ນັກຮຽນ ມ.7 ກັງວົນ ເສັງຈົບຊັ້ນ ຄະແນນຈະບໍ່ດີ

ຈຳປາທອງ
2020.07.22
F-STUDENT ນັກຮຽນ ທີ່ເສັງຈົບຊັ້ນ ມໍ.7 ທີ່ແຂວງ ຫຼວງນໍ້າທາ.
RFA

ນັກຮຽນຊັ້ນມັຖຍົມ ປີທີ 7 ຢູ່ໂຮງຮຽນມັທຍົມຕອນປາຍ ແຫ່ງນຶ່ງ ຢູ່ແຂວງອຸດົມໄຊ ກັງວົນນໍາເຣຶ່ອງ ທີ່ຈະສອບເສັງຈົບຊັ້ນ ໃນມື້ວັນທີ 29 ແລະ 30 ກໍຣະກະດາ ນີ້ ບໍ່ໄດ້ຄະແນນດີ ຍ້ອນໄດ້ຮຽນເອົາເອງຢູ່ເຮືອນ, ນາຍຄຣູໃຫ້ນັກຮຽນ ຄົ້ນຄວ້າບົດຮຽນເອົາເອງ ບໍ່ໄດ້ສອນທາງອອນລາຍ ເຮັດໃຫ້ບໍ່ສະດວກ ເທົ່າກັບມີຄຣູ ອະທິບາຍຕໍ່ໜ້າ ໃນໄລຍະເຊື້ອພະຍາດ ໂຄວິດ-19 ຣະບາດນີ້, ອີງຕາມຄໍາເວົ້າ ຂອງ ນັກຮຽນຊັ້ນ ມ.7 ຢູ່ແຂວງອຸດົມໄຊ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ກໍຣະກະດານີ້

ພົບຄວາມຫຍູ້ງຍາກ ບ່ອນອັນຊັ້ນມັຖຍົມ ບໍ່ໄດ້ຮຽນອອນລາຍ ຄືພວກຮຽນປີ 1 ພວກລຸ້ນເອື້ອຍ ມີແຕ່ອາຈານ ໃຫ້ຄົ້ນຄວ້າເອງ ແລ້ວເວລາຄົ້ນຄວ້າເອງ ອັນໃດບໍ່ເຂົ້າໃຈ ມັນກໍບໍ່ສະດວກ ເທົ່າກັບ ອາຈານອະທິບາຍ ໃຫ້ຟັງຕໍ່ໜ້າຕໍ່ຕາ.

ນາງກ່າວຕື່ມອີກວ່າ ພາຍຫລັງເສັງຈົບຊັ້ນແລ້ວ ຕາມແຜນເດີມ ແມ່ນຈະເສັງໄປຮຽນຢູ່ຈີນ ຫຼືວຽດນາມ. ແຕ່ວ່າຍ້ອນຜົລກະທົບ ຈາກການແພ່ຣະບາດ ຂອງເຊື້ອພະຍາດ ໂຄວິດ-19 ຕົນເອງຈະອອກນອກປະເທດບໍ່ໄດ້. ດັ່ງນັ້ນ ຈຶ່ງໄດ້ປ່ຽນແຜນໃໝ່ ຄືເສັງເຂົ້າ ມະຫາວິທຍາລັຍແຫ່ງຊາດລາວ ແທນ, ຈະບໍ່ຈ້າງເງິນເພື່ອໃຫ້ໄດ້ເຂົ້າຮຽນ ເຖິງໄດ້ເຂົ້າ ແຕ່ເມື່ອຄວາມຮູ້ບໍ່ເຖິງ ຮຽນໄປກໍອາຍໝູ່ລ້າໆ.

ແລະນັກຮຽນຊັ້ນ ມ. 7 ຢູ່ໂຮງຮຽນແຫ່ງນຶ່ງ ທີ່ແຂວງຈໍາປາສັກ ກໍກັງວົນໃຈຄືກັນ ນໍາການທີ່ຈະສອບເສັງຈົບຊັ້ນ ທີ່ຈະມີຂຶ້ນໃນຕໍ່ໜ້ານີ້ນັ້ນ ຍ້ອນນາງຮຽນອ່ອນ ໂດຍສະເພາະ ວິຊາຄະນິດສາດ ຍ້ອນນາຍຄຣູ ຖືເບົານັກຮຽນ ຂະນະທີ່ສອນທາງອອນລາຍ ຢູ່ເຮືອນ ເຮັດໃຫ້ຜົລການສອບເສັງ ພາກຮຽນ ຂອງພວກນັກຮຽນ ທີ່ຜ່ານມາ ຜ່ານໄດ້ພຽງ 2 ຄົນເທົ່ານັ້ນ, ສ່ວນທີ່ເຫລືອ 30 ປາຍຄົນ ແມ່ນເສັງຕົກ

