ຜູ້ຖືກກ່າວຫາຂົ່ມຂືນ ເດັກນ້ອຍອາຍຸຕ່ຳກວ່າ 15 ປີ ຢູ່ຊຽງຂວາງ ຖືກຕັດສິນຈຳຄຸກ 10 ປີ
2024.06.18
ວັນທີ 5 ເດືອນມິຖຸນາ 2024 ທີ່ຜ່ານມາ ຄະນະສານອາຍາ ແຫ່ງສານປະຊາຊົນ ຂັ້ນຕົ້ນ ແຂວງຊຽງຂວາງ ຕັດອິດສະຫຼະພາບ ທ້າວ ເຈຍຫຼີ ອາຍຸ 29 ປີ ຢູ່ບ້ານໜອງແຮດໃຕ້ ເມືອງໜອງແຮດ ແຂວງຊຽງຂວາງ ຖານກະທໍາຜິດ ສະຖານຂົ່ມຂືນກະທໍາຊໍາເລົາເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 15 ປີ, ອີງຕາມຂໍ້ມູນ ຈາກເຟສບຸກເພຈ ຂ່າວ ປກສ ແຂວງຊຽງຂວາງ ເມື່ອວັນທີ 14 ເດືອນມິຖຸນາ 2024.
ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ທີ 1 ກ່າວວ່າ ທ້າວ ເຈຍຫຼີ ຮັບສາລະພາບໃນຂັ້ນຕໍາຫຼວດ ວ່າ ຂົ່ມຂືນເດັກນ້ອຍ ທີ່ມີອາຍຸຕໍ່ກວ່າ 15 ປີແທ້ ແລະບໍ່ມີຊັບສິນພໍ ທີ່ຈະໄກ່ເກ່ຍກັບຜູ້ເປັນແມ່ ຂອງເດັກນ້ອຍທາງແພ່ງໄດ້ ສະນັ້ນ ທາງໂຈດ ກໍ່ຄື ຜູ້ເປັນແມ່ຂອງເດັກນ້ອຍ ຜູ້ເສຍຫາຍ ຈຶ່ງດໍາເນີນຄະດີທາງອາຍາ ເພື່ອໃຫ້ກົດໝາຍຕັດສິນ ຕັດອິດສະຫຼະພາບ ຜູ້ກະທໍາຜິດ ຕໍ່ລູກຂອງຕົນເອງ.
ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ມິຖຸນາ ນີ້ວ່າ:
“ໂອ້! ສໍານວນຄະດີ ອ້າຍສົ່ງໃຫ້ໄອຍະການ ໝົດແລ້ວເດ້ ສົ່ງໃຫ້ໄອຍະການ ໄອຍະການຖະແຫຼງຂຶ້ນສານຕັດສິນແລ້ວເດ້, ໂອ້ ເພິ່ນຮັບສາລະພາບແລ້ວເກາະ ສານຈັ່ງຕັດສິນໄດ້ ເພາະທັງໝົດຫັັ້ນ ເຈົ້າໜ້າທີ່ໄທເຮົາ ແມ່ນດໍາເນີນການສອບສວນ-ສືບສວນໃນຂັ້ນຕົ້ນ ແລ້ວຜູ້ກ່ຽວ ກໍ່ຮັບສາລະພາບແລ້ວ ໄທເຮົາຈຶ່ງປະກອບສໍານວນສໍາເນົາ ສົ່ງໃຫ້ໄອຍະການ ອອກຄໍາສັ່ງ ກັກຂັງ ຜ່ານໄອຍະການ ອົງການໄອຍະການ ມາກວດກາເບິ່ງ ຜູ້ກ່ຽວໄດ້ກະທໍາຜິດແທ້ຫັ້ນນ່າ ໄອຍະການຫັ້ນກໍ່ຖະແຫຼງຂຶ້ນສານຕັດສິນ, ໂຕນີ້ຫັ້ນ ແມ່ນຜູ້ກ່ຽວຫັ້ນບໍ່ຍອມ ໄປແກ້ໄຂຊໍາລະ ວ່າຊັ້ນສາ. ຕາມວ່າຫັ້ນນ່າເນາະ ເຂົາບໍ່ຍອມໄປແກ້ໄຂໄກ່ເກ່ຍກັນ ຊໍາລະເອົາແທ້ເອົາວ່າ ເຂົາຫັ້ນລະແມ່ນ ຮຽກຮ້ອງເອົາເງິນຫຼາຍກວ່າຫັ້ນນ່າ ມາເບິ່ງແລ້ວເຂົາບໍ່ມີ ຝ່າຍຊາຍ ບໍ່ມີຄວາມສາມາດຈະຖອກໄດ້ ລະຈໍາເປັນມາແລ້ວ ລະແມ່ນ ມີແຕ່ໂອນຂຶ້ນໄປຫາ ອົງການໄອຍະການເລີຍ.”
