ບັນຫາ ຄົນວຽດນາມ ຍາດແຍ່ງອາຊີບ ຄົນລາວ

0:00 / 0:00

ຣັຖບານລາວ ຍັງຄົງຮັກສາສາຍພົວພັນພິເສດ ກັບປະເທດວຽດນາມ ທັງໃນດ້ານແນວຄິດການເມືອງ, ການພັທນາ ເສຖກິຈ-ສັງຄົມ. ຜ່ານມາການລົງທຶນ ຂອງນັກລົງທຶນຂອງນັກລົງທຶນ ວຽດນາມທີ່ອາສັຍສາຍພົວພັນພິເສດ ໄດ້ເຂົ້າມາລົງທຶນໃນຫຼາຍຂແນງການ. ເຣື່ອງການລົງທຶນຖືວ່າ ປະຊາຊົນລາວຍັງພໍເຂົ້າໃຈ ແຕ່ປະຊາຊົນຕ້ອງການໃຫ້ຣັຖບານລາວເຄັ່ງຂັດ ໃນການກວດກາຄົນວຽດນາມ ທີ່ເຂົ້າມາຫາກິນໃນລາວມາຍາດແຍ່ງອາຊີບຄົນລາວ ເຣື່ອງນີ້ມາເຖີງປັດຈຸບັນຍັງບໍ່ໄດ້ຮັບການແກ້ໄຂ.

ດັ່ງປະຊາຊົນທີ່ຂາຍເຄື່ອງ ໃນຕລາດແຫ່ງນຶ່ງໃນ ນະຄອນຫຼວງວຽງຈັນໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສພາ ຜ່ານມາວ່າ:

“ເຂົາຍາດອາຊີບຄົນລາວ ຫຼາຍແທ້ໃດຄົນລາວຫຼາຍແທ້ໆ ໃດຄົນລາວຮ້ອງໂກກໆ ດຽວນີ້ ວຽດນາມມັນຍາດອາຊີບຫຼາຍໆ ເລີຍຂາຍພັກຂາຍປາເຂົາກາເຮັດໄປເບິດເຂົາຂາຍເຄື່ອງ ຫອກເຄື່ອງແຫ້ງເຂົາກາຂາຍໄປເບິດເລີຍນ່າຄົນລາວຂາຍຫຍັງເຂົາການຂາຍຍາດໄປເບິດລະຄົນລາວສິບໍ່ຫຍັງເຮັດລະດຽວນີ້.”

ປະຊາຊົນທ່ານນີ້ໄດ້ກ່າວຕື່ມວ່າ ຕ້ອງການໃຫ້ຂແນງການທີ່ກ່ຽວຂ້ອງຊ່ອຍກວດກາ ແດ່ວ່າອາຊີບທີ່ຄົນວຽດນາມເຮັດຢູ່ນັ້ນ ແມ່ນອາຊີບສງວນບໍ່ ຖ້າວ່າຍັງປະປ່ອຍໃຫ້ເປັນແນວນີ້ ປະຊາຊົນຊິຫາກິນແນວໃດເທົ່າທີ່ຜົລກະທົບທີ່ເກີດຂຶ້ນ ໃນຕອນນີ້ກໍຫາກິນຍາກແລ້ວ.

ປະຊາຊົນອີກທ່ານນຶ່ງກໍ ໄດ້ກ່າວໃນເຣື່ອງນີ້ຖ້າວ່າ ເປັນເຣື່ອງການລົງທຶນທາງດ້ານການຄ້າເອງ ກໍພໍຍອມໄດ້ ແຕ່ວ່າມາຂາຍເຄື່ອງຕາມທ້ອງຖິ່ນຕ່າງໆ ມັນເປັນການຍາດການທຳມາຫາກິນ ກັບຄົນລາວຖ້າເປັນໄປໄດ້ ຂໍໃຫ້ຂແນງການທີ່ກ່ຽວຂ້ອງ ຊ່ອຍຫາທາງແກ້ໄຂ ໃຫ້ປະຊາຊົນລາວນຳດ້ວຍ.

