ເກີດມີຂະບວນການ ຈ້າງຖືພາ ໃຫ້ຄົນຈີນ ໃນລາວຫຼາຍຂຶ້ນ
2024.06.11
ໃນໄລຍະ 2 ເດືອນທີ່ຜ່ານມາ ມີປະກົດການ ຜູ້ໃຊ້ເຟຊບຸກ ຄົນລາວ ຈໍານວນ 2 ບັນຊີ ປະກາດຫາແມ່ຍິງລາວ ອາຍຸ 18-35 ປີ ໃຫ້ຄົນຈີນຈ້າງອຸ້ມບຸນ ຫລື ຈ້າງໃຫ້ຖືພາແທນ ມູນຄ່າ 100-200 ລ້ານກີບ ຕໍ່ລູກໜຶ່ງຄົນ ຢູ່ບໍ່ເຕັນ ແຂວງຫລວງນ້ໍາທາ.
ຜ່ານມາ ແຂວງພາກເໜືອ ສາມາດຊ່ວຍເດັກ ທີ່ຖືກອຸ້ມບຸນ ຈາກຄົນຈີນໄດ້ທັງໝົດ 3 ຄົນ ໃນນັ້ນ ເດັກຜູ້ຊາຍທີ່ຖືກອຸ້ມບຸນ ຈາກຄົນຈີນ ຈໍານວນ 2 ຄົນ ກໍເຕີບໃຫຍ່ ຈົນຮອດອາຍຸ 3 ແລະ 5 ປີແລ້ວ ພາຍໃຕ້ ການເບິ່ງແຍງ ຂອງເຈົ້າໜ້າທີ່ລາວ ເປັນຢ່າງດີ ແຕ່ກໍຍັງບໍ່ສາມາດລະບຸ ແມ່ຊາວລາວ ແລະ ພໍ່ຊາວຈີນໄດ້ຄັກແນ່ ຍ້ອນຄະດີຄ້າມະນຸດ ໃນຮູບແບບອຸ້ມບຸນ ຍັງຂາດງົບປະມານຕິດຕາມບຸກຄົນ ມາດໍາເນີນຄະດີ.
ນອກເໜືອຈາກນັ້ນ, ຄະດີຄ້າມນຸດ ໃນຮູບແບບອຸ້ມບຸນ ຍັງບໍ່ມີຜູ້ເສັຍຫາຍ ມາຟ້ອງຮ້ອງເພື່ອດໍາເນີນຄະດີ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຕໍາຫລວດບໍ່ມີເບາະແສ ທີ່ຈະເກັບກໍາຂໍ້ມູນ ເພື່ອຈັບກຸມແກ້ງຮັບຈ້າງອຸ້ມບຸນ ພາຍໃນປະເທດໄດ້.
ເວົ້າສະເພາະ ວັນທີ 21 ເມສາ ຜູ້ໃຊ້ເຟຊບຸກ ຊື່ “国伟” ໄດ້ໂຟສຕ໌ປະກາດ ຕ້ອງການແມ່ຍິງລາວອາຍຸ 18-35 ປີ ຄົນຜີວຂາວ ບໍ່ຫລີ້ນຢາ ມາອຸ້ມບຸນ ຫລື ຈ້າງໃຫ້ຖືພາແທນ ເນື່ອງຈາກ ໝູ່ຂອງລາວ ບໍ່ສາມາດມີລູກໄດ້ ຈຶ່ງຈະຈ້າງໃຫແມ່ຍິງລາວ ເຮັດກິຟຕ໌ (Gamete Intrafallopian Transfer GIFT).
