ຊາວລາວ ໃນນະຄອນຫຼວງວຽງຈັນ ດີໃຈ ພາຍຫຼັງທີ່ຣັຖບານ ບໍ່ອະນຸມັດໃຫ້ປິດການເຂົ້າ ອອກເມືອງ ໃນໄລຍະບຸນປີໃໝ່ລາວນີ້ ຕາມການສເນີຂອງອໍານາດ ການປົກຄອງ ນະຄອນ ຫຼວງວຽງຈັນ.
ຊາວລາວຜູ້ນຶ່ງ ຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ເມສານີ້ ວ່າ: ຕົນເຫັນດີ ທີ່ຂັ້ນ ເທິງບໍ່ປິດການເຂົ້າ-ອອກ ນະຄອນຫຼວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ຍ້ອນວ່າ ຖ້າຫາກປິດເມືອງ ຈະເຮັດໃຫ້ສະພາບຈິດໃຈ ຂອງປະຊາຊົນຈໍານວນນຶ່ງ ທີ່ຢາກໄປຫາຄອບຄົວ ແລ້ວບໍ່ໄດ້ໄປ ອາຈໃຫ້ເຂົາເຈົ້າ ມີຄວາມບໍ່ພໍໃຈ ກໍເປັນໄດ້:
“ເຮັດໃຫ້ສະພາບການ ມັນເຄັ່ງຕືງຫັ້ນນາ ປະຊາຊົນ ກໍຊິຄຽດບໍ ກໍຊິບໍພໍໃຈອັນນີ້ ເພິ່ນກໍວ່າໄປ ໄປກໍໃຫ້ຣະມັດຣະວັງຜ້າອັດປາກ ອັດດັງ ກັບເຈວລ້າງມື ກໍໃຫ້ຕິດຣົດໄປນໍາ, ກໍດີໃຈນໍາ ເພິ່ນນັ້ນແຫຼະ ເພາະວ່າ ແຜນຂອງເພິ່ນ ຜ່ານມາກໍຣະງັບໄດ້ເນາະ ປະເທດເຮົາ ກໍເປັນນຶ່ງໃນກຸ່ມອາຊຽນ ຖືວ່າຄວບຄຸມ ໄດ້ດີແຫຼະເນາະ, ຄັນຊິໃຫ້ໄປແທ້ໆ ປະຊາຊົນ ກໍຂັດຂ້ອງແຫຼະ ເນາະ ຮອດປີໃໝ່ ຟ້າໃໝ່ ກໍຢາກໄປຫາພໍ່ຫາແມ່ ຕັກບາດ ຕັກຣີ ສົງຜູ້ເຖົ້າຜູ້ແກ່ ມັດແຂນໃຫ້ນາຍຄຣູ ບາສີສູ່ຂວັນທັມມະດາ ບໍ່ມີດົນຕຣີ ເຮັດຕາມຮີດຄອງຫັ້ນແຫຼະ.”
ຊາວລາວອີກຄົນນຶ່ງ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນຮູ້ສຶກດີໃຈ ທີ່ພາກສ່ວນ ກ່ຽວຂ້ອງ ບໍ່ໄດ້ປິດເມືອງ ໃນໄລຍະບຸນປີໃໝ່ນີ້ ເຮັດໃຫ້ການໄປມາຫາສູ່ກັນ ດໍາເນີນໄປຕາມປົກກະຕິ ແລະສະແດງໃຫ້ເຮັດວ່າ ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ສາມາດຄວບຄຸມການຣະບາດ ຂອງເຊື້ອດັ່ງກ່າວ ໃນນະຄອນຫຼວງວຽງຈັນ ໄດ້ຢ່າງແທ້ຈິງ:
“ເອີ່ໂລ່ງໃຈ ໂລ່ງໃຈໆ ຖືວ່າໄປຫາກັນໄດ້ ເພາະວ່າມັນກໍບໍ່ເກີດຫຼາຍປານໃດ ໄປຫາກັນໄດ້ ກໍບໍ່ເຖິງຂັ້ນວ່າ ປິດບ້ານປິດເມືອງຫຍັງ ໄປມາໄດ້ຢູ່, ແຕ່ວ່າ ເຮົາກໍຮັກສາສຸຂພາບ ຂອງເຮົາຫັ້ນ ຜູ້ໃດຈໍາເປັນແທ້ໆ ກໍໄປໄດ້ ຄັນບໍ່ຈໍາເປັນແທ້ໆ ເພິ່ນກໍບໍ່ຢາກໃຫ້ໄປ.”
ຊາວລາວຜູ້ນີ້ ເວົ້າອີກວ່າ ມື້ນີ້ ການສັນຈອນໄປ-ມາ ຕາມທ້ອງຖນົນ ຖືວ່າ ສະດວກສະບາຍ ບໍ່ຄ່ອຍມີຣົດແລ່ນຫຼາຍ ຄືປີ 2019 ກ່ອນທີ່ຈະມີເຊື້ອໂຄວິດ-19 ຣະບາດໃນລາວ.
