ຜົນສຳຫຼວດພົບວ່າ ມີແມ່ຍິງລາວ ຖືພາກ່ອນໄວອັນຄວນ ຈຳນວນຫຼາຍ

ສຸພັດຕາ
2024.12.14
ຜົນສຳຫຼວດພົບວ່າ ມີແມ່ຍິງລາວ ຖືພາກ່ອນໄວອັນຄວນ ຈຳນວນຫຼາຍ ໂຕຢ່າງ: ແມ່ຍິງລາວ ນາງໜຶ່ງ ເປັນຄົນຊົນເຜົ່າ ທີ່ແຂວງພາກເໜືອ ກ່າວວ່າ ລາວສ້າງຄອບຄົວ ແລະ ມີລູກ ແຕ່ອາຍຸຍັງນ້ອຍ. (TS) ເດືອນກັນຍາ 2023
RFA

ການສໍາຫຼວດ ດັດຊະນີໝາຍ ສັງຄົມລາວ ຄັ້ງທີ 3 ລະບຸວ່າ ລາວ ຖືເປັນປະເທດ ທີ່ມີອັດຕາການຖືພາ ແລະ ແຕ່ງດອງ ໃນໄວໜຸ່ມ ສູງທີ່ສຸດ ໃນອາຊ້ຽນ, ໂດຍ 30.5% ຂອງແມ່ຍິງລາວ ໄດ້ແຕ່ງດອງ ກ່ອນອາຍຸ 18 ປີ ແລະ 17.4% ມີລູກຄົນທໍາອິດ ກ່ອນອາຍຸ 18 ປີ, ເຊິ່ງການຖືພາ ກ່ອນໄວອັນຄວນ ຂອງແມ່ຍິງລາວ ເຮັດໃຫ້ມີຄວາມສ່ຽງ ຕໍ່ສຸຂະພາບ ຂອງແມ່ ແລະ ເດັກ ຫຼາຍດ້ານ.

ເປັນຕົ້ນ ການຖືພາ ກ່ອນໄວອັນຄວນ ເຮັດໃຫ້ແມ່ຍິງລາວ ມີຄວາມສ່ຽງ ທີ່ບໍ່ສາມາດເກີດລູກໄດ້ ຍ້ອນກະດູກຊານ ຍັງບໍ່ຂະຫຍາຍໂຕ ເພື່ອຮອງຮັບ ການເກີດລູກ ຢ່າງປອດໄພ ແລະ ມີຄວາມສ່ຽງ ທີ່ແມ່ ແລະ ລູກ ຈະເສຍຊີວິດ ໃນລະຫວ່າງການເກີດ, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ແຂວງຫົວພັນ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ທັນວາ ນີ້ວ່າ:

“ເລື່ອງການເກີດ ກ່ອນກໍານົດ ເຮັດໃຫ້ເດັກ ບໍ່ສົມບູນ ຫຼືວ່າ ພັດທະນາການຊ້າ ເຮັດໃຫ້ແມ່ຫັ້ນ ກໍມັນເວົ້າເລື່ອງ ການຂະຫຍາຍໂຕ ຂອງກະດູກຊານ ຫັ້ນແຫຼະເນາະ ມັນຍັງບໍ່ໄດ້ເທົ່າທີ່ຄວນ. ຢ້ານເກີດບໍ່ໄດ້ ຫັ້ນແຫຼະເນາະ ເພາະວ່າ ກະດູກອັງຊານ ເຮົາບໍ່ຍະ, ເຂົາເອີ້ນ, ຫັ້ນນ່າເນາະ ມັນບໍ່ຂະຫຍາຍ, ຫັ້ນນ່າ.”

ສໍາລັບເດັກນ້ອຍ ແມ່ຍິງລາວ ທີ່ມີເພດສໍາພັນ ແບບບໍ່ໄດ້ປ້ອງກັນ ແລ້ວຖືພາ ກ່ອນໄວອັນຄວນນັ້ນ, ມີໂອກາດ ເປັນພະຍາດຕິດຕໍ່ ທາງເພດສໍາພັນ ນໍາດ້ວຍ, ໂດຍສະເພາະ ເຊື້ອ HIV/ເອດ, ໄວຣັດຕັບອັກເສບ B  ແລະ ຊິຟິລິສ ລວມທັງເພີ່ມໂອກາດ ການຕິດເຊື້ອ ຈາກແມ່ສູ່ລູກ ຫາກບໍ່ໄດ້ຮັບ ການປິ່ນປົວ ຕາມຫຼັກວິຊາການ. ດັ່ງເຈົ້າໜ້າທີ່ ແຂວງຫົວພັນ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:

“ຜົວເຂົາເນາະ ມີບາງຄົນ ເຂົ້າກະຫຼິ້ນມາແຕ່ນ້ອຍ, ຈຸນັກທຸລະກິດ ແມ່ນຫຍັງເດ້ເນາະ. ຄັນທຸກມື້ນີ້ນ່າ  ຄັນວ່າ ຖ້າບໍ່ໄດ້ຮັບການກວດ ກໍສາມາດຕິດຕໍ່ຫາລູກ ໄດ້, ຄັນວ່າຜູ້ໃດ ກວດພົບແລ້ວ ລະກະໄດ້ກິນຢາ  ເປີເຊັນທີ່ຈະສົ່ງຫາລູກ ມັນກໍມີໜ້ອຍດຽວ.”

