ການໃຊ້ຄວາມຮຸນແຮງ ຕໍ່ເດັກນ້ອຍແມ່ຍິງ ຍັງບໍ່ໄດ້ຮັບການແກ້ໄຂ ຢ່າງຈິງຈັງ
2024.10.23
ເດັກນ້ອຍແມ່ຍິງລາວ ຈຳນວນຫຼາຍຍັງຕົກເປັນຜູ້ເຄາະຮ້າຍ ຈາກການໃຊ້ຄວາມຮຸ່ນແຮງໃນຄອບຄົວ ຊຶ່ງບໍ່ມີການແກ້ໄຂຈາກທາງການ ຖືວ່າ ເປັນເຮື່ອງທຳມະດາ ໂຕຢ່າງວ່າງຫລັງໆມານີ້ ຢູ່ ແຂວງຄຳມ່ວນ ມີເດັກນ້ອຍແມ່ຍິງອາຍຸຕ່ຳກວ່າ 18 ປີ ຕົກເປັນຜູ້ເຄາະຮ້າຍຈາການໃຊ້ຄວາມຮຸ່ນແຮງ ໃນຄອບຄົວ ຜູ້ເປັນພໍ່ຕົບຕີ ແລະທຳຮ້າຍຮ່າງກາຍ ຍ້ອນເຮັດວຽກເມື່ອຍ ແລະບໍ່ໄປໂຮງຮຽນ ຕາມຄຳເວົ້າຂອງເຈົ້າໜ້າທີ່ແຂວງຄຳມ່ວນທ່ານໜຶ່ງຕໍ່ເອເຊຍເສລີໃນວັນທີ 3 ຕຸລາຜ່ານມາ.
“ເປັນພໍ່ແທ້ ລູກສາວນຫັ້ນ ເປັນຄົນບໍພໍແດ່ ເມືອ່ເມົາມາກໍເສບສົມທາງເພດກັບລູກສາວ ສົ່ງໃຫ້ໄອຍະການແລ້ວຕັດສີນຈຳຄຸກ 3 ປີ ຂະເຈົ້າກໍບໍ່ຍອມ ພໍ່ເປັນຄົນບໍ່ເຕັມ 100 ປານໃດ ທາງແພດກໍບໍ່ສາມາດຢັ້ງຢືນຜູ້ກ່ຽວວ່າ ເປັນບ້າ ກໍແບບຊື່ມໆ ເສົ້າໆຫັ້ນແຫລະ ພໍ່ກໍສະຕາຍດຽວກັບລູກ ແຕ່ໃຄແດ່ກວ່າລູກໜ້ອຍໜຶ່ງ.”
ທ່ານວ່າ ທາງການຖືວ່າ ເປັນເຮື່ອງພາຍໃນຄອບຄົວແລະກໍເປັນບັນຫາທຳມະດາ ທີ່ຜູ້ປົກຄອງສັ່ງສອນລູກເຕົ້າຈຶ່ງບໍ່ຍຸ້ງກ່ຽວ ແລະທາງການກໍບໍ່ມີງົບປະມານໃນການໂຄສະນາຕ້ານ ການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງແລະເດັກນ້ອຍ ຈຶ່ງເຮັດໃຫ້ບັນຫາດັ່ງກ່າວ ບໍ່ຖືກແກ້ໄຂ ທ່ານເວົ້າວ່າ
“ງົບປະມານໄທເຮົາມີຈຳກັດ ເພື່ອເຮັດໃຫ້ການປົກປ້ອງກ່ຽວກັບການໃຊ້ຄວາມຮຸ່ນແຮງ ໃຫ້ແມ່ຍິງເຂົ້າໃຈ ຖ້າຫາກຖືກໃຊ້ຄວາມຮຸນແຮງໃນຄອບຄົວ ຫຼືວ່າ ທາງສັງຄົມຕ່າງໆຫັ້ນນ່າ ຖ້າຫາກເຮົາໂຄສະນາ ຂະເຈົ້າກໍຈະເຂົ້າໃຈຫຼາຍ.”
