ເດັກນ້ອຍນັກຮຽນຍິງ ຖືກຂືນໃຈ ຢູ່ເມືອງຄູນ ແຂວງຊຽງຂວາງ

ຈຳປາທອງ
2024.02.27
ເດັກນ້ອຍນັກຮຽນຍິງ ຖືກຂືນໃຈ ຢູ່ເມືອງຄູນ ແຂວງຊຽງຂວາງ ແຜນທີ່ເມືອງຄູນ ແຂວງຊຽງຂວາງ.
OpenStreetMap contributors/Datawrapper

ສື່ສັງຄົມອອນລາຍຈໍານວນນຶ່ງ ໄດ້ເຜີຍແພ່ຄລິບວີດີໂອ ເຫດການເດັກນ້ອຍນັກຮຽນຍິງ ຄົນນຶ່ງ ຖືກນັກຮຽນຊາຍ 3 ຄົນ ຂົ່ມຂືນຢູ່ໃນຫ້ອງນໍ້າ ຮ້ານອາຫານແຫ່ງນຶ່ງ ໃນເຂດເມືອງຄູນ ແຂວງຊຽງຂວາງ ເມື່ອວັນທີ 25 ກຸມພານີ້. ໃນນັ້ນ ມີທັງລະບຸວ່າ ເດັກນ້ອຍນັກຮຽນຍິງຄົນດັ່ງກ່າວ ແລະນັກຮຽນ ຜູ້ທີ່ກໍ່ເຫດຂົ່ມຂືນ ບາງຄົນແມ່ນນັກຮຽນຢູ່ໂຮງຮຽນມັທຍົມສົມບູນ ຈອມເພັດ ຫລື ມສ. ຈອມເພັດ ຢູ່ເມືອງຄູນ. ແຕ່ຕໍ່ມາ ຄລິບວີດີໂອດັ່ງກ່າວ ໄດ້ຖືກລຶບຖິ້ມ.

ມາຮອດວັນທີ 26 ກຸມພານີ້ ສື່ມວນຊົນລາວ ຫລາຍແຫ່ງ ກໍໄດ້ນໍາສເນີຂ່າວວ່າ ທາງເຈົ້າໜ້າທີ່ຕໍາຣວດແຂວງຊຽງຂວາງ ໄດ້ຈັບຜູ້ກໍ່ເຫດ ທັງ 3 ຄົນນັ້ນແລ້ວ ແລະໄດ້ນໍາຕົວ ໄປສືບສວນສອບສວນ ແບບປິດລັບ ແລະກໍອາຈມີການຖແລງຂ່າວລາຍລະອຽດ ໃນອີກບໍ່ດົນນີ້.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ປກສ ເມືອງຕູນ, ກອງບັນຊາການ ປກສ ແຂວງຊຽງຂວາງ ແລະຜແນກສຶກສາທິການ ແລະກິລາ ແຂວງຊຽງຂວາງ ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄວາມເຫັນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ສະຫະພັນແມ່ຍິງແຂວງຊຽງຂວາງ ນາງນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ກຸມພານີ້ວ່າ ພາຍຫລັງທີ່ໄດ້ຮູ້ຂ່າວນັ້ນ ແລ້ວ ທາງເຈົ້າໜ້າທີ່ຫ້ອງການ ແມ່ຍິງປະຈໍາເມືອງຄູນ ກໍໄດ້ລົງຕິດຕາມຫາຄວາມຈິງ ແລະໄປເບິ່ງແຍງເດັກນ້ອຍນັກຮຽນຍິງຜູ້ເຄາະຮ້າຍ ແຕ່ກໍຍັງບໍ່ທັນລາຍລະອຽດເທື່ອ ມີແຕ່ໄດ້ຍິນ ທາງສາຍຕັ້ງແຂວງ.

ດັ່ງນາງເວົ້າວ່າ:

“ເປັນການຄຸ້ມຄອງ ຂອງສະຫະພັນແມ່ຍິງເມືອງຄູນ. ເຂົາເຈົ້າກະກໍາລັງລົງຕິດຕາມກວດກາ ເອົາຂໍ້ມູນຢູ່ ເພາະວ່າພວກນ້ອງ ຢູ່ເມືອງແປກນໍ ໂດຍລວມກະຍັງບໍ່ໄດ້ປະສານຫານໍາເພິ່ນເທື່ອ. ມີແຕ່ໄດ້ຍິນທາງສາຍຕັ້ງຂອງແຂວງນໍ.”

