ແມ່ຍິງ-ເດັກນ້ອຍ 08/25/19 (ຕໍ່)

ການເຂົ້າເຖິງ ການບໍຣິການ ແລະ ການດູແລ ແມ່ຫຼັງເກີດ ຫຼື ການດູແລ ໄລຍະເກີດລູກ ເປັນສິ່ງທີ່ ຍັງຕ້ອງ ໄດ້ປັບປຸງ ເພື່ອຫຼຸດຜ່ອນ ອັດຕຣາ ການເສັຽຊີວິດ ຂອງ ແມ່ແລະເດັກ ໃນລາວ. (ຕໍ່ຈາກສັປດາທີ່ແລ້ວ)

ຍານາງ ອາລັນ ຂຸນນະເສນ ຜູ້ສ້າງຕັ້ງບໍຣິສັດ ບໍຣິການການອົບຮົມ ການພັທນາຕົນເອງ ການສ້າງແຮງບັນດານໃຈ ໃຫ້ວັຍໜຸ່ມ. ຍານາງ ອາລັນ ຂຸນນະເສນ

ເມື່ອສັປດາກ່ອນ ຂ້າພະເຈົ້າ ໄດ້ນໍາສເນີ ກ່ຽວກັບ ພາວະການຂາດສານອາຫານ ຊໍ້າເຮື້ອ ຂອງເດັກນ້ອຍ ແລະ ການເຂົ້າເຖິງ ການ ບໍຣິການ ບໍ່ທົ່ວເຖິງ ຂອງແມ່ຍິງ ຢູ່ເຂດຊົນນະບົດ.

ໃນສັປດານີ້ ຈະນໍາສເນີ ກ່ຽວກັບ ອັດຕາສ່ວນການຕາຍ ຂອງ ແມ່ແລະເດັກ ຢູ່ ສປປລາວ ຊຶ່ງຍັງເປັນສິ່ງທ້າທາຍ ເມື່ອທຽບໃສ່ ຂົງເຂດ ອາຊຽນ, ສາເຫດ ແລະປັດຈັຍ ມີຫຍັງແດ່ນັ້ນ ເຊີນທ່ານ ຮັບຟັງຈາກ ເຈົ້າໜ້າທີ່ ວິຊາການ ດ້ານສຸຂພາບ ຈະເຣີນພັນ ແມ່, ເດັກນ້ອຍ ຂອງ ວັຍໜຸ່ມ ໄດ້ເລີຍ...

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org