ແມ່ຍິງ-ເດັກນ້ອຍ 02-23-2014

ມະນີຈັນ
2014.02.24
f-prison ມະນີຈັນ ກໍາລັງສໍາພາດ ນາງນ້ອຍ ໃນຫ້ອງຂັງຢູ່ໄທ ທີ່ຕ້ອງໂທດ ຖານຄ້າຢາເສພຕິດ
RFA

 

ຢູ່ສູນທັນທັສຖານຍິງກລາງ ທີ່ບາງກອກ ປະເທດໄທ ມີແມ່ຍິງ ລາວຈາກແຂວງຕ່າງໆຂອງລາວ ຖືກກັກຂັງຢູ່ເຖິງ 250 ກວ່າ ຄົນ.ຮວມທັງຜູ້ທີ່ຊື່ນ້ອຍຈາກນະຄອນຫລວງວຽງຈັນ ຖານມີ ສ່ວນກ່ຽວຂ້ອງການຄ້າແລະຂົນສົ່ງຢາເສບຕິດ.

ນາງນ້ອຍເປັນຄົນໜ້າຕາດີ ມີຖານະດີນໍາອີກເຮັດໃຫ້ຫຼາຍຄົນ ແປກໃຈວ່ານາງເຂົ້າມາໃນກຸ່ມນັກໂທດຄ້າຫລືສົ່ງຢາເສບຕິດ ທີ່ຜິດກົດໝາຍນີ້ໄດ້ແນວໃດ.ຄໍາຕອບສັ້ນໆກໍຄືວ່ານາງເຊື່ອຄົນ ງ່າຍເລີຍລືມໄປວ່າ ຄົນຮູ້ໜ້າ-ແຕ່ບໍ່ຮູ້ໃຈ.

ນາງນ້ອຍເຮັດທຸຣະກິດທ່ອງທ່ຽວ,ມີຣົດນໍາທ່ຽວ,ມີເດິ່ນຕີແຕັນນິສ ຕີດອກປີກໄກ່ມີຮ້ານຂາຍເຄື່ອງກິລາປັຈຈຸບັນອາຍຸ 48 ປີ,ຖືກກັກ ຂັງຢູ່ສູນແຫ່ງນີ້ມາໄດ້ 4 ປີແລ້ວ. ນາງນ້ອຍມີລູກ 2 ຄົນຊາຍນຶ່ງ ຍິງນຶ່ງ.ຜູ້ຊາຍໄດ້ທຶນໄປສຶກສາຕໍ່ຢູ່ອອສເຕຣເລັຽ, ລູກສາວຮຽນ ແພດຢູ່ນະຄອນຫລວງວຽງຈັນ. ນ້ອຍເລົ່າທົບທວນເບື້ອງຫລັງ ສູ່ຟັງວ່າມີໝູ່ຜູ້ຍິງຄົນນຶ່ງມາເຊົ່າຣົດໃຫ້ໄປສົ່ງ ເຄື່ອງຢູ່ປາກເຊ:

"ຈຸດນຶ່ງກໍຄືມີໝູ່ທີ່ທໍາຢາ ນ້ອຍກໍບໍ່ຮູ້ວ່າຂະເຈົ້າທໍາຢາ ກໍລົງມາທີ່ ປາກເຊລະໝູ່ນັ້ນໂດນຈັບແລ້ວກັບຕອນນ້ອງຢູ່ບ້ານເຂົາກໍໂທຫາ. ນີ້ຈັບຢູ່ໃສ? … ຈັບຢູ່ເຂັມມະລາດ …ເດີນເຂົ້າມາ ເປັນຫຍັງຈຶ່ງຖືກຈັບຢູ່ເຂັມມະລາດ ...ເພາະວ່າໝູ່ໂດນຈັບແລ້ວ ລະທີ່ນີ້ໝູ່ກໍຢູ່ບ່ອນ ຕໍາຣວດແລ້ວ ລະເຂົາມີເບີໂທ ລະໝູ່ນັ້ນໂທຫາເປັນເບີທີ່ສຸດທ້າຍ ລະທາງຕໍາຣວດໄທກໍໂທຫາວ່າ ຄົນນັ້ນຄົນນີ້ເປັນໝູ່ບໍ່ ກະເລີຍບອກ ວ່າແມ່ນແລ້ວ ເປັນໝູ່ ບໍ່ຮູ້ວ່າເຂົາຖືກຈັບ ລະກະບໍ່ຮູ້ວ່າເຂົາທໍາຢາ ລະກະເປັນໝູ່ນໍາກັນ ກະປະມານ ໝູ່ຄົນນີ້ ເປັນຄົນສະຫວັນນະເຂດ ແຕ່ນ້ອຍເປັນຄົນວຽງຈັນ ນ້ອຍບໍ່ຮູ້ວ່າເຂົາເຮັດເຣື່ອງຢາ ມີແຕ່ວ່າເຂົາໂທໄປເຊົ່າຣົດຊື້ຂອງ ກໍຖືວ່າສົ່ງໃຫ້ ຊື້ຂອງເປັນໄມ້ແບັຕ ເປັນເສື້ອ ຜ້າລະຈະນໍາສົ່ງໃຫ້ ..ລະເຊື່ອງມາກັບຢາ… ບໍ່ໄດ້ເຊື່ອງເພາະໝູ່ຄົນນີ້ເຂົາທໍາຢາຢູ່ແລ້ວເຮົາບໍ່ຮູ້ … ຖືກຈັບຕອນນີ້… ຢູ່ອຸບົລ".

