ມີການຂາຍບໍລິການ ທາງເພດ ໃຫ້ຄົນງານຈີນ ບໍ່ເກືອກາລີ

ໄຊຍາ
2024.05.29
ມີການຂາຍບໍລິການ ທາງເພດ ໃຫ້ຄົນງານຈີນ ບໍ່ເກືອກາລີ ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ (ຮູບຂວາມື) ລົງໄປຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີໂປຕາສ ຢູ່ເມືອງໜອງບົກ ແຂວງຄຳມ່ວນ. ວັນທີ 17 ມັງກອນ 2024.
ຮູບພາບຈາກ ວິດີໂອ ສະຖານີວິທຍຸກະຈາຍສຽງ ແຂວງຄຳມ່ວນ

ປະຈຸບັນພົບເຫັນແມ່ຍິງລາວ ຈໍານວນບໍ່ໜ້ອຍ ເຂົ້າໄປເຮັດວຽກ ຂາຍບໍລິການທາງເພດ ໃຫ້ແກ່ຄົນງານຈີນ ທີ່ເຂົ້າມາເຮັດວຽກ ຢູ່ເຂດໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ ໂປຕາສ ຈຳກັດ ຈາກປະເທດຈີນ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍຜູ້ທີ່ຮູ້ກ່ຽວກັບເລື່ອງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ພຶດສະພາ ວ່າ ຍ້ອນວ່າການເຮັດວຽກ ຂາຍບໍລິການທາງເພດໃຫ້ກັບຄົນຈີນ ໄດ້ເງິນຂ້ອນຂ້າງຫຼາຍ ແລະ ເປັນທີ່ສົນໃຈ ຂອງຄົນຈີນ ໃນເຂດດັ່ງກ່າວ.

ແມ່ນໆ ແມ່ນມີປະມານ 2-3 ບ່ອນລາຄານີ້ຍັງບໍ່ແນ່ໃຈເດີ້ ລາຄາກາຫຼຸດລື່ນ ແຕ່ບໍ່ຫຼາຍປານໃດດອກເພາະວ່າດຽວນີ້ ລາຄາຂຶ້ນແດ່ໜ້ອຍໜຶ່ງຫັ້ນນ່າ. ໄປດົງໃຕ້ຫັ້ນ 20 ກິໂລພຸ້ນໄດ໋.”

ຊາວບ້ານໃກ້ຄຽງ ທີ່ຮູ້ກ່ຽວກັບເລື່ອງນີ້ກ່າວວ່າ ສໍາລັບແມ່ຍິງລາວທີ່ເຮັດວຽກ ຂາຍບໍລິການທາງເພດ ຕາມສະຖານທີ່ບັນເທີງຕ່າງໆ ໃນຂອບເຂດໂຄງການບໍ່ເກືອກາລີນັ້ນ ມາຈາກຫຼາຍແຂວງ ໃນລາວ ເປັນຕົ້ນຈາກເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງຈຳນວນໜຶ່ງ ມາລໍຖ້າຕ້ອນຮັບແຂກຈີນ ຢູ່ຕາມຮ້ານອາຫານບັນເທີງຕ່າງໆ ແຕ່ທ່ານບໍ່ຮູ້ລາຍລະອຽດໄປຫຼາຍກ່ວານີ້.

“ມາແຕ່ຊໍາເໜືອ ແມ່ນແຫຼະ ຊໍາເໜືອແຖວປາກຊອກປາກເຊ ກໍ່ມີ. ມາແມ່ນມີມາຄົບໝົດນ່າ ດຽວນີ້ນ່າມັນກາເປັນຮ້ານອາຫານ ບ້ອນເປັນເທັກເປັນນີ້ແຫຼະ.”

ຜູ້ປະກອບການ ລົດນໍາທ່ຽວແຂວງຄໍາມ່ວນ ໄດ້ຢືນຢັນວ່າ ສໍາລັບຢູ່ເຂດບໍ່ເກືອກາລີ ບ້ານດົງໃຕ້ ປະຈຸບັນກໍ່ເລີ່ມມີທຸລະກິດ ປະເພດບັນເທີງແບບຄົບວົງຈອນ ເຂົ້າມາຢູ່ໃນເຂດດັ່ງກ່າວ ລວມທັງແມ່ຍິງຂາຍບໍລິການທາງເພດ ໂດຍກຸ່ມລູກຄ້າຫຼັກ ແມ່ນຄົນຈີນ ທີ່ຢູ່ໃນເຂດນັ້ນສ່ວນສຳລັບນັກທ່ອງທ່ຽວ ທົ່ວໄປ ສາມາດເຂົ້າໄປໃນເຂດດັ່ງກ່າວໄດ້ຄືກັນ ແຕ່ຕ້ອງມີຄົນຮູ້ຈັກພາເຂົ້າໄປ.

