ວຽງຈັນເລັ່ງກວດກາຄົນ ຕ່າງດ້າວ

0:00 / 0:00

ປັດຈຸບັນ ຄົນຕ່າງປະເທສ ເປັນຕົ້ນ ຄົນຈີນ ແລະວຽດນາມພາກັນ ເຂົ້າມາຢູ່ນະຄອນຫລວງວຽງຈັນຫລາຍຂຶ້ນ ເຮັດໃຫ້ເຈົ້າໜ້າທີ່ ຕ້ອງ ໄດ້ກວດກາ ເຂັ້ມງວດຂຶ້ນ ເພື່ອ ຄວາມເປັນຣະບຽບ ຮຽບຮ້ອຍ ໃນ ສັງຄົມ. ດັ່ງເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ທ່ານນຶ່ງ ເວົ້າວ່າ:

"ເຂົາເຈົ້າກໍເຂົ້າ ມາຫລາຍຫັ້ນແຫລະ ແລ້ວພວກເຮົາ ກໍມີຣະບຽບ ການຄຸ້ມຄອງ ກວດກາ ອັນນີ້ພວກເຮົາ ກໍເຮັດໃຫ້ມັນ ມີການເຄັ່ງ ຄັດຂຶ້ນ ກວ່າເກົ່າ ເພື່ອກໍາແໜ້ນວ່າ ມາແນວໃດ ຢູ່ແນວໃດ ເຄື່ອນ ໄຫວແນວໃດ".

ທ່ານວ່ານອກຈາກນັ້ນແລ້ວ ທາງເຈົ້າໜ້າທີ່ກໍຈະເພິ່ມ ການກວດກາ ກໍານົດເວລາ ທີ່ ຊາວຕ່າງປະເທສ ໄດ້ເຂົ້າມາຢູ່ນັ້ນຫລາຍຂຶ້ນຮວມ ໄປເຖິງທີ່ຢູ່ອາສັຍ ເພື່ອກວດກາ ການເຄື່ອນໄຫວ ຂອງພວກເຂົາ ເຈົ້າໄດ້ງ່າຍຂຶ້ນ. ເຈົ້າໜ້າທີ່ ທ່ານດຽວກັນ ບອກໃຫ້ຮູ້ອີກວ່າ ສາເຫດທີ່ພາໃຫ້ ມີການກວດກາ ເຂັ້ມງວດຂຶ້ນນັ້ນ ກໍເພາະວ່າ ເມື່ອປີຜ່ານມາ ຊາວຕ່າງປະເທສ ໂດຍສະເພາະ ຊາວຈີນ ແລະວຽດນາມ ໄດ້ພາກັນ ລັກຊັພສິນ ຕາມບ້ານເຮືອນ ຂອງປະຊາຊົນ ແລະບາງກໍຣະນີກໍເປັນ ຄົນຮ້າຍ ເຂົ້າມາລີ້ ເຊື່ອງໂຕ ໃນ ນະຄອນຫລວງ ວຽງຈັນ ແລະ ຖືກເຈົ້າໜ້າທີ່ ຈັບໄດ້ ແລ້ວກໍສົ່ງ ກັບຄືນ ປະເທສ ຂອງເຂົາ.

ຢ່າງໃດກໍຕາມ ທ່ານກໍວ່າ ການທີ່ມີຄົນຕ່າງປະເທສ ເຂົ້າມາຢູ່ຫລາຍນັ້ນ ມັກເກີດບັນຫາ ທາງສັງຄົມ ຕາມມາ ເປັນຕົ້ນຊຸມຊົນ ຊາວຈີນ ທີ່ ຢູ່ບໍຣິເວນ ຕລາດຊັງຈ້ຽງ ນະຄອນຫລວງ ວຽງຈັນ ມັກຖິ້ມຂີ້ເຫຍື່ອ ແລະ ຖ່າຍເບົາຊະຊາຍ ແລະ ຊາວວຽດນາມ ທີ່ຕັ້ງຟາມ ລ້ຽງເປັດ ຢູ່ ເມືອງ ຫາດຊາຍຟອງ ກໍເຮັດໃຫ້ ມີກິ່ນເໝັນ ລົບກວນ ປະຊາຊົນ ໃນແຖບນັ້ນ.