ສະຫະປະຊາຊາດ ຮຽກຮ້ອງໃຫ້ປະເທດລາວ ແກ້ໄຂກົດໝາຍຄອບຄົວ

ສຸພັດຕາ
2024.10.31
ສະຫະປະຊາຊາດ ຮຽກຮ້ອງໃຫ້ປະເທດລາວ ແກ້ໄຂກົດໝາຍຄອບຄົວ ຊາວລາວ ພວມລໍຖ້າໃຊ້ບໍລິການສຸຂະພາບຕາມໂຮງໝໍຊຸມຊົນ ໃນໄລຍະໂຄວິດ-19 ລະບາດ ທີ່ແຂວງວຽງຈັນ. TS, ເດືອນສິງຫາ ປີ 2021.
RFA

ຄະນະກໍາມະການ ຂອງສະຫະປະຊາຊາດ ດ້ານການເລືອກປະຕິບັດຕໍ່ແມ່ຍິງ ຫຼື The UN Committee on the Elimination of Discrimination against Women (CEDAW) ຮຽກຮ້ອງໃຫ້ ມີການນໍາຂໍ້ຍົກເວັ້ນ ທີ່ຍັງອະນຸຍາດໃຫ້ເດັກນ້ອຍ ອາຍຸຕັ້ງແຕ່ 15 ປີ ສາມາດແຕ່ງດອງກັນໄດ້ ຫາກມີກໍລະນີ ພິເສດ ຫຼື ຈໍາເປັນ ອອກຈາກກົດໝາຍ ແລະຍັງຮຽກຮ້ອງໃຫ້ມີການລົນນະລົງ ສ້າງຄວາມຮັບຮູ້ໃນສັງຄົມ ກ່ຽວກັບການແຕ່ງດອງກ່ອນໄວອັນຄວນ ຂອງເດັກນ້ອຍແມ່ຍິງລາວ.

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ພາກປະຊາສັງຄົມ ດ້ານສິດທິຂອງແມ່ຍິງ ຢູ່ນະຄອນຫຼວງວຽງຈັນ ນາງໜຶ່ງກ່າວວ່າ ການແຕ່ງດອງກ່ອນອາຍຸ 18 ປີນັ້ນ ສາມາດເຮັດໄດ້ແທ້ ໂດຍອໍານາດການປົກຄອງຂັ້ນບ້ານ ສາມາດອອກໃບອະນຸຍາດໃຫ້ແຕ່ງດອງກັນໄດ້ ແຕ່ໃນທາງກົດໝາຍ ຂອງ ສປປ.ລາວ ຈະບໍ່ມີການຮັບຮອງ ການແຕ່ງດອງດັ່ງກ່າວ.

ຄວາມສ່ຽງຂອງການແຕ່ງດອງ ກ່ອນໄວອາຍຸ 18 ປີນັ້ນ ອາດເຂົ້າຂ່າຍການຄ້າມະນຸດໄດ້ ອີກທັງ ຫາກມີການຢ່າຮ້າງກັນໃນອະນາຄົດ ການແລ່ນເອກະສານ ເປັນຕົ້ນ ການແບ່ງປັນຊັບສິນ ກໍ່ອາດມີຂັ້ນຕອນຫຍຸ້ງຍາກ ຍ້ອນການແຕ່ງດອງ ບໍ່ຖືກຮັບຮອງດ້ວຍກົດໝາຍຕັ້ງແຕ່ທໍາອິດ:

ແຕ່ວ່າ ໃນກໍລະນີທີ່ແຕ່ງງານກ່ອນ 18 ປີ ກໍ່ໄດ້ຄືກັນ ຕ່່າງແຕ່ວ່າ ຈະບໍ່ຖືກຕ້ອງຕາມກົດໝາຍ ພຽງແຕ່ບ້ານຈະຮັບຮູ້ເທົ່ານັ້ນ ຈະເຮັດໃບອະນຸຍາດໃຫ້ແຕ່ງງານຊື່ໆ ຕໍ່າກວ່າ 18 ນິ່ ມັນຈະມີຜົນກະທົບຫຼາຍ ມັນຈະຕົກຢູ່ໃນເຄືອຂ່າຍ ຂອງການຄ້າມະນຸດຫັ້ນນ່າ ກໍລະນີທີ່ວ່າ ຄັນຂະເຈົ້າ ເກີດມີການຢ່າຮ້າງກັນເນາະ ລະມີການແບ່ງປັບຊັບສິນຫຍັງຕ່າງໆ ກົດໝາຍຈະບໍ່ຮັບຮູ້ ຈະຍາກໃນການແລ່ນເອກະສານຕ່າງໆຂັ້ນກົດໝາຍ.”

ດ້ານເຈົ້າໜ້າທີ່ ຫ້ອງການສະພັນແມ່ຍິງ ຢູ່ຂັ້ນເມືອງ ໃນແຂວງທາງພາກເໜືອ ນາງໜຶ່ງກ່າວວ່າ ໃນເມືອງ ທັງໃນເຂດຫ່າງໄກ ແລະເຂດເທດສະບານ ກໍ່ຍັງພົບເຫັນເດັກນ້ອຍແມ່ຍິງ ອາຍຸ 15-17 ປີ ທີ່ແຕ່ງດອງແລ້ວ ເຊິ່ງໃນທາງກົດໝາຍນັ້ນ ກໍ່ຖືວ່າ ຜິດກົດໝາຍ ແຕ່ໃນທາງປະຕິບັດໂຕຈິງ ກໍ່ຫ້າມຫຍັງບໍ່ໄດ້ ສ່ວນໜຶ່ງກໍ່ຍ້ອນ ຍັງເປັນຮີດຄອງປະເພນີ:

ຕາມໄປເຫັນນິ່ ແຕ່ລະບ້ານເນາະ ມັນມີຢູ່ແລ້ວເນາະ ທີ່ວ່າເດັກນ້ອຍທີ່ວ່າບໍ່ຮອດ 18 ປີນ່າ ເຂົາແຕ່ງດອງ ເຂົາກໍ່ໄດ້ເອົາກັນຫັ້ນ ເຂົາກໍ່ຫາກເວົ້າວ່າ ມັນບໍ່ຖືກຕາມລະບຽບ ບໍ່ຖືກຕາມກົດໝາຍ ອັນນີ້ກໍ່ ເປັນພຽງແຕ່ ເວົ້າກົດໝາຍມາຕັ້ງໄວ້ ແຕ່່ວ່າ ການຈັດຕັ້ງປະຕິບັດແທ້ ມັນກໍ່ເຮັດບໍ່ໄດ້ຫັ້ນນ່າ ມັນຫາກແມ່ນປະເພນີມາແຕ່ກີ້.”

ຂໍ້ມູນ ຈາກການສໍາຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ 3 ປີ 2023 ຫຼື LSIS III ລະບຸວ່າ ແມ່ຍິງ ທີ່ມີອາຍຸບໍ່ທັນເຖິງກະສຽນ ແຕ່ງດອງກ່ອນໄວອັນຄວນ ຫຼືຢູ່ນໍາກັນກັບເດັກເພດຊາຍ ໂດຍບໍ່ໄດ້ແຕ່ງດອງ ເພີ່ມຂຶ້ນ ຈາກ 23.5 ທີ່ໄດ້ມີການສໍາຫຼວດຄັ້ງທີ 2 ເມື່ອ 5 ປີກ່ອນ ເປັນ 26.5 ໃນປີ 2023.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.