“ຢູ່ດົງໃຕ້ ເອີກາເປັນຮ້ານບັນເທີງ ຮ້ານຜູ້ສາວເຕັມເລີຍແຫຼະ ຢູ່ຫຼາຍຈຸດເລີຍແຫຼະ ແຖວຫັ້ນກາຢູ່ນີ້ຢູ່ຫຍັງຫັ້ນແຫຼະ. ເຂົາກາມາອັນນັ້ນຄົນທ່ຽວກາເປັນຄົນທົ່ວໄປ ໄປທ່ຽວ ໄປຫຍັງ ກາໄດ້ເປີດຮ້ານຢູ່ຫັ້ນ. ເປັນຄົນລາວ ຄົນຫຍັງນີ້ແຫຼະ.”

ພະນັກງານຮ້ານນວດ ເຂດບ້ານດົງໃຕ້ ກ່່າວວ່າ ປະຈຸບັນກໍ່ມີຮ້ານນວດແຜນບູຮານ ອີກຫຼາຍແຫ່ງ ທີ່ເກີດຂຶ້ນຢູ່ໃນເຂດດັ່ງກ່າວ ເພື່ອໄວ້ບໍລິການຄົນຈີນ ທີ່ເຮັດວຽກໃນໂຄງການດັ່ງກ່າວ ຊຶ່ງຮ້ານນນວດແຕ່ລະແຫ່ງມີການເປີດຮັບເອົາແມ່ຍິງ ທີ່ຂ້ອນຂ້າງໜ້າຕາງາມ ເພື່ອເຮັດວຽກເປັນໝໍນວດ ຢູ່ປະຈຳຮ້ານ ໂດຍມີເຈົ້າຂອງຮ້ານ ເປັນຜູ້ຄັດເລືອກ, ແຕ່ຫຼາຍຮ້ານໄດ້ລະບຸວ່າ ບໍ່ມິກິດຈະການຂາຍບໍລິການທາງເພດ ຢູ່ໃນຮ້ານນວດ.

“ຍັງຮັບຢູ່ແຕ່ວ່າ ຕ້ອງເບິ່ງວ່າຜ່ານບໍ່ກາອາຍຸ 17 ປີຂຶ້ນໄປຫັ້ນແຫຼະ ແຕ່ວ່າຕ້ອງແມ່ນສາມາດຜ່ານກັບຫົວໜ້າ ເຂົາເຈົ້າຢາກມາສະມັກກາເຂົ້າມາສະມັກໃນ 4 ໂມງ.”

ຜູ້ປະກອບການທຸລະກິດ ທ່ອງທ່ຽວ ຢູ່ແຂວງຄໍາມ່ວນກ່າວວ່າ ຕາມປົກກະຕິແລ້ວ ສໍາລັບໃນເຂດບໍ່ເກືອກາລີ ເຊິ່ງລວມເຖິງສະຖານະການທີ່ ບັນເທີງຕ່າງໆ ກໍ່ແມ່ນຕ້ອນຮັບພຽງແຕ່ຄົນງານ ແລະຊາວຈີນທີ່ເຮັດວຽກໃນໂຄງການດັ່ງກ່າວ ແລະຍັງບໍ່ທັນໄດ້ກາຍເປັນບ່ອນທ່ອງທ່ຽວ ສຳລັບທົ່ວໄປ. ຖ້ານັກທ່ອງທ່ຽວພາຍນອກ ຕ້ອງການໄປທ່ຽວ ຕ້ອງໄດ້ລະວັງທີ່ສຸດ.

