ລາວອົພຍົບທີ່ຍັງຢູ່ ໄທ

0:00 / 0:00

ປັດຈຸບັນ ມີຊາວລາວອົພຍົບ ທີ່ອາສັຍຢູ່ໃນ 3 ເມືອງ ຂອງແຂວງອຸບົນ ຈໍານວນ 5,000 ປາຍຄົນ ຍັງບໍ່ໄດ້ ຮັບສິດທິ ເປັນສັນຊາຕໄທ ນັບແຕ່ໄດ້ ອົພຍົບ ມາຢູ່. ພວກເຂົາເຈົ້າ ໄດ້ອອກຈາກ ປະເທດລາວ ມາຢູ່ໄທ ໃນລະຍະ ການປ່ຽນແປງ ຄັ້ງໃຫ່ຽ ຂອງ ການປົກຄອງ ໃນລາວ ເມື່ອ 40 ປີກ່ອນ ຊຶ່ງ ພັກການເມືອງ ນິຍົມ ລັດທິ ຄອມມູຍນິສ ຂຶ້ນກໍາ ອໍານາດ. ຊາວລາວ ອົພຍົບ ເຫລົ່ານີ້ ສ່ວນຫຼາຍ ອາສັຍຢູ່ ເມືອງໂຂງຈຽມ ເມືອງ ບຸກທະລິກ ແລະ ເມືອງໂພໄຊ, ຕາມການເປີດເຜິຍ ຂອງທ່ານ ສີຣະສັກ ຄົດຊະສວັດ ຜູ້ປະສານງານ ເຄືອຂ່າຍ ຄົນຮັກ ແມ່ນໍ້າຂອງ:

"ທ່ານກ່າວວ່າ ຄົນກຸ່ມນີ້ ຢູ່ປະເທດໄທ ມາໄດ້ ສີ່ສິບປີ ບໍ່ມີທາງທີ່ ເຂົາຈະໄປໃສ ໄດ້ແລ້ວ. ປັດຈຸບັນ ເຂົາເຈົ້າ ກໍເຮັດວຽກ ໃນປະເທດໄທ ເສັຽພາສີ ໃຫ້ ຣັຖບານໄທ ລູກຫຼານເຂົາ ກໍຮຽນໜັງສື ໄທ ເພາະສະນັ້ນ ໃນທີ່ສຸດ ຄົນກຸ່ມນີ້ ຄວນຈະໄດ້ຮັບ ການຍອມຮັບ ໃຫ້ຢູ່ໃນ ປະເທດໄທ. ສ່ວນລຸ້ນລູກ ກໍຄວນຈະໃຫ້ ສັນຊາຕໄທ ແກ່ທຸກຄົນ ເພາະເຂົາ ບໍ່ມີ ສັນຊາຕອື່ນ ເພາະເຂົາເກີດ ໃນ ປະເທດໄທ".

ທ່ານ ສີຣະສັກ ອະທິບາຍວ່າ ເຫດຜົນ ທີ່ທາງການໄທ ອ້າງວ່າ ຊາວລາວອົພຍົບ ຈໍານວນນີ້ ບໍ່ຖືກຮັບ ໃຫ້ເປັນຄົນໄທ ຕາມກົດໝາຍ ວ່າດ້ວຍການ ໄດ້ຮັບ ເປັນສັນຊາຕ ປີ 2008 ນັ້ນ ຍ້ອນວ່າ ເຂົາເຈົ້າ ບໍ່ໄດ້ເຂົ້າຮ່ວມ ການສໍາຣວດ ຄົນອົພຍົບ ຈາກລາວ ໃນໄທ ເມື່ອປີ 1991.

ການບໍ່ໄດ້ຮັບເປັນ ສັນຊາຕໄທ ຂອງຊາວລາວ ອົພຍົບ ກຸ່ມນີ້ ເຮັດໃຫ້ເຂົາເຈົ້າ ກາຍເປັນຄົນ ຢູ່ໃນຖານະ ບໍ່ໄດ້ຮັບການ ຄອບຄອງ ທາງສິດທິ ດ້ານຕ່າງໆ ເປັນຕົ້ນ ສິດທິ ໃນການຄອບຄອງ ທີ່ດິນ ທີ່ຢູ່ອາສັຍ ຂາດສິດທິ ດ້ານ ສວັດດີການ ປະກັນ ສຸຂພາບ ລູກເຕົ້າ ບໍ່ໄດ້ຮັບທຶນ ການສຶກສາຕໍ່ ຣະດັບສູງ ແລະ ສິດທິ ໃນການ ປະກອບອາຊີບ ກໍຖືກຈໍາກັດ.