ອັດຕຣາການຕາຍຂອງແມ່ ແລະເດັກ ໃນລາວ ດີຂຶ້ນ

ມະນີຈັນ
2018-01-19
ອີແມວລ໌
ຄໍາເຫັນ
Share
ພິມ
ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ
ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ
Public Domain

ການເສັຽຊີວິດຂອງແມ່ ແລະລູກນ້ອຍ ໃນລາວ ໄດ້ຫລຸດຜ່ອນລົງຫລາຍໃນ 10 ປີ ຜ່ານມານີ້, ອັນສໍາຄັນກໍແມ່ນຍ້ອນ ໂຄງການຝຶກອົບຮົມ ດ້ານພຍາບານ ປະດຸງຄັນ ທີ່ໄດ້ເລີ່ມມາ ຕັ້ງແຕ່ປີ 2009 ໂດຍໄດ້ຮັບການສນັບສນູນ ຈາກກອງທຶນ ສະຫະປະຊາຊາດ ເພື່ອ ປະຊາກອນ ຫລື UNFPA ທີ່ໄດ້ຊ່ວຍ ສ້າງພຍາບານ ປະດຸງຄັນ ໄດ້ເຖິງ 1 ພັນ 700 ຄົນ ໄປປະຈໍາຢູ່ສູນສຸຂພາບຕ່າງໆ ທົ່ວປະເທດລາວ.

ເປັນໂຄງການທີ່ໄດ້ຮັບ ຄວາມນິຍົມຫລາຍ ຜູ້ຄົນກະຕືລືລົ້ນ ເຂົ້າມາຮຽນເພາະນອກຈາກ ຈະໄດ້ສຶກສາ ຫາຄວາມຮູ້ແລ້ວ ກໍຍັງຮັບປະກັນ ໄດ້ເຮັດວຽກງານ ນໍາອີກ. ຕາມບົດຄວາມຂອງ PER LIL JAS ເມື່ອໄວໆມານີ້.

ກຽນທອງ ປຣະສິດ ນາງພຍາບານປະດຸງຄັນ ວັຍ 33 ປີ ກໍເປັນຜູ້ນຶ່ງ ທີ່ຈົບການຝຶກອົບຮົມ 2 ປີ ຊຸດທີ່ເລີ່ມໃນປີ 2009 ນັ້ນ ຖືກສົ່ງໄປ ປະຈໍາການ ຢູ່ບ້ານໂພນໝາກມີ້ ເມືອງນອງ ແຂວງສວັນນະເຂດ ຊຶ່ງເປັນບ້ານນຶ່ງ ທີ່ທຸກຍາກທີ່ສຸດຂອງລາວ ແລະ ເມື່ອໄດ້ໄປປະຕິບັດ ໜ້າທີ່ ຕົວຈິງແລ້ວ ນາງພົບຄວາມຫຍູ້ງຍາກ ຫລາຍຢ່າງ ຄືນອກຈາກຂາດເຂີນ ບຸຄລາກອນ ແລະເຄື່ອງມື ການແພດແລ້ວຍັງມີເຣື່ອງ ຮີດຄອງປະເພນີ ພາສາປາກເວົ້າ ຂອງຄົນທ້ອງຖິ່ນນໍາດ້ວຍ ຊຶ່ງນາງຕ້ອງໄດ້ຮຽນຮູ້ໃໝ່ ທັງໝົດ.

ນາງກຽນທອງ ເປັນຄົນຈາກຕົວເມືອງສວັນນະເຂດ, ຫລາຍອາທິດທໍາອິດ ທີ່ເຮັດວຽກຢູ່ບ້ານນັ້ນ ນາງບໍ່ໄດ້ພົບພໍ້ແມ່ຍິງຖືພາມານ ແມ່ນແຕ່ ຄົນດຽວ ເຖິງນາງຈະເລາະໄປຕາມບ້ານ ຍ້ອນບໍ່ມີແມ່ຍິງຖືພາຜູ້ໃດ ມາສຸຂສາລາ ຈົນກະທັ້ງວ່າມີຄົນນຶ່ງ ເກີດລູກຍາກ ຈົນວ່າທົນບໍ່ໄດ້ ຈຶ່ງຈໍາເປັນຕ້ອງໄດ້ມາ ຂໍຄວາມຊ່ວຍເຫລືອ ຈາກນາງເຮັດໃຫ້ ນາງກຽນທອງ ເຂົ້າໃຈເຣື່ອງ ຮີດຄອງປະເພນີ ທີ່ຊາວບ້ານເຊື່ອຖື ແລະ ປະຕິບັດກັນມາ ແຕ່ດົນນານແລ້ວນັ້ນ ກໍເປັນເຣື່ອງທີ່ຍອມຮັບ ກັນໂດຍທົ່ວໄປ.

