ທົ່ວເມືອງປາກລາຍ ມີນັກຮຽນ ປະລະການຮຽນ 1,009 ຄົນ
2022.10.21
ພາຍຫຼັງທີ່ປະເທດລາວ ເປີດການຮຽນ, ການສອນ ແຕ່ວັນທີ 1 ກັນຍາ 2022 ມາຮອດປັດຈຸບັນ ໄດ້ປະມານ 1 ເດືອນປາຍແລ້ວ ກໍເຣີ່ມພົບນັກຮຽນ ຊັ້ນ ມ.1 ຫາ ມ.7 ຢູ່ເມືອງປາຍລາຍ ແຂວງໄຊຍະບູຣີ ປະລະການຮຽນ ໃນສົກຮຽນ ປີ 2022-2023 ເຖິງ 1,009 ຄົນ.
ຈໍານວນນັກຮຽນ ປະລະການຮຽນ ສ່ວນໃຫຍ່ ແມ່ນຢູ່ຊັ້ນ ມ.1 ຫາ ມ.4 ອາຍຸລະຫວ່າງ 13-16 ປີ ສາເຫດສໍາຄັນ ທີ່ນັກຮຽນປະການຮຽນ ໂດຍສະເພາະ ນັກຮຽນທີ່ຢູ່ເຂດຊົນນະບົດ ຍ້ອນວ່າ ພໍ່ແມ່ຜູ້ປົກຄອງ ແລະໂຕນັກຮຽນເອງ ເຫັນຣຸ້ນເອື້ອຍ ຣຸ້ນອ້າຍ ທີ່ຮຽນຈົບຊັ້ນສູງມາແລ້ວ ກໍບໍ່ໄດ້ເຂົ້າເຮັດວຽກ ນໍາພັກນໍາຣັຖ ແລະບໍ່ມີວຽກເຮັດ ງານທໍາ ທີ່ດີ ຈຶ່ງບໍ່ມີຄວາມຫວັງ ແລະບໍ່ມີກໍາລັງໃຈ ທີ່ຈະຮຽນ ເພື່ອໃຫ້ໄດ້ຄວາມຮູ້ຕື່ມ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງໄຊຍະບູຣີ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 21 ຕຸລານີ້ວ່າ:
“ຍ້ອນພໍ່ແມ່ເຂົານ່າ ສ່ວນຫຼວງຫຼາຍ ບໍ່ຢາກໃຫ້ລູກເຂົາຮຽນ ເບິ່ງສັງຄົມທຸກວັນນີ້ ບໍ່ໄດ້ຕໍ່ ບໍ່ໄດ້ໄປເຮັດລ້າເຮັດການ ບາງເທື່ອມາເບິ່ງ ຄືເອື້ອຍອ້າຍນ້ອງ ຈົບ ມ.5, ຊັ້ນປະຣິນຍາຕຣີ, ປະຣິນຍາໂທ. ຈົບມາ ແລ້ວມາເປັນຄຣູອາສາສມັກ, ມາໄດ້ຮອດ 5 ປີ, 6 ປີ, 7 ປີ, 8 ປີ ກໍບໍ່ໄດ້.”
ທ່ານກ່າວຕື່ມວ່າ ນັກຮຽນຈໍານວນນຶ່ງ ກໍອາສັຍຢູ່ກັບຜູ້້ເຖົ້າ ກໍເຮັດໃຫ້ພໍ່ແມ່ຜູ້ປົກຄອງ ຕິດຕາມໃຫ້ເຂົາເຈົ້າເຂົ້າຮຽນບໍ່ໄດ້ ຍ້ອນວ່າພໍ່ແມ່ຜູ້ປົກຄອງ ໄປເຮັດວຽກຢູ່ຕ່າງເມືອງ ຕ່າງແຂວງ ຈຶ່ງເຮັດໃຫ້ນັກຮຽນຂາດຄະແນນຄຸນສົມບັດ ທີ່ບໍ່ເຂົ້າຮຽນ 600 ຄະແນນ ເຮັດໃຫ້ບໍ່ມີສິທສອບເສັງ ເລື່ອນຊັ້ນ.
