ບັນຫາເສຖກິຈ ເຮັດໃຫ້ນັກຮຽນຢູ່ແຂວງບໍຣິຄໍາໄຊ ປະລະການຮຽນຫຼາຍຂຶ້ນ
2024.01.18
ປັດຈຸບັນ ນັກຮຽນຢູ່ຫລາຍບ້ານ ທົ່ວແຂວງບໍຣິຄໍາໄຊ ປະລະການຮຽນ ໄປຊອກຫາເຮັດວຽກ ພໍມີລາຍໄດ້ມາລ້ຽງຊີພ. ໃນນັ້ນ ນັກຮຽນຊາຍ ສ່ວນໃຫຍ່ ອອກໄປຮັບຈ້າງເຮັດວຽກ ເປັນກັມມະກອນ ຕາມສະຖານທີ່ຕ່າງໆ ແລະນັກຮຽນຍິງ ອອກໄປເຮັດວຽກເປັນຄົນງານ ຢູ່ຕາມຮ້ານອາຫານ ທັງຢູ່ພາຍໃນແຂວງບໍຣິຄໍາໄຊ ແລະໄປແຂວງອື່ນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມົກກະຣານີ້ວ່າ:
“ສ່ວນຫລາຍກໍມາຂາຍບໍຣິການ ມາເປັນທຸກຢ່າງທີ່ຂະເຈົ້າຫາເງິນໄດ້ ທີ່ຄວາມສາມາດເຮັດໄດ້ ຂະເຈົ້າກໍມາໄດ້ເປັນເດັກເສີບ ຜູ້ຮັບໃຊ້ໃນຮ້ານອາຫານ ປະມານນີ້ ບາດສຸດທ້າຍມາແລວໄປຕິດສິ່ງເສບຕິດ ດຽວນີ້ເປັນພວກກາແຟ ເປັນ... ໂອ້ຫລາຍແນວເດ້ ຫລາຍຄົນທີ່ເປັນດິນເປັນລົມ ທີ່ຂະເຈົ້າເອົາໄປໂຮງໝໍ ບາງຄົນກໍຂາດອາກາດຫາຍໃຈ ແລ້ວເສັຽຊີວິດກະຫລາຍຄົນເດ້.”
ນາງກ່າວຕື່ມອີກວ່າ ເຖິງຊາວໜຸ່ມຢູ່ແຂວງບໍຣິຄໍາໄຊນີ້ ຈະຮູ້ວ່າ ການໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເປັນອັນຕະລາຍ ມີຄວາມສ່ຽງສູງ ຕໍ່ການທີ່ຈະຖືກບັງຄັບ ທໍຣະມານ, ຕໍ່ການຫາຍສາບສູນ ຫລືເສັຍຊີວິດ ແຕ່ກໍມີຈໍານວນບໍ່ໜ້ອຍ ຍັງຢາກໄປ ຍ້ອນໄດ້ຄ່າຈ້າງ ຫລາຍກວ່າໄປເຮັດວຽກຢູ່ບ່ອນອື່ນ.
“ສາມຫລ່ຽມຄໍານີ້ນ່າ ເຂົາໃຫ້ເງິນສູງ ແຕ່ວ່າຄວາມສ່ຽງຕໍ່ຊີວິດຫັ້ນ ແມ່ນສູງຫລາຍ ມັນໄດ້ເງິນໆ ແຕ່ວ່າຂະເຈົ້າໄປບາງເທື່ອກໍຫາຍສາບສູນ. ບາງເທື່ອກໍຖືກທໍາຮ້າຍ. ໂອ້ ຫລາຍແນວ ບໍ່ສາມາດຈະດໍາເນີນຄະດີໄດ້ ແມ່ນໆ ມີຫລາຍ ບໍລິຄໍາໄຊທີ່ວ່າໄປເຮັດວຽກຢູ່ສາມຫລ່ຽມຄໍານີ້ນ່າ.”
ນາງເວົ້າວ່າ ໃນຂະນະດຽວກັນ ມີນັກຮຽນຈໍານວນນຶ່ງ ປະລະການຮຽນ ລັກໄປຊອກຫາເຮັດວຽກຢູ່ປະເທດໄທຍ ບ່ອນທີ່ໄດ້ຄ່າແຮງງານສູງກວ່າຢູ່ລາວຫລາຍ ຍ້ອນ ອາຍຸຍັງບໍ່ເຖິງກໍານົດ ທີ່ຈະໄປເຮັດວຽກຢູ່ຕ່າງປະເທດຕາມ MOU ໄດ້.
ນາຍຄຣູ ຢູ່ເມືອງວຽງທອງ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມົກກະຣານີ້ວ່າ ນັກຮຽນທີ່ປະລະການຮຽນ ແມ່ນນັກຮຽນຊັ້ນມັທຍົມ, ແຕ່ສ່ວນຫລາຍແມ່ນມັທຍົມຕົ້ນ. ຄອບຄົວທຸກຍາກ ບໍ່ມີລາຍໄດ້, ຈໍາເປັນຕ້ອງໄດ້ອອກໂຮງຮຽນ ໄປຫາເງິນຊ່ອຍຄອບຄົວ.
