ນັກສຶກສາຈົບອອກມາ ບໍ່ມີ ວຽກເຮັດ

ສິດນີ
2020.08.18
f-students ພີທີ ມອບ-ຮັບ ປະກາສນີຍະບັດ ໃຫ້ຜູ້ສໍາເຣັດການສຶກສາ ໃນປີ 2016-2017 ທີ່ ນະຄອນຫຼວງວຽງຈັນ
ນັກຂ່າວພົລເມືອງ

ນັກສຶກສາລາວຈົບໃຫມ່ ສ່ວນໃຫຍ່ ຄາດຫວັງຈະເປັນຣັຖກອນ ຍ້ອນເຫັນວ່າເປັນອາຊີບທີ່ຫມັ້ນຄົງຕໍ່ຊິວິດ ແຕ່ໃນໄລຍະ 2-3 ປີ ຣັຖບານ ໄດ້ຫລຸດຜ່ອນ ໂຄຕາຣັຖກອນລົງ ນັກສືຶກສາ ຫລາຍຄົນເສັງບໍ່ຜ່ານ ກາຍເປັນຄົນວ່າງງານ.ດັ່ງ ນັກສຶກສາຈົບໃຫມ່ ແຂວງຈຳປາສັກ ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 18 ສີງຫາ ນີ້ວ່າ:

“ອາສາແລ້ວບໍ່ໄດ້ຣັຖກອນ ບາດນີ້ລູກກະເລີຍວ່າເຂົ້າມາພັກຜ່ອນສະ ຖ້າເສັງຄຣູເບີ່ງເພາະຮຽນຈົບຄຣູເດ້ ເສັງໄປກະບໍ່ໄດ້ ບໍ່ຕິດນຳເຂົາ ຄົນມັນຫຼາຍໂຕເລືອກມັນໜ້ອຍ ກະຍາດກັນໄປ ເຮົາກະບໍ່ໄດ້ເຂົ້າຫັ້ນນ່າ."

ທ່ານກ່າວຕື່ມວ່າ ແຕ່ລະປີມນັກສືກສາຈົບໃຫມ່ ຫຼາຍພັນຄົນທົ່ວປະເທດ ໃນນັ້ນ ຈຳນວນນຶ່ງຕ້ອງອອກໄປ ເປັນຣັຖກອນອາສາ 3-5 ປີ ເພື່ອລໍຖ້າເຂົ້າເປັນຣັຖກອນຖາວອນ ແຕ່ໃນເວລານີ້ຣັຖບານໄດ້ຍົກເລີກ ບໍ່ໃຫ້ມີຣັຖກອນອາສາ ຈຶ່ງເຮັດໃຫ້ນັກສືກສາຈົບໃຫມ່ ແລະຈົບມາ ຫລາຍປີ ບໍ່ໄດ້ເປັນຣັຖກອນເຕັມໂຕ ນອກຈາກນີ້ ວ່າງປີຫລັງໆມານີ້ ຣັຖບານຍັງໄດ້ຫລຸດໂຄຕາ ຈາກ 5 ພັນຄົນຕໍ່ປີ ເຫລືອພຽງແຕ່ 2 ພັນຄົນ ເທົ່ານັ້ນ ໃນຂນະທີ່ ມີຜູ້ສມັກເສັງເປັນຣັຖກອນ ບໍ່ຕ່ຳກວ່າ 10 ພັນຄົນ ທົ່ວປະເທດ.

ນັກສຶກສາຄົນນຶ່ງ ຈາກແຂວງຫຼວງພຣະບາງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ ເຄີຍເປັນຣັຖກອນອາສາມາແລ້ວ 5 ປີ ບໍ່ໄດ້ເງິນເດືອນ ແຕ່ລະປີກໍໄປສອບເສັງ ເປັນພະນັກງານຣັຖກອນ ແຕ່ເສັງບໍ່ຜ່ານ ຍ້ອນມີຜູ້ຮຽນຈົບມາ ມີຖານະການເງີນດີ ຈ້າງເຂົ້າ.