ປັດຈຸບັນ ອໍານາດການປົກຄອງບ້ານ, ພໍ່ແມ່ຜູ້ປົກຄອງນັກຮຽນ, ນາຍຄຣູປະຈໍາໂຮງຮຽນ ແລະເຈົ້າໜ້າທີ່ຂແນງການສຶກສາ ເມືອງປາຍລາຍ ກໍໄດ້ມີວິທີການ ລະດົມໃຫ້ນັກຮຽນ ກັບມາຮຽນຄືນ ໂດຍບໍ່ອີງໃສ່ຄະແນນຄຸນສົມບັດ, ນັກຮຽນຜູ້ໃດຮຽນອ່ອນ ກໍຈະຈັດໃຫ້ມີຄຣູສອນບໍາຣຸງ ໃຫ້ຮຽນຈົນສອບເສັງ ເລື່ອນຊັ້ນໄດ້ ແລະນັກຮຽນຜູ້ໃດ ມີຄວາມທຸກຍາກ ກໍຈະໃຫ້ນາຍບ້ານຢັ້ງຢືນ ວ່າມີຄວາມທຸກຍາກແທ້ ແລ້ວຈະຊື້ເຄື່ອງນຸ່ງ ມາຮຽນຄືກັບໝູ່, ສ່ວນນັກຮຽນຜູ້ໃດ ທີ່ພໍ່ແມ່ຜູ້ປົກຄອງ ບໍ່ສນັບສນູນໃຫ້ຮຽນ ກໍຈະໄດ້ລະດົມແນວຄິດ ຈິຕໃຈ ເຖິງຜົລກະທົບ ທີ່ຈະຕາມມາ ຫາກບໍ່ສົ່ງເສີມໃຫ້ລູກ, ຫຼານ ໄດ້ຮຽນໜັງສືນໍາດ້ວຍ.
ດັ່ງນັກວິຊາການ ຫ້ອງການສຶກສາທິການ ແລະກິລາ ເມືອງປາກລາຍ ກ່າວໃນມື້ດຽວກັນນີ້ວ່າ:
“ເຮົາເອົານັກຮຽນມາ ກັບພໍ່ແມ່ຜູ້ປົກຄອງມາເລີຍ ມາເປີດກອງປະຊຸມ ແລ້ວເຮົາກໍຖາມພໍ່ແມ່ ຖາມລູກກ່ອນ ຖາມລູກກ່ອນ ວ່າເປັນຫຍັງບໍ່ຢາກຮຽນ ທາງພໍ່ແມ່ບໍ່ໃຫ້ຮຽນ ກໍຖາມພໍ່ແມ່ເປັນສາເຫດນັ້ນ ສາເຫດນີ້ ໃຫ້ທາງຂັ້ນເທິງລະດົມ ບາດນີ້ນ່າ ສຶກສາອົບຮົມ ດ້ານແນວຄິດໃຫ້ພໍ່ແມ່ ໂອ້ຜົລກະທົບຫຼາຍອັນແຫຼະ ເພາະມັນເປັນໜໍ່ແໜງ ຂອງປະເທດຊາຕເດ້ ການສຶກສາຖ້າເຮົາບໍ່ຮຽນ ເດັກບໍ່ຮຽນ ບ້ານເມືອງກໍບໍ່ມີການພັທນາຫັ້ນແຫຼະເນາະ ເພາະການສຶກສາເປັນປາຍແຫຼມ ໃນການພັທນາຊັພຍາກອນມະນຸສນີ້ເດ້.”