“ສ່ວນຫລາຍຢູ່ມັທຍົມຕົ້ນກໍມີ ສ່ວນຫລາຍລະແມ່ນຕົ້ນກໍ້ ກໍມີຫລາຍແນວຢູ່ ນຶ່ງກໍເສຖກິຈຄອບຄົວ ເຂົາກໍບໍ່ພ້ອມເນາະ ແມ່ນແຫລະ ຊ່ວຍຄອບຄົວ ອອກໄປຊ່ວຍຄອບຄົວ ສ່ວນຫລາຍຢູ່ນອກ ນອກເມືອງ.”
ເວົ້າເຖິງເຣື່ອງການອອກໂຮງຮຽນ ຂອງເດັກນ້ອຍນັກຮຽນ ເປັນຕົ້ນຢູ່ເຂດຫ່າງໄກຜູ້ປົກຄອງນັກຮຽນ ຢູ່ເມືອງໄຊຈໍາພອນ ແຂວງບໍຣິຄໍາໄຊນາງນຶ່ງເວົ້າວ່າ ຄອບຄົວຂອງພວກເຂົາເຈົ້າ ບໍ່ມີລາຍໄດ້ທີ່ແນ່ນອນ, ບໍ່ພຽງພໍສໍາລັບຊີວິດ ການຢູ່ບໍ່ມີເງິນສໍາລັບການຮຽນຂອງລູກ, ເພາະທຸກມື້ນີ້ ໄດ້ຈ່າຍໝົດທຸກສິ່ງ, ເຮັດໃຫ້ ຈໍາເປັນຕ້ອງໄດ້ອອກໂຮງຮຽນ ໄປຫາເງິນ, ເປັນຜູ້ຍິງໄປຊອກຫາເຮັດວຽກ ຕາມຮ້ານອາຫານ.
“ອື ກໍມັນຫລາຍຫັ້ນແຫລະ ຊ່ວຍພໍ່ແມ່ແດ່ ແລ້ວບາງເທື່ອກໍບໍ່ໄດ້ມີວຽກເຮັດຫຍັງນ່າ. ມັນກໍໄປເລື້ອຍໆ ຈັ່ງຊັ້ນແຫລະ ເປັນຜູ້ຍິງກໍໄປຢູ່ຕາມຮ້ານອາຫານ ຕາມອັນນັ້ນຫັ້ນແຫລະ ໄກກໍບໍ່ວ່າດອກ ແຕ່ມັນບໍ່ມີທຶນການສຶກສາ. ພໍ່ແມ່ຫັ້ນນ່າ ທີ່ວ່າສົ່ງລູກຮຽນຫັ້ນນ່າ ເພາະວ່າທຸກມື້ນີ້ນິ ມັນໂຮງຮຽນກໍໄດ້ໃຊ້ຈ່າຍເນາະ ອິຫຍັງກໍໄດ້ໃຊ້ຈ່າຍຫັ້ນແຫລະ.”
ນາງເວົ້າຕື່ມວ່າ ເຖິງແມ່ນທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ຈະພະຍາຍາມໂຄສະນາ ປະຊາສໍາພັນ ຊຸກຍູ້ໃຫ້ນັກຮຽນ ແລະພໍ່ແມ່ຜູ້ປົກຄອງ ໃຫ້ຄວາມສໍາຄັນຂອງການສຶກສາກໍດີ ແຕ່ຍ້ອນບັນຫາເສຖກິຈ ແລະການເງິນ ຂອງປະເທດຫຍຸ້ງຍາກ, ເງິນກີບເຟີ້, ລາຄາສິນຄ້າທຸກຢ່າງແພງ, ຫາເງິນຍາກ ຈຶ່ງເຮັດໃຫ້ປະຊາຊົນ ນັບມື້ນັບທຸກຍາກ ຊຶ່ງທາງການບໍ່ສາມາດແກ້ໄຂໄດ້. ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງໄດ້ອອກໂຮງຮຽນ ໄປຊອກເຮັດວຽກ ຫາເງິນຊ່ອຍພໍ່ແມ່ ເຖິງຈະຮຽນຕໍ່ໄປ ເມື່ອຮຽນຈົບແລ້ວ ກໍບໍ່ມີວຽກເຮັດງານທໍາ ຫລືມີກໍໄດ້ເງິນເດືອນ ບໍ່ພໍກັບຄ່າຄອງຊີບ.
ສ່ວນຜູ້ປົກຄອງນັກຮຽນ ຢູ່ເມືອງວຽງທອງ ແຂວງບໍຣິຄໍາໄຊ ເວົ້າວ່າ ທີ່ຜ່ານມາ ການປະລະການຮຽນ ສ່ວນໃຫຍ່ ແມ່ນຢູ່ເຂດຊົນນະບົດ, ປະລະການຮຽນຫລາຍກວ່າໝູ່ ແມ່ນຢູ່ເຂດພູດອຍ ເປັນຕົ້ນເມືອງໄຊຈໍາພອນ, ເມືອງຄໍາເກີດ, ເມືອງວຽງທອງ. ຈໍານວນນຶ່ງອອກໄປທໍາມາຫາກິນ, ຈໍານວນນຶ່ງອອກໄປສ້າງຄອບຄົວ.
