ກຸ່ມຄົນຫຼາຍເພດຢູ່ລາວ ຍັງພົບ ອຸປສັກ

ສຸພັດຕາ
2021.06.06
ກຸ່ມຄົນຫຼາຍເພດຢູ່ລາວ ຍັງພົບ ອຸປສັກ ບັນຍາກາດກິຈກັມ ພາຍໃນງານແລກປ່ຽນ ແລະ ເພີ່ມຄວາມເຂົ້າໃຈ ຕໍ່ກຸ່ມຄົນຫຼາກຫຼາຍທາງເພດ ທັງສເລີມສລອງ ໃນນະຄອນຫຼວງ ວຽງຈັນ. ຖ່າຍຮູບເມື່ອ: ເດືອນມິຖຸນາ 2020
ຖ່າຍຮູບໂດຍ: ກຸ່ມຄົນຫຼາກຫຼາຍທາງເພດ ໃນລາວ

ເນື່ອງໃນໂອກາດ ໃນເດືອນມິຖຸນາ ຂອງທຸກໆປີ ອົງການສາກົລຕ່າງໆ ໄດ້ກໍານົດໃຫ້ເດືອນດັ່ງກ່າວນີ້ ເປັນເດືອນແຫ່ງຄວາມພູມໃຈ ຂອງກຸ່ມຄົນຫຼາຍເພດ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ນັບຖືສິດທິຂອງກຸ່ມຄົນດັ່ງກ່າວ ຄືກັບຄົນທົ່ວໄປ ແລະ ສປປລາວ ກໍເປັນນຶ່ງ ໃນຫຼາຍໆປະເທດ ທີ່ມີກຸ່ມຄົນຫຼາຍເພດ ໃນສັງຄົມ.

ກ່ຽວກັບເຣື່ອງນີ້ ຜູ້ທີ່ເຮັດວຽກສົ່ງເສີມຄວາມຮູ້ ແລະຄວາມເຂົ້າໃຈຕໍ່ກຸ່ມຄົນຫຼາຍເພດໃນລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ມິຖຸນາ ນີ້ວ່າ ໃນໄລຍະ 4-5 ປີ ຜ່ານມານີ້ ຄວາມເຂົ້າໃຈຂອງສັງຄົມລາວ ຕໍ່ກຸ່ມຄົນດັ່ງກ່າວນັ້ນ ຖືວ່າ ມີທ່າທີທີ່ດີຂຶ້ນກວ່າເກົ່າຫຼາຍ ສັງຄົມມີການຍອມຮັບ ແລະເຂົ້າໃຈກຸ່ມຄົນນີ້ຫຼາຍຂຶ້ນ:

“ໂຕຊີ້ວັດນີ້ ຂ້າພະເຈົ້າ ໄດ້ເຫັນກ່ຽວກັບເຣື່ອງ Social media ນີ້ເດີ້ເປັນຫຼັກ ເພິ່ນກໍເຣີ່ມ Post ຫຼືວ່າເຣີ່ມເວົ້າກັນ online ກ່ຽວກັບ ເຣື່ອງວ່າ ການບໍ່ຄຸກຄາມ ຄວາມແຕກຕ່າງ ທາງເພດເບາະ ການສະແດງອອກທາງເພດເບາະ ຈັ່ງຊີ້ນີ້ນ່າ ຮູ້ສຶກວ່າປະເດັນນີ້ ກະເຣີ່ມ ເປັນທີ່ໂອ້ລົມກັນ ໃນສັງຄົມປັດຈຸບັນ.”

ແຕ່ເຖິງຢ່າງໃດກໍຕາມ ກໍເປັນສິ່ງທີ່ປະຕິເສດບໍ່ໄດ້ ວ່າກຸ່ມຄົນຫຼາຍເພດ ໃນລາວ ຍັງພົບອຸປສັກທາງດ້ານໜ້າທີ່ວຽກງານ ແລະ ສິ່ງທ້າທາຍທາງສັງຄົມຫຼາຍຢູ່ ເປັນຕົ້ນແມ່ນ ຄວາມກ້າວໜ້າໃນໜ້າທີ່ວຽກງານ ແລະການຄົບຄ້າສະມາຄົມ ກັບຄົນໃນສັງຄົມ ຍັງມີຄວາມອະຄະຕິ ຕໍ່ກຸ່ມຄົນຫຼາຍເພດຢູ່, ດັ່ງທ່ານກ່າວຕື່ມວ່າ:

