ບັນຫາ ນັກຮຽນເຂດຈຸດສຸມ ຈຽງຕູບ ເມືອງເຊໂປນ ຮຽນຕໍ່ບໍ່ໄດ້
2023.06.26

ມາຮອດປັດຈຸບັນ ເດັກນ້ອຍຊົນເຜົ່າ ທີ່ຮຽນຈົບໃນລະດັບ ຊັ້ນປະຖົມສຶກສາ ປີທີ 5 ຢູ່ເຂດຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສວັນນະເຂດ ບໍ່ສາມາດເຂົ້າຮຽນຕໍ່ ໃນລະດັບຊັ້ນມັດທະຍົມສຶກສາ ຕອນຕົ້ນໄດ້ຍ້ອນຢູ່ເຂດຫ່າງໄກສອກຫຼີກ ແລະບໍ່ມີໂຮງຮຽນຮອງຮັບ ແລະ ຖ້າຫາກຕ້ອງຮຽນຕໍ່ ຕ້ອງເດີນທາງໄປຍັງເຂດໂຕເມືອງ ເຊິ່ງຂ້ອນຂ້າງຫຍຸ້ງຍາກ ແລະ ມີຄ່າໃຊ້ຈ່າຍສູງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ມິຖຸນາ 2023 ນີ້ວ່າ:
“ຢູ່ເຂດຫ່າງໄກສອກຫຼີກມັນໄກເນາະ ເຂົາຮ້ອງວ່າຊົນນະບົດຫັ້ນນ່າຄຣູຄົນໜຶ່ງຫັ້ນ ຮັບຜິດຊອບ 2 ຫ້ອງ ກໍເອີ້ນວ່າຄຣູບໍ່ພຽງພໍເນາະ ປະມານ 12-13 ປີນີ້ແຫຼະ, ແຕ່ ປ.5 ຂາດຊ່ວງນີ້ແຫຼະ ມີມັນມີຈຸດສຸມເນາະເພີ່ນເອົາໄປລົງໄວ້ ເປັນຈຸດສຸມເນາະ ບາດນີ້ບ້ານທີ່ມັນຢູ່ຫ່າງໄກສອກຫຼີກ ມັນມາຍາກ ຂະເຈົ້າກໍປະລະເອີ້ນວ່າປະລະຫັ້ນນ່າ ຜູ້ທີ່ຢູ່ໃກ້ກັບໂຮງຮຽນ ທີ່ມີ ມ.ຕົ້ນເນາະ ເຂົາກໍໄປຮຽນຕໍ່ອິຫຍັງຫັ້ນນ່າ.”
ທ່າວກ່າວຕື່ມວ່າ ພາຍໃນເຂດຈຸດສຸມຈຽງຕູບ ມີໂຮງຮຽນຊັ້ນປະຖົມສຶກສາ ຈຳນວນ 6 ແຫ່ງ ພາຍໃນ 6 ບ້ານໃນແຕ່ ລະປີຈະມີເດັກນ້ອຍ ຮຽນຈົບຊັ້ນປະຖົມສຶກສາ ປີທີ 5 ປະມານ 10 ປາຍຄົນ ໃນນີ້ເດັກນ້ອຍທີ່ຈະໄດ້ຮຽນຕໍ່ຊັ້ນມັດທະຍົມສຶກສາ ຕອນຕົ້ນສ່ວນຫຼາຍແມ່ນຜູ້ທີ່ໄດ້ຮັບທຶນການສຶກສາ ເພື່ອເດີນທາງໄປຮຽນໃນກຸ່ມບ້ານ ຫຼື ໂຮງຮຽນໃນເຂດເທສບານເມືອງ ແຕ່ທືນດັ່ງກ່າວນີ້ພັດບໍ່ມີຫຼາຍພໍເທົ່າໃດ ເຮັດໃຫ້ເດັກນ້ອຍ ຈຳນວນຫຼາຍຫຼຸດອອກຈາກ ລະບົບການສຶກສາ.
