ແຂວງ ຊຽງຂວາງ ກວດພົບ 25 ໂຄງການ ທີ່ຢູ່ນອກແຜນ

ຈຳປາທອງ
2022.05.18
ແຂວງ ຊຽງຂວາງ ກວດພົບ 25 ໂຄງການ ທີ່ຢູ່ນອກແຜນ ເມືອງໂພນສວັນ ແຂວງຊຽງຂວາງ
ນັກຂ່າວ ພົລເມືອງ

ແຂວງຊຽງຂວາງ ກວດພົບ 25 ໂຄງການນອກແຜນ ທີ່ບໍ່ໄດ້ຜ່ານການປະມູນລາຄາ ແລະບໍ່ໄດ້ຜ່ານສະພາແຫ່ງຊາດຮັບຮອງ, ຮວມມູນຄ່າ 226,280,000,000 ກີບ (ສອງຮ້ອຍ ຊາວຫົກຕື້ ສອງຮ້ອຍ ແປດສິບ ລ້ານ) . ໂຄງການເຫລົ່ານີ້ ເປັນໂຄງການຮີບດ່ວນ ທີ່ມີຢູ່ໃນແຜນຍຸທສາດພັທນາເສຖກິຈ-ສັງຄົມຂອງປະເທດ ແລະເປັນໂຄງການ ທີ່ຜແນກການຕ່າງໆ ຂອງແຂວງຊຽງຂວາງ ຈັດຕັ້ງຂຶ້ນ.

ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຫ້ອງການກວດກາພັກ-ຣັຖ ແຂວງຊຽງຂວາງທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ພຶສພານີ້.

ຂ້າພະເຈົ້າເຮັດກ່ອນຫັ້ນນ່າ ຄວາມໝາຍມັນນ່າ ບໍ່ໄດ້ປະມູນ ສະພາບໍ່ທັນຮັບຮອງ ເຂົາເອີ້ນວ່າໂຄງການນອກແຜນ ເອກຊົນເນາະເປັນຜູ້ສັມປະທານ ເປັນຜູ້ເຮັດຫັ້ນນ່າ. ໂຕຢ່າງ ເສັ້ນທາງຍຸທສາດທາງການທະຫານບໍ່ ເອົານີ້ເຮົາເຮັດກ່ອນ ຄ້າງສໍາຣະໝາຍຄວາມວ່າ ກໍຣັຖບານເຮົາ ກໍຍັງບໍ່ທັນສໍາຣະໃຫ້ຂະເຈົ້າໝົດເທື່ອແຫລະ ມັນກໍຍັງຫລາຍເນາະ ຫລາຍໂຄງການເນາະ.

ທ່ານກ່າວຕື່ມວ່າ ທຸກໂຄງການນອກແຜນ ເຖິງຈະໄດ້ຈັດຕັ້ງປະຕິບັດໄປແລ້ວ ຫລືຍັງຢູ່ໃນລະຫວ່າງການດໍາເນີນການຢູ່ ກໍຍັງຕ້ອງໄດ້ໃຫ້ສະພາແຫ່ງຊາດຮັບຮອງ ເພື່ອະນຸມັດງົບປະມານກ່ອນ ເພື່ອນໍາໄປເບີກຈ່າຍໃຫ້ບໍຣິສັດເອກຊົນ ທີ່ໄດ້ຮັບການສັມປະທານ ຫລືພັທນາໂຄງການເຫລົ່ານັ້ນ.

ທັງ 25 ໂຄງການນອກແຜນທີ່ວ່ານັ້ນ ແມ່ນໄດ້ຊໍາຣະເງິນໃຫ້ບໍຣິສັດເອກຊົນໄປແລ້ວ 15,350,000,000 ກີບ, ສ່ວນທີ່ເຫລືອນັ້ນ ແມ່ນຍັງຄ້າງຢູ່.

