ຣັຖບານລາວຂາດ ຄວາມຮັບຜິດຊອບ


2013.05.31
F-human-rights ອົງການ ສິທທິມະນຸດ ທີ່ມີໜ້າທີ່ ກວດກາ ສິ້ງຊອມ ເບີ່ງການ ລ່ວງລະເມີດ ສິດທິ ບຸກຄົນ ຫຼືກຸມຄົນ ໃນທົ່ວທຸກ ມຸມໂລກ.
Human rights watch

 

ອົງການ ສະຫະປະຊາຊາດ ສະແດງ ຄວາມເສັຽໃຈ ໃນການ ຕັດສິນໃຈ ຂອງ ຣັຖບານລາວ ທີ່ ສົ່ງຜູ້ລີ້ພັຍ ເກົາຫລີເຫນືອ ກັບຄືນ ປະເທດ.

ຂ້າຫລວງໃຫຍ່ ສະຫະປະຊາຊາດ ດ້ານ ສິດທິມະນຸດ ມີຄວາມເປັນ ຫ່ວງ ໃນຊະຕາກັມ ຂອງ ຜູ້ລີ້ພັຍ ຊາວເກົາຫລີ ເຫນືອ 9 ຄົນ ຊື່ງມີເດັກນ້ອຍ ຮວມຢູ່ນໍາ ທີ່ ທາງການລາວ ສົ່ງກັບຄືນ ປະເທດ ຫລັງຈາກ ທີ່ ພວກຂະເຈົ້າ ໄດ້ລັກ ຂ້າມແດນ ເຂົ້າມາ ສປປລາວ ຜ່ານທາງ ສປຈີນ.

ເຈົ້າຫນ້າທີ່ ສະຫະປະຊາຊາດ ດ້ານ ສິດທິມະນຸດ ເວົ້າວ່າ ທ່ານ ຜິດຫວັງ ຢ່າງແຮງຕໍ່ ຣັຖບານລາວ ທີ່ປະລະ ຄວາມຮັບຜິດຊອບ ຂອງຕົນ ໃນການ ປົກປ້ອງ ຜູ້ລີ້ພັຍ ກຸ່ມດັ່ງກ່າວ ແລະວ່າ ບໍ່ມີ ຜູ້ລີ້ພັຍ ຄົນໃດ ຈະຖືກ ບີບບັງຄັບ ໃຫ້ ກັບຄືນ ເກົາຫລີເຫນືອ ຊຶ່ງເປັນບ່ອນ ຂະເຈົ້າ ຈະປະເຊີນກັບ ການລົງໂທດ ຢ່າງຮ້າຍແຮງ ໃນນັ້ນ ຮ່ວມດ້ວຍການ ທຳຮ້າຍ ຮ່າງກາຍ ຫຼື ປະຫານ ຊິວິດ ກໍເປັນໄດ້.

ແຫລ່ງຂ່າວ ຈາກ ຫນັງສືພິມ The Korea Herald ລາຍງານວ່າ ຣັຖບານລາວ ໄດ້ຕົກລົງ ຈະມອບ ກຸ່ມດັ່ງກ່າວ ໃຫ້ ທາງການທູດ ເກົາຫລີໃຕ້ ແຕ່ ສະຖານທູດ ເກົາຫລີເຫນືອ ເຂົ້າມາພົວພັນ, ຣັຖບານລາວ ຈຶ່ງສົ່ງ ຜູ້ລີ້ພັຍ ໃຫ້ທາງ ເກົາຫລີເຫນືອ ແລະ ກໍຖືກສົ່ງ ຄືນໄປຈີນ ໃນມື້ວັນຈັນ ອາດຈະຮອດ ກຸງປີອົງຢັງ ແລ້ວ ໃນເວລານີ້.

ກ່ຽວກັບ ເຣື້ອງດັ່ງກ່າວ ວິທຍຸ ເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງ ກະຊວງ ການຕ່າງປະເທດ ສປປລາວ ຫລາຍເທື່ອແລ້ວ ເລີ້ມແຕ່ ມື້ວັນພຸດ ເປັນຕົ້ນມາ ແຕ່ຜູ້ຮັບ ໂທລະສັບ ຕອບວ່າ ຜູ້ຮັບຜິດຊອບ ກ່ຽວກັບ ເຣື້ອງນີ້ ບໍ່ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.