ຜູ້ຣາຍງານພິເສດຂອງ ສປຊ ເຫັນບັນຫາ ຢູ່ລາວ

0:00 / 0:00

ທ່ານ ສາສດາຈານ Philip Alston ຜູ້ຣາຍງານພິເສດ ຂອງອົງການສະຫະປະຊາຊາດ ໄດ້ຈັດພິທີຖະແຫຼ່ງຂ່າວຫຼັງຈາກ ທີ່ເຂົ້າມາເຮັດວຽກ ຢູ່ປະເທດລາວ ນັບແຕ່ວັນທີ 18-28 ມິນາ 2019, ທ່ານໄດ້ສະແດງຄວາມເປັນຫ່ວງ ໃນຫຼາຍບັນຫາທີ່ເກີດຂຶ້ນ ຢູ່ໃນ ປະເທດລາວ.

ບັນຫາຫລັກທີ່ ຜູ້ຣາຍງານພິເສດ ໄດ້ເວົ້າເວົ້າເຖິງຢູ່ໃນການຖະແຫລງຂ່າວ ແມ່ນບັນຫາ ການສຳປະທານທີ່ດິນ ທີ່ໄປກວມເອົາທີ່ດິນ ຂອງ ປະຊາຊົນ ຢູ່ເຂດຊົນນະບົດ ທີ່ໄປສົ່ງຜົນກະທົບຕໍ່ ການດຳຣົງຊີວິດ ຂອງເຂົາເຈົ້າ.

ການໃຫ້ຄ່າຊົດເຊີຍ ທີ່ບໍ່ເໝາະສົມ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກ ໂຄງການທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ນະຄອນຫລວງວຽງຈັນ ຫາ ວັງວຽງ ທີ່ກຳລັງມີການດຳເນີນການ ຢູ່ໃນປັດຈຸບັນນີ້.

ໃນເລື້ອງການຫລຸດຜ່ອນ ຄວາມທຸກຍາກໃນລາວ ໃນໄລຍະສອງທົສວັດ ກໍຫລຸດລົງ, ດັ່ງທ່ານ Philip Alston ໄດ້ກ່າວຕອນນຶ່ງວ່າ:

"ມີຜົນສຳເຣັດທີ່ສຳຄັນ ຢູ່ ສປປລາວ ໃນໄລຍະ 20 ປີ ຜ່ານມາ ຄື; ອັດຕຣາ ຄວາມທຸກຍາກຫລຸດລົງຈາກ 52 ສ່ວນຮ້ອຍ ມາເປັນຢູ່ທີ່ 22 ສ່ວນຮ້ອຍ ແລະກໍອາດຈະຫຼຸດລົງອີກ, ແລະກໍມີການປັບປຸງໃຫ້ດີຂຶ້ນ ເລື່ອງການມີໄຟຟ້າໃຊ້ ມີນ້ຳສະອາດ ມີໂຮງຮຽນ ແລະອືີ່ນໆອີກ."

ແຕ່ ວຽກງານການລຶບລ້າງ ຄວາມທຸກຍາກ ຍັງຄົງດຳເນີນໄປແບບບໍ່ ສົມດູນກັນ ເຊັ່ນ, ປະຊາຊົນ 40 ເປີເຊັນ ຢູ່ຊົນນະບົດ ຍັງທຸກຍາກ ໃນຂນະທີ່ ຢູ່ເຂດຕົວເມືອງ ມີປະຊາຊົນ ທຸກຍາກພຽງແຕ່ 10 ເປີເຊັນ ເທົ່ານັ້ນ.

ບັນຫາການຢຽວຢາ ຜູ້ທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ກໍຍັງຄົງເປັນໄປຢ່າງຊັກຊ້າ ແລະ ຍັງມີຂໍ້ຈຳກັດ, ການ ຊ່ວຍເຫລືອ ທາງດ້ານການເງິນ ໂດຍສະເພາະ ປະຊາຊົນໄດ້ຮັບອັດຕາກິນ ພຽງແຕ່ 5 ພັນກີບ ຕໍ່ມື້ຕໍ່ນຶ່ງຄົນ ເທົ່ານັ້ນ, ໄດ້ຮັບເງິນເດືອນ ລະ 1 ແສນກີບ, ໄດ້ຮັບເຂົ້າກິນ 20 ກິໂລກຼັມ ຕໍ່ຄົນເທົ່ານັ້ນ ຊຶ່ງເຂົາເຈົ້າດຳລົງຊີວິດ ດ້ວຍຄວາມທຸກຍາກ.

ບັນຫາສິ່ງທ້າທາຍກ່ຽວກັບບົດບາດ ຍິງ-ຊາຍ ກໍຄື, ແມ່ຍິງທີ່ຢູ່ໃນຕຳແໜ່ງ ລະດັບການນຳຍັງມີໜ້ອຍ, ມີແມ່ຍິງພຽງແຕ່ 7 ຄົນ ຢູ່ໃນ ກຳມະການສູນກາງພັກຈຳນວນ 69 ທ່ານ, ໃນຂັ້ນບ້ານ ແມ່ຍິງເປັນນາຍບ້ານ ຄິດເປັນອັດຕຣາສ່ວນມີພຽງແຕ່ 3 ເປີເຊັນ ເທົ່ານັ້ນ.

ຊົນຊາດ-ຊົນເຜົ່າ ຫລື ຊົນເຜົ່າພື້ນເມືອງ ທີ່ກວມເອົາ 45 ເປີເຊັນ ຂອງພົລເມືອງລາວທັງຫມົດ ຍັງຄົງປະສົບບັນຫາ ອັດຕຣາຄວາມ ທຸກຍາກສູງ ຍ້ອນວ່າ ເຂົາເຈົ້າບໍ່ສາມາດເຂົ້າເຖິງ ຖະໜົນຫົນທາງ, ສາທາຣະນະສຸກ, ການສຶກສາ, ໄຟຟ້າ ແລະ ນ້ຳສະອາດ.

ນອກຈາກນີ້, ຍັງມີບັນຫາເດັກນ້ອຍລາວ ຍັງບໍ່ສາມາດເຂົ້າເຖິງ ການສຶກສາ-ເດັກນ້ອຍ ນັກຮຽນ ອອກໂຮງຮຽນ ຕັ້ງແຕ່ຍັງນ້ອຍ ແລະ ມີການແຕ່ງງານ ກ່ອນວັຍອັນຄວນ ເພື່ອມາຊ່ວຍວຽກຄອບຄົວ, ແລະ ບັນຫາລະເບີດ ຍັງບໍ່ທັນແຕກ ທີ່ຕົກຄ້າງຢູ່ໃນ ປະເທດລາວ ແຕ່ປາງສົງຄາມ.