ເຈົ້າໜ້າທີ່ເມືອງຫີນບູນ ນາງໜຶ່ງເວົ້າວ່າ ສ່ວນຫຼາຍບັນຫນີ້ ຖືວ່າ ບໍ່ສຳຄັນ ຍ້ອນປະເພນີລາວປະຕິບັດກັນມາແຕ່ດຶກດຳບັນ ແລະກໍ່ບໍ່ເປັນເຮື່ອງແປກ ຊຶ່ງໃນຫຼາຍກໍລະນີ ທີ່ແມ່ຍິງແລະເດັກນ້ອຍ ຖືກເຄາະຮ້າຍຈາກການໃຊ້ຄວາມຮຸ່ນແຮງໃນຄອບຄົວ ທາງການກໍບໍ່ສາມາດເອົາຂຶ້ນສານ ບາງລາຍເຖິງຂັ້ນເຂົ້າໂຮງໝໍປີ່ນປົວ ຍ້ອນກົດໝາຍລາວ ບໍ່ເຄັ່ງຄັດໃນບັນຫານີ້ປານໃດແລະທາງການກໍບໍ່ໄດ້ໂຄສະນາ ຕ້ານການກະທຳດັ່ງກ່າວຕໍ່ຊຸມຊົນ.
“ຜູ້ທີ່ຖືກກະທຳກໍມາເຂົ້າໂຮງໝໍ ແຕ່ວ່າ ໄປແຈ້ງຄວາມແລ້ວ ໄປວກດກາເບີ່ງແລ້ວ ມັນບໍ່ມີຮອຍມີຫຍັງ ມັນກໍລືບແລ້ວ ລາວແຈ້ງຊ້າໂພດ ກໍມີແຕ່ສຶກສາອົບຮົມໃຫ້ຜົວລາວແລ້ວກໍຢ່າງຮ້າງຫັນຫັ້ນນ່າ ທາງການຂາດການໂຄສະນາ ເວລາເກີດເຫດຄວນຈະປະສານແນວໃດ ເຮັດແນວໃດ ລາຍງານແນວໃດ ການປະສານງານກໍຢາກໃຫ້ວ່ອງໄວຂຶ້ນຕ່າມ.”
ຍານາງກ່າວຕື່ມວ່າ ບາງບ້ານຖ້າມີການໂຄສະນາຕ້ານ ການໃຊ້ຄວາມຮຸ່ນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍບັນຫາດັ່ງກ່າວກໍຫຼຸດລົງ ແຕ່ສ່ວນໃຫຍ່ ຍັງເໝືອນເດີມ ເຮັດໃຫ້ແມ່ຍິງແລະເດັກນ້ອຍຫຼາຍຄົນຕົກເປັນເຫຍື່ອ ຂອງການຄ້າມະນຸດ ແລະຄ້າແມ່ຍິງ ຍ້ອນທົນບໍ່ໄຫວ ແລ້ວໜີຈາກບ້ານ.
“ເຫດການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງແລະເດັກນ້ອຍ ມີການເຊື່ອມໂຍງກັບການຄ້າມະນຸດ ໄປຕ່າງປະເທດ ສ່ວນຫຼາຍໄປຈີນ ການຄ້າມະນຸດເພີ່ນກໍເວົ້າໂຕນີ້.”
ບັນຫາດ່ັງກ່າວ ການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງ ແລະເດັກນ້ອຍໃນຄອບຄົວ ເກີດຂຶ້ນໃນຫຼາຍແຂວງໃນລາວ ບໍ່ແມ່ນແຕ່ສະເພາະແຕ່ແຂວງຄຳມ່ວນ ແຕ່ບໍ່ມີການລາຍງານຈາກທາງການ ແລະຄອບຄົວ ບັນຫາການໃຊ້ຄວາມຮຸ່ນແຮງຕໍ່ແມ່ຍິງແລະເດັກນ້ອຍ ຖືວ່າ ສຳຄັນໃນຫຼາຍປະເທດໃນໂລກ ຜູ້ກະທຳຜິດຈະຖືກລົງໂທດຢ່າງໜັກ ແຕ່ທີ່ລາວແລະບັນດາປະເທດເອເຊຍບາງປະເທດຍັງຖືວ່າ ເປັນບັນຫາພາຍໃນຄອບຄົວແລະເປັນບັນຫາທຳມະດາ ຈຶ່ງບໍ່ຍຸ້ງກ່ຽວ.
ແມ່ຍິງລາວ ຜູ້ໜຶ່ງຖືກເຄາະຮ້າຍຈາກການໃຊ້ຄວາມຮຸ່ນແຮງ ໃນຄອບຄົວຜູ້ບໍປະສົງອອກຊື່ ເວົ້າວ່າ ຫຼາຍກໍລະນີທີ່ເກີດຂຶ້ນ ກັບແມ່ຍິງແລະເດັກນ້ອຍບໍ່ມີການລາຍງານ ຍ້ອນຄວາມອັບອາຍຂາຍໜ້າ ແລະການບໍ່ເອົາໃຈໃສ່ຂອງເຈົ້າໜ້າທີ່ ບັນຫາດັ່ງກ່າວຈຶ່ງເກີດຂຶ້ນຕະຫຼອດ ໃນສັງຄົມລາວ.
