ເສຣີພາບທາງສາສນາ ໃນລາວ

0:00 / 0:00

ໃນຂນະທີ່ ທ່ານ ບາຣັກ ໂອບາມາ ຈະເດີນທາງ ຢ້ຽມຢາມ ສປປ ລາວ ໃນໄວໆນີ້ ເພື່ອເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ນັ້ນ ຄນະ ກັມມາທິການ ສະຫະຣັຖ ອະເມຣິກາ ດ້ານ ເສຣີພາບ ທາງ ສາສນາ ໃນ ປະເທດຕ່າງໆ ຫລື USCIRF ໄດ້ອອກ ຖແລງການ ໃນວັນທີ 1 ກັນຍາ ນີ້ ຮຽກຮ້ອງໃຫ້ ທ່ານ ໂອບາມາ ຍົກບັນຫາ ເສຣີພາບ ທາງສາສນາ ໃນລາວ ຂຶ້ນມາເວົ້າ.

ທ່ານ Thomas Reese ປະທານ USCIRF ເວົ້າວ່າ ປະທານາທິບໍດີ ບາຣັກ ໂອບາມາ ມີໂອກາດ ພິເສດ ໃນການຍົກ ບັນຫາຄວາມ ກັງວົນ ດ້ານ ເສຣີພາບ ທາງ ສາສນາ ຂຶ້ນຫາລື ໂດຍກົງ ກັບ ຣັຖບານລາວ. ໃນຂນະທີ່ ສປປລາວ ມີບັນຫາ ທ້າທາຍ ຫຼວງຫຼາຍ ໃນດ້ານ ສິດທິຕ່າງໆ ໂດຍສະເພາະ ບັນຫາ ນະໂຍບາຍ ແລະ ດໍາຣັຖ ຂອງຣັຖບານ ແລະ ຂອງທ້ອງຖິ່ນ ທີ່ຈໍາກັດ ການ ປະຕິບັດ ທາງສາສນາ ທີ່ ກະທົບກະເທືອນ ບໍ່ພຽງແຕ່ ຕໍ່ ຣັຖທັມນູນ ຂອງລາວ ເທົ່ານັ້ນ ແຕ່ຍັງ ກະທົບຕໍ່ ມາຕຖານ ສິດທິມະນຸດ ສາກົນ ນໍາດ້ວຍ.

ໃນຖແລງການ ຂອງ USCIRF ເວົ້າຕື່ມວ່າ ຊາວຄຣິສຕຽນ ໃນລາວ ຊຶ່ງ ພົລເມືອງ ສ່ວນໃຫຍ່ ເປັນຊາວພຸດ ນັ້ນ ທົ່ວໄປແລ້ວ ປະເຊີນກັບ ການຈໍາກັດ ແລະ ການຖືກ ຈໍາແນກ ຫຼາຍທີ່ສຸດ ຈາກ ຣັຖບານລາວ ຍ້ອນ ຣັຖບານລາວ ຍັງສົງໄສ ກ່ຽວກັບ ສາສນາ ຄຣິສຕຽນ ວ່າເປັນສິ່ງທີ່ ເອີ້ນກັນວ່າ ຕາເວັນຕົກ ຫລື ອະເມຣິກັນ.

ໃນປີ 2015 ທາງການ ທ້ອງຖິ່ນ ຂອງລາວ ໄດ້ກັກຂັງ ຫລືວ່າ ຂົ່ມຂູ່ ທີ່ຈະຈັບ ຊາວຄຣິສຕຽນ ຫຼາຍຄົນ ຂັງຄຸກ ຢູ່ແຂວງຄໍາມ່ວນ ແລະ ຢູ່ແຂວງ ຫຼວງພຣະບາງ ກໍມີຄົນຮ້າຍ ໃຊ້ມີດແທງ ຄຸນພໍ່ ຈົນເສັຽຊີວິດ ຊຶ່ງ ເຈົ້າໜ້າທີ່ ທ້ອງຖິ່ນ ກົດດັນໃຫ້ ເຊົາສອນ ແລະ ເຜີຍແຜ່ ສາສນາ ຄຣິສຕຽນ. ຕາມຖແລງການ USCIRF.