ປັດຈຸບັນ ກໍໄດ້ເຮັດວຽກນຳບໍຣິສັດ ເອກຊົນຂນາດນ້ອຍ ເພື່ອຫາຣາຍໄດ້ລ້ຽງຄອບຄົວໄປກ່ອນ ຫາກມີໂອກາດກໍຈະສມັກເສັງເປັນຣັຖກອນ ອີກເພາະເຫັນວ່າ ມີຄວາມຫັ້ນຄົງ ໃນຊິວິດ.

“ຄົນທຸກນີ້ ບໍ່ໄດ້ເຂົ້າເຮັດວຽກຣັຖກອນເລີຍ ເພາະວ່າສ່ວນຫຼາຍເຮັດວຽກຣັຖກອນນີ້ ແບບວ່າຄົນຂະເຈົ້າຮຽນຈົບແລ້ວ ຂະເຈົ້າໄປຫ້ອງການນີ້ ຫ້ອງການນັ້ນ ຂະເຈົ້າໄດ້ຖອກເງີນ ບາງຄົນນີ້ ໄປເປັນອາສາ ຣັຖກອນ 4-5 ປີ ຍັງບໍ່ໄດ້ເງີນເດືອນ ຄັນໄດ້ເຂົ້າຣັຖກອນ ມັນກະຫມັ້ນຄົງຢູ່ ແຕ່ວ່າຊີ່ໄດ້ເຂົ້າຣັຖກອນ ນີ້ຍາກ."

ເມື່ອປີ 2019 ທີ່ຜ່ານມາ ຣັຖບານລາວ ຮາຍງານວ່າ ຈໍານວນຄຣູອາສາສມັກ ທົ່ວປະເທດ ມີສູງເຖິງ 10 ປາຍພັນຄົນ, ເຊິ່ງກໍຄົງເປັນໄປ ໄດ້ຍາກທີ່ຈະສາມາດບັນຈຸ ຄຣູອາສາສມັກ ໃຫ້ເປັນຣັຖກອນຄຣູໄດ້. ແລະ ໃນເດືອນ ພຶສຈິກາ 2019 ກະຊວງການເງິນ ແນະນຳ ໃຫ້ ອາສາສມັກໃນສັງກັດຈຳນວນ 1,547 ຄົນ ຊອກວຽກໃໝ່ເຮັດ ເຮັດໃຫ້ອາສາສມັກເຫຼົ່ານັ້ນ ກາຍເປັນຄົນວ່າງງານ.

ນັກສຶກສາລາວອີກຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວວ່າ ໃນໄລຍະຜ່ານມາ ຕົນເປັນຣັຖກອນອາສາ ແຕ່ພາກຣັຖໄດ້ຍົກເລີກ ບໍ່ໃຫ້່ມີ ຣັຖກອນອາສາ ແລະຕອນນີ້ໄດ້ມາເຮັດວຽກນຳ ບໍຣິສັດ ເອກຊົນຊົ່ວຄາວ.

“ເອີ່ຮຽນຈົບກະເສດ ກະເຮັດວຽກນຳເອກຊົນ ຂາຍເຄື່ອງ ເຮັດນີ້ເຮັດນັ້ນໄປ ຕອນແຕ່ກີ້ຫັ້ນເຮັດວຽກນຳຣັດ ນີ້ແຫລະ ແຕ່ຕອນນີ້ຂະເຈົ້າ ບໍ່ຮັບອາສາສມັກແລ້ວ."