ສໍາລັບເຂດຈຸດສຸມຈຽງຕູບ ປະກອບມີບ້ານ ບ້ານນາ, ບ້ານກອກ, ລະເວີນ, ສົບສະລູ, ລູສະເລຍ ແລະ ບ້ານຕາປອງ. ພົລເມືອງສ່ວນຫຼາຍ ປະກອບອາຊີບປູກຝັງລ້ຽງສັດ (ເປັນຕົ້ນງົວ, ຄວາຍ, ແບ້, ໝູ, ເປັດ ແລະ ໄກ່), ເຮັດນາເປັນອາຊີບຕົ້ນຕໍ ແລະ ເຮັດໄຮ່ ໝູນວຽນມີເນື້ອທີ່ ຕາມຮ່ອມພູ ແລະແຄມນໍ້າ ແລະເມື່ອການເດີນທາງ ໄປຮຽນຕໍ່ຊັ້ນມັດທະຍົມສຶກສາ ຕອນຕົ້ນ ກໍມີຄວາມຫຍຸ້ງຍາກ ພວກເຂົາເຈົ້າຈຶ່ງປະລະການຮຽນ ແລະຊ່ອຍພໍ່ແມ່ ເຮັດກະສິກັມແທນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຜູ້ດຽວກັນນີ້ກ່າວຕື່ມວ່າ:
“ອາຊີບນ່າ ກໍມີແຕ່ເຮັດວຽກຕາມຣະດູການ ພໍ່ແມ່ພາເຮັດປູກຝັງລ້ຽງສັດ ຮອດຍາມມາໄດ້ກໍໄປເຮັດຮົ້ວ ເຮັດສວນ ປູກຜັກປູກຫຍັງ ຍາມຮຽນກາມາຮຽນ ແຕ່ວ່າອັດຕຣາການປະລະ ການຮຽນ ນີ້ ສູງ. ເຂົາບໍ່ຄ່ອຍມາຮຽນຫັ້ນນ່າ ແລ້ວເພິ່ນກໍມີແຜນເອົາຄຣູອາຈານ ໄປຈຳເນາະ ສ້າງຈຸດສຸມ ກຸ່ມບ້ານກຸ່ມຫຍັງນີ້ແຫຼະ ກໍເປັນຊົນເຜົ່າມັງກອງ, ຕຣີ ແລ້ວກັບບລູ.”
ທ່ານກ່າວຕື່ມວ່າ ປັດຈຸບັນທາງການລາວ ມີແຜນບຳຣຸງນັກຮຽນ ໃນເຂດໂຮງຮຽນຈຸດສຸມ ຈຽງຕູບທີ່ມີຜົລການຮຽນຕໍ່າ ໃນໄລຍະພັກປີຮຽນ, ຝຶກອົບຮົມຄຣູ ແລະ ບຳລຸງຄຣູທີ່ມີຄວາມຕ້ອງການ ສະເພາະດ້ານເຊັ່ນ ວິທີການສອນພາສາລາວ, ຄະນິດສາດ ແລະ ທັກສະ ທີ່ຈຳເປັນ ລວມເຖິງຈັດສັນຄຣູ ໃຫ້ພຽງພໍ, ສຶກສາຄວາມເປັນໄປໄດ້ ໃນການສ້າງໂຮງຮຽນປະຖົມ ແລະສນອງອຸປະກອນ ການສຶກສາ-ກິລາ ແລະ ສິລປະເພີ່ມ.
ປະຊາຊົນສ່ວນຫຼາຍ ໃນເຂດຈຸດສຸມເກືອບທັງໝົດ ແມ່ນເປັນຊົນເຜົ່າ ແລະນິຍົມໃຊ້ພາສາ ຂອງພວກເຂົາເຈົ້າ ອີກທັງຄຣູສອນບາງສ່ວນ ພັດເປັນຄຣູຊົນເຜົ່າ ຈຶ່ງບໍ່ສາມາດສອນພາສາລາວ ໃຫ້ແກ່ເດັກນ້ອຍຊັ້ນປະຖົມໄດ້ ພໍເທົ່າໃດ ແຕ່ມີຄວາມພະຍາຍາມ ສອນພາສາລາວ ເພື່ອໃຫ້ເດັກນ້ອຍ ສາມາດນຳໄປໃຊ້ ໃນຊີວິດປະຈຳວັນ ແລະສຶກສາຕໍ່ໃນຂັ້ນສູງຕໍ່ໄປໄດ້.
