ຣັຖບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອ ເປັນເງິນຈຳນວນເຄິ່ງລ້ານ ໂດລ້າຣ໌ ສະຫະຣັຖ ເພື່ອຝຶກອົບຮົມຄຣູຊັ້ນອະນຸບານ ແລະປະຖົມ ໃນເມືອງຕຸ້ມລານ ແຂວງສາຣະວັນ ໃຫ້ຮູ້ວິທີສອນນັກຮຽນ ຊົນເຜົ່າ ໃຫ້ສາມາດເວົ້າ, ອ່ານ ແລະຂຽນ ພາສາລາວໄດ້ດີຂຶ້ນ.
ທ່ານ Kobayashi Kenichi ເອກອັກຄະຣາຊທູດຍີ່ປຸ່ນ ປະຈຳລາວ ໄດ້ມອບທຶນຊ່ວຍເຫຼືອດັ່ງກ່າວ ຜ່ານອົງການສຸພານິມິດຍີ່ປຸ່ນ ເພື່ອຊ່ວຍປັບປຸງ ການສອນຂອງຄຣູ ແລະການຮຽນ ຂອງເດັກນ້ອຍໃນເຂດທີ່ການສຶກສາ ຍັງບໍ່ພັທນາ ຍ້ອນປະຊາກອນສ່ວນຫຼາຍ ແມ່ນຊົນເຜົ່າ.
ໂຄງການນີ້ ມີໄລຍະເວລາຈັດຕັ້ງປະຕິບັດ 3 ປີ ນັບແຕ່ປີນີ້ເປັນຕົ້ນໄປ ແລະຈະຊ່ວຍຝຶກອົບຮົມຄຣູອະນຸບານ ແລະປະຖົມ ໃນເຂດເມືອງຕຸ້ມລານ ທີ່ມີເດັກນັກຮຽນ ທັງໝົດ 2,500 ຄົນ.
ເຈົ້າໜ້າທີ່ ຫ້ອງການສຶກສາ ທິການ ແລະກິລາ ປະຈຳເມືອງຕຸ້ມລານ ແຂວງສາຣະວັນ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ກ່າວກ່ຽວກັບເຣື່ອງນີ້ ຕໍ່ວິທະຍຸເອເຊັຽເສຣີ ໃນວັນທີ່ 27 ມິນາ 2023 ນີ້ວ່າ:
“ເມືອງຕຸ້ມລານ ນັກຮຽນຊົນເຜົ່າຫຼາຍ ແລ້ວກະໃນພື້ນຖານໃນບ້ານຫັ້ນ ບໍ່ໄດ້ໃຊ້ພາສາລາວຫັ້ນນ່າ ໃຊ້ພາສາຊົນເຜົ່າ ເຮັດໃຫ້ການສື່ສານພາ ສາລາວໃນຂັ້ນເບື້ອງຕົ້ນ ມັນຈະຍາກເນາະ ຍາກກວ່ານັກຮຽນທີ່ໃຊ້ພາສາລາວຢູ່ແລ້ວເນາະ. ແຜນເພິ່ນແມ່ນຈະຊ່ອຍເຫຼືອ ກ່ຽວກັບການສົ່ງເສີມການອ່ານ ເພິ່ນຈະມີການຝຶກອົບຮົມຄຣູ ແລ້ວກໍຈັດກິດຈະກັມການສົ່ງເສີມ ການອ່ານໃຫ້ເດັກນ້ອຍໃນຊັ້ນປະຖົມ ປ.1 ຫາ ປ.3 ແລ້ວກໍຊັ້ນເດັກນ້ອຍກ່ອນໄວຮຽນ.”
ທ່ານກ່າວຕື່ມວ່າ ປະຊາກອນຢູ່ເມືອງຕຸ້ມລານ ສ່ວນຫຼາຍ ແມ່ນຊົນເຜົ່າກະຕ່າງ ແລະເຜົ່າຕະໂອ້ຍ ມີລາວລຸ່ມ ປະມານ 10 ສ່ວນຮ້ອຍ ເທົ່ານັ້ນ. ນັກຮຽນຊົນເຜົ່າ ມີຄວາມສາມາດ ໃນການຮຽນຊ້າ ກວ່ານັກຮຽນທີ່ໃຊ້ພາສາລາວ ໃນຄອບຄົວ. ບັນຫານຶ່ງຂອງນັກຮຽນຊົນເຜົ່າ ແມ່ນພວກເຂົາອອກສ່ຽງ ພາສາລາວ ບໍໄດ້ຫຼືບໍ່ແຈ້ງ ໃນເວລາໂຮງຮຽນ ພວກເຂົາເຂົ້າໃຈຍາກກວ່າ ເດັກນ້ອຍລາວລຸ່ມ.
