ແມ່ຍິງ-ເດັກຍິງ ຈຳນວນຫຼາຍ ຍັງເຂົ້າບໍ່ເຖິງ ການບໍຣິການ ສຸຂພາບຈະເຣີນພັນ

ໄຊຍາ
2024.01.18
ແມ່ຍິງ-ເດັກຍິງ ຈຳນວນຫຼາຍ ຍັງເຂົ້າບໍ່ເຖິງ ການບໍຣິການ ສຸຂພາບຈະເຣີນພັນ ໂຮງໝໍແມ່ແລະເດັກ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນຕຸລາ ປີ 2023.
ນັກຂ່າວ ພົລເມືອງ

ອີງຕາມຂໍ້ມູນ ບໍ່ເປັນທາງການ ຈາກອົງການສາກົລ ທີ່ເຮັດວຽກກ່ຽວກັບ ການພັທນາສຸຂພາບແມ່ຍິງ ແລະໄວໜຸ່ມ ລາວລະບຸວ່າປີ 2023 ມີຜູ້ຍິງແລະໄວໜຸ່ມ ຂໍຄຳປຶກສາກ່ຽວກັບການຖືພາ ບໍ່ໄດ້ຕັ້ງໃຈ ຢູ່ຄລີນິກໄວໜຸ່ມ ປະມານ 300 ຄົນ ຜ່ານໂທຣະສັບ ສາຍດ່ວນ. ໃນນັ້ນໄດ້ປຶກສາ ກ່ຽວກັບການລຸລູກ ແລະ ມີຄວາມຕ້ອງການ ຍົກລູກໃຫ້ຜູ້ອື່ນ. ພາຍຫຼັງທີ່ ເຂົາເຈົ້າບໍ່ສາມາດເຂົ້າເຖິງ ການບໍຣິການສຸຂພາບ ຈະເຣີນພັນ ໂດຍສະເພາະການວາງແຜນຄອບຄົວ ແລະການຄຸມກຳເນີດ.

ດັ່ງເຈົ້າໜ້າທີ່ ອົງການສາກົລ ທີ່ເຮັດວຽກກ່ຽວກັບການພັທນາ ສຸຂພາບ ແມ່ຍິງ ແລະໄວໜຸ່ມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ມົກກະຣາ 2024 ນີ້ວ່າ:

“ນຶ່ງນ້ອງໆ ເພິ່ນບໍ່ໄດ້ຮັບຮູ້ຂໍ້ມູນຂ່າວສານ ເຣື່ອງກ່ຽວກັບສຸຂພາບຈະເຣີນພັນ ຫຼືວ່າວິທີປ້ອງກັນ ການຖືພາວ່າເຮົາຕ້ອງເລືອກໃຊ້ ວິທີໃດ ຫຼືບາງທີ ຍ້ອນເມົາຈັ່ງຊິນ່າ. ເພາະວ່າການທີ່ເຮົາມີເພດສຳພັນ ແມ່ນແຄ່ຄັ້ງນຶ່ງຄັ້ງດຽວ ມັນກໍສາມາດເຮັດໃຫ້ຖືພາໄດ້ ປີກາຍນີ້ເກືອບ 300 ພຸ້ນເດ້ເນາະ. ທີ່ວ່າໂທເຂົ້າມາຫັ້ນນ່າໃນການທີ່ວ່າ ເອີຖືພາບໍ່ທັນໄດ້ພ້ອມ ຕ່າງແຕ່ວ່າພວກເຮົາຈະເປັນການໃຫ້ບໍຣິການ ທີ່ວ່າຖືກຕ້ອງໃຫ້ຂໍ້ມູນເຂົາເຈົ້າກ່ອນ. ກ່ອນທີ່ເຂົາເຈົ້າຈະຕັດສິນໃຈ ໃນການເອົາລູກອອກ ແຕ່ວ່າຖ້າເປັນເຄສທີ່ຈຳເປັນ ພວກເຮົາກໍມີການແນະນໍາສົ່ງຕໍ່.”

ຍານາງກ່າວຕື່ມວ່າ ສ່ວນວ່າແມ່ຍິງ ຫຼືເດັກຍິງຈະຕັດສິນໃຈວ່າ ຈະລຸລູກຫຼືຍົກລູກໃຫ້ເປັນບຸດບຸນທຳ ໃຫ້ຜູ້ອື່ນ ແລ້ວແຕ່ເຂົາເຈົ້າຕັດສິນໃຈ ແນວໃດ. ທາງເຈົ້າໜ້າທີ່ ທີ່ຮັບສາຍໃຫ້ຄຳປຶກສາ ມີພຽງແຕ່ໃຫ້ຂໍ້ມູນແລະຄຳແນະນໍາ ທີ່ເປັນປໂຍດເທົ່ານັ້ນ.

