ຕ່າງປະເທດອາຈລົດການຊ່ອຍ ເຫຼືອ ລາວ
2014.12.05

ນັກວິເຄາະ ທ່ານນຶ່ງ ເວົ້າວ່າ ການ ຜ່ອນເບົາ ທາງດ້ານ ການ ເມືອງ ໃນລາວ ໃນ ປັດຈຸບັນ ຄົງເປັນໄປ ໄດ້ຍາກ ຊຶ່ງ ຫລາຍ ພາກສ່ວນ ຄາດການວ່າ ພັກ ປະຊາຊົນ ລາວ ຍັງຈະ ຍຶດໝັ້ນ ຄວບຄຸມ ອຳນາດ ຢ່າງ ເຄັ່ງຄັດ, ການ ປາບປາມ ກຸ່ມຕໍ່ຕ້ານ ທາງດ້ານ ການເມືອງ ຍັງຈະ ສືບຕໍ່ໄປ ຊຶ່ງ ຈະສົ່ງຜົລ ກະທົບ ຕໍ່ການ ຊ່ອຍເຫລືອ ຈາກ ຕ່າງ ປະເທດ. ອີງຕາມ ບົດຣາຍງານ ຈາກ ຫນັງສື ພີມ BUSINESS MONITOR ONLINE.
ຣາຍງານ ວ່າ ສປປລາວ ຍັງຈະ ຍຶດຫມັ້ນ ໃນການ ຄວບຄຸມ ອຳນາດ ດ້ວຍພັກໂທນ ພັກດຽວ ໄປ ຕຣອດ ຄືພັກ ປະຊາຊົນ ລາວ ຈະຄວບຄຸມ ອຳນາດ ຢ່າງ ສຽບຂາດ ໃນລາວ ຈະບໍ່ມີ ການ ປ່ຽນແປງ ຈະ ປາບປາມ ກຸ່ມຕໍ່ຕ້ານ ທາງດ້ານ ການເມືອງ ຢ່າງ ບໍ່ໄວ້ ຫນ້າ ການກະທຳ ຂອງ ຣັຖບານ ລາວ ໃນ ລັກສນະ ນີ້ ຈະສົ່ງ ຜົລກະທົບ ຕໍ່ການ ຊ່ອຍເຫລືອ ຈາກ ຕ່າງ ປະເທດ ຢ່າງ ໃຫຍ່ຫຼວງ ໃນ ອະນາຄົດ ຊື່ງ ປັດຈຸບັນ ກໍມີຫລາຍ ປະເທດ ແລ້ວ ທີ່ ຫລຸດການ ຊ່ອຍເຫລືອ ສປປລາວ ລົງໃນ ແຕ່ລະປີ. ເຊັ່ນ ສະຫະພາບ ຢູໂຣບ ສະຫະຣັຖ ອະເມຣິກາ ແລະ ອອສເຕເຣັຽ.
ອີງຕາມ ຂໍ້ມູນ ຈາກ ທະນາຄານ ໂລກ ສປປລາວ ອາສັຍ ການ ຊ່ອຍເຫລືອ ຈາກ ຕ່າງປະເທດ ຢ່າງ ຫລວງຫລາຍ ໃນການ ພັທນາ ເສຖກິດ ແລະ ສັງຄົມ. ການ ບໍຣິຈາກ ຂອງ ຕ່າງ ປະເທດ ໂດຍ ສະເຣັ່ຽ ປະມານ 400 ລ້ານ ໂດລາ ໃນ ແຕ່ລະປີ ຣະຫວ່າງ ປີ 2005 ຫາ ປີ 2012.
ຖ້າຫາກ ສປປລາວ ຍັງສືບຕໍ່ ປາບປາມ ກຸ່ມ ການເມືອງ ໃນລາວ ທີ່ ບໍ່ເຫັນພ້ອມ ນໍາ ພັກ-ຣັດ, ການ ຊ່ອຍເຫລືອ ກໍ ຈະຫຼຸດລົງ ແລະ ໄດ້ຫລຸດລົງ ຢ່າງ ຫລວງຫລາຍ ໃນປີຫລັງໆ ມານີ້ ໂດຍສະເພາະ ເຣື້ອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ກຸ່ມ ອື່ນໆ.