ຕໍ່ມາ ວັນທີ 5 ມີຖຸນາ 2024 ວິທຍຸເອເຊັຽເສຣີ ຈຶ່ງຕິດຕໍ່ໄປຫາ ຜູ້ໂຟສຕ໌ປະກາດນັ້ນ ແລະໄດ້ຮູ້ຕື່ມວ່າຄົນຈີນຈະເປັນຜູ້ຈ້າງແມ່ຍິງລາວ ຖືພາແທນ ດ້ວຍສະກຸນເງິນຫຍວນ ຈໍານວນ 70,000 ຢວນ ຫລື ປະມານ 200 ລ້ານກີບ ຕໍ່ລູກໜຶ່ງຄົນໂດຍສະເພາະແບ່ງຈ່າຍໃຫ້ຄົບ 9 ເດືອນ ໃນວົງເງິນ 70,000 ຢວນ, ນອກນັ້ນນັບຕັ້ງແຕ່ມື້ເລີ້ມຂັ້ນຕອນກວດສຸຂະພາບ ຈົນຮອດມື້ເກີດ ຜູ້ຖືພາແທນ ຈະຕ້ອງໄປຢູ່ບ່ອນທີ່ກຽມໄວ້ໃຫ້ ທີ່ບໍ່ເຕັນ ແຂວງຫລວງນ້ໍາທາ ແລະຈະລ້ຽງອາຫານການກິນ ເບິ່ງແຍງທຸກຢ່າງ ຈົນກວ່າຈະເກີດລູກ ແລ້ວຖືວ່າສໍາເລັດ ຈຶ່ງສົ່ງໂຕຜູ້ຖືພາແທນກັບບ້ານເກີດເມືອງນອນ. ຕາມຄວາມເວົ້າຂອງນາຍໜ້າ ທີ່ປະກາດຫາແມ່ຍິງລາວ ເພື່ອເປັນແມ່ອຸ້ມບຸນ ຍານາງກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ດຽວ ຂ້ອຍຊິຖາມລາວໃຫ້ເດີ້ ຈັ່ງຊີ້ ມີແຕ່ເພິ່ນເວົ້າຫັ້ນ ໃຫ້ ອັນ ໃຫ້ 70,000 ຫຍວນ ມີແຕ່ ເພິ່ນບອກໃຫ້ອຸ້ມບຸນໃຫ້ ກໍແຕ່ລະເດືອນ ກໍໄດ້ ເພິ່ນຈະຈ່າຍເປັນ 9 ເດືອນ ກໍຫານ ຫານ 70,000 ຫັ້ນເລີຍ ຢູ່ບໍ່ເຕັນ ເພິ່ນຫັ້ນດູແລໝົດເລີຍ ກໍເຮົາຢາກກິນຫຍັງ ເພິ່ນກໍຊື້ໃຫ້ກິນໝົດ ຄ່າໃຊ້ຄ່າຈ່າຍຢູ່ນໍາເພິ່ນ ເພາະວ່າ ເພິ່ນຄົນຈີນ ເພິ່ນຫັ້ນ ຢາກມີລູກເດ້ ຕ້ອງເອົາໃຫ້ເພິ່ນ ຄື ເຮົາ ແບບອັນນັ້ນ ຫັ້ນນ່າ GIFT ຢູ່ ໂຮງໝໍ ຊື່ໆ ເຂົາເຈົ້າຢາກໄດ້ລູກເດ້.”