ທາງດ້ານທ່ານໝໍ ທີ່ກ່ຽວຂ້ອງຈາກໂຮງໝໍແມ່ ແລະ ເດັກໜອງພະຍາ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນກ່າວວ່າ ແຕ່ລະປີຈະມີແອນ້ອຍຖືກຖິ້ມຫຼັງແມ່ເກີດລູກ ຢູ່ໂຮງໝໍ 1-2 ຄົນຕໍ່ປີ. ຍ້ອນແມ່ໄວໜຸ່ມ ຖືພາບໍ່ໄດ້ຕັ້ງໃຈ ເນື່ອງຈາກເຂົ້າບໍ່ເຖິງການຄຸມກຳເນີດ ທັງທີ່ພາຍໃນນະຄອນຫຼວງວຽງຈັນ ຫຼືແຂວງໃຫຍ່ໆ ຂອງລາວມີຄລີນິກໄວໜຸ່ມ ເພື່ອເຂົ້າຮັບຄຳປຶກສາການວາງແຜນ ຄອບຄົວ.

ບາງປີ ເປັນຕົ້ນໃນປີ 2023 ຜ່ານມາແອນ້ອຍ ເກືອບຈະຖືກຖິ້ມ ແຕ່ຜູ້ເປັນແມ່ປ່ຽນໃຈຍ້ອນມີເຈົ້າໜ້າທີ່ ຈາກຂແນງການສະກັດກັ້ນ ຕ້ານການຄ້າມະນຸສ ເຂົ້າມາໃຫ້ຄຳປຶກສາເຖິງຜົລດີ ຜົລຮ້າຍຫາກຍົກລູກໃຫ້ເປັນບຸດບຸນທຳ ຂອງຜູ້ອື່ນ. ຜູ້ເປັນແມ່ຈຶ່ງຕັດສິນໃຈເອົາລູກໄປລ້ຽງດ້ວຍໂຕເອງ.

ດັ່ງທ່ານກ່າວໃນມື້ດຽວກັນວ່າ:

“ປີນຶ່ງມີຄົນດຽວ ຫຼືສອງຄົນເຂົາລັກໜີ. ເຂົາເອົາໃຫ້ອັນນັ້ນເດ້ໂຕນ້ອຍໆ ນຶ່ງບໍ່ຮອດສອງອາທິດ. ນຶ່ງປີນຶ່ງ 1-2 ຄົນ. ມັນກໍມີຂະບວນການຂອງເອກະສານ ຢູ່ເມືອງເດ້ 21 ສະບັບຫັ້ນນ່າ. ກໍປະກອບເອົາກໍໄດ້ກໍມີຄະນະກັມມະການຢູ່ນີ້ແຫຼະ. ເຂົາຫາກບອກກໍເຮັດຕາມຂັ້ນຕອນຫັ້ນແຫຼະ ເພາະວ່າຄລີນິກ ເຂົາກໍເປີດຄລີນິກໄວໜຸ່ມ. ເຂົາກໍເປີດແຕ່ວ່າບໍ່ເຂົ້າໄປຫາໄປປຶກສາຄັນມາ ໂຮງໝໍໄທເຮົາກາປຶກສາ ໃຫ້ກາມີທີມງານມີຫຍັງມີຄ້າມະນຸສ ມີຫຍັງເຂົາກໍຊ່ອຍຢູ່. ແຕ່ເຂົາບໍ່ເຂົ້າມາເພິ່ນມີແຕ່ວ່າ ເຂົາບໍ່ເຂົ້າເຖິງ. ອ້າວເຮົາບໍ່ຮູ້ວ່າຜູ້ໃດຊິມາ ບໍ່ມານີ້ ເຮົາກໍເປີດກ້ວາງໃຫ້ໝົດແລ້ວເດ.”

ທ່່ານກ່າວຕື່ມວ່າ ຖ້າເວົ້າເຖິງເຣື່ອງການເຂົ້າເຖິງການຄຸມກໍາເນີດ ບໍ່ທົ່ວເຖິງຈະເຫັນຈະແຈ້ງໃນເຂດຊົນນະບົດ ສອດຄ່ອງກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫົວພັນກ່າວວ່າ ອັດຕຣາການເຂົ້າເຖິງ ການວາງແຜນຄອບຄົວປີ 2023 ທີ່ຜ່ານມາມີພຽງ 40% ປາຍ ເຊິ່ງເປັນຈຳນວນທີ່ໜ້ອຍກ່ວາເປົ້າໝາຍ ທີ່ກຳນົດໃຫ້ໄດ້ 65% ເນື່ອງຈາກຂາດງົບປະມານ ລົງໃຫ້ຄວາມຮູ້ແລະຕິດຕາມປະຊາຊົນ ໃນເຂດພື້ນທີ່ຫ່າງໄກສອກຫຼີກ.

ອີກທັງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີງົບປະມານພຽງພໍ ທີ່ເຮັດໃຫ້ການເຂົ້າເຖິງການຄຸມກໍາເນີດຟຣີ ທຸກຢ່າງ ຍ້ອນປັດຈຸບັນປະຊາຊົນ ຍັງຕ້ອງຈ່າຍຄ່າສິ້ນເປືອງ ເປັນຕົ້ນຄ່າຖົງມືການແພດ, ຄ່ານໍ້າຢາຂ້າເຊື້ອເມື່ອເຂົ້າມາຮັບບໍຣິການຄຸມກຳເນີດ ປະເພດຝັງເຂັມ ຫຼືໃສ່ຫ່ວງ ຈຶ່ງເຮັດໃຫ້ການເຂົ້າເຖິງ ການວາງແຜນຄອບຄົວ ຂອງແມ່ຍິງ ແລະເດັກຍິງ ໂດຍສະເພາະການຄຸມກຳເນີດ ພາຍໃນແຂວງ ບໍ່ທົ່ວເຖິງ ແລະມີບັນຫາການລຸລູກ ແລະຍົກລູກໃຫ້ເປັນບຸດບຸນທຳ ຜູ້ອື່ນລ້ຽງ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງຫົວພັນ ກ່າວໃນມື້ດຽວກັນວ່າ:

“ພໍພຽງແຕ່ໄດ້ 40% ປາຍ ທົ່ວແຂວງອັນຂອງປີ 2023. ແຕ່ທັມມະດາເພິ່ນກໍວ່າຢ່າງນ້ອຍ ຂອງກະຊວງສາທາ ວາງອອກຫັ້ນໃຫ້ໄດ້ 65%. ກິຈກັມ ໂຕນີ້ຂອງວາງແຜນຄອບຄົວ ພວກເຮົາຢູ່ເຂດພູດອຍ ຫຼືເຂດອື່ນໆ ເຮົາຍັງເຂົ້າຫາບໍ່ໄດ້ເຮົາບໍ່ມີເງິນລົງ. ເຂົ້າຫາເພິ່ນເດ້ເນາະເພາະວ່າ ອັນນີ້ເຮົາຍັງໄດ້ເສັຍຄ່າສິ້ນເປືອງຢູ່ເດ້ເນາະ. ບາງຄົນເຂົາບໍ່ມີເງິນຢູ່ແລ້ວເຂົາປະຊາຊົນ, ກໍມີແຕ່ວ່າເພິ່ນອອກເອົາຜົວ ແຕ່ຍັງນ້ອຍແລ້ວກໍມີລູກ ເພິ່ນກໍເອົາເອັງລ້ຽງເອັງນອກຈາກພວກທີ່ລູກຫຼາຍຄົນພູ້ນເດ້ ຈັ່ງມີດອກແບບວ່າ ໃຫ້ເຂົາລ້ຽງແມ່ນຫຍັງຫັ້ນນ່າ. ນອກຈາກຈະລຸແບບວ່າ ອັນນັ້ນດອກມີແຕ່ຂໍ້ບົ່ງຊີ້ແບບວ່າ ແມ່ນມີບັນຫາແມ່ມີພະຍາດເລືອດ ບໍ່ຈັ່ງຊີ້ນ່າ.”

ເຈົ້າໜ້າທີ່ ແຂວງເຊກອງກ່າວວ່າ ອັດຕຣາການເຂົ້າເຖິງ ການວາງແຜນຄອບຄົວ ພາຍໃນແຂວງເມື່ອປີ 2023 ຜ່ານມາຢູ່ທີ່ 67% ເຊິ່ງກໍຍັງຖືວ່າໜ້ອຍ ເນື່ອງຈາກປີກາຍແຂວງປະເຊີນກັບການຂາດຢາຄຸມກຳເນີດ. ອີກທັງຄວາມຮູ້ຄວາມເຂົ້າໃຈ ຂອງພໍ່ແມ່ປະຊາຊົນຊົນເຜົ່າ ຍັງເບິ່ງວ່າການຄຸມກຳເນີດ ຈະເຮັດໃຫ້ແມ່ຍິງເຈັບເປັນ, ເຮັດວຽກບໍ່ໄດ້ ຈຶ່ງເຮັດໃຫ້ພາຍໃນແຂວງ ຍັງພົບເຫັນເດັກຍິງຊົນເຜົ່າ ແຕ່ງດອງແຕ່ອາຍຸຍັງນ້ອຍ ແລະມີລູກ ຫຼາຍເຊິ່ງສ່ວນໃຫຍ່ ຈະລ້ຽງລູກດ້ວຍເອງ ແລະສ່ວນໜ້ອຍທີ່ຈະລຸລູກ.

