ແມ່ຍິງ-ເດັກນ້ອຍ 10-06-2015
ການສລອງ ວັນ ຄຣູ ສາກົລ 2015 ຢູ່ ສປປລາວ ມີຂຶ້ນ ຄວບຄູ່ ໄປກັບ ການສລອງ ວັນຄຣູ ແຫ່ງຊາດ ຂອງລາວ.
-
ມະນີຈັນ
2015-10-06 -
-
-
ນາຍຄຣູລາວ ໃນເຂດ ຊົນນະບົດ
Wikimedia
Your browser doesn’t support HTML5 audio
ເນື່ອງ ໃນວັນ ຄຣູ ສາກົລ ທີ 5 ຕຸລາ ຊຶ່ງ ປີ 2015 ນີ້ ຫຼາຍປະເທດ ໃນ ທົ່ວໂລກ ຈັດ ກິຈກັມ ຕ່າງໆ ພາຍໃຕ້ ຄໍາຂວັນ ໃຫ້ສິດທິ ແກ່ ນາຍຄຣູ ແລະ ການສ້າງ ສັງຄົມ ຍືນຍົງ ເພື່ອເປັນກຽດ ແດ່ ຄຣູ ຫລື ບຸກຄົນ ທີ່ ໄດ້ ອຸທິດ ຕົນ ເປັນພິເສດ ເພື່ອ ຊຸມຊົນ.
ວັນຄຣູ ສາກົລ ອາຈມີການ ສລອງ ກັນດ້ວຍ ການຈັດ ກອງປະຊຸມ ສັມມະນາ ທີ່ເນັ້ນເຖິງ ຄວາມສໍາຄັນ ຂອງ ຄຣູ ແລະ ການສອນ ການຮຽນ. ສໍາລັບ ຢູ່ລາວ ເວົ້າ ທົ່ວໄປແລ້ວ ມີຂຶ້ນ ຄວບຄູ່ ໄປກັບ ການສລອງ ວັນຄຣູ ແຫ່ງຊາດ ຂອງ ລາວ ທີ 7 ຕຸລາ ໃນແຂວງ ຕ່າງໆ.
ເວົ້າສະເພາະ ຢູ່ ເມືອງ ໄຊສະຖານ ຊຶ່ງ ເປັນເມືອງ ໃໝ່ ໃນແຂວງ ໄຊຍະບູຣີ ກໍ ຈັດ ກິຈກັມ ແຂ່ງຂັນ ກິລາ ເຕະບານ ເນື່ອງໃນ ວັນຄຣູ ແຫ່ງຊາດ ແລະ ວັນຄຣູ ສາກົລ ໄປ ພ້ອມໆກັນ ໃນວັນທີ 5 ທີ 6 ແລະ ທີ 7 ຕຸລາ ນີ້ ເພື່ອສ້າງ ຂະບວນ ຕ້ອນຮັບ ແລະ ຣະນຶກ ເຖິງ ຄຸນງາມ ຄວາມດີ ຂອງຄຣູ.