ຈາກນັ້ນ ປະມານວັນທີ 19 ພຶດສະພາ 2024 ຜູ້ໃຊ້ເຟຊບຸກ ຊື່ “Wikanda Rueangroj” ໄດ້ໂຟສຕ໌ປະກາດ ຕ້ອງການຜູ້ຍິງມາອຸ້ມບຸນ ໃຫ້ຄ່າທໍາຂວັນ 100 ລ້ານກີບ ຢູ່ບໍ່ເຕັນ, ອາຫານການກິນແມ່ນ ເພິ່ນເບິ່ງແຍງເປັນຢ່າງດີ ຫລື ໃຜມີຄົນຮູ້ຈັກແນະນໍາ ມີຄ່າແນະນໍາໃຫ້ ແລະໃຫ້ຮີບຕິດຕໍ່ມາ ຍ້ອນ 8-9 ເດືອນ ກະໄດ້ເງິນ 100 ລ້ານກີບແລ້ວ. ຈາກນັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຜູ້ນີ້ ເປັນເວລາທັງໝົດ 3 ມື້ ແຕ່ບໍ່ສາມາດຕິດຕໍ່ໄດ້ແລ້ວ ຈຶ່ງຕິດຕໍ່ໄປຫານັກຂ່າວ ຈາກໜັງສືພິມ ລາວພັດທະນາ ຍ້ອນນັກຂ່າວສໍານັກຂ່າວ ດັ່ງກ່າວ ໄດ້ມີໂອກາດລົມນໍາເຂົາເຈົ້າ ແຕ່ນັກຂ່າວ ປະຕິເສດ ການໃຫ້ສໍາພາດ ແລະ ໃຫ້ລາຍງານຂ່າວ ຕາມທີ່ປະກົດຢູ່ໃນເວັບໄຊຕ໌ ຂອງໜັງສືພິມ ລາວພັດທະນາ.
ຂໍ້ມູນທີ່ ນັກຂ່າວຈາກໜັງສືພິມ ລາວພັດທະນາ ໄດ້ເພີ້ມຕື່ມ ຄື ຜູ້ກ່ຽວ ຈະພາໄປກວດສຸຂະພາບຢູ່ຄລີນິກແຫ່ງໜຶ່ງ ຖ້າຜົນກວດອອກມາຜ່ານ ຈະເຮັດສັນຍາ ຈ່າຍໃຫ້ກ່ອນ 10 ລ້ານກີບ ຫລັງຈາກນັ້ນ ພາໄປບໍ່ເຕັນ ໃຫ້ໄປຢູ່ຫໍພັກ ທີ່ກຽມໄວ້ໃຫ້ສະເພາະ ນັບແຕ່ມື້ເລີ້ມຖືພາ ຈົນຮອດມື້ເກີດ ໄລຍະຖືພາ ແມ່ນຈະໄດ້ເງິນ 5 ລ້ານກີບຕໍ່ເດືອນ, ລວມຖືພາ 9 ເດືອນ ຈະຕົກເປັນ 45 ລ້ານກີບ, ຫລັງເກີດລູກແລ້ວ ຈະຈ່າຍເພີ່ມສ່ວນທີ່ເຫລືອ 45 ລ້ານກີບ ໃຫ້ບາດດຽວ, ແລະຜູ້ຍິງທີຈະນໍາໄປຖືພານີ້ ແມ່ນນໍາໄປຖືພາໃຫ້ຄົນຈີນ ທີ່ເຂົາບໍ່ສາມາດມີລູກໄດ້ ຢູ່ບໍ່ເຕັນ ແລະ ຖືພາໃຫ້ກຸ່ມ ຊາຍຮັກຊາຍແຕ່ຢາກມີລູກ, ປັດຈຸບັນຕ້ອງການຜູ້ຍິງໄປຖືພາ ໃຫ້ 12 ຄົນ.