ເຈົ້າໜ້າທີ່ຜແນກການເງິນ ແຂວງຊຽງຂວາງ ທ່ານນຶ່ງເວົ້າວ່າ ການກວດສອບໂຄງ ການຕ່າງໆໃນຄັ້ງນີ້ ແມ່ນໄດ້ກວດສອບທັງໝົດເກືອບ 30 ເປົ້າໝາຍ ນັບຕັ້ງແຕ່ຫ້ອງວ່າການແຂວງ, ຫ້ອງການ, ຜແນກ ແລະຂແນງການຕ່າງໆ ຊຶ່ງບາງໂຄງການນອກແຜນ ກໍຈັດຕັ້ງປະຕິບັດແບບໂປ່ງສັຍ, ງົບປະມານເບີກຈ່າຍຈະແຈ້ງ, ມີຣາຍງານລະ ອຽດຄົບຖ້ວນ ແລະເຫັນຜົລງານຕົວຈິງ ຊຶ່ງຈະຂໍໃຫ້ສະພາແຫ່ງຊາດຮັບຮອງເອົາ. ແຕ່ຫລາຍໂຄງການນອກແຜນ ແມ່ນມັກຈະເກີດບັນຫາ ເຣື່ອງງົບປະມານ ຍ້ອນມີການເບີກຈ່າຍທີ່ຊັບຊ້ອນ, ບໍ່ມີຫລັກຖານຢັ້ງຢືນ, ບໍ່ມີລາຍລະອຽດທີ່ຈະແຈ້ງ ແລະວ່າທາງຜແນກການເງິນ ແຂວງຊຽງຂວາງ ຈະໄດ້ຫາລືກັບຫ້ອງການ ກວດກາພັກ-ຣັຖແຂວງຊຽງຂວາງ ເພື່ອເລັ່ງກວດສອບ ແລະຕິດຕາມຕໍ່ ເພື່ອສເນີຕໍ່ສະພາແຫ່ງຊາດ.

ມັນມີໂຕຍາກ ໂຕງ່າຍ ບາງອັນມີບັນຫາ ເຣື່ອງເງິນມັນຄຸມເຄືອ ມັນຫລາຍຫ້ວງ ມັນໃຊ້ເວລາເນາະ ກະສິມອບໃຫ້ການເງິນແຂວງເປັນຜູ້ສືບຕໍ່ ຕິດຕາມຕໍ່.

ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຈໍານວນນຶ່ງ ກໍຢາກໃຫ້ທາງການກວດສອບ ໂຄງ ການຕ່າງໆຢ່າງເຂັ້ມງວດ, ບໍ່ສະເພາະ ແຂວງໃດແຂວງນຶ່ງເທົ່ານັ້ນ ເປັນຕົ້ນໂຄງການນອກແຜນ ທີ່ບໍ່ໄດ້ຜ່ານສະພາແຫ່ງຊາດ, ເພາະມັນມີໂອກາດສູງ ທີ່ຈະເຮັດໃຫ້ການເບີກຈ່າຍງົບປະມານຮົ່ວໄຫລ ແລະບໍ່ມີຄວາມໂປ່ງສັຍ. ຫາກທາງການລາວ ສາມາດກວດສອບ ໂຄງການຕ່າງໆຄືນໄດ້ ກໍຈະເປັນການປ້ອງກັນ ບໍ່ໃຫ້ງົບປະມານຮົ່ວໄຫລ ໄດ້ເປັນຢ່າງດີ.

ດັ່ງຊາວລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 18 ພຶສພານີ້ວ່າ:

ໂອ໊ ໂຕນີ້ຖືວ່າເຫັນດີຢ່າງຍິ່ງເລີຍ ເຈົ້າ ຄັນແມ່ນຈະກວດກາຄືນ ເພາະວ່າເງິນຫລາຍໆໂຄງການທີ່ວ່າມັນຍັງວ່າ ບໍ່ຊັດເຈນ ຈະແຈ້ງຫັ້ນນ່າ ຖ້າເພິ່ນມີການກວດສືບໂຕນີ້ຄືນ ກະຖືວ່າດີຫລາຍ.

ພ້ອມດຽວກັນນີ້ ຊາວລາວຢູ່ນະຄອນຫວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ທາງການລາວ ຄວນກໍານົດລະບຽບການໃໝ່. ຫາກໂຄງການພັທນາໃດ ຍັງບໍ່ໄດ້ຜ່ານການປະເມີນຜົນກະທົບ ທາງດ້ານສິ່ງແວດລ້ອມ ແລະສັງຄົມ, ບໍ່ໄດ້ຜ່ານການປະມູນລາຄາ ແລະບໍ່ໄດ້ໃຫ້ສະພາແຫ່ງຊາດຮັບຮອງເອົານັ້ນ ກໍບໍ່ຄວນໃຫ້ຈັດຕັ້ງປະຕິບັດ ເພາະຈະເປັນໂຄງ ການທີ່ມີຄວາມສ່ຽງສູງ ທີ່ຈະເກີດການຮົ່ວໄຫລ, ສໍ້ຣາສບັງຫລວງ ຫລືສ້າງບໍ່ໄດ້ມາຕຖານ. ທ່ານເວົ້າຕໍ່ໄປວ່າ ທຸກການໃຊ້ຈ່າຍ ຂອງໂຄງການພັທນາ ຖືເປັນງົບປະມານຈາກພາສີຂອງປະຊາຊົນລາວ. ເພາະສະນັ້ນແລ້ວ ຕ້ອງໃຫ້ສະພາແຫ່ງຊາດຮັບຮອງກ່ອນ ຈຶ່ງຈະສາມາດດໍາເນີນການໄດ້ ແລະຕ້ອງເປັນໄປຕາມຂັ້ນຕອນ ຂອງກົດໝາຍ.