ຜ່ານມາ ອົງການສຸພານິມິດ ກໍເຄີຍມີໂຄງການລັກຊະນະນີ້ແລ້ວ ຢູ່ລາວ ເອີ້ນວ່າ ໂຄງການ iRead ຫຼືໂຄງການອ່ານ ຊຶ່ງຖືກຈັດຕັ້ງປະຕິບັດ ຢູ່ເມືອງທ່າປາງທອງ ແຂວງສວັນນະເຂດ ເປັນເວລາສາມປີ ຄືກັນ ແລະຫາກໍປິດໂຄງການເມື່ອວັນທີ່ 25 ເດືອນມິນາ ປີ 2023 ນີ້. ຜົລປະກົດວ່າ ຫຼັງຈົບໂຄງການ ຄຣູ 91 ສ່ວນຮ້ອຍ ມີວິທີໃໝ່ ໃນການສອນ ເຮັດໃຫ້ນັກຮຽນຊົນເຜົ່າ ປ.3 ມີຄວາມສາມາດ ໃນການອ່ານສູງຂຶ້ນເຖິງ 44 ສ່ວນຮ້ອຍ.
ເຈົ້າໜ້າທີ່ ອົງການສຸພະນິມິດ ປະຈຳປະເທດລາວທ່ານນຶ່ງ ອະທິບາຍໂຄງການນີ້ວ່າ:
“ເຮົາກໍຈັດຕັ້ງປະຕິບັດ ເພິ່ງໄດ້ຮັບການເຊັນ MoU. ເມື່ອກ່ອນທີ່ເປັນທຶນຂອງຍີ່ປຸ່ນ ເຂົາເອິ້ນວ່າ ໂຄງການ iRead ຊື່ອາດຈະຕ່າງກັນ ແຕ່ເນື້ອໃນ ອາດຈະອັນດຽວກັນ ເພາະວ່າເຮົາຈຸດມຸ້ງໝາຍກໍຄື ພວກເຮົາ ສົ່ງເສີມເຣື່ອງການຝຶກອົບຮົມ ຄຣູສນອງອຸບປະກອນ ຫຍັງໃຫ້ແກ່ໂຮງຮຽນຫັ້ນ.”
ການສອນເດັກນ້ອຍຊົນເຜົ່າ ຖືເປັນເຣື່ອງຍາກສຳລັບ ຄຣູປະຖົມຫຼາຍຄົນ ໂດຍສະເພາະຄຣູປະຖົມ ທີ່ເປັນຄົນລາວ ຍ້ອນຄຣູລາວ ບໍ່ເຂົ້າໃຈພາສາຊົນເຜົ່າ; ສ່ວນນັກຮຽນຊົນເຜົ່າ ສ່ວນຫຼາຍ ກໍໃຊ້ພາສາຊົນເຜົ່າ ເວົ້າລາວບໍ່ໄດ້ດີປານໃດ, ຕາມຄຳເວົ້າຂອງຄຣູຊັ້ນປະຖົມປີທີ 1 ຜູ້ນຶ່ງ ທີ່ສອນຢູ່ໂຮງຮຽນແຫ່ງນຶ່ງ ມີເດັກນັກຮຽນ ສ່ວນຫຼາຍເປັນຊົນເຜົ່າໃນເມືອງຕຸ້ມລານ ແຂວງສາຣະວັນ.