ຕອນທໍາອິດ ນ້ອຍຖືກສານໄທຕັດສິນລົງໂທດຈໍາຄຸກຕລອດຊີວິດ.ນາງຖືກໃຫ້ຍ້າຍຈາກຄຸກອຸບົລມາບາງກອກແລະໄດ້ຮັບໂທດ 40 ປີ ພາຍຫລັງທີ່ຖືກຄຸກອຸບົລມາໄດ້1ປີກັບ3ເດືອນແລະໄດ້ຮັບການອຸທອນໂທດເທື່ອນຶ່ງແລ້ວ.

ຢູ່ສູນທັນທັສຖານຍິງກລາງທີ່ບາງກອກນ້ອຍກໍໄດ້ຮຽນຮູ້ຫລາຍສິ່ງຫລາຍຢ່າງທີ່ນາງບໍ່ເຄີຍໄດ້ຮູ້ມາກ່ອນເປັນຕົ້ນວ່າການຫຍິບປັກຖັກ ແສ່ວ,ການຄົວກິນ,ເຮັດຂນົມໄທມ້ຽນມັດປັດກວດແລະ ທັງມີຣະບຽບວິນັຍ ຊຶ່ງຕອນຢູ່ເມືອງລາວນັ້ນນາງບໍ່ຮູ້ແລະບໍ່ເຄີຍຄິດທີ່ຈະເຮັດ ນາງຢູ່ຢ່າງສນຸກສນານຈັບຈ່າຍຕ່າງໆໃນຖານະເປັນລູກຄົນດຽວໃນຄອບຄົວ.ພາຍຫລັງໄດ້ຮຽນວິຊາຊີບຫລາຍຢ່າງ ນ້ອຍກໍຕັ້ງໃຈວ່າ ຈະຝຶກຢູ່ຝ່າຍໂພສນາການຕໍ່ໄປ:

"ລະທີ່ນີ້ ນ້ອຍກະເດັດຂາດ ແລ້ວກະລົງມາຝຶກຢູ່ໂພສນາການ ນ້ອຍເຮັດຂນົມໄທເປັນ ກໍພໍມີວິຊາຊີບຕິດໂຕອອກໄປ… ກະວ່າພົ້ນ ໂທດອອກໄປລະ…ຈາກລູກມາ4-ປີລະກໍຄິດຮອດສອງຄົນຜູ້ໃຫຍ່ຜູ້ຍິງ 22 ປີຜູ້ຊາຍຮຽນຢູ່ຕອນນີ້ໄປຮຽນຕ່າງປະເທດຢູ່ອອສເຕຣເລັຽ ໄດ້ທຶນຣັຖບານໄປເພິ່ນສອບທຶນຣັຖບານໄດ້ກໍໄດ້ຂຽນມາ ນານໆທີ ລູກກະຖາມວ່າ ຢູໃນນີ້ເປັນເພາະລູກບໍ່ ຫລືເປັນເພາະຫຍັງ ຈຶ່ງ ໄດ້ມາຢູ່ຈຸດນີ້ກະບອກວ່າເພາະເຮົາມີເພື່ອນແບບໃດຕອນນັ້ນ ກໍບໍ່ຮູ້ວ່າມັນເປັນແບບໃດ ກໍເລີຍໄດ້ມາຢູ່ແບບນີ້ ລູກຍັງອີກ 4 ປີຈົບ. ລູກສາວຍັງຮຽນໝໍ26ປີວຽງຈັນເປັນແພດທົ່ວໄປ…ລູກຢູ່ສອງພີນ້ອງຢູ່ເຮືອນ… ມີພໍ່ແມ່ເບິ່ງບໍ່… ບໍ່ມີ ..ຜົວເດ້… ຜົວກະບໍ່ມີ ເພາະ ເລີກຈາກກັນແຕ່ຄົນຜູ້ນ້ອຍໄດ້ສາມປີດຽວນີ້ອ້າຍຢູ່ທີ່ນຶ່ງ ລະນ້ອງກໍຢູ່ອີກທີ່ນຶ່ງ ດຽວນີ້ມີແຕ່ນ້ອງຢູ່ເຮືອນຜູ້ດຽວນ້ອຍຂຽນຫາກໍຕອບມາ ຢາກມາແຕ່ບໍ່ໃຫ້ມາລະລູກຊິຂາດໂຮງຮຽນອີກກໍເລີຍບໍ່ໃຫ້ມາ".