ຂໍ້ມູນຈາກ ກອງບັນຊາການ ປກສ ແຂວງຊຽງຂວາງ ຍັງລະບຸວ່າ ຜ່ານການຄົ້ນຄວ້າ ຂໍ້ມູນຫຼັກຖານ ເອກກະສານປະກອບ ຢູ່ສໍານວນຄະດີຢ່າງລະອຽດ ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຊຽງຂວາງ ຈຶ່ງໄດ້ເຫັນຄວນ ຕັດອິດສະຫຼະພາບ ທ້າວເຈຍຫຼີ 10 ປີ, ປັບໃໝ 10 ລ້ານກີບ.
ຂະນະທີ່ ອີງຕາມມາດຕາ 248 ວັກ 3 ຂອງປະມວນກົດໝາຍອາຍາ ລະບຸໄວ້ວ່າ ໃນກໍລະນີ ທີ່ຜູ້ກະທໍາຜິດ ຫາກໄດ້ຂົ່ມຂືນ ກະທໍາຊໍາເລົາ ດ້ວຍວິທີປ່ຽນຜຽນກັນຂົ່ມຂືນ, ກະທໍາຊໍາເລົາເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 15 ປີ, ໄດ້ທໍາຮ້າຍຮ່າງກາຍຜູ້ຍິງ ໃນເວລາຂົ່ມຂືນ ຫຼືເຮັດໃຫ້ຜູ້ຍິງພິການ ຕະຫຼອດຊີວິດ ຫຼືເສຍຊີວິດ ຈະຖືກລົງໂທດ ຕັດອິດສະຫຼະພາບ ແຕ່ 10 ປີ ຫາ 20 ປີ ຫຼື ຕັດອິດສະຫຼະພາບ ຕະຫຼອດຊີວິດ ແລະຈະຖືກປັບໃໝ ແຕ່ 10,000,000 ກີບ ຫາ 70,000,000 ກີບ. ຂະນະດຽວກັນ ສະພາບໂຕຈິງ ຄະນະສານອາຍາ ອາດເຫັນວ່າ ທ້າວ ເຈຍຫຼີ ບໍ່ມີເງື່ອນໄຂ ທີ່ຈະຈ່່າຍຄ່າປັບໃໝ ຈຶ່ງຕັດສິນ ຈ່າຍຄ່າປັບໃໝ ຂັ້ນຕໍ່າສຸດ.
ດັ່ງເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ທີ 2 ກ່າວວ່າ:
“ໂຕນີ້ ມັນກໍ່ອີງໃສ່ກົດໝາຍເນາະ ກົດໝາຍອັນນ່າ ອັດຕາປັບໃໝ ກັບອັດຕາໂທດຫັ້ນນ່າ ເພິ່ນກໍ່ກໍານົດ ວ່າ 10-20 ປິີ ຢູ່ໄລຍະ 10-20 (ປີ) ນີ້ ຈະເອົາໂຕໃດກໍ່ໄດ້ ແລະປັບໃໝ 10 ລ້ານ ເຖິງ 70 ລ້ານກີບນີ້ ຈະເອົາໂຕໃດກໍ່ໄດ້ ບໍ່ໃຫ້ຫຼຸດ ບໍ່ໃຫ້ລື່ອນ ມັນນອນຢູ່ໃນກົດໝາຍ ພວກເຮົາສາມາດ ປະຕິບັດໄດ້ ສິແມ່ນບິ່ງສະພາບເສດຖະກິດ ກໍ່ບໍ່ມີຫຍັງ ແລ້ວເຂົາເຈົ້າຈັ່ງເອົາໂຕ ອັດຕາຕໍ່າຫັ້ນແຫຼະ ອັດຕາປັບໃໝຕໍ່າຫັ້ນແຫຼະ.”