ນັ້ນກໍເປັນເຣື່ອງຍາກ ທີ່ຈະແກ້ໄຂໄດ້ບຶດນຶ່ງຍາມດຽວ ຕ້ອງໄດ້ມີການສຶກສາ ອົບຮົມດົນພໍສົມຄວນ ກ່ອນທີ່ຈະເຮັດໃຫ້ ພວກເຂົາເຈົ້າ ເຂົ້າໃຈ ແລະປະລະແນວຄິດຄອງເດີມ ອັນລ່າສມັຍທີ່ວ່ານັ້ນໄດ້ ແລະເຮັດໃຫ້ພວກແມ່ຍິງ ຖືພາມາຝາກທ້ອງ ແລະ ເກີດລູກຢູ່ສຸຂສາລາ ຫລືໂຮງໝໍ ເພື່ອໃຫ້ທັງແມ່ ແລະລູກນ້ອຍປອດພັຍ ຊຶ່ງຢູ່ບາງເຂດ ຂອງລາວແມ່ຍິງ ທີ່ຖືພາທ້ອງແກ່ ມັກອອກຈາກເຮືອນ ໄປເກີດລູກຢູ່ໃນປ່າ ເພື່ອບໍ່ ໃຫ້ຜິດຜີບ້ານຜີເຮືອນ.

ນອກຈາກນັ້ນແລ້ວ ກໍມີອີກພິທີກັມນຶ່ງທີ່ ນາງ ກຽນທອງ ຕ້ອງໄດ້ຈື່ຂຶ້ນໃຈ ຄືພິທີຮັບຂັວນ ການອອກລູກໃໝ່ 3 ວັນ 3 ຄືນ ຈົນເຮັດໃຫ້ ຜູ້ເປັນແມ່ ບາງຄົນຕົກເລືອດ ຕາຍຄາພິທີການນັ້ນກໍມີ ເພາະນໍາສົ່ງຕົວ ໄປໂຮງໝໍບໍ່ໄດ້. ດັ່ງນັ້ນພຍາບານປະດຸງຄັນ ໃນລາວ ນອກຈາກ ຈະໄດ້ປະຕິບັດ ວຽກງານວິຊາສະເພາະແລ້ວ ກໍຍັງຕ້ອງໄດ້ເຮັດໜ້າທີ່ ສຶກສາອົບຮົມ ໃຫ້ແມ່ຍິງລາວ ເຂົ້າໃຈຢ່າງຖືກຕ້ອງ ແລະເໝາະສົມ ໃນເຣື່ອງຮີດຄອງ ປະເພນີ ແລະວັທນະທັມ ຂອງພວກເຂົາເຈົ້າ ນໍາດ້ວຍ.

10 ປີທີ່ຜ່ານມາ ໂຄງການພັທນາພຍາບານປະດຸງຄັນ ເຖິງຈະປະສົບຄວາມສໍາເຣັດ ໃນຣະດັບໃດ ຣະດັບນຶ່ງກໍດີ ແຕ່ ສປປລາວ ກໍຍັງເປັນ ປະເທດນຶ່ງໃນອາຊຽນ ທີ່ມີອັຕຣາ ການເສັຽຊີວິດ ຂອງແມ່ຂະນະທີ່ເກີດລູກ ແລະຂອງລູກນ້ອຍ ສູງທີ່ສຸດຢູ່ ຍ້ອນຫລາຍສາເຫດ ຮວມທັງ ການຂາດເຂີນອຸປກອນ ການແພດ, ຂາດເຂີນນາຍໝໍ ແມ່ແລະເດັກ, ໝໍປະດຸງຄັນ ແລະທັງໂຮງໝໍ ບໍ່ພຽງພໍ, ບໍ່ມີພາຫະນະຂົນສົ່ງ ແລະ ຖນົນຫົນທາງ ກໍຫຍູ້ງຍາກ.

