ເມື່ອວັນທີ 14 ເມສານີ້ ຊາວລາວເຜົ່າມົ້ງ 3 ຄົນ ຜູ້ຫາເຊົ້າກິນຄໍ່າ ຢູ່ບ້ານ ຜາປົ່ນ ເມືອງປາກອູ ແຂວງຫລວງພຣະບາງ ໄດ້ຖືກຄົນງານຈີນ ແລະທະຫານຈັບໂຕ ຍ້ອນໄປລັກຂຸດ ຄໍາຢູ່ເຂດບໍ່ຄໍາ ຂອງບໍຣິສັດ ຮົວຄານລາວຈໍາກັດ ຊຶ່ງເປັນບໍ່ຄໍາຂອງນັກລົງທຶນຈີນ ທີ່ໄດ້ສັມປະທານ ຂຸດຄົ້ນຄໍາ ຢູ່ເຂດດັ່ງກ່າວ, ອີງຕາມຄໍາເວົ້າຂອງພະນັກງານ ໃນບໍ່ຄໍາດັ່ງກ່າວ ຕໍ່ RFA ໃນມື້ວັນທີ 16 ເມສານີ້:
“ປະມານ 3 ຄົນນີ້ແຫລະ ໄປລັກຄໍາຢູ່ບໍ່ຄໍາຫັ້ນແຫລະ ຢູ່ໃນຖໍ້າຫັ້ນແຫລະ ເປັນຄົນມົ້ງ ຍັງບໍ່ຮູ້ເທື່ອ ບາງທີກະສິໄດ້ປ່ອຍລະລະບໍ່ ຫລືວ່າສິ ໄດ້ປັບໃໝ ອັນນີ້ກະເປັນຂອງ ຂອງທາງການເມືອງເພິ່ນ ພວກເຮົາ ກະບໍ່ຮູ້ແລ້ວ.”
ທ່ານກ່າວຕື່ມວ່າ ໄລຍະຜ່ານມາ ມີຊາວບ້ານຈໍານວນນຶ່ງ ໄດ້ລັກເຂົ້າມາຂຸດຄໍາໃນຖໍ້າ ພາຍໃນເຂດສັມປະທານ ຂອງ ບໍຣິສັດຢູ່ເລື້ອຍມີທັງ ຜູ້ທີ່ຖືກຈັບໄດ້ ແລະຜູ້ທີ່ໜີລອດໄປໄດ້ ເຖິງແມ່ນວ່າທາງບໍຣິສັດ ຈະມີມາຕການຮັກສາຄວາມປອດພັຍ ແລະປ້ອງກັນຄົນລັກເຂົ້າ-ອອກ ຢູ່ກໍຕາມ. ສ່ວນເຣື່ອງການລົງໂທດ ຄົນລັກຂຸດຄໍານັ້ນ ຍັງບໍ່ໄດ້ຖາມຄວາມຄືບໜ້າ ຈາກເຈົ້າໜ້າທີ່ທາງການເທື່ອ.
ກ່ຽວກັບເຣື່ອງນີ້ RFA ກໍໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ບ້ານຜາປົ່ນ ຊຶ່ງທ່ານເວົ້າວ່າ ເຣື່ອງການຈັບຊາວບ້ານ ທີ່ໄປລັກຂຸດຄໍາໃນມື້ນັ້ນກໍໄດ້ຍິນ ຂ່າວຢູ່ແຕ່ບໍ່ໄດ້ອອກໄປເບິ່ງ ຫລືຕິດຕາມຄວາມຄືບໜ້າກ່ຽວກັບ ຊາວບ້ານທີ່ຖືກຈັບ ຍ້ອນຢູ່ໃນໄລຍະ ເຝົ້າຣະວັງການແຜ່ຣະບາດ ຂອງ ເຊື້ອພຍາດໂຄວິດ-19:
“ໂຕນີ້ຂ້ອຍກະໄດ້ຍິນ ຂະເຈົ້າກິໄດ້ໄປເຮັດແນວນັ້ນຢູ່ ແຕ່ຂ້ອຍຍັງບໍ່ໄດ້ໄປແກ້ໄຂ ນໍາຂະເຈົ້າດອກ ມື້ນີ້ຂ້ອຍຍັງບໍ່ໄດ້ຮູ້ດີ.”
ນັກຂ່າວທ້ອງຖິ່ນ ຣາຍງານວ່າ ຊາວບ້ານ 3 ຄົນທີ່ຖືກຈັບນັ້ນ ໄດ້ຖືກປັບໃໝ່ຜູ້ລະ 5 ລ້ານກີບ ກ່ອນຈະຖືກປ່ອຍໂຕ. ແຕ່ບໍ່ມີການຢືນຢັນວ່າ ຂນະນີ້ ພວກເຂົາເຈົ້າ ຖືກປ່ອຍໂຕແລ້ວຫຼືບໍ່ ຊຶ່ງທາງ RFA ໄດ້ຕິດຕໍ່ ຫາເຈົ້າໜ້າທີ່ທະຫານ,ຕໍາຣວດ ແລະຫ້ອງການປົກຄອງເມືອງປາກອູ ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບການຈັບຊາວບ້ານນັ້ນ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຄໍາເຫັນໃດໆ.
ຊາວບ້ານໃກ້ຄຽງທ່ານນຶ່ງ ເວົ້າວ່າ ແຕ່ກ່ອນ ປະຊາຊົນຢູ່ເມືອງ ປາກອູ ແລະຢູ່ຕ່າງເມືອງຕ່າງແຂວງ ມັກພາກັນໄປຂຸດຄົ້ນຄໍາຢູ່ເຂດຜາປົ່ນ ເພື່ອນໍາໄປຂາຍເປັນຣາຍໄດ້ ແຕ່ຫລັງຈາກ ບໍຣິສັດຈີນ ໄດ້ເຂົ້າມາ ສັມປະທານ ທາງເຈົ້າໜ້າທີ່ກໍສັ່ງຫ້າມ ບໍ່ໃຫ້ປະຊາຊົນໄປຂຸດຄໍາ ຫາກ ພົບຜູ້ຝ່າຝືນ ທາງພະນັກງານໃນບໍ່ຄໍາ ກໍຈະແຈ້ງເຈົ້າໜ້າທີ່ທະຫານມາຈັບ, ດັ່ງທີ່ທ່ານກ່າວວ່າ:
“ຫລາຍ ເຂົາໄປຫລາຍ ຄົນຢູ່ຕ່າງແຂວງກະໄປຄືກັນ ເພາະຄໍານັ້ນເປັນຂອງຈີນນະ ຈີນມາປະມູນ ປະມູນແລ້ວຄ່ອຍໆເອົານະ ແບບບໍ່ໃຫ້ ຄົນນອກໄປເອົາ ຄົນຈີນເຂົາກະສັ່ງທະຫານ ເຂົ້າມາຈັບ.”
ຢ່າງໃດກໍຕາມ ເມື່ອປີ 2019 ຊາວບ້ານຜາປົ່ນ ທີ່ໄປລັກເຂົ້າຖໍ້າຂຸດຄໍາ ຢູ່ເຂດດັ່ງກ່າວ ເສັຽຊີວິດທັງໝົດ 7 ຄົນຄືໃນເດືອນເມສາ ເສັຽຊີວິດ 3 ຄົນ ຍ້ອນຫີນພູເຈື່ອນທັບ ໃນຂນະຂຸດຄົ້ນຫາຄໍາຢູ່ ແລະໃນເດືອນ ກັນຍາ ກໍມີຄົນເສັຽຊີວິດອີກ 4 ຄົນ ຍ້ອນຖືກຮົມຄັວນຈາກຈັກດູດນໍ້າ ທີ່ພວກເຂົາເຈົ້າ ເອົາລົງໄປໃນຮູຖໍ້ານັ້ນ ເຮັດໃຫ້ຂາດອາກາດຫາຍໃຈ ແລ້ວກໍເສັຽຊີວິດໄປ.
ຫລັງຈາກເກີດເຫດ ຊາວບ້ານເສັຽຊີວິດ ທັງ 2 ຄັ້ງນັ້ນ ເຈົ້າໜ້າທີ່ຕໍາຣວດແລະເຈົ້າໜ້າທີ່ຂັ້ນບ້ານ ກໍໄດ້ພຍາຍາມຫ້າມຊາວບ້ານ ບໍ່ໃຫ້ໄປ ຂຸດຄົ້ນຄໍາ ໃນເຂດດັ່ງກ່າວອີກເດັດຂາດ ຍ້ອນເປັນເຂດອັນຕຣາຍ ແຕ່ກໍຍັງ ມີຜູ້ຝ່າຝືນ ແລະລັກເຂົ້າໄປຂຸດຄໍາເລື້ອຍມາ ແບບໄປເປັນກຸ່ມ ໃນຕອນແລງ ເພື່ອຂຸດເອົາຄໍາໄປຂາຍ ພໍມີຣາຍໄດ້ມາລ້ຽງຄອບຄົວ ຍ້ອນຊາວບ້ານສ່ວນໃຫຍ່ ບໍ່ມີວຽກເຮັດງານທໍາ.
ບໍຣິສັດ ທຽນຈິນຮົວຄານລາວຈໍາກັດ ໄດ້ເຂົ້າມາຕັ້ງໂຮງງານ ຂຸດຄົ້ນບໍ່ຄໍາຢູ່ເຂດບ້ານ ຜາປົ່ນເມື່ອປີ 2018, ມີອາຍຸສັມປະທານ 50 ປີ ແຕ່ບໍ່ໄດ້ຣະບຸເນື້ອທີ່ ຂຸດຄົ້ນ ຢ່າງລະອຽດ. ຄໍາທັງໝົດທີ່ຂຸດຄົ້ນໄດ້ ຖືກນໍາສົ່ງໄປຂາຍໃຫ້ແກ່ບໍຣິສັດ ໃນປະເທດຈີນເພື່ອຜລິດເປັນຄໍາ ສໍາເຣັດຮູບແລະອື່ນໆ.