ດັ່ງຍານາງ ກ່າວໃນມື້ດຽວກັນວ່າເ

“ມີຢາຂາດສາງເຮົາກໍໄດ້ 67% ຢາເມັດດຽວຈະຂາດດົນກ່ວາໝູ່ ແລ້ວຕໍ່ມາຢາຝັງ ແລ້ວເຂົາເຈົ້າກໍມີລູກຫຼາຍແຕ່ງງານໄວ. ເຂົາເຈົ້າບໍ່ໄດ້ເຂົ້າເຖິງການບໍຣິການ ຍ້ອນວ່າຄອບຄົວ ເຂົາເຈົ້າບໍ່ເຂົ້າໃຈຍ້ອນວ່າ ຢ້ານແຕ່ເຈັບເປັນເນາະ ເຮັດວຽກບໍ່ໄດ້ ແລ້ວກໍເປັນແຂວງຊົນເຜົ່າ ກວມເອົາ 95% ພຸ້ນນ່າ. ເຂົາມີແລ້ວເຂົາລ້ຽງເອັງເຂົາຈະບໍ່ຖິ້ມເດັກເດັດຂາດ ແຕ່ວ່າບໍ່ຮອດເປີເຊັນວ່າ ເພິ່ນເອົາໃຫ້ຜູ້ອື່ນລ້ຽງຫັ້ນນ່າ ສ່ວນຫຼາຍລຸລູກ ກໍແມ່ນຜູ້ທີ່ສ້າງຄອບຄົວ ແລ້ວບໍ່ທັນພ້ອມທີ່ຈະມີລູກຫັ້ນນ່າ ຍ້ອນເງື່ອນໄຂວ່າ ຍາກຈົນ ລູກຫຼາຍຄົນແລ້ວ.”

ທາງ ດ້ານແມ່ຍິງຈາກແຂວງຫົວພັນກ່າວວ່າ ເດັກຍິງພາຍໃນແຂວງ ຈະບໍ່ນິຍົມພາກັນຄຸມກຳເນີດ ເນື່ອງ ເຫັນວ່າເປັນເຣື່ອງໜ້າອາຍ ຢ້ານສັງຄົມເຫັນເປັນຄົນບໍ່ດີ ຫຼືເຮັດວຽກເປັນສາວບໍຣິການ ທາງເພດ ຈຶ່ງເຮັດໃຫ້ປັດຈຸບັນ ຍັງພົບເຫັນເດັກຍິງສາວ ຖືພາແຕ່ຍັງນ້ອຍ ຍ້ອນຍັງຂາດການເຂົ້າເຖິງ ການບໍຣິການສຸຂພາບຈະເຣີນພັນ ດ້ານການວາງແຜນຄອບຄົວ.

ດັ່ງຍານາງກ່າວວ່າ:

“ບໍ່ໄດ້ຄຸມເດັກນ້ອຍສ່ວນຫຼາຍ ກໍມີຫັ້ນແຫຼະເດັກນ້ອຍສ່ວນຫຼາຍ ມີກໍມີລູກຫັ້ນແຫຼະເດັກນ້ອຍ ເຂົາບໍ່ໄດ້ໄປຊື້ດອກຊື້ຢາຄຸມກຳເນີດນີ້ນ່າ ຍ້ອນວ່າເຂົາບໍ່ໄດ້ຊື້ ບໍ່ໄດ້ຄຸມ. ເຂົາໜ້າອາຍມອງວ່າ ເຮົາເປັນຄົນບໍ່ດີຄົນໂສເພນີ ຈັ່ງຊັ້ນ ຈັ່ງຊີ້ ຢູ່ຫັ້ນເນາະ. ເຂົາຊິເວົ້າວ່າແນວນັ້ນໃຫ້ເດ້ ຄັນໂຕໄປຊື້ກິນ ເດັກນ້ອຍເຂົາຄິດແນວນັ້ນ ເຂົາບໍ່ເຄີຍຈະກິນ ກໍເຂົາບໍ່ໄດ້ຊິເດ້ຢູ່ບ້ານເຮົາ”