ພ້ອມດຽວກັນນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງໂຮງຮຽນມັທນົມສົມບູນ ຈອມເພັດ ເພື່ອຂໍຕູ້ຂໍ້ມູນເພີ່ມຕື່ມ, ໄດ້ຮັບຄໍາຊີ້ແຈງ ຈາກຄຣູນາງນຶ່ງວ່າ ທາງໂຮງຮຽນຍັງບໍ່ທັນຮູ້ຂ່າວນັ້ນ ເຫັນແຕ່ຂ່າວ, ບໍ່ຮູ້ວ່າ ເປັນຂ່າວແທ້ ຫລືຂ່າວປອມ, ໂຮງຮຽນປົກກະຕິດີຢູ່.

“ບໍ່ ບໍ່ຮູ້ໃດ໋ ເຫັນຂ່າວຢູ່ ແຕ່ວ່າເຮົາບໍ່ຮູ້ຄວາມຄືບໜ້ານໍາເຂົາເຈົ້ານ່າ ໂຮງຮຽນປົກກະຕິດີ ຍັງບໍ່ຮູ້ວ່າມັນແມ່ນຂ່າວແທ້ ຫລືວ່າຂ່າວປອມ ຄັນຕາມຂ່າວກໍໜ້າຈະແມ່ນຢູ່ ອັນນັ້ນຫັ້ນແຫລະ ຢູ່ຮ້ານ.”

ນັກກົດໝາຍ ຢູ່ແຂວງຊຽງຂວາງ ຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຕົນຍັງບໍ່ຮູ້ຂໍ້ມູນລະອຽດເທື່ອ ແຕ່ຖ້າຜູ້ປົກຄອງ ຂອງເດັກນັກຮຽນຍິງ ຜູ້ເສັຍຫາຍ ຢາກຟ້ອງຮ້ອງ ກໍສາມາດພົວພັນ ມາຍັງທະນາຍຄວາມ ທົ່ວໄປໄດ້ ເພື່ອທີ່ຈະເອົາຜິດຜູ້ກໍ່ເຫດ ຕາມຂັ້ນຕອນຂອງກົດໝາຍ, ການຂົ່ມຂືນ ຖືເປັນໂທດ ທີ່ຮ້າຍແຮງ.

ມີຄົນຮ້າຍ ເຂົາເຈົ້າຂົ່ມຂືນ ແລະເຈົ້າໜ້າທີ່ກໍເຂົ້າມາຈັ່ງຊີ້ນະ ຮູ້ຂ່າວມື້ວານນີ້ຫັນນະ ຄອບຄົວທາງຜູ້ເສັຍຫາຍ ເຂົາເຈົ້າຕ້ອງການຫຍັງກໍສເນີມາ. ສເນີຂແນງມາ. ພວກເຮົາຈະເຂົ້າໄປທໍາໜ້າທີ່ນ່າ ມັນມີລະບຽບຂອງຣັຖບານ ທີ່ວ່າກໍານົດວ່າ ໂທດຜູ້ນ້ອຍນະ.

ຊາວບ້ານຢູ່ເມືອງຄູນ ທີ່ຮູ້ຂ່າວນັ້ນ ຫລາຍຄົນກໍຮູ້ສຶກຫົດຫູ່ໃຈ ແລະກໍຢ້ານວ່າເຫດການດັ່ງກ່າວນີ້ ຈະເກີດຂຶ້ນ ກັບລູກຫລາຍຂອງພວກຕົນ, ຢາກໃຫ້ເຈົ້າໜ້າທີ່ຕໍາຣວດ ແລະພາກສ່ວນທີ່ກ່ຽວຂ້ອງ ໃຊ້ລະບຽບກົດໝາຍ ລົງໂທດຜູ້ກະທໍາຜິດ ຢ່າງເຂັ້ມງວດ ເພື່ອໃຫ້ເປັນແບບຢ່າງຕໍ່ສັງຄົມ.