ດັ່ງຊາວບ້ານ ທີ່ອາໄສຢູ່ອ້ອມຂ້າງ ເຂດຈຸດສຸມຈຽງຕູບ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ອໍຊົນເຜົ່າບລູ ອໍກໍບໍ່ໄດ້ພໍເທົ່າໃດນ່າ ເວົ້າບໍ່ໄດ້ຫັ້ນຫັ້ນນ່າເນາະ ເພິ່ນກໍມີຄຣູຫັ້ນນ່າເນາະ ຢູ່ໂຮງຮຽນຫັ້ນແຫຼະ ຢູ່ໂຮງຮຽນປະຖົມ ໂຮງຮຽນສາມັນນີ້ແຫຼະ. ເຂົາສອນ ເຂົາກໍເວົ້າ ພາສາລາວຫັ້ນນ່າເນາະ ມີໂຮງຮຽນຊົນເຜົ່າ ຂະເຈົ້າຢູ່ໃກ້ເຂດຫັ້ນແຫຼະ ໂຮງຮຽນກິນນອນ ຊົນເຜົ່າໃຫ້ເພິ່ນຮູ້ ແຕ່ວ່າມີໂຮງຮຽນຊົນເຜົ່າ ໂຮງຮຽນຫຍັງໃຫ້ຂະເຈົ້າ.”
ທີ່ຜ່ານມາ ອຳນາດການປົກຄອງ ຂັ້ນທ້ອງຖິ່ນ, ພໍ່-ແມ່, ປະຊາຊົນ ແລະ ເດັກນ້ອຍ ໃນເຂດຈຸດສຸມຈຽງຕູບ ສາມາດເວົ້າລາວໄດ້ ແຕ່ບໍ່ເຂົ້າໃຈຄວາມໝາຍ ຍ້ອນພວກເຂົາເຈົ້າ ບໍ່ທັນໄດ້ພາສາລາວສຳລັບສື່ສານ ໃນຊີວິດປະຈຳວັນ ປະກອບກັບເງິນງົບປະມານ ບໍ່ພຽງພໍຈຶ່ງເຮັດໃຫ້ທາງການລາວ ບໍ່ສາມາດພັທນາ ແລະໃຫ້ການຊ່ອຍເຫຼືອ ເຣື່ອງຊີວິດຄວາມເປັນຢູ່ ຂອງພວກເຂົາເຈົ້າໄດ້ພຽງພໍ.
ດັ່ງນັກສັງຄົມສົງເຄາະ ຢູ່ເມືອງເຊໂປນ ແຂວງສັວນນະເຂດ ກ່າວວ່າ:
“ການຮຽນການສອນ ມັນກໍບໍ່ປານໃດພາສາລາວ ມັນກໍໄດ້ແຕ່ປະມານ 50 ຫຼື 70% ບໍ່ຮູ້ຄວາມໝາຍ ຜູ້ເຖົ້າຫັ້ນແຫຼະ ຜູ້ເຖົ້າແລ້ວກໍໄວກາງຄົນ ຈຳນວນໜຶ່ງ ແຕ່ຜູ້ເຮັດວຽກອຳນາດການປົກຄອງ ກໍໄດ້ຫັ້ນແຫຼະບໍ່ແມ່ນນຊິບໍ່ໄດ້ໝົດ ເດັກນ້ອຍກໍເວົ້າໄດ້ຢູ່ ແຕ່ວ່າບໍ່ຄ່ອງເນາະ ເວລາລົມກັນ ເຮົາປະສານວຽກເນາະ ບາງອັນຄວາມເຂົ້າໃຈຂອງເຂົາ.”
ສໍາລັບເຂດຈຸດສຸມຈຽງຕູບ ແມ່ນເປັນພື້ນທີ່ຫ່າງໄກ ສອກຫຼີກ ແລະເປັນບ່ອນທຸລະກັນດານ ຫຼາຍທີ່ສຸດໃນເມືອງເຊໂປນ ຕັ້ງຢູ່ໃຈກາງປ່າສງວນ ລະວິງ-ລະເວີນ ຫ່າງຈາກເທສບານເມືອງ ປະມານ 72 ກິໂລແມັດ, ກວມເອົາເນື້ອທີ່ ປະມານ 21,000 ເຮັກຕ້າຣ໌, ມີເນື້ອທີ່ບາງສ່ວນຕິດກັບແຂວງກວາງບິງ ແລະ ແຂວງກວາງຈິ ຂອງປະເທດວຽດນາມ ໃນໄລຍະຣະດູຝົນ ທີ່ຢູ່ອາໄສ, ໂຮງຮຽນ ແລະ ທາງດິນແດງ ພັດຖືກພັຍທັມມະຊາຕ ເຮັດໃຫ້ເກີດຄວາມເສັຍຫາຍ ແລະ ປະຊາຊົນໄດ້ຮັບຜົລກະທົບຕໍ່ເນື່ອງ.