ຈົນມາຮອດມື້ນີ້ ວິທຍຸເອເຊັຽເສຣີ ກໍບໍ່ສາມາດຕິດຕໍ່ ຜູ້ໂຟສຕ໌ປະກາດ ຕ້ອງການແມ່ຍິງລາວມາອຸ້ມບຸນໄດ້, ຄະນະກໍາມະການ ຕ້ານການຄ້າມະນຸດ ແຂວງພາກໜືອ ຜູ້ທີ່ 1 ກ່າວວ່າ ທີ່ຜ່ານມາ ເຈົ້າໜ້າທີ່ ແຂວງພາກເໜືອຂອງລາວ ສາມາດຊ່ອຍເດັກ ທີ່ຖືອູ້ມບຸນຈາກຄົນຈີນໄດ້ທັງໝົດ 3 ຄົນ ແລະຮອດມື້ນີ້ ໃນນັ້ນ ມີເດັກຜູ້ຊາຍທີ່ຖືກອູ້ມບຸນ ຈາກຄົນຈີນ ຈໍານວນ 2 ຄົນ ກໍເຕີບໃຫຍ່ ຈົນຮອດອາຍຸ 3 ແລະ 5 ປີແລ້ວ ພາຍໃຕ້ ການເບິ່ງແຍງຂອງເຈົ້າໜ້າທີ່ ແຂວງພາກເໜືອຂອງລາວເປັນຢ່າງດີ ແຕ່ກໍຍັງບໍ່ສາມາດ ລະບຸພໍ່ຊາວຈີນ ແລະແມ່ຊາວລາວ ໄດ້ຄັກແນ່ ຍ້ອນ ກໍລະນີ ດັ່ງກ່າວ ທາງເຈົ້າໜ້າທີ່ ຍັງບໍ່ເຄີຍມີປະສົບການ ຫາພໍ່ແມ່ໂຕຈິງ ໃຫ້ເດັກທີ່ຖືອູ້ມບຸນໄດ້ເທື່ອ.
ດັ່ງທ່ານກ່າວວ່າ:
“ປັດຈຸບັນ ເພິ່ນກໍຢູ່ໃນໄລຍະ 3 ຫາ 5 ປີ ນີ້ເນາະ ທີ່ວ່າ ຢູ່ໃນການຄຸ້ມຄອງຂອງແຂວງ ຄັນວ່າທຽບຢ່າງໜຶ່ງ ກໍຍັງເປັນເດັກຢູ່ເນາະເຈົ້າ ເພາະວ່າ ກໍລະນີ ຄ້າຍໆ ແບບຄື ຜູ້ທີ່ວ່າ ເພິ່ນເອີນວ່າ ກໍລະນີ ອູ້ນບຸນເດ້ເນາະ ຄືແບບເນາະ ມີ 2 ຄົນ ກໍຜູ້ຊາຍ ຄືຄົນຈີນເຈົ້າ, ທາງຄະນະກໍາມະການເຮົາເນາະ ກໍຍັງບໍ່ທັນໄດ້ເຫັນເທື່ອ ເພາະວ່າ ໂຕນີ້ ມັນຜ່ານເປັນລະບົບ ທີ່ວ່າ ເປັນວິທະຍາສາດເພິ່ນ ອາດຈະເປັນ ນ້ໍາອະສຸຈິຂອງເພດຊາຍ ທີ່ວ່າ ມາໃຫ້ເພດຍິງ ພາກເໜືອເພິ່ນ ເປັນຜູ້ຖືພາໃຫ້ ກໍາລັງຢູ່ໃນຂັ້ນຕອນເຈົ້າທີ່ວ່າ ລະບຸວ່າ ໃຜ ໃຜ ເປັນແມ່ຂອງເດັກ, (ພໍ່ຂອງເດັກ) ຮູ້ແຕ່ວ່າ ເປັນຄົນສັນຊາດຈີນ ແຕ່ເພິ່ນ ເພິ່ນກໍຍັງບໍ່ເປີດເຜີຍໄໄດ້ເທື່ອວ່າ ເອອ ອາດຈະແມ່ນຊື່ ຍົກໂຕຢ່າງ ຊື່ລາວ ທ້າວ ກ ທ້າວ ຂ ແບບນີ້ຫັ້ນນ່າເຈົ້າ , ທາງຂະນະກໍາມະການ ເພິ່ນກໍາລັງພິສູດວ່າ ໃນກໍລະນີນີ້ ສາເຫດແບບນີ້ ເພາະວ່າ ເຂດເຮົາ ກໍບໍ່ເຄີຍປະສົບ ໃນວຽກງານ ດັ່ງກ່າວ ແຕ່ວ່າ ໄດ້ຊ່ວຍເຫລືອ ໃນກໍລະນີທີ່ຄ້າຍຄືກັບແຂວງພາກເໜືອ.”