ສ່ວນແມ່ຍິງນະຄອນຫຼວງວຽງຈັນ ກ່າວວ່າໂດຍທົ່ວໄປ ຈະເຂົ້າໃຈວ່າຢາຄຸມກໍາເນີດ ເຮົາສາມາດເຂົ້າໄປຮັບຢູ່ສະຖານບໍຣິການ ດ້ານສຸຂພາບຂອງຣັຖ ໄດ້ຟຣີ ແຕ່ສະພາບໂຕຈິງຢູ່ບາງທ້ອງຖິ່ນ ຍັງຕ້ອງໄດ້ຊື້ຢາຄຸມກຳເນີດ ເອົາເອງ ຈຶ່ງເຮັດໃຫ້ການເຂົ້າເຖິງ ການຄຸມກຳເນີດ ເປັນເຣື່ອງຍາກ ທີ່ຈະເຂົ້າເຖິງ ປະຊາຊົນໃນເຂດຊົນນະບົດ.

ດັ່ງຍານາງກ່າວ ໃນມື້ດຽວກັນວ່າ:

“ເພິ່ນກໍເວົ້າເຣື່ອງລູກຫ່າງ ມີຫຍັງຫັ້ນນ່າກໍກິນຢານີ້ນ່າ. ລູກຖີ່ກໍມີຫຼາຍ ບ້ານແມ່ນີ້ຜູ້ເຂົາເຈົ້າຄອບຄົວ ທີ່ວ່າຂາດເຂີນ ຫັ້ນນ່າ. ມີຢາມາຊື້ກິນ ຢູ່ບ້ານນີ້ຂຶ້ນແຜງ 15 ພັນກີບ. ແລ້ວເພິ່ນເອົາທຳນຽມແມ່ ກໍບໍ່ເຂົ້າໃຈຄັນເພິ່ນມີໂຄງການ ກໍຢາກໃຫ້ເພິ່ນມາຫັ້ນແຫຼະ ຕິດຕາມປະຊາຊົນ ຊ່ອຍລູກບ້ານ.”

ສ່ວນໂຕເລກ ທີ່ກ່ຽວຂ້ອງໃນປີທີ່ຜ່ານ ມາພົບວ່າທາງການລາວ ວາງເປົ້າໝາຍ ໃນການເພີ່ມອັດຕຣາການນຳໃຊ້ ວິທີຄຸມກຳເນີດ ໃຫ້ກວມ 70% ພາຍໃນປີ 2023. ດ້ານພາກສ່ວນກ່ຽວຂ້ອງ ໄດ້ມີການຄາດຄະເນໃນປີ 2021 ແມ່ນໄດ້ນຳໃຊ້ວິທີການ ຄຸມກຳເນີດພຽງແຕ່ 53% ເທົ່ານັ້ນ ເຊິ່ງສະແດງໃຫ້ເຫັນວ່າ ປະເທດລາວ ຈະຕ້ອງໄດ້ເພີມຂຶ້ນ 17% ໃນ 8 ປີຕໍ່ໜ້າ ເພື່ອບັນລຸຄາດໝາຍທີ່ວາງໄວ້. ອີງຕາມຂໍ້ມູນຈາກກອງປະຊຸມ ທົບທວນຄືນວຽກງານ ສຸຂພາບຈະເຣີນພັນ, ການວາງແຜນຄອບຄົວ ແລະ ອຸປະກອນ-ຢາຄຸມກຳເນີດ ປະຈຳປີ 2021-2022 ເມື່ອວັນທີ 21-22 ມິຖຸນາ 2022 ທີ່ຜ່ານມາ.

ນັບແຕ່ປີ 2012-2021 ມີພຽງ 190,000ຄົນເທົ່ານັ້ນ ທີ່ນໍາໃຊ້ບໍຣິການວາງແຜນ ຄອບຄົວເຊິ່ງຣັຖບານລາວ ຕ້ອງການເພີ່ມຕື່ມອີກ 140,000 ຄົນພາຍ ໃນປີ 2030 ເພື່ອໃຫ້ໄດ້ຕາມຄຳໝັ້ນສັນຍາ ຕໍ່ ICPD25  ຫຼືກອງປະຊຸມ ສາກົລກ່ຽວກັບປະຊາກອນ ແລະການພັທນາຄັ້ງທີ 25. ອີງຕາມຂໍ້ມູນ ຈາກກອງປະຊຸມ ທົບທວນຄືນວຽກງານ ສຸຂພາບຈະເຣີພັນ, ການວາງແຜນຄອບຄົວ ແລະອຸປະກອນ, ຢາຄຸມກຳເນີດ ປະຈຳປີ 2021-2022 ເມື່ອວັນທີ 21-22 ມິຖຸນາ 2022 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.