ທ່ານກ່າວຕື່ມວ່າ ຫາກເປັນໂຮງຮຽນໃນໂຕເມືອງ ສາເຫດທີ່ເຮັດໃຫ້ນັກຮຽນ ປະລະການຮຽນ ຈະບໍ່ຄືກັນກັບນັກຮຽນໃນເຂດຊົນນະບົດ ແຕ່ມີສາເຫດມາຈາກໂທຣະສັບ ທີ່ນັກຮຽນພາກັນມີຜູ້ລະໜ່ວຍ ແລະເວລາຄຣູສົ່ງບົດຮຽນ, ບົດຝຶກຫັດ ແລະວຽກບ້ານໃຫ້ນັກຮຽນ ກໍຈະສົ່ງຜ່ານທາງໂທຣະສັບ ຂະນະດຽວກັນ ໂທຣະສັບ ກໍໃຊ້ສໍາລັບຫຼິ້ນເກມ ຫຼືໂພສຕ໌ຮູບຄວາມງານ ແຟຊັ້ນຕ່າງໆໄດ້ ກໍເຮັດໃຫ້ເປັນອີກ ສາເຫດນຶ່ງ ທີ່ນັກຮຽນປະລະການຮຽນ ຍ້ອນໄປເລາະທ່ຽວຜັບ, ທ່ຽວບາ ແລ້ວໂພສຕ໌ ລົງທາງເຟສບຸກຄ໌ ສະນັ້ນ ບໍ່ແມ່ນແຕ່ນາຍຄຣູ, ຜູ້ປົກຄອງ ແລະນາຍບ້ານ ທີ່ຈະເປັນເຈົ້າການ ໃນການຫຼຸດຜ່ອນ ອັດຕຣາການປະລະການຮຽນ ຂອງນັກຮຽນ ແຕ່ຕ້ອງຮວມເຖິງ ພາກສ່ວນອື່ນ ເຊັ່ນ ສະຖານທີ່ບັນເທີງ ຕ້ອງໄດ້ເຂັ້ມງວດ ບໍ່ໃຫ້ເດັກນ້ອຍ ອາຍຸຕໍ່າກວ່າ 18 ປີ ເຂົ້າທ່ຽວໄດ້.
ສົກຮຽນ ປີ 2021-2022 ຢູ່ເມືອງໄຊ ແຂວງອຸດົມໄຊ ມີນັກຮຽນ ປະມານ 100 ຄົນ, ປະລະການຮຽນ ໂດຍສະເພາະ ນັກຮຽນຊັ້ນ ມ.1 ຫາ ມ.4 ທີ່ເປັນຄອບຄົວ ທີ່ມີຖານະທຸກຍາກ ຍ້ອນຜູ້ປົກຄອງເຫັນວ່າ ລູກຫຼານ ເຮືອນໃກ້ຄຽງ ຮຽນຈົບຊັ້ນສູງມາ ແລ້ວກໍບໍ່ມີວຽກເຮັດ ປະກອບກັບສະພາບເສຖກິຈ ຂອງຄອບຄົວ ບໍ່ມີທຶນສົ່ງ ລູກຫຼານເຂົ້າຮຽນໜັງສື ຈຶ່ງໃຫ້ລູກຫຼານ ອອກມາສ້າງຄອບຄົວ ເຮັດໄຮ່ເຮັດສວນ ຫຼືໄປຮັບຈ້າງ ເປັນກັມມະກອນກໍ່ສ້າງ ຫຼືເປັນຄົນງານຢູ່ສວນໝາກໄມ້ ຂອງນັກລົງທຶນຈີນ ເພື່ອຊ່ອຍຄອບຄົວ ຫາລາຍໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງໄຊ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:
“ເຫັນອ້າຍເຫັນເອື້ອຍເຂົາເຈົ້າເນາະ ຈົບກໍບໍ່ໄດ້ເຮັດວຽກແມ່ນຫຍັງ ບໍ່ໄດ້ທຶນໄປຮຽນແດ່ ແລ້ວກໍບໍ່ມີທຶນຊິສົ່ງຮຽນແດ່ເນາະ ພໍ່ແມ່ກໍແບບທຸກຍາກຈັ່ງຊັ້ນເດ້ ເລີຍວ່າອອກ ແລ້ວກໍສ້າງຄອບຄົວ ແລ້ວກໍຢູ່ເຮືອນໂອ້ເຮັດສວນເຮັດໄຮ່ ບາງເທື່ອກໍໄປຈ້າງເຮັດວຽກນໍາເຂົາເຈົ້າ ໄປເຮັດກໍ່ສ້າງເຮັດຫຍັງຈັ່ງຊັ້ນເດ້ ເຂົາເຈົ້າມັນປູກອັນ ໝາກໂມບໍ ໝາກກ້ວຍແມ່ນຫຍັງຫັ້ນເດ້ ເຂົາເຈົ້າມັກໄປຮັບຈ້າງຢູ່ສວນ ຈັ່ງຊັ້ນແຫຼະ ບາງຄົນກໍ ຄົນຈີນມາເຮັດທາງຣົຖໄຟ ລະບາງຄົນກໍອອກໄປເປັນເມັຍເຂົາຈັ່ງຊັ້ນເດ້.”