ສ່ວນເດັກທີ່ຖືກອູ້ມບຸນຈາກຄົນຈີນ ອີກໜຶ່ງຄົນນັ້ນ ເຈົ້າໜ້າທີ່ຈື່ຂໍ້ມູນບໍ່ໄດ້ ວ່າ ແມ່ນເພດໃດ ແຕ່ໃນໄລຍະທີ່ຊ່ວຍເດັກມານັ້ນ ແມ່ນຍັງເປັນແອນ້ອຍ ທີ່ຄົນລາວ ເອົາເດັກຂ້າມມາຈາກປະເທດໄທ ແລ້ວເປ້ແອນ້ອຍ ຍ່າງເຂົ້າປ່າ ໃນແຂວງຫລວງນ້ໍາທາ ແຕ່ເຈົ້າໜ້າທີ່ ລາດຕາເວັນ ໄປພົບເຫັນກ່ອນ ຈຶ່ງກັກໂຕມາສືບສວນ-ສອບສວນ ແລະໄດ້ຮູ້ຄວາມຈິງມາ ແອນ້ອຍຜູ້ນີ້ ກໍາລັງຈະຖືກສົ່ງໄປໃຫ້ຄົນຈີນ.
ດັ່ງ ຄະນະກໍາມະການ ຕ້ານການຄ້າມະນຸດ ແຂວງພາກເໜືອ ຜູ້ທີ່ 2 ຍານາງກ່າວວ່າ:
“ໂຕນັ້ນ ແມ່ນ ເຮົາດໍາເນີນແລ້ວ ແຕ່ 2021 ຫັ້ນບໍ່ ເຂົາເອົາເດັກຂ້າມມາແຕ່ປະເທດໄທຍ ໂຕນີ້ນ່າ ແລ້ວເຂົາໄປຖືພາ ຢູ່ພຸ້ນບໍ່ ເອົາເດັກນ້ອຍ ແລ້ວຄົນລາວຢູ່ແຂວງບໍ່ແກ້ວ ໄປຮັບຈ້າງຂົນເອົາເດັກນ້ອຍຫັ້ນນ່າ ຂ້າມໄປ ຜ່ານຫລວງນ້ໍາທາ ຂ້າມສົ່ງຈີນຢູ່ເດ້ແຕ່ກໍບໍ່ສໍາເຣັດຫັ້ນນ່າ ເຈົ້າໜ້າທີ່ກັກໄດ້ຢູ່ ຫລວງນ້ໍາທາກ່ອນ ມາແຕ່ແຂວງບໍ່ແກ້ວ ບາງເທື່ອ ກໍໄປທາງເມືອງສິງ ມັນຈະມີດ່ານປະເພນີເດ້ເນາະ ທາງນັ້ນດອກ ເຂົາເຈົ້າເປັນເດັກນ້ອຍ ຍ່າງຂ້າມປ່າ ແລ້ວເຈົ້າໜ້າທີ່ ໄປລາດຕະເວັນເນາະ ໄປພົບເຫັນ ແລ້ວກັກໂຕມາ ສືບສວນ-ສອບສວນ ແລ້ວເຂົາເຈົ້າໃຫ້ການວ່າ ເອອ ມີຄົນຈີນໂທມາໃຫ້ເອົາເດັກນ້ອຍ ໄປສົ່ງໃຫ້ຢູ່ຊາຍແດນຈີນ ຈະໃຫ້ຄ່າຈ້າງເທົ່ານີ້ ມີແຕ່ແນວນັ້ນ.”