“ບັນຫາຄວາມບໍ່ເຂົ້າໃຈ ມັນມີຢູ່ແລ້ວເນາະ ມັນມີຢູ່ເບິດທຸກຂແນງການ ບໍ່ວ່າຈະເປັນເຣື່ອງເຮັດວຽກ ຫຼືວ່າ ຈະເປັນເຣື່ອງຄົບຄ້າ ສະມາຄົມ ໃນດ້ານສັງຄົມເອງກໍດີເນາະ ຜູ້ເພິ່ນເຂົ້າໃຈ ກໍຈະບໍ່ອະຄະຕິຫຍັງ ແຕ່ຜູ້ບໍ່ເຂົ້າໃຈ ກະຈະມີອະຄະຕິເນາະ.”

ນັກວິຈັຍທ່ານນຶ່ງ ຜູ້ທີ່ໄດ້ຮັບທຶນຈາກອົງການພັທນາ ເພື່ອສຶກສານະໂຍບາຍການຈ້າງງານ ໃນກຸ່ມຄົນຫຼາຍເພດຢູ່ປະເທດລາວປະຈໍາ ປີ 2021 ກໍກ່າວຄືກັນວ່າ ສັງຄົມລາວ ເຣີ່ມຮັບຮູ້ ແລະເຂົ້າໃຈສິດທິ ຂອງກຸ່ມຄົນຫຼາຍເພດດີຂຶ້ນ, ດັ່ງທ່ານ ເວົ້າວ່າ:

“ປັດຈຸບັນ ກະຖືວ່າ ສັງຄົມກໍເປີດກວ້າງ ຍອມຮັບໃນກຸ່ມຄົນຫຼາກຫຼາຍທາງເພດນີ້ຫຼາຍຂຶ້ນ ສັງເກດເຫັນໃນກໍຣະນີ ຕໍ່ການໃຊ້ຊີວິດ ຢູ່ຮ່ວມກັນເນາະ ຫຼືວ່າ ການໄປມາ ຫຼືວ່າການ ເຮັດວຽກຮ່ວມກັນ ບໍ່ມີການລັງກຽດສຽດສີກັນຫຼາຍ ແຕ່ກ່ອນນີ້ ເວົ້າງ່າຍໆ ສົມມຸດ ກໍຣະນີວ່າ ຜູ້ຍິງແທ້ມັນກໍບໍ່ລັງກຽດດອກ ຄວາມຫຼາກຫຼາຍທາງເພດນ່າ ສ່ວນຫຼາຍຜູ້ຊາຍ ມັນຈະບໍ່ຍາກໃຫ້ພວກນີ້ໄປໃກ້ ຜູ້ຍິງກໍ ຢາກໃກ້ທອມ ຢ້ານທອມ ດຽວນີ້ຜູ້ຍິງຫຼາຍຄົນ ກໍເອົາທອມເປັນຜົວກໍມີ ຜູ້ຊາຍຫຼາຍຄົນ ກໍເອົາກະເທີຍເຮັດເມັຽກໍມີນ່າ.”

ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ທີ່ເຮັດວຽກໂຄງການຕ້ານເອດສ໌ ໃນກຸ່ມຊາຍຮັກຊາຍ ແລະສາວຂາຍບໍຣິການ ກ່າວວ່າ ປີ 2021 ນີ້ ສະເພາະກຸ່ມຄົນຫຼາຍເພດ ໃນປະເທດລາວ ມີຄວາມສ່ຽງສູງທີ່ຈະຕິດເຊື້ອ HIV ແລະ ເອດສ໌ ຫຼາຍຂຶ້ນ ເປັນສະຖານະການທີ່ໜ້າ ເປັນຫ່ວງ ຍ້ອນໂຕເລຂກຸ່ມຊາຍຮັກຊາຍ ຕິດເຊື້ອ HIV ແລະ ເອດສ໌ ເພີ່ມຂຶ້ນທຸກປີຖືເປັນສິ່ງ ທ້າທາຍອັນນຶ່ງ ທີ່ກ່ຽວພັນກັບກຸ່ມ ຄົນຫຼາກຫຼາຍທາງເພດ.