ທີ່ຜ່ານມາກອງທຶນສະຫະປະຊາຊາດ ເພື່ອປະຊາກອນ UNFPA ເຄີຍຕັ້ງເປົ້າໝາຍ ທີ່ຈະຂຍາຍໂຄງການດັ່ງກ່າວ ໃຫ້ກວມເອົາຊົນນະບົດ ແລະເຂດພູດອຍໃນລາວ ໃຫ້ໄດ້ຫລາຍທີ່ສຸດ ແຕ່ກໍຍັງຄາໃນເຣື່ອງງົບປະມານ.

ມາດາມ Frederika Meijer ຜູ້ຕາງໜ້າ UNFPA ປະຈໍາລາວເວົ້າວ່າພວກເຮົາປະເຊີນກັບ ການຕັດງົບປະມານຫຼາຍ ເຮັດໃຫ້ບໍ່ສາມາດ ສນັບສນູນໂຄງການ ທີ່ວ່ານັ້ນໄດ້ຢ່າງ ເຕັມສ່ວນໝາຍຄວາມວ່າ ຜູ້ທີ່ຈະໄດ້ຮັບການຝຶກອົບຮົມ ເປັນພຍາບານ ປະດຸງຄັນ ນັ້ນໜ້ອຍລົງ.

ຕາມຄໍາເວົ້າຂອງທ່ານໝໍແມ່ແລະເດັກ ໃນລາວຕໍ່ RFA ແລ້ວແມ່ນວ່າພຍາບານປະດຸງຄັນ ມີສ່ວນຊ່ວຍຫລຸດຜ່ອນ ອັຕຣາການເສັຽຊີວິດ ຂອງແມ່ແລະລູກນ້ອຍ ນັ້ນໄດ້ຫລາຍ ຊຶ່ງຢູ່ຕາມສູນ ສຸຂພາບຫລືສຸຂສາລາ ໃນເຂດແຂວງຕ່າງໆຂອງລາວ ຍ້ອນພວກເຂົາເຈົ້າ ໄດ້ຮັບ ການຝຶກອົບຮົມ:

"ກະຫລຸດ ເພາະວ່າດຽວນີ້ທຸກສຸຂສາລາ ຈະມີປະດຸງຄັນຜູ້ນຶ່ງແຕ່ກ່ອນ ບໍ່ມີປະດຸງຄັນ ມີແຕ່ພຍາບານ ສັກຢຸກສັກຢາລະກະກວດ ທົ່ວໄປ ດຽວນີ້ທຸກສຸຂສາລາມີປະດຸງຄັນ ຮຽນ 2 ປີ ດຽວນີ້ຢ່າງໜ້ອຍກໍ 2 ປີ 3 ປີ."

ແຕ່ບັນຫາມີຢູ່ວ່າ ສຸຂສາລາແຕ່ລະບ່ອນ ບໍ່ວ່າຢູ່ທາງພາກເໜືອ ຫລືພາກໃຕ້ຂອງປະເທດ ແມ່ນບໍ່ມີຫ້ອງນ້ອຍຕ່າງຫາກ ໄວ້ສໍາລັບໃຫ້ ແມ່ນອນເພື່ອເບັ່ງລູກອອກ ແລະນັ້ນກໍເປັນບັນຫານຶ່ງ ທີ່ເຮັດໃຫ້ ຍັງມີຜູ້ເລືອກ ທີ່ຈະອອກລູກ ຢູ່ບ້ານຢູ່ເຮືອນຫຼາຍເຖິງ 50 ເປີເຊັນ ໃນບາງເຂດແຂວງ ແຕ່ກໍຫລຸດຈາກ 80 ເປີເຊັນເມື່ອ 4-5 ປີກ່ອນນີ້. ອີກສາເຫດນຶ່ງທີ່ເຮັດໃຫ້ຕົວເລກ ຜູ້ບໍ່ໄປອອກລູກຢູ່ໂຮງໝໍ ຢູ່ ສຸຂສາລານັ້ນຄື ຄວາມເຊື່ອຖືຮີດເກົ່າຄອງເດີມ ເປັນຕົ້ນແມ່ນຊົນເຜົ່າ -ທ່ານໝໍກ່າວ:

"ແມ່ນຊົນເຜົ່າທີ່ຍັງມີຮີດຄອງ ມີຄວາມເຊື່ອຖືຢູ່ ສ່ວນຫລາຍກະຊົນເຜົ່າ ພວກທີ່ໄປອອກໃນປ່າ ຍັງມີຢູ່ ບໍ່ໃຫ້ເລືອດເຈົ້າຕົກໃສ່ບ້ານ ຄັນຕົກໃສ່ ແມ່ນຜິດຜີຜິດຫຍັງ ເຈົ້າຕ້ອງໄປອອກຢູ່ປ່າ ແປວ່າບ້ານນັ້ນຢູ່ບໍ່ໄດ້ ໄປແຕ່ແມ່ກັບຜົວລູກເຈົ້າ."

ຢ່າງໃດກໍຕາມ ປັດຈຸບັນການເຂົ້າມາຮັບບໍຣິການ ຂອງແມ່ຍິງຖືພາ ໃນແຕ່ລະແຂວງຂອງລາວ ມີອັດຕຣາສູງຂຶ້ນ ແລະແມ່ຍິງທີ່ ເສັຽຊີວິດ ຂະນະເກີດລູກ ກໍຫລຸດລົງ ດັ່ງຣາຍງານ ຂອງອົງການ UNICEF ປີ 2015 ຣະບຸວ່າປີ 1990  ອັດຕຣາການເສັຽຊີວິດ ຂອງແມ່ຂະນະທີ່ ເກີດລູກ ມີ 1100 ຄົນ ຕໍ່ແມ່ຍິງທີ່ເກີດລູກ 1 ແສນຄົນ ຫລຸດລົງເຫລືອ 220 ຄົນໃນປີ 2013 ແລະອັດຕຣາການເສັຽຊີວິດ ຂອງເດັກນ້ອຍ ອາຍຸຫລຸດ 5 ປີ ກໍຫລຸດລົງຈາກ 162 ຄົນຕໍ່ເດັກ 1 ພັນ ຄົນໃນປີ 1990 ຍັງເຫລືອ 67 ຄົນໃນປີ 2015.

ຕາມຂໍ້ມູນຂອງ CIA World Factbook ເດືອນສິງຫາ 2016, ອັດຕຣາການເສັຽຊີວິດ ຂອງແມ່ໃນລາວ ຢູ່ທີ່ 197 ຄົນຕໍ່ການເກີດມີຊີວິດ 1 ແສນຄົນ ຊຶ່ງເມື່ອປີ 2010 ມີ 470 ຄົນແລະປີ 2008 ມີ 580 ຄົນ.

ຕາມຂ່າວ ຂອງຫ້ອງການສະຫະປະຊາຊາດ ປະຈໍາລາວ ວັນທີ 12 ມົກຣາ 2015, ລາວ ເປັນ 1 ໃນຈໍານວນ 19 ປະເທດໃນໂລກ ທີ່ໄດ້ບັນລຸເປົ້າໝາຍ ສະຫັດສວັດ MDG5 ດ້ານອັດຕຣາການເສັຽຊີວິດ ຂອງແມ່ຄືໃນລາວ ຢູ່ທີ່ 220 ຄົນຕໍ່ 1 ແສນຄົນ.

ແລະຕາມບົດຄວາມຂອງ Thein Lei Win ວັນທີ 17 ເດືອນຕຸລາ 2017, ລາວ ເປັນນຶ່ງໃນຈໍານວນ ປະເທດ ທີ່ປາກົດວ່າຈະບັນລຸ ເປົ້າໝາຍສະຫະປະຊາຊາດ ໃນການຫລຸດຜ່ອນອັດຕຣາ ການເສັຽຊີວິດຂອງແມ່ ທີ່ກໍານົດໃຫ້ຫລຸດ 70 ຄົນ ໃນແຕ່ລະ 1 ແສນຄົນ ເກີດລູກມີຊີວິດ ໃນປີ 2030.

ເຕັມຫນ້າ