ຄຣູທ່ານນັ້ນ ກ່າວຕື່ມວ່າ:
“ມັນຍາກ ເຂົາບໍ່ເຂົ້າໃຈພາສາລາວ ກໍເວົ້າພາສາລາວ ແລ້ວກໍເວົ້າຮູບພາບໃຫ້ເຂົາເບິ່ງນຳ. ຕອນເຂົາເມືອເຮືອນ ພໍ່ແມ່ເວົ້າກະຕ່າງ ເຖິງຈະມາໂຮງຮຽນ ກໍໄດ້ຍິິນເຂົາເວົ້າເປັນພາສາລາວ ຄຣູເວົ້າເຂົາກໍຟັງເຂົ້າໃຈຢູ່ດອກ ແຕ່ເຂົາກໍເວົ້າບໍ່ເປັນປານໃດ ຖ້າຮອດ ປ.4 ປ.5 ກໍງ່າຍ ປ.1 ນີ່ມັນຍາກ.”
ເຈົ້າໜ້າທີ່ ທີ່ເຮັດວຽກຢູ່ກັບອົງການຈັດຕັ້ງ ພາກປະຊາສັງຄົມ ດ້ານການສຶກສາ ຢູ່ລາວທ່ານນຶ່ງ ກ່າວວ່າ ບັນຫາການເວົ້າ, ການອ່ານ ແລະການຂຽນພາສາລາວ ບໍ່ໄດ້ດີຂອງນັກຮຽນຊົນເຜົ່າ ເປັນອຸບປະສັກໃຫຍ່ຢ່າງນຶ່ງ ຕໍ່ການສຶກສາໃນປະເທດລາວ ເພາະວ່າ ຖ້າບໍ່ໄດ້ພາສາລາວ ເດັກນ້ອຍຊົນເຜົ່າ ບໍ່ສາມາດຮຽນຕໍ່ຊັ້ນສູງໄດ້. ປັດຈຸບັນ ການສອນພາສາລາວ ໃຫ້ເດັກນ້ອຍຊົນເຜົ່າ ຍັງມີບັນຫາທ້າທາຍຫຼາຍຢ່າງ ເພາະຕ້ອງສອນພາສາລາວ ຜ່ານພາສາຊົນເຜົ່າ ຊຶ່ງເປັນພາສາແມ່ ຂອງເດັກນັກຮຽນ ແລະຄຣູສ່ວນຫຼາຍ ກໍຍັງບໍ່ມີວິທີສອນ ທີ່ມີປະສິດທິຜົລ; ຄຣູຊົນເຜົ່າ ກໍມັກເວົ້າ ແລະສອນ ເປັນພາສາຊົນເຜົ່າ ບໍ່ມັກເວົ້າ, ບໍ່ມັກສອນເປັນພາສາລາວ; ສ່ວນຄຣູລາວລຸ່ມ ກໍບໍ່ເຂົ້າໃຈພາສາຊົນເຜົ່າ.
ເຈົ້າໜ້າທີ່ ອົງການພາກປະຊາສັງຄົມ ທ່ານນີ້ ອະທິບາຍຕື່ມວ່າ:
“ຂະບວນການຈັດຕັ້ງປະຕິບັດມັນບໍ່ງ່າຍ ເພາະວ່າເຮົາເອົງເຣື່ອງການສອນ ພາສາລາວ ໂດຍຜ່ານພາສາແມ່ຂອງເດັກນ້ອຍ ຄຣູກໍເປັນຄຣູຊົນເຜົ່າ ເວົ້າແຕ່ພາສາເຜົ່າໝົດເລີຍ ບາງຄັ້ງກໍຄຣູລາວ ບາງຄັ້ງບໍ່ໄດ້ພາສາເຜົ່າ. ຖ້າຄຣູບໍ່ໄດ້ພາສາເຜົ່າ ແລ້ວກໍບໍ່ຮູ້ຈັກສິຍົກຂຶ້ນມາເລີຍ ແລ້ວກໍເດັກນ້ອຍກໍຈະບໍ່ໄດ້ຄືເກົ່າ ຈະກືກໜັງສື ກືກພາສາລາວ ຖ້າບໍ່ໄດ້ພາສາລາວ ຮຽນຕໍ່ຊັ້ນສູງຂຶ້ນຕໍ່ໆ ໄປມັນບໍ່ໄດ້.”