ດ້ານຊາວບ້ານ ໃນເຂດບ້ານໜອງແຮດໃຕ້ ກ່າວວ່າ ຕົນເອງ ຮູ້ເລື່ອງນີ້ ແລະຕິດຕາມເລື່ອງນີ້ ຕັ້ງແຕ່ເຈົ້າໜ້າທີ່ກຸ່ມບ້ານ ມາເອົາໂຕທ້າວ ເຈຍຫຼີ ເປັນຄົນຊົນເຜົ່າມົ້ງ ເປັນພໍ່ລ້ຽງຂອງເດັກນ້ອຍ ອາຍຸ 13 ປີ ທີ່ຖືກຂົ່ມຂືນກະທໍາຊໍາເລົານັ້ນ ໄປດໍາເນີນຄະດີ ແລະຕົນເອງ ເຫັນວ່າ ຄໍາຕັດສິນຂອງຄະນະສານອາຍາ ທີ່ຕັດອິດສະຫຼະພາບ ທ້າວ ເຈຍຫຼີ 10 ປີນັ້ນ ໜ້ອຍໄປ ຍ້ອນຄວາມຮຸນແຮງ ທີ່ເດັກນ້ອຍແມ່ຍິງ ອາຍຸຕໍ່າກວ່າ 15 ປີພະເຊີນນັ້ນ ມັນກ່ຽວພັນກັບ ບົດບາດຍິງ-ຊາຍ ທີ່ສະແດງໃຫ້ເຫັນວ່າ ຜູ້ຊາຍ ມີອໍານາດເໜືອກວ່າຜູ້ຍິງ ອີກທັງ ຜູ້ຖືກກະທໍາຊໍາເລົາ ຍັງເປັນເດັກນ້ອຍທີ່ຍັງບໍ່ຮູ້ຫຍັງ.
ດັ່ງນາງ ກ່າວວ່າ:
“ແມ່ນລະ ສານຕັດສິນແລ້ວ ວ່າ ແມ່ນລູກລ້ຽວເນາະ ພໍ່ຫັ້ນ ລະແມ່ນມາເປັນພໍ່ນ້າ ລູກຫັ້ນກໍ່ລູກລ້ຽງຫັ້ນນ່າ ແບບ ພໍ່ເກີດແທ້ໆ ລະແມ່ນຮ້າງ ອັນນ່າ ແມ່ໄປເອົາຜົວໃໝ່ ໄປຢູ່ນໍາຜົວໃໝ່ຫັ້ນນ່າ ບາດຜົວໃໝ່ຫັ້ນແຫຼະຂົ່ມຂືນເດັກນ້ອຍ ເພິ່ນຕັດສິນອິດສະຫຼະພາບ ທ້າວ ເຈຍຫຼີ ຄົນຊົນເຜົ່າມົ້ງ ຢູ່ໜອງແຮດໃຕ້ ບ້ານໜອງແຮດໃຕ້ ຕໍາຫຼວດກຸ່ມເຂົາເອົາມາເລີຍຫັ້ນນ່າ (ຕາມການຕັດສິນຂອງສານ) ກໍ່ຢາກວ່າ ໂອ້ ຢາກໜ້ອຍຫັ້ນແຫຼະ ເພາະວ່າ ບົດບາດຍິງ-ຊາຍ ແລ້ວກໍ່ເດັກບໍ່ຮູ້ຫຍັງ.”
ດ້ານເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາ ເມືອງໜອງແຮດ ໄດ້ກ່າວສັ້ນໆ ຕໍ່ວິທຍຸເອເຊັຽເສຣີ ວ່າ ປັດຈຸບັນ ເດັກນ້ອຍແມ່ຍິງອາຍຸ 13 ປີ ທີ່ຖືກພໍ່ລ້ຽງ ຂົ່ມຂືນກະທໍາຊໍາເລົານັ້ນ ໄດ້ກັບໄປຮຽນ ແລະໄດ້ເຂົ້າສອບເສັງ ພ້ອມກັບໝູ່ແລ້ວ, ສ່ວນຂະແໜງການປົກປ້ອງແມ່ຍິງ-ເດັກນ້ອຍ ກໍ່ເບິ່ງແຍງຢ່າງໃກ້ຊິດ.