ຊາວລາວອີກຜູ້ນຶ່ງ ຢູ່ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍມີຄວາມຄິດເຫັນວ່າ ເປັນການດີ ທີ່ຂັ້ນເທິງບໍ່ປິດເມືອງ ໃນໄລຍະ ປີໃໝ່ນີ້ ແລະຕົນ ກໍພ້ອມທີ່ຈະປະຕິບັດຕາມ ຄໍາແນະນໍາຂອງຂັ້ນເທິງ ກ່ຽວກັບມາຕການປ້ອງກັນ ໂຄວິດ-19:
“ໃນນະຄອນຫຼວງຈັນມີ 9 ເມືອງ ໄປມາກັນໄດ້ໃນນະຄອນຫຼວງ ກໍເປັນການດີແຫຼະ ແລ້ວເຮົາກໍປະຕິບັດ ຕາມຄະນະສະເພາະກິຈ ແຫຼະ ໂດຍສະເພາະ ກໍເຮືອນອ້າຍມື້ນີ້ກະລູກໆ ຫຼານໆ ກະກຽມເຮັດ ສົມມາຄາຣະວະ ເອີ້ນວ່າ ມີເຄື່ອງຂອງ ມິໂສ້ງ ມີເສື້ອຜ້າ ມີແພ ມີແບບນີ້ ສົມມາພໍ່ແມ່, ຕອນນີ້ ລູກໆຫຼານໆ ກະກຽມເຮັດເຂົ້າປຸ້ນ ອາຫານການກິນ ນີ້ແຫຼະ.”
ພໍ່ຄ້າຂາຍຜັກ ຢູ່ຕລາດທົ່ງຂັນຄໍາ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າມາຮອດ ມື້ນີ້ ຕົນຍັງຂາຍຜັກຕາມປົກກະຕິຢູ່ ແລະຮູ້ສຶກ ທັມມະດາ ທີ່ຂັ້ນເທິງ ບໍ່ອະນຸມັດໃຫ້ປິດເມືອງ ໃນໄລຍະປີໃໝ່ນີ້, ແຕ່ຖ້າມີການປິດເມືອງ ທັງກາງເວັນກາງຄືນ ກໍອາຈເປັນສິ່ງທີ່ຍາກ ໃນສະພາບຄວາມເປັນຈິງ ທີ່ປະຊາຊົນ ຕ້ອງຫາ ຢູ່ຫາກິນ:
“ສົມມຸດວ່າ ຊິປິດເມືອງເນາະ ພໍ່ຄ້າແມ່ຄ້າ ພວກຮ້ານອາຫານ ເຂົາເຈົ້າ ຈໍາເປັນຕ້ອງເປີດເນາະ, ສົມມຸດເຈົ້າປິດເມືອງ ບໍ່ໃຫ້ໄປຊື້ ກິນຊັ້ນເບາະ ມັນກະຕ້ອງໄດ້ຊື້ ພວກຜັກພວກເຮົາ ມັນກະຕ້ອງໄດ້ປະຕິບັດນະ.”
ພໍ່ຄ້າຂາຍຕໍາໝາກຫຸ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ຕົນຍັງເປີດຮ້ານຂາຍເຄື່ອງຄືເກົ່າຢູ່ ເນື່ອງຈາກຄະນະ ສະເພາະກິຈຂັ້ນບ້ານ ອະນຸຍາດໃຫ້ເປີດຮ້ານໄດ້, ແຕ່ຕ້ອງໃຫ້ຄົນຊື້ໃສ່ຖົງເມືອກິນຢູ່ເຮືອນ:
“ກໍຂາຍປົກກະຕິເລື້ອຍໆນະ ຊ່ວງບຸນປີໃໝ່, ແຕ່ວ່kຮ້ານເຮົານິ່ປີກາຍ ເພິ່ນສັ່ງປິດບ້ານປິດເມືອງ ປີນີ້ກໍປິດຄືກັນ, ແຕ່ວ່າຮ້ານເຮົາ ບໍ່ເປັນຫຍັງ ຮ້ານຕໍາສົ້ມ ຕ່າງແຕ່ວ່າ ບໍ່ໃຫ້ຄົນ ເຂົ້າມານັ່ງກິນຊື່ໆ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກ່າວວ່າ ຄະນະສະເພາະກິຈ ຄວບຄຸມ ໂຄວິດ-19 ແຕ່ລະຂັ້ນ ຍັງສາມາດຄວບຄຸມ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ນັ້ນໄດ້ຢູ່ ແລະມີມາຕການປ້ອງກັນ ການແຜ່ ຣະບາດ ຂອງເຊື້ອນີ້ ຕາມແຈ້ງການ ຂອງຂັ້ນເທິງຢ່າງຕໍ່ເນື່ອງ:
“ຊ້ວງນີ້ ເພິ່ນກໍຄວບຄຸມນີ້ແຫຼະ ມີມາຕການ ແບບສິ່ງທີ່ຜ່ານມາ, ແຕ່ແລກໆຫັ້ນແຫຼະ ກໍບໍ່ໃຫ້ຊຸມນຸມມິຫຍັງນີ້ແຫຼະ ທີ່ວ່າຄວບຄຸມ ຮ້ານບັນເທີງຕ່າງໆ ເພິ່ນໃຫ້ປິດ ເພິ່ນກໍໃຫ້ປິດເປັນ ບາງແຂວງຊື່ໆ, ແຕ່ນະຄອນຫຼວງວຽງຈັນ ເພິ່ນຍັງບໍ່ໄດ້ເຮັດຫຍັງເທື່ອ ເພິ່ນກໍມີແຕ່ຂັ້ນກະກຽມຊື່ໆ.”
ທ່ານກ່າວຕື່ມວ່າ ການປິດການເຂົ້າ-ອອກ ນະຄອນຫຼວງວຽງຈັນນີ້ ແມ່ນຍັງບໍ່ປິດເທື່ອ, ແຕ່ອາຈມີການກະຕຽມໄວ້ ຫາກເກີດມີກໍຣະນີ ສຸກເສີນ ກໍຈະປະຕິບັດໄດ້ທັນເວລາ.
