ແມ່ຍິງ-ເດັກນ້ອຍ 03/09/19
ສຸພັດຕາ
2019.03.11
2019.03.11
ເດັກນ້ອຍຢູ່ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຫຼາຍຄົນຍັງບໍ່ເຂົ້າໂຮງຮຽນ, ຍ້ອນພໍ່ແມ່ຜູ້ປົກຄອງບໍ່ໃຫ້ ຄວາມສຳຄັນ ໃນການໄປໂຮງຮຽນ ຂອງລູກຫຼານເຂົາເຈົ້າ.
ໂຮງຮຽນ ບ້ານພູໄຊຖາ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ຍັງຂາດເຂີນອຸປກອນ ການຮຽນການສອນຫຼາຍຢ່າງ ເຊັ່ນ; ອຸປກອນຫຼິ້ນກິລາ ກາງແຈ້ງສຳຫຼັບ ນັກຮຽນອະນຸບານ, ເດັກນ້ອຍຫຼາຍຄົນໃນບ້ານນີ້ ຍັງບໍ່ໄດ້ເຂົ້າໂຮງຮຽນ, ຍ້ອນພໍ່ແມ່ຜູ້ປົກຄອງ ບໍ່ເຫັນເຖິງຄວາມສໍາຄັນ ຂອງການຮຽນຂອງລູກ, ດັ່ງສາວຄຣູ ແສງແກ້ວ ຈັນຄໍາຟອງ ຊຶ່ງເປັນຄຣູອາສາ ສອນຢູ່ໂຮງຮຽນດັ່ງກ່າວ ໄດ້ໃຫ້ສໍາພາດ ຕໍ່ວິທຍຸເອເຊັຽ ເສຣີວ່າ: ເຊີນທ່ານຟັງສຽງສໍາພາດ
ນອກຈາກເດັກນ້ອຍຫຼາຍຄົນ ຈະບໍ່ໄດ້ເຂົ້າໂຮງຮຽນແລ້ວ, ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ບ້ານພູໄຊຖາ ເມືອງວຽງພູຄານີ້ ສ່ວນຫຼາຍ ຍັງທຸກຍາກຢູ່ ນອກຈາກນັ້ນແລ້ວ ສຸຂສາລາ ແລະ ໂຄງຮ່າງພື້ນຖານຕ່າງໆ ຢູ່ບ້ານນີ້ກໍຍັງບໍ່ທັນມີເຊັ່ນກັນ.