ຫຼ້າສຸດນີ້ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ມີໂຄງການໃຫ້ຢາປ້ອງກັນ ກ່ອນຕິດເຊື້ອ HIV ແກ່ກຸ່ມຊາຍຮັກຊາຍ ທີ່ມັກມີເພດສັມພັນ ແບບບໍ່ປ້ອງກັນ ເນື່ອງຈາກຜົນວິຈັຍພົບວ່າ ກຸ່ມຊາຍຮັກຊາຍ ມັກຕິດເຊື້ອ HIV ຈາກການບໍ່ປ້ອງກັນ ຈຶ່ງມີໂຄງການນີ້ ເພື່ອແກ້ໄຂ ບັນຫາດັ່ງກ່າວ ເຊິ່ງໂຄງການນີ້ ດໍາເນີນມາໄດ້ 5-6 ເດືອນແລ້ວ ແລະມີສະເພາະຢູ່ແຕ່ ນະຄອນຫຼວງວຽງຈັນເທົ່ານັ້ນ, ດັ່ງທ່ານ ກ່າວວ່າ:

“ທ່າອຽງ ມັນກໍຊິເພີ້ມຂຶ້ນຫັ້ນແຫຼະ ສໍາລັບກຸ່ມຜູ້ຊາຍ ມີເພດສັມພັນກັບຊາຍ ດຽວນີ້ເຮົາມີ ເຮົາມີ ເຂົາເອີ້ນວ່າ ໂຄງການ Prep ຄັນ ພາສາລາວ ເຂົາເອີ້ນວ່າ ປ້ອງກັນກ່ອນການສັມຜັດ ມີຢາ ໃຫ້ຢາກິນ ແຕ່ວ່າ ເຮົາຫາຊິເຮັດໂຄງການທົດລອງ ຢູ່ແຕ່ນະຄອນຫຼວງນີ້ ທົດລອງຊື່ໆເດ້ ເຮົາບໍ່ໄດ້ຂຍາຍໄປຕາມແຂວງ ຫາກໍທົດລອງມາໄດ້ 5-6 ເດືອນນີ້ນ່າ ເຮົາຍັງບໍ່ໄດ້ ຖອດຖອນບົດຮຽນຊໍ້າ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ພາກສ່ວນກ່ຽວຂ້ອງ ກໍໄດ້ມີໂຄງການໂຄສະນາ ໃຫ້ກຸ່ມຊາຍຮັກຊາຍ ໄດ້ເຂົ້າເຖິງການບໍຣິການກວດ ເລືອດ ຫຼືຫາກຕິດເຊື້ອ HIV ກໍໄດ້ສົ່ງໂຕໄປປິ່ນປົວ ຢູ່ສູນຕ້ານເອດສ໌ ໃນແຕ່ລະແຂວງ ທີ່ມີໜ່ວຍບໍຣິການດັ່ງກ່າວ ເຊິ່ງໂຄງການ ດັ່ງກ່າວ ກໍບໍ່ໄດ້ຂຍາຍໄປທົ່ວປະເທດ ຍ້ອນງົບປະມານບໍ່ພຽງພໍ ຈຶ່ງເປັນສາເຫດເຮັດໃຫ້ ໂຕເລຂຜູ້ຕິດ ເຊື້ອ HIV ແລະ ເອດສ໌ ໃນກຸ່ມຊາຍຮັກຊາຍເພີ່ມຂຶ້ນເກືອບທຸກປີ.

ສ່ວນຊາວໜຸ່ມລາວ ທີ່ເຮັດວຽກເປັນອາສາສມັກ ເກັບກໍາຂໍ້ມູລວິຈັຍຮ່ວມກັບກຸ່ມຄົນຫຼາຍເພດ ຢູ່ນະຄອນຫຼວງວຽງຈັນ ໂດຍໄດ້ຮັບ ທຶນສນັບສນູນການເກັບກໍາຂໍ້ມູລວິຈັຍ ຈາກ ອົງການສາກົລ ກໍເວົ້າວ່າ ໂຕເອງເປັນຄົນຮຸ່ນໃໝ່ ທີ່ມີຄວາມເຂົ້າໃຈ ເຖິງສິດທິທີ່ຈະ ເປັນຄົນເພດທາງ ເລືອກຂອງແຕ່ລະບຸກຄົນ ເພື່ອຢູ່ຮ່ວມກັບສັງຄົມໄດ້ຢ່າງເປັນປົກກະຕິ ເຖິງວ່າ ກຸ່ມຄົນຫຼາກຫຼາຍທາງເພດ ຈະເປັນແນວໃດ ແຕ່ເຂົາເຈົ້າກໍເປັນຄົນໃນສັງຄົມ ກໍຄວນທີ່ຈະເຄົາຣົບສິດທິ ຂອງກັນແລະກັນ, ດັ່ງຊາວໜຸ່ມຜູ້ນີ້ ເວົ້າວ່າ:

