ສະຫະຣັດ ອະເມຣິກາ ຍົກເຣື້ອງ ການຫາຍສາບສູນ ຂອງ ຊາວລາວ-ອາເມຣິກັນ 3 ຄົນ ທີ່ ຫາຍສາບສູນ ຕໍ່ ຣັຖບານ ສປປ ລາວ. ຕາມຄໍາເວົ້າ ຂອງ ກະຊວງການ ຕ່າງປະເທດ ສະຫະຣັດ ໃນ ວັນພະຫັດ ທີ 28 ກຸມພາ 2013 ນີ້.
ຜູ້ເປັນ ຍາດພີ່ນ້ອງ ແລະ ໝູ່ເພື່ອນ ເວົ້າວ່າ ທ່ານ ສຸລິ ກອງມະລາວົງ, ທ່ານ ບຸນທ່ຽງ ອິນສີຊຽງໃໝ່ ແລະ ທ່ານ ບຸນມາ ພັນໂຍທາ ໄດ້ຫາຍ ສາບສູນໄປ ໃນ ຕົ້ນເດືອນ ມົກກະຣາ ເມື່ອເດີນທາງ ໄປຮ່ວມພິທີ ສົ່ງສະການ ທີ່ແຂວງ ສວັນນະເຂດ. ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວ ຕໍ່ວິທຍຸ ເອເຊັຍ ເສຣີ ວ່າ ສະຖານທູດ ອະເມຣິກາ ທີ່ນະຄອນຫລວງ ວຽງຈັນ ກໍາລັງ ສືບສາວ ຣາຍງານ ທີ່ວ່າທັງ 3 ຄົນຈາກ ອະເມຣິກາ ນັ້ນໄດ້ ຫາຍສາບສູນ ແລະ ບາງທີອາດຖືກ ກັກຂັງຢູ່. ເຈົ້າໜ້າທີ່ ທີ່ບໍ່ປະສົງ ອອກຊື່ ທ່ານນີ້ເວົ້າວ່າ ສະຖານທູດ ພວກເຮົາ ທີ່ນະຄອນຫລວງ ວຽງຈັນ ກໍາລັງ ຕິດຕາມ ເຣື່ອງນີ້ຢູ່ ແລະ ໄດ້ພົວພັນ ກັບຣັຖບານລາວ ເພື່ອຫາຂໍ້ມູນ ເພີ່ມຕື່ມ.
ທ່ານວ່າ ການປົກປ້ອງ ສວັດດິພາບ ຂອງພົລເມືອງ ອະເມຣິກັນ ເປັນນຶ່ງ ໃນບູຣິມະສິດ ສໍາຄັນ ທີ່ສຸດ ຂອງກະຊວງ ການຕ່າງປະເທດ ສະຫະຣັດ ແລະ ພວກທ່ານເອົາຈິງ ເອົາຈັງກັບ ທຸກຣາຍງານ ປະເພດນີ້. ແຫລ່ງຂ່າວວ່າ ການຫາຍສາບສູນ ຂອງບຸກຄົນ ທັງ 3 ນັ້ນເກີດຂຶ້ນ ພາຍຫລັງທີ່ໄດ້ ຂີ່ຣົດອອກ ຈາກສວັນ ໄປແກ້ງກອກ ເມືອງຈໍາພອນ ເພື່ອຮ່ວມພິທີ ສົ່ງສະການ.