“ສ່ວນຫລາຍກໍບໍ່ໄດ້ອັນນັ້ນດອກ ມີແຕ່ເຮັດວຽກ ປະລະແລ້ວກໍອອກໄປເຮັດວຽກ ທໍາມາຫາກິນຢູ່ແຖວບ້ານ. ໄປແນວນີ້ແຫລະ. ເຮັດໄຮ່ເຮັດນາ ໄປແນວນີ້ແຫລະ. ຢູ່ໃນອາຍຸປະມານ 10 ປາຍປີ. ປະມານ ມ.5, ມ.6 ນີ້ແຫລະ. ໃນຈໍານວນນຶ່ງ ກໍອອກມາສ້າງຄອບຄົວ. ໂດຍສະເພາະແມ່ນນອນ ຢູ່ໃນຊົນເຜົ່ານີ້ນ່າ. ລາວລຸ່ມ, ລາວເທິງ, ລາວສູງ. ອີກຢ່າງນຶ່ງມັນກໍເວົ້າເຣື່ອງ ມັນຊິເປັນເຂດນອກ ກໍແມ່ນ. ມັນເປັນອັນທີ່ວ່າຜົລກະທົບ ທາງດ້ານທຶນຮອນ ຂອງຜູ້ປົກຄອງຈໍານວນນຶ່ງ.”
ສໍາລັບນະໂຍບາຍ ແລະມາຕການແກ້ໄຂບັນຫາ ການຂາດແຄນຄຣູສອນ ແລະການປະລະການຮຽນ ຂອງນັກຮຽນ ທ່ານ ລົມ ແພງສຸກ ຫົວໜ້າຜແນກສຶກສາທິການ ແລະກິລາ ແຂວງບໍຣິຄໍາໄຊ ໄດ້ກ່າວໃນກອງປະຊຸມສະພາປະຊາຊົນ ແຂວງບໍຣິຄໍາໄຊ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27 ຫາ 29 ທັນວາ 2023 ນັ້ນ ແມ່ນມີຫລາຍສາເຫດ.
“ນຶ່ງແມ່ນນະໂຍບາຍເນາະ. ອັນທີສອງ ການວາງແຜນຄາດໝາຍສູງກ ຕ້ອງບັນລຸ ອັນທີສາມ ສໍາຄັນຄືການເອົາໃຈໃສ່ ຂອງຄຣູສອນ. ອັນທີສີ່ ມາກໍເຣື່ອງການບໍາລຸງ ນັກຮຽນທີ່ຮຽນອ່ອນ. ສະນັ້ນທັງ 3-4 ບັນຫານີ້ ພວກເຮົໄດ້ເລັ່ງໃສ່ ວ່າການບໍາລຸງ. ບໍາລຸງຕອນໃດ 3-4 ໂມງ ຫລືວ່າມີກິຈກັມ ກໍໄດ້ຈັດການບໍາລຸງນັ້ນນີ້. ຄືວິທີແກ້ໄຂເນາະ.”
ເວົ້າເຖິງການປະລະການຮຽນ ເມື່ອກ່ອນໜ້ານີ້ ທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າຜແນກສຶກສາທິການ ແລະກິລາ ແຂວງບໍຣິຄໍາໄຊ ກໍໄດ້ໃຫ້ສໍາພາດວິທຍຸ ກະຈາຍສຽງ ແຫ່ງຊາຕ ໃນມື້ວັນທີ 9 ມົກກະຣານີ້ວ່າ ອັດຕຣາການປະລະ ການຮຽນ ຢູ່ແຂວງບໍຣິຄໍາໄຊ ເພີ່ມຂຶ້ນຢ່າງໜ້າເປັນຫ່ວງ.
ສໍາລັບຊັ້ນປະຖົມສຶກສາ ໝົດສົກປີສຶກສາ 2022-2023 ອັດຕຣາການປະລະ ການຮຽນມີ 2.75% ແຕ່ສະເພາະພາກຮຽນທີ 1 ຂອງສົກການສຶກສາ ປີ 2023-2024 ນີ້ ອັດຕຣາການປະລະ ການຮຽນນັ້ນ ເພີ່ມຂຶ້ນເປັນ 3.5%. ສໍາລັບຊັ້ນມັທຍົມສຶກສາຕອນຕົ້ນ ແລະຕອນປາຍ ສົກການສຶກສາປີ 2022-2023 ປະລະການຮຽນ 10.9% ແຕ່ສະເພາະພາກຮຽນທີ 1 ຂອງສົກການສຶກສາປີ 2023-2024 ນີ້, ອັດຕຣາການປະລະ ການຮຽນນັ້ນ ເພີ່ມຂຶ້ນເປັນ 11.4%.