“ເຮົາເປັນຄົນຍອມຮັບມາ ແຕ່ໃດຢູ່ແລ້ວເນາະ ເພາະວ່າເຮົາເຮັດວຽກກ່ຽວກັບວັຍໜຸ່ມ ອິຫຍັງຕ່າງໆສໍາລັບໂຕເອງ ໂຕເອງຍອມຮັບ ໂຕເອງບໍ່ໄດ້ມີການຈໍາແນກລັງກຽດຫຍັງ ເຂົາເຈົ້າວ່າຈັ່ງຊີ້ສາ ຄົນໃນຄອບຄົວເຮົາກະມີຈັ່ງຊີ້ຫັ້ນນ່າ ເຮົາບໍ່ໄດ້ຄິດວ່າການທີ່ເຂົາເຈົ້າ ເປັນຄົນຫຼາກຫຼາຍທາງເພດ ຫຼືວ່າມັກເພດອື່ນ ບໍ່ໄດ້ໝາຍຄວາມວ່າ ເຂົາເຈົ້າເປັນຄົນ ບໍ່ດີເນາະ ບາງຄັ້ງອາຈມີຄວາມສາມາດຫຼາກ ຫຼາຍກວ່າເຮົາຊໍ້າ ອາຈມີຄວາມຄິດໃໝ່ໆ ຫຼາຍກວ່າເຮົາຊໍ້າຈັ່ງຊີ້ ຫັ້ນນ່າເນາະ.”

ປັດຈຸບັນ ຄວາມກ້າວໜ້າໃນການຂັບເຄື່ອນ ປະເດັນກຸ່ມຄົນຫຼາກຫຼາຍທາງເພດ ມີທີ່ຢືນໃນສັງຄົມນັ້ນ ຕາມບົດຣາຍງານເພື່ອສຶກສາ ນະໂຍບາຍການຈ້າງງານ ໃນກຸ່ມຄົນຫຼາກຫຼາຍ ທາງເພດດັ່ງກ່າວ ກໍາລັງຢູ່ໃນຂັ້ນຕອນການຄົ້ນຄວ້າ ເພື່ອສລຸບຜົນວິຈັຍຈາກພາກ ສ່ວນທີ່ກ່ຽວຂ້ອງ 12 ອົງການ ທີ່ໄດ້ນໍາໃຊ້ນະໂຍບາຍ ການຈ້າງງານແບບບໍ່ຈໍາແນກເພດ.

ກຸ່ມຄົນຫຼາກຫຼາຍທາງເພດ ສາມາດໄດ້ນະໂຍບາຍເອົາລູກ ເອົາຫຼານທີ່ເປັນຄົນຫຼາກຫຼາຍທາງເພດ ເຂົ້າມາເຮັດວຽກບໍຣິຫານພາຍໃນ ບໍຣິສັດ, ນະໂຍບາຍເງິນບໍາເໜັດ-ບໍານານ ໃຫ້ກຸ່ມຄົນຫຼາກຫຼາຍທາງເພດ ແລະອື່ນໆ.

ແຕ່ປີ 1969 ເປັນຕົ້ນມາ ຫຼາຍອົງກອນສາກົລທົ່ວໂລກ ໄດ້ກໍານົດເອົາເດືອນມິຖຸນາ ເປັນເດືອນສໍາຄັນ ຂອງກຸ່ມທີ່ມີຄວາມຫຼາກຫຼາຍ ທາງເພດ ຫຼືເດືອນແຫ່ງຄວາມພາກພູມໃຈ ທີ່ເຕັມໄປດ້ວຍສີສັນ ຂອງກຸ່ມຄົນຫຼາກຫຼາຍທາງເພດ ສ່ວນໃຫຍ່ທົ່ວໂລກມີການສເລີມ ສລອງໃນເດືອນມິຖຸນາ ແລະບາງເທື່ອ ອາຈຂຍາຍໄປຈົນເຖິງ ເດືອນສິງຫາ ດ້ວຍການເດີນຂະບວນພາເຫຼດ ແລະອີກຫຼາຍກິຈກັມ ທີ່ເປັນສັນຍາລັກ ຂອງການຮັບຮູ້ ແລະຍອມຮັບສິດທິພື້ນຖານ ຂອງເພດດຽວກັນ ຮວມເຖິງການຄຸ້ມຄອງ ທາງກົດໝາຍ ສໍາລັບຄູ່ຮັກ ແລະ ຄອບຄົວ ທີ່ເປັນກຸ່ມຄົນຫຼາກຫຼາຍທາງເພດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.