ຍ້ອນເຊື່ອໃຈໝູ່ນີ້ລະຈຶ່ງເຮັດໃຫ້ນ້ອຍເສັຽໃຈຫລາຍແລະແກ້ໄຂຫຍັງບໍ່ໄດ້. ມີແຕ່ວ່າຕັ້ງໜ້າຕັ້ງຕາປະຕິບັດຕາມກົດຣະບຽບຂອງ ທາງສູນເພິ່ນແລະຝຶກຝົນຄວາມຮູ້ທີ່ເປັນປະໂຫຍດຊຶ່ງທາງ ສູນເພິ່ນ ຍິບຍື່ນໃຫ້:

"ອອກໄປກໍຄິດວ່າ ຢູ່ໃນນີ້ກໍຍັງທໍາຢູ່ໂພສນາການຈົນຈົບ ຍັງທໍາຂນົມໄທ ກໍຈະພຍາຍາມເກັບກ່ຽວຄວາມຮູ້ໃນນີ້ທີ່ແມ່ທີ່ທາງເພິ່ນ ແນະນໍາໃຫ້ທຸກຄົນມອບໃຫ້ເຮົາເຮົາວ່າຈະໄປເກັບກ່ຽວເອົາໄປເປີດຮ້ານເລັກໆ ເພາະວ່າຢູ່ບ້ານນ້ອຍຈະມີເດິ່ນເຕັນນິສຢູ່ແລ້ວກະ ເລີຍຈະໄປເປີດຮ້ານຂາຍຂນົມໄທເຮັດກັບເຂົ້າລໍລູກ…ຈາກປະສົບປະການ… ນ້ອຍກໍຢາກຝາກເຖິງພີ່ນ້ອງ ໝູ່ຄູ່ທຸກຄົນທີ່ປະເທດ ລາວເພາະວ່າໃນຈຸດນີ້ມີເງິນກໍອາດຈະເຂົ້າມາບໍ່ໄດ້ແຕ່ວ່າບໍ່ມີເງິນ ຖ້າເຮົາຢາກມີເງິນ ມັນເຖິງໄດ້ເຂົ້າມາໃນນີ້ ນຶກວ່າເປັນໝູ່ຄູ່ທີ່ ຄິດວ່າດີມາກບາງທີມັນບໍ່ໄດ້ດີສໍາລັບເຮົາສເມີໄປ.ຢ່າງໃດກໍຕາມ ນາງກໍມີຄວາມຫວັງວ່າໃນວັນນຶ່ງຂ້າງໜ້າຈະໄດ້ກັບຄືນປະເທສ ຂອງຕົນໄປຢູ່ກັບລູກກັບເຕົ້າທີ່ນະຄອນຫລວງວຽງຈັນ".

ພ້ອມດຽວກັນນັ້ນ ນ້ອຍຍັງຢາກເວົ້າເຖິງຄວາມກັງວົນໃຈຂອງນາງກ່ຽວກັບຊີວິດຂອງລູກສາວລູກຊາຍແລະການທີ່ຈະຖືກຕ້ອນຮັບ ແລະການໃຫ້ກໍາລັງໃຈໜ້ອຍຫລາຍປານໃດຈາກທາງການລາວ,ຈາກສັງຄົມລາວ:

"ຄືຄົນຂ້າງນອກວ່າ ໂອ້ຕິດຄຸກແລ້ວ ລູກ ແຟນຖາມວ່າ ໂອ້ຍແມ່ຕິດຄຸກແລ້ວ ບໍ່ຕ້ອງໄປຈີບລະ ຄົນລາວຊິມີຄໍາເວົ້າຫລາຍໆຢ່າງ ກະເລີຍວ່າບໍ່ໃຫ້ຄິດດອກເພາະວ່າອັນນີ້ມັນກໍເປັນເຣື່ອງທີ່ໃຫ້ ເຮົາຮຽນຮູ້ຫລາຍໆຢ່າງ ໂອກາດເຮົາມື້ນຶ່ງກໍຕ້ອງມີເປີດໃຫ້ເຮົາອອກ ໄປເພາະວ່າເປັນຫຍັງຈັ່ງຊັ້ນເຮົາກະທໍາຜິດເຮົາກໍຕ້ອງໄດ້ຮັບໂທດກ່ອນ ເຮົາໃຊ້ໂທດແລ້ວເຮົາກໍເປັນອິສຣະ ມີແຕ່ທາງບ້ານຈະໃຫ້ ໂອກາດບໍ່ທາງປະເທດເຮົານະຈະໃຫ້ໂອກາດທາງຜູ້ຍິງລາວທີ່ມານີ້ ມາເຮັດຄວາມຜິດແລ້ວໄປທາງນັ້ນຈະໃຫ້ກະທໍາຄວາມຜິດອີກ ຫລືວ່າຈັ່ງໃດນັ້ນນະ…ລະນ້ອຍກະຂໍໂອກາດລະຢາກໃຫ້ທາງບ້ານເຮົາໃຫ້ໂອກາດ".

ນ້ອຍ ເປັນຄົນທີ່ເບິ່ງໂລກໃນແງ່ດີ ແລະກໍມີຄວາມຫວັງທີ່ດີໆ ຄອຍຖ້ານາງຢູ່ຂ້າງໜ້າ ເຖິງແມ່ນວ່າຈະຍັງຢູ່ໃນຄຸກຄຸມຂັງ ຕ້ອງໄດ້ ປະຕິບັດຕາມກົດລະບຽບແລະຍັງອີກຕັ້ງເປັນສິບໆປີກວ່າຈະພົ້ນໂທດ. ເມື່ອຖາມວ່າ ນັກໂທດຍິງຈາກປະເທດລາວ ທີ່ຢູ່ນໍາກັນທີ່ນີ້ ມີຄວາມຫວັງເບິ່ງໂລກໃນແງ່ດີຄືກັນກັບນາງຫລືແນວໃດນັ້ນ ນາງບອກວ່າ ຫລາຍຄົນກໍຫລາຍບັນຫາ:

"ກໍບໍ່ຮູ້ ຫລາຍຄົນກໍຫລາຍບັນຫາ ເຂົ້າມາແລ້ວບາງຄົນກໍບໍ່ຄ່ອຍຂຍັນເພາະສ່ວນມາກກໍມີຍາດຢູ່ທາງນອກຢູ່ເມືອງນອກມີເງິນຝາກ ມາຢູ່ຢູ່ໜ່ວຍງານນ້ອຍກໍມີແຕ່ນ້ອຍຄົນດຽວນ້ອຍເປັນຄົນບໍ່ມີຍາດ ..ທາງສະຖານທູດມາຍາມບໍ່... ມາເດືອນນຶ່ງສອງເດືອນກໍຄັ້ງນຶ່ງ ..ເພິ່ນວ່າຈັ່ງໃດ..ເພິ່ນມາກະຖາມເພິ່ນວ່າເປັນຈັ່ງໃດ ມີໂຄງການຈະມີການກັບບ້ານ... ເພິ່ນກະວ່າບ້ານເຮົາມັນຫລາຍຄົນເນາະ ລະໂອກາດເພິ່ນກໍຍັງລໍຟັງວ່າມັນຊິເປັນຈັ່ງໃດແລະກໍປ່ຽນຈັ່ງໃດ ເທື່ອສຸດທ້າຍເພິ່ນມາຫາ ກ່ອນປີໃໝ່".

ໃນຕອນທ້າຍນີ້ ຂໍຢໍ້າຄໍາເວົ້າຂອງນ້ອຍທີ່ວ່າ ໝູ່ກະຄືໝູ່ພຽງເທົ່ານັ້ນ ສໍາຄັນກໍຄືວ່າໃຈຄົນເຮົາຢັ່ງບໍ່ເຖິງນີ້ກໍເປັນຄໍາທີ່ນ້ອຍໄດ້ເວົ້າ ໃນຈົດໝາຍທຸກເທື່ອທີ່ຂຽນຫາລູກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.