" ວຽດນາມເຂົ້າມານີ້ ກາເປັນການແຍ່ງການຄ້າໂຕນຶ່ງ ກ່ຽວກັບຄົນລາວທີ່ນີ້ແນວທາງແກ້ໄຂ ພວກເຮົາກໍໄດ້ສົ່ງເສີມທາງການຄ້າເນື່ອງຈາກວ່າ ທຶນທາງເຮົາມີຂີດຈຳກັດ ກາບໍ່ໄດ້ເຮັດເຕັມເມັດເຕັມໜ່ວຍປານໃດ. "

ເຊັ່ນດຽວກັນກັບຊາວຄ້າຂາຍ ຄົນນຶ່ງກໍເຫັນວ່າປັດຈຸບັນຄົນວຽດ, ຄົນຈີນ ເຂົ້າມາຍາດແຍ່ງອາຊີບຄົນລາວຫຼາຍ ເປັນຫຍັງຣັຖບານບໍ່ກວດກາ ແກ້ໄຂຊ່ອຍເຫຼືອປະຊາຊົນ ຫາເຊົ້າກິນຄໍ່າແດ່ ເພາະຜ່ານມາກໍໄດ້ຮັບຜົລກະທົບຫຼາຍແລ້ວ.

“ເອີ! ເຣື່ອງແຍ່ງອາຊີບຫັ້ນແຫຼະ ເຂົາເຈົ້າມາທຳການຄ້າແບບວ່າ ຂາຍຫຍ່ອຍຂາຍຫຍັງສື່ໆ ແລ້ວຣັຖບານໃຫ້ອະນຸຍາດມາຂາຍຍ່ອຍ ຢູ່ຕາມປະເທດລາວອີ່ຫຍັງຫັ້ນນ່າ ມັນກາເຮັດໃຫ້ຄົນລາວມັນທຸກ ບໍ່ສາມາດຂາຍບໍ່ສາມາດຫາເງິນໄດ້ລ້ຽງໂຕເອງ.”

ຕໍ່ກັບການແກ້ໄຂບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກັບແຮງງານຕ່າງຊາດ ຂອງກະຊວງແຮງງານ ແລະສວັດດີການສັງຄົມ ທີ່ບໍ່ປະສົງອອກຊື່ແລະສຽງໄດ້ກ່າວວ່າ. ບັນຫານີ້ທັງສອງຝ່າຍ ລາວ-ວຽດນາມ ໄດ້ລົງເລິກບັນຫານີ້ມາຫຼາຍປີແລ້ວ ຊຶ່ງປັດຈຸບັນກໍໄດ້ດຳເນີນການກວດກາ ວ່າກຸ່ມຄົນວຽດນາມທີ່ມາຄ້າຂາຍນັ້ນ ຖືກຕ້ອງຕາມກົດໝາຽບໍ່.

ໃນຂະນະດຽວກັນທາງການລາວ ພັດມີທ່າອ່ຽງວ່າອະນຸຍາດໃຫ້ຊາວຕ່າງປະເທດ ເຂົ້າດຳເນີນກິຈການຂາຍເຄື່ອງຍົກ ແລະເຄື່ອງຍ່ອຍພາຍໃນປະເທດລາວຕື່ມ ໂດຍສະເພາະໃນພື້ນທີ່ຫ່າງໄກ ຍ້ອນເປັນພື້ນທີ່ທີ່ຄົນລາວທີ່ມີຖານະທຸກຍາກ ແລະບໍ່ມີທຶນທຳມາຄ້າຂາຍ.

