ້ມີແຈ້ງ ການໃຫ້ອຳນາດການປົກຄອງບ້ານ ແລະ ຊາວບ້ານຊ່ອຍກັນ ສອດຊ່ອງນຳກັນ. ດັ່ງເຈົ້າໜ້າທີ່ ເມືອງໄດ້ກ່າວວ່າ:
"ບ້ານເຮົາກາມີພວກກອງຫຼອນ ສົມທົບກັບເມືອງໄປຕັ້ງຈຸດ ຢູ່ບ່ອນທີ່ມັນ ເຂດມີຄວາມຊ່ຽງ, ບ່ອນທີ່ວ່າເຂົາເຄີຍລັກເຂົ້າມາເຮົາກາຕັ້ງຈຸດມ້ຽນ. ເມືອງນອງເຮົາມີແຕ່ຢູ່ ເຂດແດນວິໄລ ຫັ້ນຕໍ່ກັບວຽດ ແຕ່ວ່າເຮົາປິດໝົດແລ້ວ ຄ້າຂາຍກາບໍ່ໃຫ້ຄ້າຂາຍນຳກັນ."
ອີງຕາມການຣາຍງານ ຂອງໜັງສືພີມ VN Express ເມື່ອວັນທີ 27 ສິງຫາ 2020 ວ່າ ຊາວວຽດນາມ 13 ຄົນທີ່ຖືກຈັບຢູ່ດ່ານສາກົລ ແດນສວັນ-ລາວບາວ ນັ້ນເປັນຄົນຊາວແຂວງ ແທງຮວາ ແລະ ແຂວງຮ່າຕີ່ງ. ຕາມການຣາຍງານຕື່ມວ່າ ກຸ່ມຄົນນີ້ໄດ້ຈ່າຍເງິນເຖິງຄົນລະ 735 ໂດລາ ສະຫະຣັຖ ໃນການເດີນທາງມາ ຮອດດ່ານສາກົລ ແດນສັວນ-ລາວບາວ ແລ້ວໄດ້ພັກເຊົາຢູ່ໂຮງແຮມ ບໍຣິເວັນເຂດຊາຍແດນ ເພື່ອຊອກຫາຊ່ອງທາງ ລັກລອບຂ້າມໄປ ແຂວງສວັນນະເຂດ. ໂດຍເປົ້າໝາຍຫຼັກແມ່ນໄປເຮັດ ວຽກຢູ່ໄທຍ ແຕ່ກັບມາຖືກ ເຈົ້າໜ້າທີ່ ຈັບໄດ້ກ່ອນພ້ອມທັງສົ່ງໄປ ສອບສວນດຳເນີນຂະດີ.