ສະພາ ແຫ່ງຊາດລາວ ແລະ ຫນ່ວຍງານ ຕ່າງໆ ໃນສະພາ ຈະໄດ້ຮັບ ການ ຍົກຣະດັບ ຈາກ ໂຄງການ ໃຫມ່ ຂອງ ອົງການ ຊ່ອຍ ເຫລືອ ສະຫະ ປະຊາຊາດ ປະຈຳລາວ ທີ່ໄດ້ ເປີດຂື້ນ ຢ່າງເປັນ ທາງການ ໃນອາທິດນີ້ ທີ່ ນະຄອນຫລວງ ວຽງຈັນ.
ໃນການ ເປີດພິທີ ໂຄງການ ໃຫມ່ ທີ່ ສະພາ ແຫ່ງຊາດ ລາວ ທີ່ ເອີ້ນກັນວ່າ ໂຄງການ ສນັບສນູນ ກົລໄກ ການທຳງານ ຂອງ ສະພາ ໃຫ້ ມີ ປະສິດທິພາບ ເປັນ ປະທານ ໂດຍ ດຣ ອ່ອນແກ້ວ ວຸດທິຣາດ ຫົວຫນ້າ ຫ້ອງການ ສະພາ ແຫ່ງຊາດ, ຍານາງ RUTH Huber ຜູ້ອຳນວຍການ ອົງການ ພັທນາ ແລະ ການຮ່ວມມື ປະຈຳ ຂົງເຂດ ຈາກ ປະເທດ ສວິຊແລັນ ແລະ ຍານາງ KAARINA IMMONENT ຕົວແທນ ອົງການ ຊ່ອຍເຫລືອ ສະຫະ ປະຊາຊາດ ປະຈຳ ສປປ ລາວ.
ໃນຄຳປາສັຍ ເປີດພິທີ ດັ່ງກ່າວ ດຣ ອ່ອນແກ້ວ ໄດ້ຂອບໃຈ ອົງການ ທີ່ໃຫ້ການ ຊ່ອຍເຫລືອ ແລະ ເວົ້າວ່າ ໂຄງການ ໃຫມ່ນີ້ ຈະຊ່ອຍ ປັບປຸງ ການທຳງານ ຂອງ ສະພາ ແຫ່ງຊາດ ສະມາຊິກ ສະພາ ແລະ ພະນັກງານ ໃນສະພາ ໃຫ້ມີ ປະສິດທິພາບ ຫລາຍຂື້ນ. ໂຄງການ ໃຫມ່ນີ້ ແມ່ນອອກແບບ ເພື່ອ ສິດສອນ ຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ ຄນະ ກັມມາທິການ ທີ່ ກ່ຽວຂ້ອງ ໃນສະພາ ຮ່ວມທັງ ຫນ່ວຍງານ ຕ່າງໆ ທີ່ ເຮັດວຽກ ໃນສະພາ ໃຫ້ຮູ້ເຖິງ ພາຣະຫນ້າທີ່ ແລະ ຄວາມ ຮັບຜິດຊອບ ຂອງຕົນ ໃນ ການທຳງານ ຍີ່ງໄປກວ່າ ນັ້ນ ແມ່ນການ ພົວພັນ ແລະ ການຮວມຂໍ້ມູນ ຂ່າວສານ ຣະຫວ່າງ ສະພາ ແຫ່ງຊາດ ກັບ ຊຸມຊົນ ໃນຣະດັບ ກາງ ແລະ ຣະດັບ ທ້ອງຖີ່ນ ໃນລາວ ໃຫ້ມີ ປະສິດທິພາບ ຫລາຍຂື້ນ.