ທ່ານກ່າວອີກວ່າ ວິທີດຽວເພື່ອແກ້ໄຂບັນຫາດັ່ງກ່າວ ກໍ່ຄື ຕ້ອງໃຊ້ວິທີສອນພາສາລາວ ສຳຣັບເດັກນ້ອຍຊົນເຜົ່າໂດຍສະເພາະ ແລະຄວນມີທຶນພິເສດເພື່ອຈັດຕັ້ງປະຕິບັດ ເປັນຕົ້ນເພື່ອຝຶກອົບຮົມຄຣູ ແລະສອນນັກຮຽນຊົນເຜົ່າ. ອົງການ UNICEF ຣະບຸວ່າ ໃນປີ 2017, ປະເທດລາວ ມີເດັກນ້ອຍອາຍຸຫ້າເຖິງ 70 ສ່ວນຮ້ອຍ ບໍ່ໄດ້ເຂົ້າໂຮງຮຽນອະນຸບານ ຊຶ່ງສ່ວນຫຼາຍເປັນເດັກນ້ອຍ ທີ່ເວົ້າພາສາລາວບໍ່ໄດ້ ແລະກໍມາຈາກຄອບຄົວທີ່ທຸກຍາກ ໃນເຂດສອກຫຼີຮ່າງໄກສອກຫຼີງ; ຕົວຢ່າງ ໃນແຂວງສາຣະວັນ ມີເດັກນ້ອຍອາຍຸໃນລະຫວ່າງສອງປີ ແລະຫ້າປີ ພຽງແຕ່ 15 ສ່ວນຮ້ອຍເທົ່ານັ້ນ ໄດ້ເຂົ້າໂຮງຮຽນຊັ້ນອະນຸບານ ແລະມີນັກຮຽນ 47 ສ່ວນຮ້ອຍ ທີ່ເຂົ້າຮຽນຊັ້ນປະຖົມ ໂດຍທີ່ບໍ່ໄດ້ຮຽນອະນຸບານມາກ່ອນ.
ໃນໄລຍະ 10 ປີທີ່ຜ່ານມາ, ຍີ່ປຸ່ນໃຫ້ເງິນຊ່ວຍເຫຼືອ ແກ່ ສປປ ລາວ ຫຼາຍສິບລ້ານໂດລ້າຣ໌ ສະຫະຣັຖ; ຕົວຢ່າງເມື່ອປີ 2020, ຣັຖບານຍີ່ປຸ່ນ ກໍໄດ້ໃຫ້ເງິນຊ່ວຍເຫຼືອ ແກ່ລາວ ສາມລ້ານໂດລ້າຣ໌ ເພື່ອປັບປຸງລະບົບສາທາຣະນະສຸຂ ໃຫ້ດີຂຶ້ນ ໂດຍສະເພາະເພື່ອຕ້ານກັບ ການຣະບາດຂອງ ໂຄວິດ-19. ໃນປີຕໍ່ມາ ຄືປີ 2021, ຣັຖບານຍີ່ປຸ່ນ ກໍໃຫ້ເງິນຊ່ວຍເຫຼືອແກ່ ສປປ ລາວ ມູນຄ່າສອງລ້ານໂດລ້າຣ໌ ເພື່ອປັບປຸງລະບົບການຮັກສາຄວາມສງົບ ແລະເພື່ອຈັດການເຄື່ອນຍ້າຍ ຄົນຕາມເຂດຊາຍແດນ ໃຫ້ເປັນລະບຽບຮຽບຮ້ອຍ ແລະມີຄວາມປອດໄພ.
ຕໍ່ມາໃນປີກາຍ ຫຼື ປີ 2022, ຍີ່ປຸ່ນໄດ້ມອບຣົຖ SUV 16 ຄັນ ແລະເຄື່ອງອາໄລຣົຖ ລວມມູນຄ່າເປັນ 1,500,000 ໂດລ້າຣ໌ ເພື່ອຮັກສາຄວາມສງົບພາຍໃນ ແລະໃນເດືອນກັນຍາ ປີດຽວກັນ ຣັຖບານຍີ່ປຸ່ນ ໄດ້ຊ່ວຍປາກະປ໋ອງ ທີ່ມີມູນຄ່າເຖິງ 3.6 ໂດລ້າຣ໌ ໃຫ້ແກ່ໂຄງການອາຫານທ່ຽງ ທີ່ມີໜ້າທີ່ໃຫ້ອາຫານທ່ຽງ ແກ່ເດັກນັກຮຽນລາວ ຈຳນວນ 132,000 ຄົນ ໃນທັງໝົດ 1,432 ໂຮງຮຽນ ໃນ 8 ແຂວງຂອງລາວ.