ເອກອັຄຣັຖທູດ ແຕ່ງຕັ້ງ ຈາກ ສະຫະຣັຖ ປະຈໍາລາວ

ອຸ່ນແກ້ວ ສຸກສະຫວັນ
2019.11.01
F-OK ທ່ານ Peter M. Haymond ເອກອັຄຣັຖທູດ ແຕ່ງຕັ້ງ ຈາກ ສະຫະຣັຖ ຄົນໃໝ່ ປະຈໍາລາວ
https://www.foreign.senate.gov/hearings/nominations-103119

ທ່ານ Peter Haymond, ເອກອັຄຣັຖທູດ ແຕ່ງຕັ້ງ ສະຫະຣັຖ ອາເມຣິກາ ຄົນໃໝ່ທີ່ຈະໄປ ປະຕິບັດວຽກງານ ຢູ່ປະເທດລາວຍັງຄົງເນັ້ນ ການຮ່ວມມື ເພື່ອສົ່ງເສີມສິດທິມະນຸດ ແລະ ການເສີມສ້າງຄວາມເຂັ້ມແຂງ ໃຫ້ປະເທດລາວ.

ກ່ອນທີ່ຈະໄປປະຕິບັດພາລະກິດ ໃນຖານະທູດສະຫະຣັຖຄົນໃໝ່ ປະຈຳລາວ, ໃນວັນທີ 31 ຕຸລາ ຢູ່ ນະຄອນຫລວງ ວໍຊິງຕັນ ດີ ຊີ, ທ່ານ Peter Haymond ໄດ້ອ່ານຖແລງການຂອງຕົນ ກ່ຽວກັບວຽກງານ ທີ່ຈະໄປປະຕິບັດ ຢູ່ ປະເທດລາວ ແລະ ໄດ້ຕອບຂໍ້ຊັກຖາມ ຂອງ ສະມາຊິກວຸດທິສະພາ ສະຫະຣັຖ ຊຶ່ງນຶ່ງໃນນັ້ນແມ່ນການສົ່ງເສີມ ສິດທິມະນຸດ. ທ່ານກ່າວຕອນນຶ່ງ ວ່າ:

"ມີສິ່ງທ້າທາຍຫລາຍຢ່າງ ສຳລັບອົງການພາກປະຊາສັງຄົມ ແລະເລື້ອງສິດທິມະນຸດ ຂັ້ນພື້ນຖານໃນລາວ. ຂ້າພະເຈົ້າຍິນດີ ທີ່ຈະຈັດ ບຸຣິມະສິດ ແລະ ຍູ້ດັນການນຳໃຊ້ຮູບແບບ ຂອງອະເມຣິກາ ໃນການສົ່ງເສີມ ສິດທິມະນຸດ ຍ້ອນວ່າ ມັນເປັນສິ່ງທີ່ ເໝາະສົມ ແລະ ຍ້ອນວ່າ ຂ້າພະເຈົ້າຢາກເຮັດໃຫ້ເປັນ ກໍຣະນີສຶກສາໃຫ້ຣັຖບານລາວ ໄດ້ເຫັນວ່າ ການເຮັດວຽກກັບອົງການ ພາກປະຊາສັງຄົມ ເປັນ ສິ່ງທີ່ດີທີ່ສຸດ ເພື່ອສ້າງຄວາມເຊື່ອໃຈ ຣະຫວ່າງ ປະຊາຊົນ ກັບ ຣັຖບານ."

ສະເພາະຢູ່ປະເທດລາວ ທີ່ຜ່ານມາໄດ້ມີການຈັບຕົວ ປະຊາຊົນເລື້ອງບັນຫາທີ່ດິນ ແລະການຈັບປະຊາຊົນ ທີ່ສະແດງຄວາມຄິດຄວາມເຫັນ ຜ່ານທາງສື່ສັງຄົມ ອອນລາຍ.

ປັດຈຸບັນ ອົງການພາກປະຊາສັງຄົມໃນລາວ ກໍຖືກຈຳກັດຂອບເຂດ ໃນການເຮັດວຽກຊ່ວຍເຫລືອປະຊາຊົນ ທີ່ດ້ອຍໂອກາດ, ອີງຕາມການ ຢືນຢັນ ຂອງເຈົ້າໜ້າທີ່ຜູ້ທີ່ເຮັດວຽກ ຢູ່ໃນອົງການພາກປະຊາຊົນ ຂອງລາວ.

ນອກຈາກນີ້ ທ່ານ Peter Haymond ຍັງກ່າວຕື່ມອີກວ່າ ປະເທດລາວ ເປັນປະເທດນຶ່ງ ທີ່ອ່ອນທີ່ສຸດທາງດ້ານເສດຖະກິດ ໃນອາຊຽນ ຈຶ່ງເຮັດໃຫ້ລາວ ມີຄວາມສ່ຽງຖືກກົດດັນ ຈາກພາຍນອກ. ການເສີມສ້າງຄວາມເຂັ້ມແຂງໃຫ້ລາວ ເປັນຊາດທີ່ມີ ອະທິປະໄຕ ຈະເປັນ ບຸຣິມະສິດ ສູງສຸດ.

ທ່ານກ່າວອີກວ່າ:

"ເມື່ອມີການເປັນຄູ່ພາຄີດ້ວຍຈິດໃຈ, ພວກເຮົາຊ່ວຍໃຫ້ ລາວ ມີຄວາມຈະເຣີນ ແລະ ການບໍຣິຫານງານ ທີ່ດີຂຶ້ນ, ປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ໃນປະເທດລາວ. ພວກເຮົາຈະສະໜັບສະໜູນ ບັນດາຜູ້ນຳ ທີ່ມີຄວາມຄິດກ້າວໜ້າ. ແລະ ພວກເຮົາສນັບສນູນ ປະເທດລາວ ເພື່ອຮັກສາອະທິປະໄຕ ແລະ ການເປັນພາຄີ ທີ່ສ້າງສັນ ຕາມຫລັກການສາກົນ."

ນອກຈາກນີ້ ສະຫະຣັຖ ອາເມຣິກາ ຍັງສືບຕໍ່ການຮ່ວມມືກັບ ຣັຖບານລາວ ໃນດ້ານການ ເກັບກູ້ລະເບີດ ທີ່ບໍ່ທັນແຕກ, ການເກັບກູ້ຊິ້ນສ່ວນ ທະຫານອາເມຣິກັນ 286 ຄົນ ທີ່ຫາຍສາບສູນ ໃນປາງຄົງຄາມວຽດນາມ.

ທ່ານ Peter Haymond ເອກອັຄຣັຖທູດ ແຕ່ງຕັ້ງ ຈະໄປປະຕິບັດໜ້າທີ່ແທນ ຍາງນາງ Rena Bitter ທູດ ສະຫະຣັຖ ຄົນປັດຈຸບັນ ທີ່ຈະໝົດວາລະໄປ ໃນອີກບໍ່ດົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.