ຄນະກັມມະການສິດທິມະນຸດ ຂອງອົງການສະຫະປະຊາຊາດ ທວງຖາມ ຜູ້ຕາງໜ້າຂອງທາງການລາວ ກ່ຽວກັບການລະເມີດ ສິດທິມະນຸດ ຢູ່ໃນລາວຢ່າງຕໍ່ເນື່ອງ ໂດຍສະເພາະເຣຶ່ອງການບັງຄັບບຸກຄົນໃຫ້ຫາຍສາບສູນ ແລະບັນດານັກໂທດການເມືອງຂອງລາວ ທີ່ຍັງຖືກຄຸມຂັງ ຢູ່ໃນຄຸກ ແບບບໍ່ຮູ້ຊະຕາກັມນັ້ນ.
ມາດາມ Marcia VJ Kran ຊຶ່ງເປັນຜູ້ນຶ່ງ ໃນຄນະກັມມະການສິດມະນຸດ ຂອງອົງການສະຫະປະຊາຊາດ ໄດ້ທວງຖາມຄນະຜູ້ແທນ ສປປລາວ ຢູ່ໃນກອງປະຊຸມ ວ່າດ້ວຍ ສິດທິພົລເມືອງ ແລະ ສິດທິທາງການເມືອງ ຂອງສະຫະປະຊາຊາດ ຢູ່ນະຄອນ ເຈນີວາ ປະເທດ ສະວິສເຊີແລັນ ໃນມື້ວັນທີ 11 ກໍຣະກະດາ 2018 ນີ້ວ່າ:
"In this regard I must also mention the committee has some serious concerns about the protection of human rights in Laos and this.. ມາດາມກ່າວວ່າ ເນື່ອງໃນໂອກາດນີ້ ຂ້າພະເຈົ້າ ຕ້ອງອ້າງອີງເຖິງຄນະກັມມະການ ສິດທິມະນຸດ ຂອງ ສະຫະປະຊາຊາດ ທີ່ມີຄວາມເປັນຫ່ວງຢ່າງຍິ່ງ ນໍາການປົກປ້ອງສິດທິມະນຸດໃນລາວ ທີ່ມັນກ່ຽວຂ້ອງກັບ ການຈຳກັດຂອບເຂດ ການ ເຮັດວຽກຂອງອົງການຈັດຕັ້ງທາງສັງຄົມ, ກັບຂໍ້ຈຳກັດສິດເສລີພາບ ໃນການປາກເວົ້າ, ການສະແດງ ຄຳຄິດເຫັນ, ການໂຮມຊຸມຊຸມ ແລະການບັງຄັບບຸກຄົນ ໃຫ້ຫາຍສາບສູນ, ກັບສະພາບ ແລະການກັກຂັງນັກໂທດ ທີ່ບໍ່ສາມາດເຂົ້າເຖິງທະນາຍຄວາມ ແລະການປິ່ນປົວ ແລະເຣຶ່ອງອື່ນໆ ທີ່ພວກເຮົາຍັງມີຄວາມສົງສັຍຢູ່."
ພ້ອມກັນນັ້ນ ມາດາມ ຍັງໄດ້ທວງຖາມທາງການລາວ ກ່ຽວກັບຄວາມຄືບໜ້າຂອງການຊອກຫາ ທ່ານ ສົມບັດ ສົມພອນ ທີ່ຖືກລັກພາຕົວໄປ ໃນປີ 2012, ທວງຖາມຫາບັນດານັກສຶກສາລາວ ທີ່ຖືກຈັບເມື່ອປີ 1999 ໃນຂນະທີ່ພວກເຂົາເຈົ້າຈະພາກັນ ທໍາການປະທ້ວງເພື່ອ ປະຊາທິປະໄຕ, ທວງຖາມຫາປະຊາຊົນ 9 ຄົນ ທີ່ຖືກຈັບເມື່ອປີ 2009, ມີປະຊາຊົນອີກຄົນນຶ່ງ ທີ່ຖືກຄົນໃນເຄື່ອງແບບຂອງທາງການ ລັກພາຕົວໄປ.
ໃນຂນະທີ່ ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຣີ ປະຈໍາສໍານັກງານນາຍົກຣັຖມົນຕຣີ ຜູ້ເປັນຫົວໜ້າຄນະຜູ້ແທນ ສປປລາວ ເຂົ້າຮ່ວມ ກອງປະຊຸມ ວ່າດ້ວຍ ສິດທິພົລເມືອງ ແລະ ສິດທິທາງການເມືອງ ຂອງສະຫະປະຊາດ ຢູ່ນະຄອນເຈນນີວາ ໄດ້ກ່າວຕອບ ຂໍ້ຂ້ອງໃຈມາດາມ Marcia VJ Kran ຕອນນຶ່ງວ່າ:
"ຂ້າພະເຈົ້າຄິດວ່າ ທຸກໆປະເທດ ແລະຜູ້ນຳທຸກຄົນ ຕ້ອງການໃຫ້ປະຊາຊົນ ໃນປະເທດຂອງຕົນ ມີສິດທິມະນຸດ. ບໍ່ມີຜູ້ນຳຄົນໃດຢາກໃຫ້ ປະຊາຊົນຂອງຕົນ ໄດ້ຮັບຄວາມທຸກທໍຣະມານ ຈາກການລະເມີດສິດທິມະນຸດ. ບໍ່ມີທາງ ທີ່ຜູ້ນຳປະເທດຄົນໃດ ຢູ່ປະເທດໃດ ຈະເຮັດໃຫ້ ປະຊາຊົນ ໄດ້ຮັບຄວາມທຸກທໍຣະມານ ຈາກນະໂຍບາຍຂອງຕົນເອງ."
ເຖິງຢ່າງໃດກໍຕາມ, ນັກປົກປ້ອງສິດທິມະນຸດ ທີ່ຕິດຕາມເຣຶ່ອງດັ່ງກ່າວ ກໍໃຫ້ຄວາມເຫັນກັບວິທຍຸເອເຊັຍເສຣີ ວ່າ ຄນະກັມມະການ ສິດທິມະນຸດ ຂອງອົງການສະຫະປະຊາຊາດ ໄດ້ຖາມທາງການລາວ ຕົງປະເດັນ ໃນຂນະທີ່ ຫົວໜ້າຄນະຜູ້ແທນ ສປປລາວ ຕອບຄຳຖາມ ຂອງ ມາດາມ Marcia VJ Kran ບໍ່ຕົງປະເດັນ ແລະຕອບແບບ ປະຕິເສດຄວາມຈິງ.