ກະຊວງ ການຕ່າງປະເທດ ສະຫະຣັຖ ໄດ້ອອກແຈ້ງ ເຕືອນ ພົລເມືອງ ຂອງຕົນເອງ ກ່ຽວກັບ ເຫດການ ຍິງຣົດ ຢູ່ຖະໜົນ ເລກທີ 13 ເໜືອ ຣະຫວ່າງ ເຂດພູຄູນ ແຂວງ ຫຼວງພະບາງ ກັບ ເມືອງກາສີ ແຂວງ ວຽງຈັນ. ສະຖານທູດ ສະຫະຣັຖ ປະຈໍາລາວ ໄດ້ ຫ້າມບໍ່ໃຫ້ ພະນັກງານ ຂອງຕົນ ເດີນທາງ ຕາມຖະໜົນ ເລກທີ 13 ເໜືອ ໂດຍສະເພາະ ແຕ່ເຂດ ເມືອງກາສີ ແຂວງວຽງຈັນ ໄປຫາ ເມືອງພູຄູນ ແຂວງ ຫຼວງພຣະບາງ ຍ້ອນວ່າ ມີຄວາມ ບໍ່ສະຫງົບ ເກີດຂຶ້ນ ຢູ່ຕໍ່ເນື່ອງ ແລະ ບໍ່ສາມາດ ຄາດເດົາໄດ້ ແລະຍັງ ຂາດຂໍ້ມູນ ຂ່າວສານ ຈາກ ທາງການລາວ. ນອກຈາກນີ້ ສະຖານທູດ ສະຫະຣັຖ ປະຈໍາລາວ ຍັງຫ້າມ ບໍ່ໃຫ້ ພະນັກງານ ຂອງຕົນ ເດີນທາງ ໄປແຂວງ ໄຊສົມບູນ ຊຶ່ງ ມີເຫດການ ຄວາມວຸ້ນວາຍ ທີ່ ເປັນ ອັນຕະລາຍ ເກີດຂຶ້ນ ຫຼາຍຄັ້ງ.
ຫລ້າສຸດ ມີຣາຍງານ ຂ່າວວ່າ ຢູ່ບ້ານ ວຽງຄໍາ ໃນວັນທີ 1 ມີນາ ເວລາ ປະທານ 20 ໂມງ ມີການລັດ ຍິງ ກັມມະກອນ ຄົນຈີນ ຂອງ ບໍຣິສັດ ຈີນ ເຮັດໃຫ້ມີ ຄົນຈີນ ເສັຽຊີວິດ 1 ຄົນ ແລະ ບາດເຈັບ 3 ຄົນ ແລະ ໃນເວລາ ໃກ້ຄຽງກັນ ເກີດເຫດ ລັດຍິງ ຣົດເມ ໂດຍສານ ວຽງຈັນ ຫາ ຜົ້ງສາລີ ແລະ ຣົດກະບະ ເຮັດໃຫ້ມີ ຜູ້ໄດ້ຮັບບາດ ເຈັບ 5 ຄົນ.
ເຫດການ ຍິງ ຣົດເມ ວຽງຈັນ ຫາ ຫຼວງນໍ້າທາ ໃນວັນທີ 14 ມົກກະຣາ ເຮັດໃຫ້ມີ ຜູ້ບາດເຈັບ, ແຕ່ບໍ່ມີ ຣາຍງານ ຜູ້ເສັຽຊີວິດ. ອີງຕາມ ທີ່ວ່າ ເປັນຈຸດເກີດເຫດ ຄວາມ ບໍ່ສະຫງົບ ນັບແຕ່ ເດືອນ ພຶສຈິກາ ປີ 2015 ເປັນຕົ້ນມາ ໂດຍສະເພາະ ເຫດການ ຍິງຣົດ, ເຫດການ ວາງຣະເບີດ ຕາມເສັ້ນທາງ, ການປະທະກັນ ຣະຫວ່າງ ເຈົ້າໜ້າທີ່ ທະຫານ ກັບ ຜູ້ກໍ່ ຄວາມບໍ່ສະຫງົບ ເປັນເຫດ ເຮັດໃຫ້ ມີຜູ້ເສັຽ ຊີວິດ 8 ຄົນ. ອີງຕາມ ຣາຍງານ ທີ່ບໍ່ເປັນ ທາງການ, ເຈົ້າໜ້າທີ່ ຂອງ ທາງການລາວ ຍັງບໍ່ທັນ ອອກມາ ຊີ້ແຈງ ກ່ຽວກັບ ເຣື້ອງນີ້.