“ດົງໃຕ້ເຂົ້າບໍ່ໄດ້ ນອກເສັຍຈາກເຈົ້າມີພາລະກິດ ທາງແຂວງ ຈັ່ງເຂົ້າໄປໄດ້ ເພາະວ່າເຂດຫັ້ນມັນເປັນເຂດພິເສດ ຂອງເຂົາ. ເພິ່ນຍັງບໍ່ທັນໄດ້ເປີດໃຫ້ໄປທ່ຽວ ເສັຍແຕ່ວ່າ ເຮົາມີວຽກງານຈຳເປັນ ແລ້ວເຮົາຈັ່ງໄປພົວພັນໄດ້ ເຂົາບໍ່ໃຫ້ຄົນເຂົ້າໂລໆ ເລໆ.”

ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງເຈົ້າໜ້າທີ່ ຫຼາຍພາກສ່ວນ ໃນແຂວງຄຳມ່ວນ ແຕ່ກໍ່ບໍ່ສາມາດສະແດງຄຳເຫັນໄດ້.

ໂຄງການຂຸດຄົ້ນບໍ່ເກືອກາລີ ຂອງ ບໍລິສັດ ຊິໂນອາກຣີ ໂປຕາສ ຈໍາກັດ ທີ່ລົງທຶນໃນເຂດດັ່ງກ່າວ ເລີ່ມມີອາຄານເກີດຂຶ້ນຫຼາຍ ທັງອາຄານສຳລັບບ່ອນພັກເຊົາ ຂອງພະນັກງານ, ຄົນງານ ແລະ ອາຄານ ປະເພດທຸລະກິດຕ່າງໆ ອີກທັງບໍລິເວນອ້ອມຂ້າງ ເຕັມໄປດ້ວຍຮ້ານບັນເທີງ ແລະ ຮ້ານກິນດື່ມ ເພື່ອເປັນບ່ອນທ່ອງທ່ຽວ ຂອງຄົນຈີນ ແລະ ຄົນລາວໃນເຂດດັ່ງກ່າວ ເຊິ່ງຄົນລາວຈຳນວນໜຶ່ງ ເປັນຫ່ວງວ່າອາດກາຍເປັນເຂດ ທີ່ເຕັມໄປດ້ວຍຄວາມວຸ້ນວາຍ ໃນອະນາຄົດຄືກັນ ກັບເຂດເສດຖະກິດ ພິເສດສາມຫຼ່ຽມຄຳ.

ເມື່ອເດືອນມັງກອນ ປີ 2024 ນີ້ ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາ ສູນກາງພັກ, ປະທານ ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດ ບັງຫຼວງ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ໂຄງການຂຸດຄົ້ນບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ ໂປຕາສ ຈຳກັດ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍມີຄະນະຜູ້ບໍລິຫານ ຂອງບໍລິສັດດັ່ງກ່າວ ຕ້ອນຮັບພ້ອມທັງລາຍງານ ການຂຸດຄົ້ນ ແລະ ສະເໜີ ນະໂຍບາຍພິເສດຕ່າງໆ ຈາກລັດຖະບານລາວ ໃຫ້ອຳນວຍຄວາມສະດວກແກ່ນິຄົມອຸດສາຫະກຳ ເພື່ອສ້າງໂອກາດໃຫ້ວິສາຫະກິດຕ່າງໆ ໂດຍສະເພາະ ຈາກປະເທດຈີນໃຫ້ເຂົ້າມາລົງທຶນ ຫຼາຍຂຶ້ນ.

ສໍາລັບບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ເລີ່ມຕົ້ນສະເໜີ ຂໍອະນຸຍາດສໍາປະທານ ຂຸດຄົ້ນເກືອກາລີຢູ່ບ້ານ ໜອງລົ່ມ ເມືອງໜອງບົກ ແຂວງຄຳມ່ວນໃນເນື້ອທີ່ 48,52 ກິໂລຕາແມັດ ໃນເດືອນເມສາປີ 2022 ຈາກນັ້ນໄດ້ຂະຫຍາຍເນື້ອທີ່ ສຳຫຼວດເພີ່ມເຊິ່ງກວມເອົາເນື້ອທີ່ ຫຼາຍບ້ານໃນເມືອງທ່າແຂກ ແລະ ເມືອງໜອງບົກເປັນຕົ້ນ ບ້ານດົງບູນ, ບ້ານນາຄຳດ ບ້ານນາຫຼຸບ, ບ້ານປ່າຕີ້ວ, ບ້ານຊຽງຫວາງ ແລະ ບ້ານດົງໃຕ້ ຈົນມາຮອດປະຈຸບັນ ມີເນື້ອທີ່ທັງໝົດ 214 ກິໂລາຕາແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.