ທີ່ຜ່ານມາ ຢູ່ເມືອງໜອງແຮດ ເຄີຍມີກໍລະນີ ທີ່ແມ່ຍິງ ແລະເດັກນ້ອຍແມ່ຍິງ ຖືກຜູ້ຊາຍຂົມຂືນກະທໍາຊໍາເລົາ ແລະໄດ້ມີການດໍາເນີນຄະດີ ນໍາດ້ວຍ ເຊິ່ງການດໍາເນີນຄະດີສ່ວນຫຼາຍ ຈະບໍ່ເຖິງຂັ້ນ ຄະນະສານຕັດສິນ ຕັດອິດສະຫຼະພາບ ຄືກໍລະນີ ຂອງທ້າວ ເຈຍຫຼີ ຍ້ອນ ຄູ່ກໍລະນີ ຄື ຝ່າຍໂຈດ (ຜູ້ເສຍຫາຍ) ແລະ ຝ່າຍຈໍາເລີຍ (ຜູ້ກະທໍາຜິດ) ສາມາດໄກ່ເກ່ຍທາງແພ່ງໄດ້.
ດັ່ງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຊຽງຂວາງ ຜູ້ທີ 1 ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ໂອ້ ໄລຍະຜ່ານມາ ກໍ່ເຄີຍມີຢູ່ ອັນນ່າ ແຕ່ສ່ວນຫຼາຍລະແມ່ນ ເຂົາເອີ້ນວ່າ ຄູ່ກໍລະນີ ເຂົາແກ້ໄຂໄກ່ເກ່ຍກັນເອງເລີຍ ສ່ວນຫຼາຍຫັ້ນລະແມ່ນ ໃນເມື່ອເຈົ້າໜ້າທີ່ດໍາເນີນຄະດີ ເມື່ອເອົາຜູ້ກ່ຽວມາສືບສວນ-ສອບສວນ ລະອຽດຈະແຈ້ງຄັກແໜ່ແລ້ວຫັ້ນ ເອີ້ນວ່າ ຄູ່ກໍລະນີເຂົາຫັ້ນລະແມ່ນ ກະທໍາຄວາມຮູ້ຈັກ ແກ້ໄຂໄກ່ເກ່ຍກັນ ເຂົາຍອມໃຊ້ ບັນຫາທາງແພ່ງທັງໝົດ ແລ້ວບາດນີ້ ຄັນເປັນແນວນັ້ນແລ້ວຫັ້ນ ເຂົາມີໃບຮ້ອງຂໍຄືນມາ ມີໃບສະເໜີຄືນມາຈາກຄູ່ກໍລະນີ ມີບົດບັນທຶກ ເຊັນມາຄັກແນ່ ອັນນ່າ ແລ້ວທາງອ້າຍກະໄດ້ສົ່ງໄປຫາ ຄັນເປັນແນວນີ້ລະ ລະລາຍງານອົງການໄອຍະການ ໄອຍາການວ່າ ໂອ້ ຄັນເປັນແນວນີ້ລະແມ່ນ ຜູ້ກ່ຽວ ຍອມເສຍທັງໝົດແລ້ວເຂົາກໍ ສ່ວນຫຼາຍໄອຍະການຫັ້ນ ລະແມ່ນອອກຄໍາສັ່ງ ມີແຕ່ວ່າ ເອີ້ນວ່າໂຈະ ການດໍາເນີນຄະດີ ແລະແກ້ໄຂ ລະບຽບທາງແພ່ງເລີຍຫັ້ນນ່າ.”
ນອກນັ້ນ ວັນທີ 26 ເດືອນກຸມພາ 2024 ທີ່ຜ່ານມາ ຕໍາຫຼວດ ຢູ່ແຂວງ ຊຽງຂວາງ ໄດ້ຈັບໂຕນັກຮຽນເພດຊາຍ 3 ຄົນ ມາສືບສວນ-ສອບສວນ ແບບປິດລັບ ພາຍຫຼັງກໍ່ເຫດ ຂົ່ມຂືນນັກຮຽນເພດຍິງ ຢູ່ຫ້ອງນໍ້າ ຂອງຮ້ານອາຫານເມືອງຄູນ ຕໍ່ມາ ຈຶ່ງຮູ້ວ່າ ນັກຮຽນຊາຍບາງຄົນ ໃນ 3 ຄົນ ຢູ່ໂຮງຮຽນ ມັດທະຍົມສົມບູນຈອມເພັດ.