ຜູ້ທີ່ຖຶກເຄາະຮ້າຍ ຈາກການໃຊ້ຄວາມຮຸ່ນແຮງໃນຄອບຄົວ ບາງກໍລະນີໜີຈາກບ້ານແລະກໍຕົກເປັນເຫຍື່ອການຄ້າມະນຸດ ຍ້ອນບັນຫານີ້ກໍມີ.
ອີງຕາມການໂຄສະນາ ຂອງສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍຜ່ານສື່ສັງຄົມອອນລາຍໂດຍເນື້ອໃນລະບຸວ່າ ການຄ້າມະນຸດມີຫຼາຍຮູບແບບບໍ່ສະເພາະ ແຕ່ການຂູດຮີດທາງເພດ, ການໃຊ້ຄວາມຮຸ່ນແຮງໃນຄອບຄົວ, ການແຕ່ງດອງແອບແຝງ, ການຂາຍອາໄວຍະວະຂອງຮ່າງກາຍ, ການໃຫ້ຖືພາແທນທີ່ຂັດກັບກົດໝາຍ ຂອງ ສປປລາວລ້ວນແຕ່ແມ່ນຮູບການການຄ້າມະນຸດ ໂດຍມີສື່ສັງຄົມອອນລາຍ ເປັນອີກເຄື່ອງມືໜຶ່ງຂອງພວກຄ້າມະນຸດ ນໍາໃຊ້ໃນການຫຼອກລວງ ແລະ ຂົນຂວາຍໃຫ້ຄົນຫຼົງເຊື່ອ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ ໃນທີ່ສຸດ ແລະຜູ້ຖືກທຳຮ້າຍຮ່າງກາຍຈາກສມາຊີກໃນຄອບຄົວ ບາງຄົນກໍແຕ່ງງານກ່ອນອາຍຸອັນຄວນ ແລະຖືພາມານໂດຍທີ່ບໍ່ໄດ້ຕັ້ງໃຈ ຍ້ອນໜີຈາກບັນຫາດັ່ງກ່າວ ຈຶ່ງມີການປະຮ້າງກັນຫຼາຍຂຶ້ນ.
ເຈົ້າໜ້າທີ່ ແຂວງຊຽງຂວາງ ເວົ້າວ່າ ການແຕ່ງດອງໃນໄວເດັກ ເຮັດໃຫ້ ໂອກາດເກີດ ການປະຮ້າງກັນມີຫລາຍຂຶ້ນ ຍ້ອນຄູ່ຜົວເມັຍຍັງເດັກ ບໍ່ສາມາດຊວ່ຍກັນຫາເງິນ ສ້າງເສດຖະກິດຄອບຄົວໄດ້ ຈຶ່ງເຮັດໃຫ້ ເດັກຍິງຈຳນວນນຶ່ງ ຫັນໄປເປັນເມັຍຈີນ ສ່ວນເດັກນ້ອຍແມ່ຍິງ ອີກຈໍານວນນຶ່ງກໍ ຫັນໄປເຮັດວຽກ ໃນສະຖານທີ່ບັນເທີງ ຖ່າຍທອດສົດ ເຕັ້ນຜ່ານໂທລະພາບ ບໍລິການຄົນຈີນ.
ກອງທຶນປະຊາກອນ ແຫ່ງສະຫະປະຊາຊາດ ໄດ້ເປີດເຜີຍການສໍາລວດດັດຊະນີສັງຄົມລາວຄັ້ງທີ 3 ລະບຸວ່າ ລາວເປັນປະເທດທີ່ມີອັດຕາການຖືພາ ແລະ ແຕ່ງດອງໃນໄວໜຸ່ມ-ສາວ ສູງທີ່ສຸດ ໃນອາຊ່ຽນ ໂດຍ 30.5% ຂອງແມ່ຍິງ ໄດ້ແຕ່ງງານກ່ອນອາຍຸ 18 ປີ ແລະ 17.4% ມີລູກຄົນທໍາອິດ ກ່ອນອາຍຸ 18 ປີ.
ບັນຫາການໃຊ້ຄວາມຮຸນແຮງ ໃນຄອບຄົບຕໍ່ເດັກນ້ອຍແມ່ຍິງລາວ ເປັນບັນຫາໜຶ່ງ ເຮັດໃຫ້ເດັກນ້ອຍແມ່ຍິງຕົກເປັນເຫຍື່ອການຄ້າມະນຸດ ແລະການແຕ່ງດອງກ່ອນໄວອັນຄວນ.