ຍານາງກ່າວຕື່ມວ່າ ເຖິງແມ່ນວ່າ ເມືອງໄຊ ແຂວງອຸດົມໄຊ ຈະຖືກປະກາດໃຫ້ເປັນເມືອງພົ້ນທຸກ ຈາກທາງການລາວແລ້ວ ແຕ່ປັດຈຸບັນ ກໍຍັງຖືວ່າ ຍັງມີປະຊາຊົນທີ່ຢູ່ເຂດຫ່າງໄກ ສອກຫຼີກ ຈະທຸກຍາກຢູ່ ຖ້າຍັງບໍ່ແກ້ໄຂບັນຫາ ຄວາມທຸກຍາກ ກໍຈະເຮັດໃຫ້ພົບພໍ້ເຍົາວະຊົນ ຂອງຊາຕ ປະລະການຮຽນ ໄປເລື້ອຍໆ.
ສົກຮຽນ ປີ 2021-2022 ຢູ່ໂຮງຮຽນ ສາມັນກິນນອນ ຊົນເຜົ່າ ເມືອງແປກ ແຂວງຊຽງຂວາງ ມີນັກຮຽນ ຊັ້ນ ມ.1 ຫາ ມ.7 ປະລະການຮຽນ ທັງໝົດ 19 ຄົນ ຈາກນັກຮຽນທັງໝົດ 318 ຄົນ, ສ່ວນສົກຮຽນ ປີ 2022-2023 ຍັງບໍ່ມີຣາຍງານ ນັກຮຽນປະລະການຮຽນເທື່ອ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ສລຸບ.
ສໍາລັບສາເຫດ ທີ່ເຮັດໃຫ້ນັກຮຽນຊົນເຜົ່າ ປະລະການຮຽນ ໃນສົກຮຽນທີ່ຜ່ານມານັ້ນ ກໍຍ້ອນວ່າ ພໍ່ແມ່ຜູ້ປົກຄອງ ບໍ່ມີທຶນສົ່ງເສີມ ໃຫ້ລູກໄດ້ຮຽນຕໍ່ຊັ້ນປະຣິນຍາຕຣີ ຫາກລູກຈົບຊັ້ນ ມ.7 ຈຶ່ງໃຫ້ລູກອອກໂຮງຮຽນ ໄປແຕ່ງດອງສ້າງຄອບຄົວ ເພາະຖ້າຫາກລູກຮຽນໄປ ກໍຄົງບໍ່ມີວຽກເຮັດ ຄືຣຸ້ນເອື້ອຍຣຸ້ນອ້າຍໃນບ້ານ.