ຄະນະກໍາມະການ ຕ້ານການຄ້າມະນຸດ ແຂວງພາກເໜືອ ຜູ້ທີ່ 3 ກ່າວວ່າ ຖ້າການຈ້າງອູ້ມບຸນ ຫລື ການຈ້າງໃຫ້ຖືພາແທນ ບໍ່ເປັນໄປຕາມຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງການໃຫ້ຖືພາແທນ ແລະການໃຫ້ຫລຸລູກ ຂອງກະຊວງສາທາລະນະສຸກ ເລກທີ 2077/ສທ ລົງວັນທີ 8 ກໍລະກົດ 2021 ນັ້ນ ການຈ້າງໃຫ້ຖືພາແທນ ຈະບໍ່ຕ່າງຫຍັງ ກັບການຂາຍເດັກນ້ອຍ ຫລື ການຄ້າມະນຸດ ໃນເດັກນ້ອຍເອງ ແລະ ເລື້ອງນີ້ ຍັງໜ້າເປັນຫວ່ງ ຍ້ອນ ທາງການ ຍັງຂາດງົບປະມານ ທີ່ຕິດຕາມບຸກຄົນມາດໍາເນີນຄະດີ.
ດັ່ງທ່ານກ່າວວ່າ:
“ຄັນຊິວ່າແລ້ວ ອູ້ມບຸນຫັ້ນນ່າເນາະ ອູ້ມບຸນ ຖືພາແທນ ຕ່າງບໍ່ຕ່າງຫຍັງ ເປັນການຂາຍເດັກນ້ອຍຫັ້ນນ່າ ເວລາເກີດມາ ເວົ້າງ່າຍໆ ກໍຖືວ່າ ການຄ້າມະນຸດຫັ້ນແຫລະ,ອັນນີ້ກໍເປັນໜ້າຫວ່ງຢູ່ ແຕ່ວ່າ ກົດໝາຍ ເພິ່ນຂຽນກໍານົດ ບັງຄັບໄວ້ຢູ່ເນາະ ແຕ່ວ່າ ໃນການ ອັນນ່າ ຕິດຕາມ ຫາບຸກຄົນມາດໍາເນີນຄະດີຫັ້ນເດ້ ດ້ານເກັບກໍາຂໍ້ມູນແດ່ ນ້ໍາມູກ ນ້ໍາມັນແດ່ ເວົ້າເລື້ອງລະບົບການຄຸ້ມຄອງ ເຮົາຊິຕິດຕາມກວດການີ້ ຕ້ອງໄດ້ໃຊ້ຣົຖ ໃຊ້ຄົນ ໄປກິນຢູ່ ມັນກໍມີຫລາຍອັນເນາະ ໄປຕິດຕາມ ຜູ້ເອົາຜິດມາຫັ້ນນ່າ ມັນກໍມີຄວາມຫຍຸ້ງຍາກຫລາຍອັນ ມັນຕ້ອງໄດ້ໃຊ້ງົບປະມານ ເຈົ້າໜ້າທີ່ເພິ່ນກະມີຢູ່ ແຕ່ວ່າ ມັນກໍຍາກຫັ້ນນ່າ.”
ຄະດີຄ້າມະນຸດ ໃນຮູບແບບອູ້ມບຸນ ຍັງບໍ່ຄ່ອຍເຫັນມີຜູ້ເສັຍຫາຍ ມາຟ້ອງຮ້ອງເພື່ອດໍາເນີນຄະດີ ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ຕໍາລວດ ບໍ່ມີເບາະແສ ທີ່ຈະເກັບກໍາຂໍ້ມູນ ເພື່ອຈັບກຸ່ມແກ້ງຮັບຈ້າງອູ້ມບຸນ ພາຍໃນປະເທດໄດ້.