ດັ່ງທີ່ທ່ານກ່າວວ່າ:

ທັມດານີ້ ມັນຕ້ອງມີການປະມູນ ແລ້ວກະຜ່ານຄວາມເຫັນຈາກສະພາຫັ້ນແລ້ວ ມັນຈຶ່ງຖືກຕ້ອງຕາມລະບຽບການ ເພາະທຸກໂຄງການມັນຕ້ອງ ມັນຕ້ອງຜ່ານ ເຫັນດີຈາກສະພາ. ມັນເອົາຈຸ້ມເອົາເຈື້ອ ແລ້ວກະງຶກຫົວນໍາກັນແລ້ວກະແປວ່າ ເຂົ້າແກັບກັນ ລະແມ່ນເຮັດຫັ້ນນ່າສ່ວນຫລາຍ ນີ້ແລ້ວມັນຜິດລະບຽບ.

ໂຄງການນອກແຜນຕ່າງໆ ໃນທົ່ວປະເທດ ຖືເປັນໂຄງການ ທີ່ໄດ້ສ້າງຄວາມເສັຽຫາຍໃຫ້ແກ່ຣັຖ ເປັນຈໍານວນມະຫາສານໃນແຕ່ລະປີ ຍ້ອນມັນພາໃຫ້ເກີດການສໍ້ຣາສບັງຫລວງ ຂອງພະນັກງານພັກ-ຣັຖ ຊຶ່ງຣັຖບານກໍໄດ້ກໍານົດໃຫ້ທຸກໂຄງການພັທນາ ຕ້ອງຜ່ານຄວາມເຫັນພ້ອມ ຈາກສະພາແຫ່ງຊາດ ຫລືສະພາປະຊາຊົນຂັ້ນແຂວງກ່ອນ.

ການສໍ້ຣາສບັງຫລວງ ຂອງພະນັກງານພັກ-ຣັຖ ຖືເປັນບັນຫາໃຫຍ່ຫລວງ ທີ່ສົ່ງຜົນກະທົບໃສ່ການພັທນາເສຖກິຈ-ສັງຄົມ ຂອງປະເທດມາດົນນານແລ້ວ. ເຖິງມີລະບຽບກົດໝາຍໄວ້ຄັກແນ່ ແຕ່ກໍບໍ່ສາມາດປະຕິບັດໄດ້ເທົ່າທີ່ຄວນ ຍ້ອນມີພະນັກງານພັກ-ຣັຖຈໍານວນບໍ່ໜ້ອຍ ຍັງຖືເບົາ, ບໍ່ເອົາໃຈໃສ່ແກ້ໄຂຢ່າງຈິງຈັງ ແລະຍັງເຫັນຜົນປໂຍດສ່ວນຕົວ ຫລາຍກວ່າການພັທນາປະເທດຊາດ.

ນັບແຕ່ປີ 2016 ມາເຖິງປັດຈຸບັນ ທາງການລາວສາມາດກວດກາໄດ້ທັງໝົດ 4,185 ເປົ້າໝາຍ, ກວດພົບເຫັນຜົນເສັຍຫາຍທັງໝົດ 8,370 ຕື້ກີບ, 50 ລ້ານປາຍໂດລ້າຣ໌ສະຫະຣັຖ ແລະ 36 ລ້ານບາດ. ໃນເບື້ອງຕົ້ນ ສາມາດເກັບກູ້ຄືນໄດ້ພຽງ 1,782 ຕື້ກີບ, 3 ລ້ານປາຍໂດລ້າຣ໌ສະຫະຣັຖ ແລະ 11 ລ້ານປາຍບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.