ກັງວົນວ່າ ສິໄປເສັງຈົບຊັ້ນແລ້ວ ໃຫ້ສິມານີ໋ ຢ້ານເສັງບໍ່ໄດ້. ນາຍຄຣູບາງສ່ວນກໍຖືເບົາ. ແຕ່ລະເດືອນຄະແນນອ່ອນ ໄດ້ຄະແນນຕໍ່າ ເຮົາຮຽນບໍ່ໄດ້ຫັ້ນນ່າ ແບບຄະນິດສາດ ໃນຫ້ອງນຶ່ງ ມີຢູ່ 30 ປາຍຄົນ ໄດ້ພຽງແຕ່ 1 ຄົນ 2 ຄົນເທົ່ານັ້ນ ທີ່ໄດ້.

ນາງກ່າວຕື່ມວ່າ ພາຍຫລັງເສັງຈົບຊັ້ນແລ້ວ ກໍຈະບໍ່ຮຽນຕໍ່ເອົາປະຣິນຍາຕຣີ 4 ປີ, ຈະໄປຮຽນຕັດຫຍິບ ປີນຶ່ງ ເພື່ອເປີດຮ້ານຫາຣາຍໄດ້ ດີກວ່າໄປຮຽນຕໍ່ ຮຽນຈົບມາແລ້ວ ກໍວ່າງງານ ຢູ່ເຮືອນລ້າໆຄືກັນກັບລຸ້ນເອື້ອຍ ຢູ່ບ້ານ, ຊອກຫາວຽກເຮັດບໍ່ໄດ້, ກ່ອນຈະຫາວຽກໄດ້ ກໍຕ້ອງໄດ້ຊື້ຈ້າງ.

ແລະນັກຮຽນຊັ້ນ ມ. 7 ຢູ່ແຂວງສາຣະວັນ ກໍຄິດວ່າ ການເສັງຈົບຊັ້ນນີ້ ຕົນຈະບໍ່ໄດ້ຄະແນນເຕັມ 100% ເນື່ອງຈາກວ່າ ນາຍຄຣູຖ່າຍທອດສົດ ຜ່ານເຟສບຸກ ແລ້ວລຶບຖິ້ມ ເຮັດໃຫ້ນັກຮຽນ ບໍ່ສາມາດທົບທວນບົດຮຽນຄືນໄດ້ ແລະ ອີກທັງ ເມື່ອສັນຍານສລຸດ ນາຍຄຣູກໍບໍ່ໄດ້ສອນຕໍ່

ຮຽນກໍສັນຍານຂາດໆ ເຂີນໆ ຮຽນຜ່ານແບບອາຈານ ໄລຟສົດ ບາງມື້ເພິ່ນກໍບໍ່ໄລຟສົດ. ຄິດວ່າຫຍູ້ງຍາກ ເວລາຮຽນອອນລາຍ ສັນຍານບໍ່ດີ ກໍສະດຸດ.

ນາງເວົ້າຕື່ມວ່າ ພາຍຫລັງເສັງຈົບຊັ້ນແລ້ວ ກໍຈະໄປເສັງ ເຂົ້າມະຫາວິທຍາລັຍ ແຕ່ກໍຄິດວ່າ ຈະມີການແຂ່ງຂັນສູງ ເນື່ອງຈາກນັກຮຽນຈົບຊັ້ນ ຈະເຂົ້າສອບເສັງຫຼາຍ ຍ້ອນຈໍານວນນຶ່ງ ທີ່ມີແຜນໄປຮຽນຕ່າງປະເທດ ກໍປ່ຽນມາຮຽນ ຢູ່ພາຍໃນປະເທດ ຍ້ອນໂຄວິດ-19 ຣະບາດ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ນາຍຄຣູຢູ່ແຂວງຈໍາປາສັກ ເວົ້າວ່າ ເຣຶ່ອງນັກຮຽນກັງວົນວ່າ ຈະບໍ່ໄດ້ຄະແນນດີ ໃນການເສັງຈົບຊັ້ນນັ້ນ ມັນເປັນນໍາໂຕ ຂອງນັກຮຽນເອງ ທີ່ບໍ່ເອົາໃຈໃສ່ຄົ້ນຄວ້າ ຮຽນຄັກແນ່ໃນໄລຍະ ປິດໂຮງຮຽນຍ້ອນໂຄວິດ-19 ນີ້, ຍ້ອນວ່າ ນາຍຄຣູແຕ່ລະວິຊາ ກໍຈັດຕັ້ງກຸ່ມຮຽນ ແຕ່ລະຫ້ອງ ຜ່ານຣະບົບອອນລາຍ ເພື່ອໃຫ້ນັກຮຽນ ສາມາດປຶກສາ ນາຍຄຣູຢູ່