ດັ່ງຊາວບ້ານ ຢູ່ບ້ານລະອານ ໃກ້ກັບຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສວັນນະເຂດ ກ່າວວ່າ:
“ມັນຍັງບໍ່ທັນໄດ້ມີຫຼາຍເດ້ ເຂດນີ້ໃດຫຼາຍຄືຍັງບໍ່ຫຼາຍ ເພາະວ່າເຂດນີ້ມັນຢູ່ຊົນນະບົດເດ້ ຫ່າງໄກຄວາມຈະເຣີນເນາະ ເຣື່ອງນໍ້າຖ້ວມ ມັນເປັນແອ່ງທີ່ວ່າ ພື້ນທີ່ມັນຕໍ່າມັນຢູ່ຕໍ່າມັດທະຍົມຈຽງຕູບເນາະ. ສ່ວນຫຼາຍຖ້າຢາກມາຮຽນຕໍ່ ກໍມາຮຽນຕໍ່ ຢູ່ເຊໂປນ ແລ້ວກໍບ້ານດົງ.”
ກ່ອນໜ້ານີ້ ດຣ. ພຸດ ສີມມາລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະ ກິລາ ກ່າວພາຍຫຼັງລົງພື້ນທີ່ໄປເຂດຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສວັນນະເຂດວ່າ ນັກຮຽນຈົບຊັ້ນປະຖົມສຶກສາ ບໍ່ທັນໄດ້ສຶກສາຕໍ່ຊັ້ນມັດທະຍົມສຶກສາ ຕອນຕົ້ນ ຍ້ອນພວກເຂົາເຈົ້າ ອາໄສຢູ່ເຂດຫ່າງໄກສອກຫຼີກ ແລະບໍ່ສາມາດເດີນທາງໄປຮຽນຕໍ່ໄດ້, ຄຣູສອນບາງໂຮງຮຽນ ຂໍກັບໄປຢາມບ້ານເທື່ອລະ 1-2 ເດືອນ ເຮັດໃຫ້ການຮຽນການສອນ ບໍ່ຕໍ່ເນື່ອງ, ບາງບ້ານແມ່ນນຳໃຊ້ຄຣູ ທີ່ບໍ່ມີເງິນເດືອນ ແລະທະຫານເພື່ອສິດສອນ ແຕ່ຂາດສື່ການຮຽນ ການສອນ ອີກທັງໂຮງຮຽນ ຍັງມີສະພາບຊຸດໂຊມ ຈາກການຖືກພັຍພິບັດ.
ເຂດຈຸດສຸມຈຽງຕູບ ປະກອບມີ 6 ບ້ານ, ລວມມີ 12 ຄຸ້ມ, ມີ 438 ຫຼັງຄາເຮືອນ, ມີ 494 ຄອບຄົວ, ມີພົລເມືອງ 2.269 ຄົນ. ໃນນີ້ມີອາຍຸ 1-14 ປີ ຈໍານວນ 946 ຄົນ, ອາຍຸ 15-55 ປີ ຈຳນວນ 1,141 ຄົນ ແລະ ມີອາຍຸ 56 ປີຂຶ້ນໄປ 182 ຄົນ, ສ່ວນຫຼາຍແມ່ນເປັນຊົນເຜົ່າຕຣີ, ນັບຖືສາສນາຜີ, ປະຊາຊົນສ່ວນໃຫຍ່ ປະກອບອາຊີບ ກະສິກັມ, ເຮັດນາ, ເຮັດສວນ, ປູກເຂົ້າ ຕາມເປີ້ນພູ ແລະ ລ້ຽງສັດເປັນອາຊີບຫຼັກ. ສ່ວນອາຊີບສຳຮອງ ແມ່ນຊອກຫາເຄື່ອງປ່າ ຂອງດົງ ມາຂາຍ, ອີງຕາມການຣາຍງານ ຂອງທ່ານ ວົງສະຫັວນ ວຽງມະນີ ກັມມະການພັກແຂວງ ເຈົ້າເມືອງເຊໂປນ ໃນເດືອນມິຖຸນາ 2023 ນີ້.