ສະຫະຣັຖ ພ້ອມສນັບສນູນລາວ ໃນການເປັນປະທານວຽນ ອາຊ້ຽນ
2023.12.15

ເມື່ອສັປດາທີ່ຜ່ານມາ ທ່ານ ບິລ ຣັສໂຊ (Bill Russo), ຜູ້ຊ່ອຍຣັຖມົນຕຣີ ຮັບຜິດຊອບວຽກງານ ປະຊາສັມພັນ ແລະການຮ່ວມມື ລະຫວ່າງປະເທດ, ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນໂອກາດການຢ້ຽມຢາມ ທ່ານໄດ້ກ່າວວ່າ ຣັຖບານສະຫະຣັຖ ພ້ອມໃຫ້ການສນັບສນູນລາວ ໃນການເປັນປະທານ ວຽນອາຊ້ຽນ ປະຈຳປີ 2024. ທ່ານໄດ້ໃຫ້ສັມພາດ ສື່ມວນຊົນ ຂອງທາງການລາວ ໃນໂອກາດພົບປະ ກັບເຈົ້າໜ້າທີ່ຂັ້ນສູງ ຂອງກະຊວງການຕ່າງປະເທດ ລາວ ຕອນນຶ່ງວ່າ:
“ພວກເຮົາ ມີຄວາມມຸ່ງໝັ້ນ ທີ່ຈະເຮັດທຸກສິ່ງທຸກຢ່າງ ທີ່ພວກເຮົາຈະສາມາດໝັ້ນໃຈໄດ້ວ່າ. ການທີ່ລາວ ເປັນປະທານວຽນອາຊ້ຽນ ໃນປີ 2024 ນັ້ນ ຈະເປັນຄວາມສຳເຣັດ ສຳລັບລາວ ແລະບັນດາປະເທດອາຊ້ຽນທັງມວນ.”
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງສະຖານທູດ ສະຫະຣັຖອາເມຣິກາ ປະຈຳລາວ, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ທ່ານນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະສຽງ ໃນມື້ວັນທີ 15 ທັນວານີ້ວ່າ:
“ຣັຖບານສະຫະຣັຖ ມີຄວາມມຸ່ງໝັ້ນ ໃນການສນັບສນູນຣັຖບານ ແລະປະຊາຊົນລາວ ໃນການເປັນປະທານອາຊ້ຽນ ໃນປີ 2024 ເຊິ່ງພວກເຮົາ ພວມປຶກສາຫາລື ນຳຝ່າຍລາວ ກ່ຽວກັບຄວາມຕ້ອງການ ແລະຊ່ອງທາງ ທີ່ມີສັກກະຍະພາບ ໃນການສນັບສນູນດັ່ງ ກ່າວ.”
ທ່ານກ່າວຕື່ມວ່າ ສະຫະຣັຖ ເຮັດວຽກຮ່ວມກັບລາວ ເພື່ອພັທນາ ສະມັດຖະພາບ ໃນຫຼາກຫຼາຍຮູບການ. ລວມທັງການຝຶກກອົບຮົມ ພາສາອັງກິດໃຫ້ເຈົ້າໜ້າທີ່ລາວ ທີ່ມີສ່ວນຮ່ວມ ໃນການຈັດກອງປະຊຸມ ອາຊ້ຽນນັ້ນ.
ຊາວລາວ ຜູ້ທີ່ຮູ້ເຣື່ອງນີ້ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ສະຫະຣັຖ ໜ້າຈະຊ່ອຍເຫຼືອລາວ ໃນການຝຶກອົບຮົມເຈົ້າໜ້າທີ່ ໃນການຈັດກອງປະຊຸມ ສຸດຍອດອາຊ້ຽນນັ້ນ ແລະການທີ່ສະຫະຣັຖ ຈະຊ່ອຍເຫຼືອລາວ ໃນການເປັນປະທານວຽນອາຊ້ຽນ ຖືວ່າເປັນເຣື່ອງທີ່ດີ ແລະລາວຈະໄດ້ຮັບຜົລປໂຢດ.
ດັ່ງທີ່ທ່ານກ່າວວ່າ:
“ການທີ່ສະຫະຣັຖອາເມຣິການີ້ ເຂົາເຈົ້າມາຊ່ອຍເຫຼືອລາວນີ້ກະ, ກະຈະແມ່ນໃນແນວທາງ ເປັນການຝຶກອົບຮົມ ພາສາອັງກິດນໍ, ຫຼືວ່າເຕັກນິກວິຊາການຕ່າງໆ ນໍ. ສຳລັບພະນັກງານ ທີ່ກ່ຽວຂ້ອງ ກັບການກະກຽມ ກອງປະຊຸມອາຊ້ຽນນີ້ນໍ ທີ່ລາວເຮົາຈະເປັນເຈົ້າພາບນີ້ນ່າ. ກະຄືວ່າເປັນເຣື່ອງທີ່ດີ ແລະຄຶດວ່າລາວ ຈະໄດ້ຮັບຜົລປໂຢດ ຈາກການຊ່ອຍເຫຼືອ ຂອງສະຫະຣັຖອາເມຣິກາເທື່ອນີ້.”
ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ຜແນກອາເມຣິກາ, ກົມຢຸໂຣບ-ອາເມຣິກາ, ກະຊວງການຕ່າງປະເທດ ຂອງລາວ ແຕ່ບໍ່ສາມາດຕິດຕໍ່ໄດ້.
ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ກ່ຽວຂ້ອງນາງນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ເວົ້າວ່າ ນາງ ຍັງບໍ່ທັນຮູ້ ເຣື່ອງການຊ່ອຍເຫຼືອ ຂອງຣັຖບານສະຫະຣັຖ ໃນເຣື່ອງນີ້.
