ໃນວັນ ແມ່ຍິງ ສາກົນ ປີນີ້ ກຸ່ມ ແມ່ຍິງລາວ ໄດ້ຮຽກຮ້ອງ ໃຫ້ ຣັຖບານ ສົ່ງເສີມ ການຝຶກອາຊີບ ໃຫ້ແກ່ ແມ່ຍິງລາວ.
ເນື່ອງໃນວັນ ແມ່ຍິງ ສາກົນ ວັນທີ 8 ມິິນາ 2013 ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມ ຄວາມຄິດເຫັນ ຂອງ ແມ່ຍີງລາວ ໂດຍ ທົ່ວໄປວ່າ ຢາກໃຫ້ ຣັຖບານ ຊ່ອຍແມ່ຍິງ ແບບໃດ, ແມ່ຍິງລາວ ນາງນຶ່ງ ຜູ້ທີ່ເຮັດວຽກ ໃນໂຄງການ ຕ້ານການ ຄ້າມະນຸດ ແລະ ຄວາມຮຸນແຮງ ຕໍ່ແມ່ຍີງ ເວົ້າວ່າ, ຢາກໃຫ້ ຣັຖບານ ສົ່ງເສີມການ ຝຶກອົບຮົມ ວິຊາຊີບ ແລະ ຄວາມຮູ້ ກ່ຽວກັບ ວຽກງານ ໃຫ້ແມ່ຍິງລາວ ຫລາຍຂຶ້ນ ພ້ອມທັງ ຢາກໃຫ້ ທາງການລາວ ເອົາໃຈໃສ່ ກ່ຽວກັບ ການ ໄປເຮັດວຽກ ຂອງ ແມ່ຍີງລາວ ໃນຕ່າງແດນ. ດັ່ງນາງເວົ້າວ່າ:
"ເຮັດເຣື້ອງ ຣົນນະຣົງ ຂໍ້ມູນກ່ຽວກັບ ການໄປເຮັດວຽກ ຢູ່ໄທ ຂອງ ພວກຂະເຈົ້າ ຫລືວ່າຢູ່ ກຳພູຊາ ຢູ່ວຽດນາມ ໂດຍທີ່ ບໍ່ມີ ເອກສານ ໂຄສະນາ ຂ່າວສານ ໃຫ້ ຂະເຈົ້າ ເຂົ້າເຖິງ ຂໍ້ມູນ ວ່າຈະຕ້ອງ ມີເອກສານ ອີ່ຫຍັງແດ່ ທີ່ ຈະຕ້ອງໄປ ເຮັດວຽກ".
ນາງເວົ້າ ຕໍ່ໄປວ່າ ບັນຫາ ແຮງງານ ຍ້າຍຖິ່ນ ເປັນບັນຫາ ສຳຄັນ ແລະ ກຳລັງເກີດຂຶ້ນ ຫລາຍໃນລາວ ເວລານີ້ ຊຶ່ງແຮງງານ ລາວ ທີ່ໄປໂດຍ ບໍ່ມີ ໃບອະນຸຍາດ ຫລື ບໍ່ຖືກຕ້ອງ ຕາມກົດຫມາຍ ຈະມີ ຄວາມສ່ຽງສູງ ໂດຍສະເພາະ ກຸ່ມແມ່ຍິງ ແລະ ເດັກນ້ອຍ ມີຂໍ້ມູນຫນ້ອຍ ເມື່ອເດີນທາງໄປ ປະເທດໄທ ຄວາມຮູ້ເທົ່າ ບໍ່ເຖິງການ ກໍຈະຖືກ ຫລອກລວງ ໄດ້ງ່າຍ. ໃນທີ່ສຸດ ກໍຈະກາຍເປັນ ຜູ້ຍິງ ໂສເພນີ ຂາຍບໍຣິການ ທາງເພດ ຈຶ່ງຢາກໃຫ້ ຣັຖບານ ເອົາໃຈໃສ່ ກ່ຽວກັບ ເຣື້ອງນີ້. ເຈົ້າຫນ້າທີ່ ຈາກ ຫ້ອງການ ພັທນາ ວຽກງານ ແມ່ຍິງ ອີກນາງນຶ່ງ ເວົ້າວ່າ ແມ່ຍິງລາວ ບໍ່ຮູ້ຫຍັງ ຫລາຍ:
"ຢູ່ຕາມ ຊົນນະບົດ ຂະເຈົ້າ ກໍເວົ້່າເຣື້ອງ ປູກຝັງ ການລ້ຽງສັດ ເຣື້ອງຕ່ຳຫູກ ທໍ່ໄຫມ ເວົ້າເຣື້ອງ ການລົງ ສູ່ການ ຜລິດນີ້ແຫລະ".
ນາງວ່າ ແມ່ຍິງລາວ ອີກຈຳນວນນຶ່ງ ທີ່ບໍ່ມີ ຄວາມຮູ້ຫລາຍ ແມ່ນກຸ່ມ ແມ່ຍິງ ຊົນເຜົ່າ ຢາກໃຫ້ ຣັຖບານ ເອົາໃຈໃສ່ ກຸ່ມແມ່ຍິງ ກຸ່ມນີ້ ເປັນພິເສດ ທາງດ້ານ ວຽກງານ ວິຊາຊີບ ເພື່ອບໍ່ໃຫ້ ຂະເຈົ້າ ຕົກເປັນເຫຍື່ອ ຂອງກຸ່ມ ຄ້າມະນຸດ ໄດ້ງ່າຍ.