ແມ່ຍິງລາວ ສ່ວນຫຼາຍ ທີ່ຖືພາກ່ອນໄວອັນຄວນ ມາຈາກຄອບຄົວທຸກຍາກ ບໍ່ມີຄວາມໝັ້ນຄົງ ທາງເສດຖະກິດ ເຮັດໃຫ້ບໍ່ສາມາດ ກິນອາຫານ ໃຫ້ຄົບໝວດໝູ່ ຈຶ່ງເຮັດໃຫ້ພວກເຂົາເຈົ້າ ມັກຂາດທາດເຫຼັກ ເຮັດໃຫ້ເປັນ ພະຍາດເລືອດຈາງ ຈົນມີຜົນ ຕໍ່ເດັກໃນທ້ອງ ທີ່ຈະເຮັດໃຫ້ເດັກໃນທ້ອງ ເຕີບໃຫຍ່ຊ້າ ແລະ ເກີດກ່ອນກໍານົດ ແລະ ເມື່ອເກີດແລ້ວ ກໍຈະມີນໍ້າໜັກໂຕ ໜ້ອຍກວ່າເກນປົກກະຕິ. ດັ່ງເຈົ້າໜ້າທີ່ ແຂວງຊຽງຂວາງ ນາງໜຶ່ງ ກ່າວວ່າ:

“ເຮັດໃຫ້ແມ່ຫັ້ນ ຂາດເລືອດຈາງ. ທໍາມະດາ Folic acid ນີ້, ເວລາກ່ອນຊິກິນ (ເຂົ້າ) ເອົາໃຫ້ເດ້, ເດັກເກີດບໍ່ພົ້ນເດືອນ ເດັກນ້ອຍ ມັນກໍບໍ່ສົມບູນເນາະ.”

ເຈົ້າໜ້າທີ່ ເມືອງຊານໄຊ ແຂວງອັດຕະປື ນາງໜຶ່ງ ກ່າວຄືກັນວ່າ ແມ່ຍິງລາວ ທີ່ຖືພາ ກ່ອນໄວອັນຄວນ ສ່ວນຫຼາຍ ທຸກຍາກ ບໍ່ມີອາຫານກິນ ຄົບໝວດໝູ່ ເຮັດໃຫ້ລູກ ບໍ່ໄດ້ຮັບສານອາຫານ ທີ່ຄົບໝວດໝູ່ ຕັ້ງແຕ່ຢູ່ໃນທ້ອງ ສົ່ງຜົນໃຫ້ເກີດມາ ມີນໍ້າໜັກໂຕໜ້ອຍ ສ່ຽງຕໍ່ພາວະຈ່ອຍ, ເຕັ້ຍ ແລະ ອາດອັນຕະລາຍ ເຖິງຊີວິດ. ດັ່ງນາງ ກ່າວວ່າ:

“ສ່ວນຫຼາຍ ເດັກນ້ອຍ ມັນຄັນວ່າ ແມ່ຂາດ ລູກມັນກໍຂາດ ຫັ້ນແຫຼະເນາະ, ນັບແຕ່ການຈະເລີນເຕີບໂຕ ການຂາດສານອາຫານ ມັນກໍ ແມ່ບໍ່ພຽງພໍຢູ່ແລ້ວເນາະ. ການໃຫ້ນົມ ອີ່ຫຍັງ ມັນກໍບໍ່ພຽງພໍ, ລູກກໍຂາດສານອາຫານ, ມັນພະຍາດອື່ນເຂົ້າມາ. ສ່ວນຫຼາຍ ພູມຕ້ານທານ ມັນບໍ່ມີເນາະ.”

ຫຼ້າສຸດ, ທ່ານ ສົມສະຫວາດ ພົງສາ, ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ໄດ້ກ່າວເມື່ອບໍ່ດົນວ່າ ລັດຖະບານ ໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະລຶບລ້າງ ການແຕ່ງດອງ ຂອງເດັກນ້ອຍ ກ່ອນໄວອັນຄວນ ພ້ອມທັງຮັບປະກັນ ການເຂົ້າເຖິງ ການບໍລິການ ແລະ ການສຶກສາ ດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ເນື່ອງຈາກໜ້າເປັນຫ່ວງ ທີ່ໄວໜຸ່ມລາວ ຖືພາກ່ອນໄວອັນຄວນ ອັນຈະມີຄວາມສ່ຽງ ຕໍ່ສຸຂະພາບ ຂອງແມ່ ແລະ ເດັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.