“ອັ່ນນີ້ເຮົາບໍ່ຊາບເຈົ້າ ເພາະວ່າປົກກະຕິ ຖ້າວ່າມີແຈ້ງການ ຫຼືມີຫຍັງເພີ່ມຕື່ມ ກໍ່ຈະແຈ້ງທາງກະຊວງ, ແຕ່ເຮົາບໍ່ເຫັນ, ຍັງບໍ່ເຫັນແຈ້ງການເທື່ອເຈົ້າ.”
ທີ່ຜ່ານມາ, ຣັຖບານສະຫະຣັຖ ກໍໄດ້ໃຫ້ການຊ່ອຍເຫຼືອລາວ ໃນການເປັນປະທານວຽນອາຊ້ຽນນັ້ນ.
ທ່ານ ອະດິສອນ ເສມແຍ້ມ, ຜູ້ອຳນວຍການ ສູນແມ່ນ້ຳຂອງສຶກສາ ຈຸລາລົງກອນ ມະຫາວິທຍາໄລ ຂອງໄທຍ ກ່າວວ່າ ການທີ່ສະຫະຣັຖ ຈະຊ່ອຍເຫຼືອລາວເທື່ອນີ້ ຖືວ່າເປັນເຣື່ອງທີ່ໜ້າສົນໃຈ, ຍ້ອນວ່າ ມັນຈະເຮັດໃຫ້ລາວ ໃນຖານະປະທານອາຊ້ຽນ ຕ້ອງດຸ່ນດ່ຽງຄວາມສັມພັນຂອງຕົນ ກັບສະຫະຣັຖ, ຈີນ, ວຽດນາມ ແລະບັນດາປະເທດອາຊ້ຽນ ຢ່າງລະມັດລະວັງທີ່ສຸດ ໃນຂະນະທີ່ ບັນດາປະເທດດັ່ງກ່າວ ພວມມີຂໍ້ຂັດແຍ້ງ ຢູ່ທະເລຈີນໃຕ້ ແລະບັນຫາທາງການເມືອງຂອງພະມ້າ, ເຊິ່ງເປັນສ່ວນນຶ່ງ ຂອງການແຂ່ງຂັນອິດທິພົລ ລະຫວ່າງສະຫະຣັຖ ກັບຈີນ.
ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:
(ພາສາໄທຍ) “ເຮົາຕ້ອງເຂົ້າໃຈວ່າ ຈີນນີ້ຄອບງຳເຣື່ອງຂອງການປະຊຸມອາຊ້ຽນນີ້ຢູ່. ປີໜ້າທີ່ລາວ ຈະເປັນປະທານອາຊ້ຽນ ມັນຈະມີອີ່ຫຍັງຫຼາຍໆ ຢ່າງ. ລາວກໍ່ມີວຽດນາມ ເພາະວ່າ ມັນກໍ່ມີບັນຫາທະເລຈີນໃຕ້, ເຊິ່ງວຽດນາມເອງ ກໍ່ມີບັນຫາ (ກັບຈີນ) ຢູ່ບ່ອນນັ້ນ. ກໍຣະນີ ທີ່ອາເມຣິກາ ຈະເຂົ້າມາສນັບສນູນລາວບ່ອນນີ້ ມັນກໍ່ເປັນເຣື່ອງບໍ່ທັມມະດາ. ຄຳຖາມແມ່ນ ມັນຈະເຮັດໃຫ້ລາວ ລຳບາກຂຶ້ນ ໃນການທີ່ຈະດຳເນີນງານ ທາງດ້ານນະໂຍບາຍການເມືອງ ລະວ່າງປະເທດ ໃນກໍຣະນີຂອງການເປັນປະທານອາຊ້ຽນນີ້. ມັນຈະລຳບາກຂຶ້ນ ຫຼືບໍ່ ຖ້າເບິ່ງຄືນ ຈາກສະພາບແວດລ້ອມນັ້ນ.”
ສປປ ລາວ ເຂົ້າເປັນສະມາຊິກອາຊ້ຽນ ໃນມື້ວັນທີ 23 ກໍຣະກະດາ 1997, ໄດ້ເປັນປະທານວຽນອາຊ້ຽນ ມາແລ້ວ 2 ສໄມ ແລະໄດ້ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊ້ຽນ 3 ຄັ້ງ ຄືກອງປະຊຸມສຸດຍອດ ຄັ້ງທີ 10 ປີ 2004 ແລະຄັ້ງທີ 28 ແລະ 29 ປີ 2016. ທ່ານ ບາຣັກ ໂອບາມາ, ປະທານາທິບໍດີ ສະຫະຣັຖອາເມຣິກາ ໃນເວລານັ້ນ ໄດ້ໄປເຂົ້າຮ່ວມ ແລະໄດ້ໄປຢ້ຽມຢາມ ນະຄອນຫລວງພຣະບາງ ເມືອງມໍຣະດົກໂລກ ນໍາດ້ວຍ.
ສຳລັບປີ 2024 ທີ່ຈະມາເຖິງນີ້ ລາວຈະເປັນປະທານວຽນອາຊ້ຽນ ສໄມທີ 3 ແລະ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ຜູ້ນຳອາຊ້ຽນ ຄັ້ງທີ 44 ແລະ 45 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ, ແຕ່ທາງການສະຫະຣັຖ ຍັງບໍ່ທັນປະກາດວ່າ ຈະສົ່ງເຈົ້າໜ້າທີ່ຂັ້ນສູງທ່ານໃດ ໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊ້ຽນ ທີ່ລາວຈະເປັນເຈົ້າພາບໃນປີໜ້ານີ້.