ດັ່ງນາຍຄຣູ ໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງແປກ ແຂວງຊຽງຂວາງ ກ່າວໃນມື້ດຽວກັນນີ້ວ່າ:
“ສາເຫດຫຼັກນ່າ ຄືປັດຈຸບັນນີ້ເນາະ ເບິ່ງສະພາບຂອງນັກຮຽນ ກ່ຽວກັບດ້ານກະຕືລືລົ້ນ ຕໍ່ການຮຽນນີ້ ຖືວ່າຈະບໍ່ຢາກມີຊໍ້ານ່າ ເພາະວ່າເຂົາເບິ່ງວ່າ ຖ້າຮຽນຈົບແລ້ວນີ້ ຈະເຂົ້າໄປຮຽນວິຊາຊີພຄືແນວນີ້ ເຂົາເຈົ້າກໍບໍ່ໄປ ກໍມີ ແຕ່ວ່າຈໍານວນນຶ່ງ ກະອອກໄປ ກະຖືວ່າ ໄປແຕ່ງງານ ແຕ່ງງານກໍບໍ່ກຸ້ມກັນນ່າ ກໍຄືວ່າ ແຕ່ງງານໄປແລ້ວນີ້ ກຸ້ມຢູ່ປີນຶ່ງ 2 ປີ ກໍປະກໍມີ ຄວາມເຂົ້າໃຈຂອງຊົນເຜົ່າເນາະ ເຂົາເຈົ້າວ່າ ຈະເອົາຜົວ ຫຼື ເອົາເມັຍແລ້ວ ມັນຈະໝົດພາຣະຂອງພໍ່ແມ່ລ້ຽງດູນ່າ ພໍ່ແມ່ແລ້ວ ສົ່ງເສີມລັກສະນະນີ້.”
ຢ່າງໃດກໍຕາມ ໂຮງຮຽນສາມັນກິນນອນຊົນເຜົ່າ ກໍບໍ່ໄດ້ເມີນເສີຍ ຕໍ່ບັນຫານັກຮຽນປະລະການຮຽນ ຍ້ອນທີ່ຜ່ານມາ ໄດ້ເປີດໃຫ້ນັກຮຽນ ຊັ້ນປາຍ ຄື ມ.5 ຫາ ມ.7 ຜູ້ທີ່ອອກໂຮງຮຽນໄປແລ້ວ ຫຼືຜູ້ທີ່ສົນໃຈຈະຮຽນເພີ່ມຕື່ມ ໄດ້ຮຽນເອົາໃບຢັ້ງຢືນຈົບການສຶກສາ ການປູກຝັງ-ລ້ຽງສັດ ໃນລະດັບຊັ້ນຕົ້ນ ເພື່ອສາມາດເອົາໄປຍື່ນສຶກສາຕໍ່ ໃນລະດັບຊັ້ນກາງ ຫຼືຊັ້ນສູງ ທີ່ໂຮງຮຽນວິຊາຊີພໄດ້ ຫຼືເອົາຄວາມຮູ້ໄປປະກອບທຸຣະກິຈ ພາຍໃນຄອບຄົວຂອງໂຕເອງ ພາຍຫຼັງພົບວ່າ ພໍ່ແມ່ຜູ້ປົກຄອງ ນິຍົມໃຫ້ລູກຫຼານອອກໂຮງຮຽນ ຍ້ອນບໍ່ມີທຶນສົ່ງລູກຮຽນໜັງສື ຈຶ່ງໄດ້ສນັບສນູນໃຫ້ນັກຮຽນຊົນເຜົ່າ ມີຄວາມຮູູ້ດ້ານການກະເສຕ ເຊິ່ງສໍາຄັນຕໍ່ການເຮັດໄຮ່ ເຮັດສວນ ຂອງຄອບຄົວເຂົາເຈົ້າ ທີ່ມີອາຊີພຫຼັກໃນການປູກຝັງ, ລ້ຽງສັດ, ອີງຕາມຄວາມເວົ້າ ຂອງນາຍຄຣູ ໂຮງຮຽນສາມັນ ກິນນອນ ຊົນເຜົ່າ ເມືອງແປກ ແຂວງຊຽງຂວາງ.