ຮ້ານອາຫານບໍ່ ບໍ່ໄດ້ໄກເຈົ້າ ຫາກໍເກີດຊ່ວງຫວ່າງແລ້ວນີ້ ກະບໍ່ຮູ້ລາຍລະອຽດພໍປານໃດ ອັນນັ້ນກະເຮັດຕາມກົດໝາຍແຫລະ ມີແຕ່ເຈົ້າໜ້າທີ່ຊິເຮັດແຫລະ.

ຊາວບ້ານອີກນາງນຶ່ງ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກັບການບັງຄັບໃຊ້ກົດໝາຍ ລົງໂທດຜູ້ກໍ່ເຫດຢ່າງເຂັ້ມງວດ ຮວມທັງເພີ່ມມາດຕະການ ຮັກສາຄວາມປອດໄພ ຕາມສະຖານທີ່ສາທາຣະນະຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເຫດການອັນບໍ່ດີເກີດຂຶ້ນອີກ.

ຢາກໃຫ້ທາງເຈົ້າໜ້າທີ່ນໍ ຕ້ອງມີຄວາມເຂັ້ມງວດ ເປັນຫູເປັນຕາຊ່ອຍກັນຫັ້ນນະ ແບບແຕະຕ້ອງຈິດໃຈນໍ ບໍ່ຮູ້ວ່າຍັງເປັນນັກຮຽນບໍ່ ບໍ່ແນ່ໃຈ ທາງຜູ້ປົກຄອງຫັ້ນແຫລະ ໃຫ້ບອກສອນລູກຫລານ.

ນອກຈາກນີ້ ນາງ ພິຈິກາ ບຸນກວ້າງ ຫລື ມາດາມໂບ ກໍໄດ້ຊີ້ແຈງຜ່ານທາງເຟສບຸກ ໃນມື້ວັນທີ 26 ກຸມພານີ້ວ່າ ເຈົ້າໜ້າທີ່ຕໍາຣວດ ສາມາດຈັບຜູ້ກໍ່ເຫດ ທັງ 3 ຄົນໄດ້ແລ້ວ ແລະວ່າ ຈະດໍາເນີນຄະດີພວກກ່ຽວທາງອາຍາ ແລະຈະເບິ່ງແຍງເດັກນ້ອຍນັກຮຽນຍິງ ທີ່ຖືກຂົ່ມຂືນນັ້ນ.

ໃນຂະນະດຽວກັນ ທ່ານ ໂຈເຊຟ ອັກຄະລະວົງ ກໍໄດ້ເວົ້າຜ່ານເຟສບຸກວ່າ ທາງຄະນະຜູ້ບໍຣິຫານໂຮງຮຽນມັທຍົມສົມບູນ ຈອມເພັດ ຄວນອອກມາຊີ້ແຈງ, ບໍ່ຄວນມິດງຽບໄປ ເພາະວ່າ ທັງຜູ້ຖືກຂົ່ມຂືນແລະຜູ້ກໍ່ເຫດບາງຄົນກໍແມ່ນນັກ ຮຽນໃນໂຮງຮຽນດັ່ງກ່າວ ແລະວ່າ ພວກທ່ານຈະບໍ່ອອກມາສະແດງຄວາມເປັນຫ່ວງເປັນໄຍ ແລະປົວແປງຈິດໃຈ ຂອງເດັກນັກຮຽນຍິງ ຄົນດັ່ງກ່າວເລີຍບໍ.

ໃນກົດໝາຍອາຍາ ມາດຕຣາ 248 ລະບຸວ່າ ໃນກໍຣະນີ ມີຜູ້ກະທໍາຜິດ ຫາກໄດ້ຂົ່ມຂືນ ກະທໍາສໍາເລົາ ດ້ວຍວິທີຜັດປ່ຽນກັນ, ຂົ່ມຂືນທໍາສໍາເລົາ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 15 ປີ ຈະຖືກລົງໂທດດ້ວຍການຈໍາຄຸກ ແຕ່ 10 ປີຫາ 20 ປີ ຫລືຕລອດຊີວິດ ແລະຈະຖືກປັບໃໝ ແຕ່ 10 ລ້ານກີບ ຫາ 70 ລ້ານກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.