ດັ່ງເຈົ້າໜ້າທີ່ ຜແນກກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະການຄ້າຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງກ່າວວ່າ:

“ບ່ອນທີ່ມັນໄກບ່ອນທີ່ບໍ່ທັນ ມີການຄ້າຂາຍຫຼວງຫຼາຍຍັງມີຄວາມຈຳເປັນ ອາດຈະຕ້ອງໃຫ້ຊາວຕ່າງຊາດເປີດຄ້າຂາຍ ໂຕນີ້ໄດ້ເນາະ ໂດຍສະເພາະເຂດນອກເຂດຫ່າງໄກ ຫັ້ນຄົນລາວບໍ່ດຳເນີນແລ້ວ ມັນເຄີຍມີຄົນຕ່າງປະເທດມາເຮັດເນາະ ເອີຄັນສົມມຸດວ່າເຮົາດັກບໍ່ໃຫ້ຄົນຕ່າງປະເທດ ເຮັດເລີຍມັນກໍສິບໍ່ເຫຼືອຫຍັງ ກໍສິຄວາມໝາຽວ່າບໍ່ມີໃຜຄ້າເລີຍ ບໍ່ມີໃຜຂາຍເລີຍຫັ້ນນ່າສ່ວນຫຼາຍ ມັນສິເປັນເຂດນອກ.”

ທ່ານກ່າວຕື່ມວ່າ ອີງຕາມຣະບຽບການລົງທຶນ ຂອງທຸຣະກິຈການຄ້າປະເພດຂາຍຍ່ອຍ ຖ້າຫາກເປັນຜູ້ລົງທຶນຈາກຕ່າງປະເທດນັ້ນ ສາມາດເຂົ້າມາດຳເນີນກິຈການທຸຣກິຈ ພາຍໃນປະເທດລາວໄດ້ແຕ່ມີເງື່ອນໄຂ ວ່າຈະຕ້ອງມີທຶນຈົດທະບຽນຕັ້ງແຕ່ 20 ຕື້ກີບຂຶ້ນໄປ ຊຶ່ງຈະສາມາດລົງທຶນໄດ້ 100% ໃນຂະນະດຽວກັນຊາວຕ່າງປະເທດ ກໍສາມາດຮ່ວມລົງທຶນກັບຄົນລາວໄດ້ຄືກັນ ໂດຍແຕ່ລະຝ່າຍຈະຕ້ອງມີທຶນຈົດທະບຽນຢ່າງໜ້ອຍ 4 ຕື້ກີບຂຶ້ນໄປ ສ່ວນຄົນລາວທີ່ຕ້ອງການດຳເນີນທຸຣະກິຈ ດັ່ງກ່າວນີ້ໂດຍບໍ່ຮ່ວມທຶນກັບຕ່າງປະເທດ ສາມາດຈົດທະບຽນໄດ້ທັນທີ ຖ້າຫາກມີທຶນແຕ່ 4 ຕື້ກີບຂຶ້ນໄປ.

ທ່ານ ຄຳເຈັນ ວົງໂພສີ ຣັຖມົນຕຣີກະຊວງແຜນການແລະການລົງທຶນ ໄດ້ກ່າວຕໍ່ສື່ມວນຊົນເມື່ອວັນທີ 13 ພຶສພາ 2022 ຜ່ານມາວ່າ ສອງປະເທດລາວ-ວຽດນາມ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນເປັນຕົ້ນດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສງົບ, ດ້ານການຄ້າ-ການລົງທຶນ. ມາຮອດປັດຈຸບັນ ມີວິສາຫະກິດວຽດນາມໄດ້ເຂົ້າມາລົງທຶນຢູ່ລາວ ທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງໝົດ 4.3 ຕື້ໂດລ້າຣ໌ສະຫະຣັຖ. ຈັດຢູ່ໃນອັນດັບ 3 ຈາກຈຳນວນ 54 ປະເທດ ແລະ ເຂດແຄ້ວນທີ່ມາລົງທຶນຢູ່ລາວ.