ມັນກໍເປັນນໍາຜູ້ກ່ຽວນັ້ນລະ ທີ່ວ່າບໍ່ເອົາໃຈໃສ່ ໃນການຄົ້ນຄວ້າ ໃນຊ່ວງພັກໂຄວິດ-19. ແຕ່ວ່າ ຄຣູ ອາຈານ ເພິ່ນກໍໄດ້ໃຫ້ຄໍາຖາມ ຄົ້ນຄວ້າບໍ່ ຫລືວ່າ ເພິ່ນຕັ້ງເປັນກຸ່ມ ວັດແອັພບໍ່ເນາະ ສໍາລັບແຕ່ລະຫ້ອງ ມີການສອນ ໃຫ້ຄໍາຖາມຄົ້ນຄວ້າ ມິຫຍັງກັນ ນັກຮຽນທີ່ວ່າ ເສັງຕົກ ກໍເປັນນໍາຜູ້ກ່ຽວ.

ເວົ້າເຖິງການຮຽນຕໍ່ ນັກວິຊາການ ຢູ່ມະຫາວິທຍາລັຍ ສຸພານຸວົງ ທີ່ນະຄອນຫຼວງພຣະບາງ ເວົ້າວ່າ ຈະປະກາດຮັບສມັກ ນັກສຶກສາປະຈໍາ ສົກປີ 2020-2021 ພາຍໃນເດືອນກໍຣະກະດາ ນີ້ ໂດຍມີໂຄຕາ ຮັບນັກສຶກສາ ໃນແຜນ ທີ່ຈະຮຽນສະເພາະ ມື້ວັນຈັນຫາວັນສຸກ 500 ຄົນ ແລະ ນອກແຜນ ທີ່ຈະຮຽນສະເພາະ ມື້ວັນເສົາ ແລະ ວັນອາທິດ 700-800 ຄົນ

ມັນແບບ ນອກແຜນ ມັນກໍຈ່າຍຄ່າຮຽນຫັ້ນນ່າ ໄດ້ຈ່າຍຫລາຍກວ່າໂຕໃນແຜນ. ໃນແຜນກໍແມ່ນ ພວກທຶນຂອງແຂວງ ຄັດມາຫັ້ນເດ໋ ເຂົາກໍຄັດເອົາ ພວກທີ່ເກັ່ງຫັ້ນແຫລະ ມີແຕ່ຂຶ້ນຢູ່ກັບກະຊວງ ສຶກສາເຂົາເຈົ້າ ອະນຸມັດເດ໋.

ທ່ານກ່າວຕື່ມວ່າ ປີນີ້ ຄາດວ່ານັກຮຽນຈົບຊັ້ນ ມ.7 ຈະສມັກຮຽນຕໍ່ ປະຣິນຍາຕຣີ ພາຍໃນປະເທດຫຼາຍ ເນຶ່ອງຈາກວ່າ ບໍ່ກ້າສ່ຽງອອກໄປຮຽນຕ່າງປະເທດ ໃນໄລຍະທີ່ ເຊື້ອພະຍາດໂຄວິດ-19 ຣະບາດຢູ່ນີ້ ແລະວ່າ ຜູ້ທີ່ໄດ້ຄະແນນຫລາຍ ມີໂອກາດເສັງເຂົ້າ ມະຫາວິທຍາລັຍ ໄດ້ຫຼາຍກວ່າ.

ທີ່ຜ່ານມາ ນັກຮຽນຈົບຊັ້ນ ມ.7 ເປັນພັນຄົນ ໄດ້ໄປຮຽນຕໍ່ ຢູ່ປະເທດວຽດນາມ ແລະ ຈີນ ແລະ ຮຽນຕໍ່ຢູ່ພາຍໃນປະເທດ ປະມານສິບພັນຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.