ດັ່ງ ຄະນະກໍາມະການຕ້ານການຄ້າມະນຸດ ແຂວງພາກເໜືອຜູ້ທີ 4 ກ່າວວ່າ:
“ກໍຄົ້ນຄົ້ວຢູ່ ກໍຊອກຫາຢູ່ ແຕ່ວ່າ ກໍບໍ່ທັນມີເບາະແສຫຍັງ ຫລືວ່າ ເຮົາບໍ່ຮູ້ບໍ່ ມັນມີບໍ່ ບໍ່ທັນມີຜູ້ຮ້ອງຟ້ອງ ຫລືວ່າ ບໍ່ທັນໄດ້ມີເບາະແສໂຕນີ້ມາ ໄທເຮົາ ກໍເລີຍບໍ່ໄດ້ຄົ້ນຫາໄດ້ ແຕ່ວ່າ ມີຜູ້ຟ້ອງຮ້ອງ ມີຜູ້ອັນນັ້ນມາ ຫລືວ່າ ມີເບາະແສອັນໃດ ອັນໜຶ່ງ ມາຝາກທ້ອງບໍ່ ມາອູ້ມບຸນຫັ້ນ ເຮົາຈັ່ງໄດ້ຄົ້ນຫາ ໂຕນັ້ນ ໄປຊອກຫາໄດ້ ຄົ້ນຫາໄດ້ ບາງເທື່ອເຂົາປິດລັບເຮົາບໍ່ຮູ້ເຂົາເຮັດແນບນຽນນ່າ.”
ເຖິງຢ່າງໃດກໍຕາມ ຣັຖບານລາວ ກໍມີແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 5 ປີ 2021-2025 ທີ່ຈະໄດ້ຮັບການຈັດຕັ້ງຜັນຂະຫຍາຍ ໃຫ້ບັນລຸຄາດໝາຍ, ເຊິ່ງແຜນງານນີ້ ຈະມີ 6 ແຜນງານ, 26 ໂຄງການ ແລະ 121 ກິດຈະກຳ ເຊິ່ງບັນດາໂຄງການກິດຈະກໍາ ດັ່ງກ່າວ ຈະເນັ້ນໃສ່ການ ສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນ ແລະ ອົງການຈັດຕັ້ງ ໃຫ້ມີຄວາມເປັນລະບຽບ, ມີສະຖານທີ່ພາລະຮັບໃຊ້ວຽກງານດັ່ງກ່າວ.
ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ຕ້ານການຄ້າມະນຸດ ໃນໄລຍະ 5 ປີນີ້ ມີປະສິດທິພາບກວ່າເກົ່າ. ອີງຕາມຄວາມເວົ້າຂອງ ທ່ານ ພັນໂທ ກິແກ້ວ ຈັນທະລັງສີ, ຮອງຫົວໜ້າກົມຕໍາຫລວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກ່າວໃນວັນທີ 24 ມີຖຸນາ 2020 ທີ່ຜ່ານມາ.
ນອກນັ້ນ ອີງຕາມລາຍງານຂອງ ກອງທຶນເພື່ອເດັກ ແຫ່ງສະຫະປະຊາຊາຕ ຫລື UNICEF ປະຈຳ ປະເທດລາວ ໃນເດືອນມີນາ 2022 ລະບຸວ່າ ຮູບແບບການຄ້າມະນຸດ ທີ່ພົບຢ່າງແຜ່ຫລາຍໃນປະເທດລາວ ປະກອບມີ ການບັງຄັບແຕ່ງດອງແອບແຝງ, ການກູດຮີດແຮງງານ ແລະ ການຄ້າປະເວນີທາງເພດ ລວມເຖິງການຈ້າງໃຫ້ຖືພາແທນ ທັງນີ້ ສັດສ່ວນການຈ້າງໃຫ້ຖືພາແທນ ເພີ່ມຫລາຍຂຶ້ນ ພາຍຫລັງທາງການໄທ ແລະ ກຳປູເຈຍ ອອກກົດໝາຍປາບປາມ ຂະບວນການຖືພາແທນ ຈຶ່ງເຮັດໃຫ້ທຸລະກິດດັ່ງກ່າວນີ້ ເຄື່ອນຍ້າຍໄປຍັງປະເທດລາວ ແລະ ມາເລເຊັຍ.