ດ້ານການຄ້າໃນປີ 2021 ຜ່ານມາມູນຄ່າການຄ້າ ທັງສອງປະເທດບັນລຸໄດ້ 1.37 ຕື້ໂດລ້າຣ໌ສະຫະຣັຖ

ປັດຈຸບັນ ວຽດນາມ-ລາວ ໄດ້ກ້າວເຂົ້າສູ່ການພົວພັນຍຸກໃໝ່ ໂດຍໄດ້ຂຍາຍສົນທິສັນຍາມິຕພາບ ທີ່ໄດ້ລົງນາມກັນແຕ່ປີ 1977. ການພົວແບບຍຸກໃໝ່ ແມ່ນການຮ່ວມມືທາງດ້ານເສຖກິຈ ຕ່າງຝ່າຍຕ່າງມີຜົລປໂຍດ. ຫຼ້າສຸດເມື່ອວັນທີ 10 ມົກກະຣາ 2022 ຜ່ານມາ ຣັຖບານ ທັງສອງປະເທດໄດ້ຮ່ວມລົງນາມ ການຮ່ວມມືແບບທະວີພາຄີ ປະຈຳປີ 2022 ໂດຍຕັ້ງເປົ້າໝາຽເອົາໄວ້ວ່າ ຈະເຮັດໃຫ້ມູນຄ່າການຄ້າເພີ່ມຂຶ້ນ 10-15% ເມື່ອທຽບໃສ່ປີ 2021 ທີ່ຜ່ານມາ.

ໃນບົດບັນທຶກປີ 2022 ນີ້ເໜັ້ນໜັກໃສ່ ການຮ່ວມມືທາງດ້ານຄົມມະນາຄົມ ແລະ ຂົນສົ່ງ, ພັທນາໂຄງການໄຟຟ້າຢູ່ລາວ ແລະເຊື່ອມຕໍ່ລະບົບໄຟຟ້າ ແລະການຊື້-ຂາຍ ໄຟຟ້າ, ການພັທນາຊັພຍາກອນມະນຸດ ແລະ ການຄ້າ-ການລົງທຶນ.

ກ່ຽວກັບສາຍພົວພັນລາວ-ວຽດນາມ ເຈົ້າໜ້າທີ່ ທີ່ບໍ່ປະສົງອອກຊື່ແລະສຽງກ່າວວ່າ ທີ່ຈິງແລ້ວຕອນນີ້ຣັຖບານລາວ ພະຍາຍາມຮັກສາດຸນອຳນາດ ລະຫວ່າງວຽດນາມ ກັບ ຈີນ . ວຽດນາມແມ່ນມິຕສະຫາຍທີ່ໃກ້ຊິດ ສ່ວນຈີນແມ່ນມິຕໃກ້ຊິດໃໝ່ ແຕ່ມີຄວາມໜັກແໜ້ນກວ່າ ເພາະຈີນໄດ້ທຸ້ມທຶນໃສ່ລາວເປັນຈຳນວນຫຼາຍ. ໃນຂະນະທີ່ວຽດນາມເອງກໍພະຍາຍາມ ໂດຍອາສັຍສົນທິສັນຍາມິຕພາບ ທີ່ເຊັນກັນໃນເມື່ອກ່ອນເພື່ອຮັກສາຖານໃນລາວເອົາໄວ້ ແລະ ມີສ່ວນແບ່ງຜົລປໂຍດ ທາງດ້ານຊັພຍາກອນທີ່ມີຢູ່ໃນລາວ.

ເຖີງແນວໃດຣັຖບານລາວ ຍັງໄປກັບຈີນຫຼາຍກ່ວາ ເພາະປັດຈຸບັນນີ້ໂຄງການການລົງທຶນ ຮ່ວມລາວ-ຈີນ ໃນປະເທດລາວນັ້ນ ມີມູນຄ່າສູງຫຼາຍໂດຍສະເພາະ ມັນໄດ້ສ້າງພາລະໜີ້ ໃຫ້ກັບຣັຖບານລາວ ແລະ ຈີນກໍເປັນທີ່ເພິ່ງ ໃຫ້ກັບຣັຖບານລາວ ໃນການຕໍ່ລອງກັບບັນດາ ປະເທດໃນສາກົນ.