ເຈົ້າຫນ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ສິ່ງທ້າທາຍກໍຄືນັກສຶກສາທີ່ຈົບ ຣະດັບສູງ ສ່ວນຫລາຍຈະເຂົ້າເປັນ ພະນັກງານ ຣັຖກອນ ແຕ່ຈະເປັນຣັຖກອນ ກໍມີຂໍ້ຈຳກັດເຣື້ອງໂຄຕາ ແລະ ຍັງບໍ່ມີບ່ອນຮອງຮັບ ນັກສຶກສາທີ່ຈົບໃໝ່:

"ປັດຈຸບັນນີ້ ລາວເຮົາກະເວົ້າເຣື້ອງຢາກຈັດຫາງານ ໃຫ້ບັນດານັກສຶກສາ ທີ່ຈົບມາໃຫມ່ ນີ້ຫລາຍເນາະ ຂາດການບັນຈຸງານ ຄົນທີ່ຮຽນ ສ່ວນຫລາຍແລ້ວ ກະຂະເຈົ້າຮຽນຕາມຄວາມເຂົ້່າ ໃຈຂອງຂະເຈົ້າເອງ ບໍ່ໄດ້ຮຽນເພື່ອຮອງຮັບງານອື່ນໆ ບໍ່ຄື ປະເທດອຸດສາຫະກັມ ທີ່ທັນສມັຍ ເພາະເຂົາຈະມີອຸດສາຫະກັມຮັບຮອງ ເຂົາຈະຮຽນມາສະເພາະໂລດຫັ້ນນ່າ."

ທ່ານກ່າວຕື່ມວ່າ ອີກບັນຫານຶ່ງ ກໍເປັນຍ້ອນວ່າ ຣະບົບການສຶກສາຂອງປະເທດລາວ ບໍ່ໄດ້ເປີດກວ້າງ ໃຫ້ນັກສຶກສາຮຽນຮູ້ໃນຂແນງການ ອື່ນໆເພື່ອຮອງຮອບວຽກເຮັດງານທຳ ນອກເຫນືອຈາກວິຊາອາຊີບຂອງໂຕເອງ ຊຶ່ງແຕກຕ່າງຈາກປະເທດພັທນາທັງຫຼາຍ ທີ່ເປີດໂອກາດ ໃຫ້ນັກສຶກສາ ຮຽນຮູ້ໄດ້ຫລາກຫລາຍ ເມື່ອຈົບມາແລ້ວກໍສາມາດ ຊອກວຽກເຮັດ ງານທຳໄດ້ຫລາຍ.

ເມື່ອປີ 2019 ກະຊວງແຮງງານ ແລະ ສວັດດີການສັງຄົມ ຣາຍງານວ່າ ໃນທ່ົວປະເທດ ມີຄົນວ່າງງານສຸງ ເຖິງ 180,000 ຄົນ ໃນນີ້ ປະກອບດ້ວຍຜູ້ຈົບປຣີນຍາຕຣີ ຫລື ຂັ້ນສຸງ ສາເຫດ ສຳຄັນທີ່ຊອກວຽກ ບໍ່ໄດ້ຍ້ອນວ່າ:

1-ທັກສະ ແລະຄວາມຊ່ຽວຊານ ບໍ່ຕົງກັບຄວາມຕ້ອງການຂອງຕລາດ.

2-ບໍຣິສັດຕ່າງຊາດນຳເຂົ້າແຮງງານຂອງຕົນ ຫຼາຍກວ່າຈ້າງແຮງງານລາວ ແລະອີກຈຳນວນນຶ່ງ ລໍຖ້າໂຄຕາໃນການເສັງເປັນພະນັກງານ ຣັຖກອນຢູ່.

ໃນໄລຍະ ການຣະບາດຂອງໂຄວິດ-19 , ຕົວເລກຄົນຕົກງານມີ ປະມານ 350,000 ຄົນ ໃນນັ້ນມີຄົນງານລາວ ທີ່ປະຈາກປະເທດໄທຍ ປະມານ 200,000 ຄົນ, ຢູ່ຂແນງການທ່ອງທ່ຽວ ພາຍໃນ 50,000 ຄົນ ແລະ ຈາກໂຮງຈັກໂຮງງານພາຍໃນ ປະມານ 100,000 ຄົນ ອີງຕາມການເມີນ ຂອງອົງການອາຫານ ແລະ ການກະເສດຂອງ ສະຫະປະຊາຊາດ ຫລື  FAO ທີ່ເຜີຍໃນເດືອນມິຖຸນາ ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.